ເຊື່ອມຕໍ່ການທ່ອງທ່ຽວລະຫວ່າງນະຄອນໂຮ່ຈີມິນ ກັບນະຄອນເຊີອູນ (ສ.ເກົາຫຼີ)

ເຊື່ອມຕໍ່ການທ່ອງທ່ຽວລະຫວ່າງນະຄອນໂຮ່ຈີມິນ ກັບນະຄອນເຊີອູນ (ສ.ເກົາຫຼີ)

ຕອນຄໍ່າວັນທີ 3 ສິງຫາ, ນະຄອນເຊີອູນ (ສ.ເກົາຫຼີ) ແລະອົງການຈັດຕັ້ງການທ່ອງທ່ຽວເຊີອູນ ໄດ້ຈັດຕັ້ງເຫດການເຊື່ອມຕໍ່ການທ່ອງທ່ຽວ “Soulful Seoul Night in Ho Chi Minh City” ຢູ່ນະຄອນໂຮ່ຈີມິນ.

ໄວໜຸ່ມນະຄອນໂຮ່ຈີມິນຈັດການເຄື່ອນໄຫວອາສາສະໝັກຢູ່ ລາວ

ໄວໜຸ່ມນະຄອນໂຮ່ຈີມິນຈັດການເຄື່ອນໄຫວອາສາສະໝັກຢູ່ ລາວ

ການເຄື່ອນໄຫວໂດຍມີການເຂົ້າຮ່ວມຂອງຊາວໜຸ່ມອາສາສະໝັກ 105 ຄົນຢູ່ແຂວງ ຈຳປາສັກ ແລະ ແຂວງ ອັດຕະປື (ລາວ) ພ້ອມກັບນັກອາສາສະໝັກ 80 ຄົນເຂົ້າຮ່ວມບັນດາການເຄື່ອນໄຫວອາສາສະໝັກຢູ່ເມືອງເກາະ ຝູກຸຍ.

ນັກສຶກສາມາເລເຊຍ 70 ກວ່າຄົນເຂົ້າຮ່ວມຂະບວນການອາສາສະໝັກລະດູແລ້ງຢູ່ນະຄອນໂຮ່ຈີມິນ

ນັກສຶກສາມາເລເຊຍ 70 ກວ່າຄົນເຂົ້າຮ່ວມຂະບວນການອາສາສະໝັກລະດູແລ້ງຢູ່ນະຄອນໂຮ່ຈີມິນ

ຕອນບ່າຍວັນທີ 10 ກໍລະກົດ, ຄະນະຊາວໜຸ່ມນະຄອນໂຮ່ຈີມິນ ໄດ້ຈັດພິທີຕ້ອນຮັບນັກສຶກສາສາກົນເຂົ້າຮ່ວມຂະບວນການອາສາສະໝັກລະດູແລ້ງຂຽວ ຄັ້ງທີ 29 ປີ 2022 ຢູ່ບໍລິເວນນະຄອນ.

ການອວຍພອນປະຊາຄົມຊາວມຸດສະລິມ ນະຄອນ ໂຮ່ຈີມິນ ເນື່ອງໃນໂອກາດງານບຸນໃຫຍ່ Raya Idil Adha.

ການອວຍພອນປະຊາຄົມຊາວມຸດສະລິມ ນະຄອນ ໂຮ່ຈີມິນ ເນື່ອງໃນໂອກາດງານບຸນໃຫຍ່ Raya Idil Adha.

ຍສໝ-ໃນວັນ​ທີ 4 ກໍລະກົດ, ຢູ່​ວິຫານ Masjid Jamiul Muslimin, ​ເມືອງ ຟູ໋ຍ້ວນ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ທີ່ ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ເພື່ອອວຍພອນ​ຄະນະ​ຜູ້​ແທນ​ປະຊາ​ຄົມ​ຊາວ​ມຸດ​ສະ​ລິ​ມ ນະຄອນ ​ໂຮ່ຈີ​ມິນ, ຜູ້ມີສໍາມະນະສັກ, ຜູ້ມີຖານະ​ຕຳ​ແໜ່​ງຂອງປະຊາ​ຄົມ​ຊາວ​ມຸດ​ສະ​ລິ​ມ ເນື່ອງ​ໃນ​ໂອກາດ ງານບຸນໃຫຍ່ Raya Idil Adha (ປະຕິທິນອິດສະລາມ 1443 - ປະຕິທິນສຸລິຍະ 2022).

ຮອງປະທານປະເທດລາວ ຖະຫວາຍທູບທຽນໄວ້ອາໄລປະທານໂຮ່ຈີມິນ

ຮອງປະທານປະເທດລາວ ຖະຫວາຍທູບທຽນໄວ້ອາໄລປະທານໂຮ່ຈີມິນ

ຫວ່າງແລ້ວນີ້, ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ໄປຖະຫວາຍທູບທຽນ ດອກໄມ້ ໄວ້ອາໄລປະທານໂຮ່ຈີມິນ ທີ່ເຂດປູຊະນີຍະສະຖານກິມລຽນ (ເມືອງນາມດ່ານ, ແຂວງເງະອານ).

ນະຄອນໂຮ່ຈີມິນ ຈັດຕັ້ງວັນບຸນຄອບຄົວ ຫວຽດນາມ-ລາວ-ກໍາປູເຈຍ

ນະຄອນໂຮ່ຈີມິນ ຈັດຕັ້ງວັນບຸນຄອບຄົວ ຫວຽດນາມ-ລາວ-ກໍາປູເຈຍ

ຫວ່າງແລ້ວນີ້, ທີ່ຫໍວັດທະນະທໍາຊາວໜຸ່ມນະຄອນໂຮ່ຈີມິນ ດໍາເນີນລາຍການວັັນບຸນຄອບຄົວດ້ວຍຫົວຂໍ້ວ່າ “ຄອບຄົວ ຫວຽດນາມ-ລາວ-ກໍາປູເຈຍ”.

ນະຄອນໂຮ່ຈີມິນ: ພົບປະກັບອະດີດນັກຊ່ຽວຊານ ຫວຽດນາມ ຊ່ວຍ ກຳປູເຈຍ ໄລຍະ 1979 – 1989

ນະຄອນໂຮ່ຈີມິນ: ພົບປະກັບອະດີດນັກຊ່ຽວຊານ ຫວຽດນາມ ຊ່ວຍ ກຳປູເຈຍ ໄລຍະ 1979 – 1989

ຍສໝ - ບັນດາ​ການ​ປະກອບສ່ວນ​ຂອງ​ຄະນະນັກ​ຊ່ຽວຊານ A50 ​ແມ່ນ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ປະຊາຊົນ, ອຳນາດ​ການ​ປົກຄອງ​ນະຄອນ ​ໂຮ່ຈີ​ມິນ ​ແລະ ຈະ​ໄດ້​ຮັບ​ການ​ຮັກສາຖ່າຍ​ທອດ​ໃຫ້​ລຸ້ນໜຸ່ມ​ ກ່ຽວກັບໃນ​ໄລຍະ​ທີ່​ນະຄອນ ​ໂຮ່ຈີ​ມິນ ປະຕິບັດ​ພັນທະ​ສາກົນ​ດວຍ​ຈິດ​ໃຈສຸດອົກສຸດໃຈ, ບໍລິສຸດຜຸດຜ່ອງ.

ນະຄອນ ໂຮ່ຈີມິນ ກະກຽມຜະລິດຕະພັນທ່ອງທ່ຽວໃໝ່ຫຼາຍຢ່າງໃຫ້ແກ່ລະດູທ່ອງທ່ຽວປີນີ້

ນະຄອນ ໂຮ່ຈີມິນ ກະກຽມຜະລິດຕະພັນທ່ອງທ່ຽວໃໝ່ຫຼາຍຢ່າງໃຫ້ແກ່ລະດູທ່ອງທ່ຽວປີນີ້

ນອກຈາກຍຸດທະສາດຂອງພະແນກທ່ອງທ່ຽວແລ້ວ, ບັນດາວິສາຫະກິດທ່ອງທ່ຽວຂອງນະຄອນ ໂຮ່ຈີມິນ ກໍ່ໄດ້ເປັນເຈົ້າການສ້າງລາຍການທ່ອງທ່ຽວ, ສາຍທ່ອງທ່ຽວໃໝ່ຕື່ມອີກ ເພື່ອຮັບໃຊ້ນັກທ່ອງທ່ຽວມາຢ້ຽມຢາມໃນໂອກາດລະດູແລ້ງປີນີ້.

ແນະນໍາວັດທະນະທໍາອາຫານການກິນອີຕາລີ ຢູ່ນະຄອນໂຮ່ຈີມິນ

ແນະນໍາວັດທະນະທໍາອາຫານການກິນອີຕາລີ ຢູ່ນະຄອນໂຮ່ຈີມິນ

ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນຊາດ ສ. ອີຕາລີ (2-6-1946/2-6-2022), ວັນທີ 3 ມິຖຸນາ, ສະຖານກົງສູນໃຫຍ່ ສ. ອີຕາລີ ປະຈໍາ ໂຮ່ຈີມິນ ໄດ້ສົມທົບກັບບາງກົມກອງ, ວິສາຫະກິດຂອງອີຕາລີ ຈັດຕັ້ງ Roadshow ເຫຼົ້າແວງອີຕາລີ ຄັ້ງທໍາອິດ ຢູ່ນະຄອນໂຮ່ຈີມິນ.

ເພິ່ມທະວີການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະ ວຽງຈັນ

ເພິ່ມທະວີການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະ ວຽງຈັນ

ຍສໝ - ທ່ານ ອານຸພາບ ຕຸນາລົມ ເນັ້ນ​ໜັກ​ວ່າ: ສອງ​ນະຄອນ​ໄດ້​ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ​ໃນ​ຫຼາຍ​ດ້ານ, ປະກອບສ່ວນ​ເພີ່ມທະວີ ແລະ ເສີມຂະຫຍາຍສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ ​ແລະ ປະຊາຊົນ​ສອງ​ປະ​ເທດ ລາວ ​ແລະ ຫວຽດນາມ ​ເວົ້າ​ລວມ ກໍ່ຄືລະຫວ່າງນະຄອນຫຼວງ​ວຽງ​ຈັນ ​ແລະ ນະຄອນ​ໂຮ່ຈິ​ມິນ ​ເວົ້າ​ສະ​ເພາະ.

ການນຳລາວ ຕີລາຄາສູງການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະນະຄອນຫຼວງວຽງຈັນ

ການນຳລາວ ຕີລາຄາສູງການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະນະຄອນຫຼວງວຽງຈັນ

ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ລາວ, ຕອນບ່າຍວັນທີ 26 ພຶດສະພາ, ຄະນະຜູ້ແທນນະຄອນໂຮ່ຈີມິນ ນຳໂດຍສະຫາຍ ຫງວຽນວັນເນນ, ກຳມະການກົມການເມືອງ, ເລຂາພັກນະຄອນໂຮ່ຈີມິນ ໄດ້ເຂົ້າຢ້ຽມຂ່ຳນັບສະຫາຍເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ, ສະຫາຍນາຍົກລັດຖະມົນຕີ ພັນຄຳ ວິພາວັນ, ສະຫາຍປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ແລະສະຫາຍປະທານແນວລາວສ້າງຊາດ ສິນລະວົງ ຄຸດໄພທູນ.

ເສັ້ນທາງ ໂຮ່ຈີມິນ: ສັນຍາລັກແຫ່ງຄວາມສາມັກຄີແຫ່ງຊາດ ເພື່ອເອກະລາດ ແລະ ອິດສະຫຼະພາບ

ເສັ້ນທາງ ໂຮ່ຈີມິນ: ສັນຍາລັກແຫ່ງຄວາມສາມັກຄີແຫ່ງຊາດ ເພື່ອເອກະລາດ ແລະ ອິດສະຫຼະພາບ

ຍສໝ - 63 ປີ​​ຜ່ານ​ໄປ, ​ແຕ່​ຮູບພາບ​ຂອງ​ທະຫານ​ເຈື່ອງ​ເຊີນ​ ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ຄວາມ​ລຳບາກ ​ແລະ ການ​ເສຍ​ສະຫຼະ​ນາໆປະການ ເພື່ອ​ສ້າງ​ເສັ້ນທາງ​ໂຮ່ຈີ​ມິນ ​ທີ່ອະພິນິຫານ, ກາຍ​ເປັນ​ສັນຍາ​ລັກຂອງ​ກຳລັງ​ແຮງ​ແຫ່ງ​ຄວາມ​ສາມັກຄີ​ແຫ່ງ​ຊາດ.

ມອບເສື້ອຍາວໃຫ້ນັກສຶກສາລາວ, ກໍາປູເຈຍ ທີ່ພວມຮຽນຢູ່ນະຄອນໂຮ່ຈີມິນ

ມອບເສື້ອຍາວໃຫ້ນັກສຶກສາລາວ, ກໍາປູເຈຍ ທີ່ພວມຮຽນຢູ່ນະຄອນໂຮ່ຈີມິນ

ວັນທີ 20 ພຶດສະພາ, ທີ່ຫໍພິພິທະພັນເສື້ອຍາວຫວຽດນາມ (ນະຄອນຖຸດຶກ), ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ໄດ້ສົມທົບກັບສະຫະພັນແມ່ຍິງນະຄອນໂຮ່ຈີມິນ ຈັດຕັ້ງລາຍການ “ຄອບຄົວຫວຽດນາມ ກັບນັກສຶກສາລາວ, ກໍາປູເຈຍ ທີ່ພວມຮຽນຢູ່ນະຄອນໂຮ່ຈີມິນ”.

ປະທານາທິບໍດີ ​ເກຼັກ ສະ​ເໜີ​ການ​ຮ່ວມ​ມື​ກັບ​ນະ​ຄອນ ໂຮ່​ຈິ​ມີນ ໃນ​ຂົງ​ເຂດ​ສຶກ​ສາ ແລະ ວັດ​ທະ​ນະ​ທຳ

ປະທານາທິບໍດີ ​ເກຼັກ ສະ​ເໜີ​ການ​ຮ່ວມ​ມື​ກັບ​ນະ​ຄອນ ໂຮ່​ຈິ​ມີນ ໃນ​ຂົງ​ເຂດ​ສຶກ​ສາ ແລະ ວັດ​ທະ​ນະ​ທຳ

ຍສໝ - ທ່ານນາງ​ປະທານາທິບໍດີ ​ເກຼັກ Katerina Sakellaropoulou ສະ​ເໜີ​ເພີ່ມ​ທະວີ​ການ​ຮ່ວມ​ມືກວ່າອີກ, ​ແລກປ່ຽນ​ບົດຮຽນ, ​ແບ່ງປັນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ດີ​ທີ່​ສຸດ​ໃນ​ຂົງ​ເຂດ​ສຶກສາ ​ແລະ ພົບປະ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ ເກຼັກ ແລະ ນະຄອນ​ໂຮ່ຈິ​ມິນ...

ສະເຫຼີມສະຫຼອງ 132 ປີ ວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ທີ່ ກຳປູເຈຍ

ສະເຫຼີມສະຫຼອງ 132 ປີ ວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ທີ່ ກຳປູເຈຍ

ຍສໝ - ຕອນເຊົ້າວັນທີ 19 ພຶດສະພາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 132 ປີ ວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ (19 ພຶດສະພາ 1890 – 19 ພຶດສະພາ 2022), ອົງຄະນະ​ພັກທີ່ກຳປູ​ເຈຍ ​ແລະ ບັນດາໜ່ວຍພັກຮາກຖານໃນສັງກັດ​ໄດ້​ຈັດ​ພິທີ​ຖະຫວາຍ​ທູບ​ທຽນ ​ອາ​ໄລ​ຫາ​ປະທານ ​ໂຮ່ຈີ​ມິນ ຢູ່​ສະຖານທູດ ຫວຽດນາມ ປະຈຳ ກຳປູ​ເຈຍ.

ທ່ານປະທານປະເທດ ຫງວຽນຊວັນຟຸກ ອວຍພອນວັນບຸນວິສາຂະບູຊາຢູ່ນະຄອນ ໂຮ່ຈີມິນ

ທ່ານປະທານປະເທດ ຫງວຽນຊວັນຟຸກ ອວຍພອນວັນບຸນວິສາຂະບູຊາຢູ່ນະຄອນ ໂຮ່ຈີມິນ

ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ອວຍພອນໃຫ້ສະມາຄົມພຸດທະສາສະໜາ ຫວຽດນາມ ພ້ອມກັບພະສົງສຳມະເນນ, ພຸດທະສາສະນິກະຊົນຢູ່ພາຍໃນປະເທດ ແລະ ສາກົນ ທຸກຖ້ວນໜ້າຈົ່ງຕ້ອນຮັບວັນບຸນວິສາຂະບູຊາ ດ້ວຍຄວາມສະຫງົບສຸກ.

ການນຳແຂວງດົ່ງທາບ ຕ້ອນຮັບຫົວໜ້າສະຖານກົງສູນໃຫຍ່ລາວ ປະຈຳນະຄອນໂຮ່ຈີມິນ

ການນຳແຂວງດົ່ງທາບ ຕ້ອນຮັບຫົວໜ້າສະຖານກົງສູນໃຫຍ່ລາວ ປະຈຳນະຄອນໂຮ່ຈີມິນ

ຕອນບ່າຍວັນທີ 10 ພຶດສະພາ, ຢູ່ທີ່ຫ້ອງປະຊຸມຄະນະກໍາມະການປະຊາຊົນແຂວງ, ທ່ານ ດວ່ານເຕິ໊ນບືວ ຮອງປະທານຄະນະກຳມະການປະຊາຊົນແຂວງດົ່ງທາບ ໄດ້ມີການຕ້ອນຮັບ ແລະເຮັດວຽກກັບທ່ານນາງ ພິມພາ ແກ້ວມີໄຊ ຫົວໜ້າສະຖານກົງສູນໃຫຍ່ລາວ ປະຈໍາ ນະຄອນໂຮ່ຈີມິນ ທີ່ມາຢ້ຽມຢາມ ແລະເຂົ້າຢ້ຽມຂໍ່ານັບ.

ນະຄອນໂຮ່ຈີມິນ ຊຸກຍູ້ການຮ່ວມມື ກັບຄູ່ຮ່ວມມືອິນເດຍ ໃນການບຳບັດຂີ້ເຫຍື້ອ ແລະ ສິ່ງເສດເຫຼືອຕົວເມືອງ

ນະຄອນໂຮ່ຈີມິນ ຊຸກຍູ້ການຮ່ວມມື ກັບຄູ່ຮ່ວມມືອິນເດຍ ໃນການບຳບັດຂີ້ເຫຍື້ອ ແລະ ສິ່ງເສດເຫຼືອຕົວເມືອງ

ຍສໝ - ຫວ່າງແລ້ວນີ້, ທ່ານ ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຫວໍວັນຮວານ ໄດ້ໃຫ້ການຕ້ອນຮັບທ່ານ ສະມາຊິກສະພາສູງ ອິນເດຍ Alla Ayodhya Rami Reddy ເຊິ່ງພວມນຳໜ້າຄະນະວິສາຫະກິດ ແລະ ກຸ່ມບໍລິສັດ Ramsky (ອິນເດຍ) ມາຢ້ຽມຢາມ ແລະ ຊອກຫາກາລະໂອກາດຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍໃນຂົງເຂດບຳບັດຂີ້ເຫຍື້ອ ແລະ ສິ່ງເສດເຫຼືອຢູ່ເຂດຕົວເມືອງ.