ນະຄອນໂຮ່ຈີມິນ-ແຂວງໄຊສົມບູນ ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນ

14:42 | 23/10/2023

ນະຄອນໂຮ່ຈີມິນ-ແຂວງໄຊສົມບູນ ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນ

ນັກສຶກສາມາເລເຊຍ 70 ກວ່າຄົນເຂົ້າຮ່ວມຂະບວນການອາສາສະໝັກລະດູແລ້ງຢູ່ນະຄອນໂຮ່ຈີມິນ ນັກສຶກສາມາເລເຊຍ 70 ກວ່າຄົນເຂົ້າຮ່ວມຂະບວນການອາສາສະໝັກລະດູແລ້ງຢູ່ນະຄອນໂຮ່ຈີມິນ
ນັກສຶກສາຫວຽດນາມ - ລາວ - ກຳປູເຈຍ ຢູ່ນະຄອນໂຮ່ຈີມິນ ພົບປະແລກປ່ຽນວັດທະນະທຳ ແລະຕ້ອນຮັບບຸນປີໃໝ່ ນັກສຶກສາຫວຽດນາມ - ລາວ - ກຳປູເຈຍ ຢູ່ນະຄອນໂຮ່ຈີມິນ ພົບປະແລກປ່ຽນວັດທະນະທຳ ແລະຕ້ອນຮັບບຸນປີໃໝ່

ຕອນຄໍ່າວັນທີ 19 ຕຸລາ, ສະຫາຍ ຫງວຽນວັນເນັນ ກໍາມະການກົມການເມືອງ, ເລຂາພັກນະຄອນໂຮ່ຈີມິນ ພ້ອມດ້ວຍຄະນະຜູ້ແທນນະຄອນໂຮ່ຈີມິນ ໄດ້ມີການຕ້ອນຮັບຄະນະຜູ້ແທນແຂວງໄຊສົມບູນ, ປະເທດລາວ ນໍາໂດຍສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ທີ່ມີການຢ້ຽມຢາມ, ເຮັດວຽກຢູ່ຫວຽດນາມ.

ນະຄອນໂຮ່ຈີມິນ-ແຂວງໄຊສົມບູນ ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນ

ບັນຍາກາດທີ່ການຕ້ອນຮັບ. ພາບ: hcmcpv.org.vn

ສະຫາຍ ຫງວຽນວັນເນັນ ເຊື່ອໝັ້ນວ່າ ພາຍໃຕ້ການນໍາຂອງພັກປະຊາຊົນ ປະຕິວັດລາວ, ປະຊາຊົນລາວອ້າຍນ້ອງ ຈະຍາດໄດ້ຜົນງານອັນໃຫຍ່ຫຼວງຫຼາຍກວ່າອີກໃນກິດຈະການສ້າງສາ ແລະປົກປັກຮັກສາປະເທດຊາດ, ພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄວ້ໃຫ້ໝັ້ນຄົງ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະຍົກສູງທີ່ຕັ້ງບົດບາດບົນເວທີສາກົນຢ່າງບໍ່ຢຸດຢັ້ງ; ປະຕິບັດບັນດາເປົ້າໝາຍ, ໜ້າທີ່ການເມືອງ ເຊິ່ງມະຕິກອງປະຊຸມໃຫຍ່ພັກປະຊາຊົນ ປະຕິວັດລາວ ຄັ້ງທີ XI ທີ່ໄດ້ວາງອອກຢ່າງມີໄຊ. ສະຫາຍ ຫງວຽນວັນເນັນ ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຂອງຄະນະຜູ້ແທນແຂວງໄຊສົມບູນ ຈະປະກອບສ່ວນປັບປຸງ ແລະເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດເວົ້າລວມ, ບັນດາທ້ອງຖິ່ນຂອງສອງປະເທດເວົ້າສະເພາະ.

ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ໃຫ້ຮູ້ວ່າ ພັກ, ລັດ ແລະປະຊາຊົນລາວ ຍາມໃດກໍ່ເຄົາລົບຄວາມຮັກແພງ, ຄວາມເອົາໃຈໃສ່, ການຊ່ວຍເຫຼືອເຊິ່ງພັກ, ລັດ ແລະະຊາຊົນຫວຽດນາມ ທີ່ສະຫງວນໃຫ້ລາວ ໃນບໍ່ວ່າສະພາບການໃດ.

ໂດຍຕີລາຄາສູງການພັດທະນາຂອງນະຄອນໂຮ່ຈີມິນ, ແມ່ນທ້ອງຖິ່ນແຖວໜ້າຂອງທົ່ວປະເທດ, ສະຫາຍເລຂາພັກແຂວງ, ເຈົ້າແຂວງໆໄຊສົມບູນ ພອຍຄໍາ ຮຸ່ງບຸນຍວງ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືໃນຫຼາຍຂົງເຂດລະຫວ່າງແຂວງໄຊສົນບູນ ແລະນະຄອນໂຮ່ຈີມິນ ໃນໄລຍະຈະມາເຖິງ. ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ຢັ້ງຢືນວ່າ ບັນດາບົດຮຽນໃນການພັດທະນາເສດຖະກິດ-ສັງຄົມ, ຜ່ານຜ່າຄວາມຫຍຸ້ງຍາກຄືຜົນກະທົບຈາກພະຍາດໂຄວິດ-19 ຂອງຫວຽດນາມ ແມ່ນບົດຮຽນອັນລໍ້າຄ່າໃຫ້ແກ່ການພັດທະນາຂອງລາວ ເວົ້າລວມ ແລະແຂວງໄຊສົມບູນ ເວົ້າສະເພາະ.

ບູນມີ

ເຫດການ
302 Found

Found

The document has moved here.