ລາວແຈ້ງເຕືອນຄວາມສ່ຽງທີ່ອາດຈະເກີດດິນເຊາະເຈື່ອນ ແລະ ນໍ້າຖ້ວມ ຍ້ອນຝົນຕົກໜັກແກ່ຍາວເປັນເວລາດົນ

15:31 | 03/08/2023

ຍສໝ - ຕາມ​ສຳນັກ​ຂ່າວສານ​ຫວຽດນາມ ປະຈຳ​ລາວ, ກົມອຸຕຸນິຍົມ ແລະ ອຸທົກກະສາດລາວ ຫາກໍປະກາດວ່າ ຝົນຕົກໜັກຕໍ່ເນື່ອງເປັນເວລາຫລາຍວັນຜ່ານມາ ໄດ້ເຮັດໃຫ້ເກີດມີນໍ້າຖ້ວມເປັນວົງກວ້າງຢູ່ແຂວງ ສະຫວັນນະເຂດ, ພາກກາງຂອງລາວ, ສົ່ງຜົນສະທ້ອນເຖິງຕໍ່ເນື້ອທີ່​ປູກ​ຝັງຈຳນວນຫຼາຍ ​ແລະ ການດຳລົງຊີວິດ​ຂອງ​ຫຼາຍ​ພັນ​ຄອບຄົວ​ຢູ່​ທີ່​ນີ້.

ເຈົ້າໜ້າທີ່ ແຂວງ ສະຫວັນນະເຂດ ທ່ານໜຶ່ງໃຫ້ຮູ້ວ່າ ຝົນຕົກໜັກຢ່າງຕໍ່ເນື່ອໃນສອງສາມມື້ຜ່ານມາ ໄດ້ເຮັດໃຫ້ຫລາຍບ້ານໃນແຂວງນີ້ ເກີດມີນໍ້າຖ້ວມ, ເຮັດໃຫ້ເນື້ອທີ່ປູກຝັງ ແລະ ໜອງປາຫລາຍໜອງ ຖືກຈົມຢູ່ໃຕ້ນໍ້າ. ຢູ່​ເມືອງ​ອາດ​ສະ​ພອນ, ມີ 5.100 ກວ່າ​ຄອບຄົວ​ໃນ 28 ບ້ານພວມຖືກ​ຜົນ​ສະທ້ອນ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຂອງລາວ ໃຫ້ຮູ້ວ່າ: ຄາດວ່າ ຈະມີຝົນຕົກໜັກຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ຂອງລາວ, ເຮັດໃຫ້ລະດັບນໍ້າໃນແມ່ນໍ້າຂອງສືບຕໍ່ເພີ່ມຂຶ້ນ ແລະ ອາດຈະລົ້ນຝັ່ງ. ປັດຈຸບັນ ລະດັບນໍ້າໃນແມ່ນໍ້າປະກັນ ແລະ ຫີນບູນ ແຂວງຄໍາມ່ວນ, ແມ່ນໍ້າເຊຈໍາພອນ ແຂວງສະຫວັນນະເຂດ ພາກກາງຂອງລາວ ແລະ ແມ່ນໍ້າເຊໂດນ ແຂວງຈໍາປາສັກ ພາກໃຕ້ຂອງລາວ ຢູ່ໃນລະດັບສູງຂີດອັນຕະລາຍ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຂອງລາວ ແຈ້ງເຕືອນປະຊາຊົນໃນເຂດນີ້ ຕ້ອງປ້ອງກັນ ເເລະ ມີສະຕິ ລະວັງຕົວຕໍ່ກັບໄພອັນຕະລາຍທີ່ອາດຈະເກີດດິນເຊາະເຈື່ອນ ແລະ ນໍ້າຖ້ວມ ເນື່ອງຈາກຝົນຕົກໜັກໃນ 1-2 ມື້ຕໍ່ໜ້າ, ຂໍໃຫ້ປະຊາຊົນຕິດຕາມພະຍາກອນອາກາດ ແລະ ລະດັບນ້ຳ ໂດຍກົມອຸຕຸນິຍົມ ແລະ ອຸທົກກະສາດ ສະໜອງຢ່າງໃກ້ຊິດ ເພື່ອອາດຈະຂຶ້ນແຜນການກະກຽມໃນກໍລະນີຮີບດ່ວນ ຖ້າຈໍາເປັນ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.