ນັກທ່ອງທ່ຽວລາວ ນັບມື້ນັບນິຍົມບັນດາສະຖານທີ່ທ່ອງທ່ຽວຢູ່ຫວຽດນາມ

00:00 | 04/08/2023

ຍສໝ - ບັນດາປາຍທາງ​ທີ່​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ນິຍົມ​ໄປຫວຽດນາມ ຮອດ​ເດືອນ​ມິຖຸນາ​ແມ່ນ​ນະຄອນ​ແຄມ​ທະ​ເລ​ພາກ​ກາງ​ໍ ​ນະຄອນ​ດ່າ​ນັງ.​ ຖະໜົນເກົ່າ​ໂຮ້ຍອານ, ດາ​ລາດ, ຍາ​ຈາງ, ຫວຸງ​ເຕົ່າ ​ແລະ “​ເກາະ ເພັດສະຫວັນ” ຝູ​ກວກ.

ຕາມສື່ມວນຊົນລາວ ວັນທີ 7 ກໍລະກົດ ໄດ້ນຳສະເໜີຂ່າວວ່າ: ຕົວເລກນັກທ່ອງທ່ຽວລາວໄປຫວຽດນາມ ໄດ້ເພີ່ມຂຶ້ນສູງໃນເຄິ່ງຕົ້ນປີ 2023 ດ້ວຍອັດຕາການເຕີບໂຕເຖິງ 117%. ອັນ​ດັບ​ທີ 3 ກ່ຽວ​ກັບ​ການ​ເພີ່ມ​ຂຶ້ນ​ຂອງ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ທົ່ວ​ໂລກ​ໄປ​ຫວຽດ​ນາມ ແລະ ຖັດ​ຈາກ​ກຳ​ປູ​ເຈຍ (338%) ແລະ ອິນ​ເດຍ (236%).

ຕາມສື່ມວນຊົນ​ລາວແລ້ວ, ບັນດາປາຍທາງ​ທີ່​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ນິຍົມ​ໄປຫວຽດນາມ ຮອດ​ເດືອນ​ມິຖຸນາ​ແມ່ນ​ນະຄອນ​ແຄມ​ທະ​ເລ​ພາກ​ກາງ​ໍ ​ນະຄອນ​ດ່າ​ນັງ.​ ຖະໜົນເກົ່າ​ໂຮ້ຍອານ, ດາ​ລາດ, ຍາ​ຈາງ, ຫວຸງ​ເຕົ່າ ​ແລະ “​ເກາະ ເພັດສະຫວັນ” ຝູ​ກວກ.

ການເພີ່ມຂື້ນຂອງນັກທ່ອງທ່ຽວຕ່າງປະເທດຢ່າງເຫັນໄດ້ຊັດ ເປັນສັນຍານທີ່ບົ່ງບອກວ່າອຸດສາຫະກຳການທ່ອງທ່ຽວຂອງຫວຽດນາມ ກຳລັງຟື້ນໂຕຈາກໂລກລະບາດ, ນອກຈາກການທ່ອງທ່ຽວແລ້ວ ມີຊາວລາວ ແລະກຳປູເຈຍຈຳນວນຫລາຍ ກໍ່ເດີນທາງມາຫວຽດນາມເພື່ອປິ່ນປົວພະຍາດອີກດ້ວຍ.

ນັກທ່ອງທ່ຽວລາວ ນັບມື້ນັບນິຍົມບັນດາສະຖານທີ່ທ່ອງທ່ຽວຢູ່ຫວຽດນາມ
ຖະໜົນ​ເກົ່າ​ໂຮ້ຍອານ (ຮູບ: ດວນເຮຶອຈູງ/TTXVN)

ກົງກັນຂ້າມ, ໃນ 4 ເດືອນຕົ້ນປີ 2023, ລາວໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດຫລາຍກວ່າ 1 ລ້ານເທື່ອຄົນເຊີ່ງເພີ່ມຂື້ນຢ່າງຫນ້າປະທັບໃຈເມື່ອທຽບໃສ່ປີ 2022 ທີ່ມີນັກທ່ອງທ່ຽວ 1,3 ລ້ານເທື່ອຄົນ.

ໃນນັ້ນ,ນັກທ່ອງທ່ຽວຈາກຫວຽດນາມ ເປັນອັນດັບທີ2 ໂດຍມີຈຳນວນນັກທ່ອງທ່ຽວ 224.461 ເທື່ອຄົນ, ຖັດຈາກຈຳນວນນັກທ່ອງທ່ຽວທີ່ມາຈາກປະເທດໄທ.

ສະເພາະແຂວງຫລວງພະບາງ, ເຊີ່ງເປັນເມືອງມໍລະດົກໂລກ ແລະ ເປັນແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຫຼາຍທີ່ສຸດຂອງລາວ ກໍ່ໄດ້ດຶງດູດນັກທ່ອງທ່ຽວສາກົນເກືອບ 4 ແສນເທື່ອຄົນໃນ 5 ເດືອນໃນຕົ້ນປີ 2023.

ຕາມສື່ມວນຊົນ​ລາວແລ້ວ, ການເຕີບໂຕຢ່າງໝັ້ນທ່ຽງທີ່ເປັນປົກກະຕິຂອງຈຳນວນນັກທ່ອງທ່ຽວລາວ ໄປຍັງຫວຽດນາມ ແມ່ນສັນຍານທີ່ດີຕໍ່ຂະແໜງການທ່ອງທ່ຽວຂອງທັງສອງປະເທດ, ທັງເປັນສິ່ງພິສູດເຖີງສາຍພົວພັນອັນແໜ້ນແຟ້ນລະຫວ່າງສອງປະເທດ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.