ນະຄອນໂຮ່ຈີມິນ ແລະ ກູບາ ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ

11:31 | 28/09/2022

ຫວ່າງແລ້ວນີ້, ທ່ານນາງ ຟານທິຖັ໊ງ ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບທ່ານ Rodrigo Malmierca Diaz ລັດຖະມົນຕີກະຊວງການຄ້າຕ່າງປະເທດ ແລະການລົງທຶນຕ່າງປະເທດ ກູບາ ທີ່ພວມຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.

ຫວຽດນາມ - ກູບາ ສືບຕໍ່ຜັນຈະຫຍາຍການຮ່ວມມືດ້ານປ້ອງກັນຊາດຢ່າງມີປະສິດທິຜົນ ຫວຽດນາມ - ກູບາ ສືບຕໍ່ຜັນຈະຫຍາຍການຮ່ວມມືດ້ານປ້ອງກັນຊາດຢ່າງມີປະສິດທິຜົນ
ການພົວພັນຫວຽດນາມ - ກູບາ ນັບມື້ນັບປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ ການພົວພັນຫວຽດນາມ - ກູບາ ນັບມື້ນັບປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ
ທ່ານນາງ ຟານທິຖັ໊ງ ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ຕ້ອນຮັບທ່ານ Rodrigo Malmierca Diaz. ພາບ: ສໍານັກຂ່າວສານຫວຽດນາມ
ທ່ານນາງ ຟານທິຖັ໊ງ ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ຕ້ອນຮັບທ່ານ Rodrigo Malmierca Diaz. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການຕ້ອນຮັບ, ທ່ານນາງ ຟານທິຖັ໊ງ ຖືວ່າ ໃນໄລຍະຈະມາເຖິງ, ນະຄອນໂຮ່ຈິີມິນ ແລະ ກູບາ ຄວນຊຸກຍູ້ການຮ່ວມມືພັດທະນາການທ່ອງທ່ຽວ; ເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນນັກສຶກສາ, ໄວໜຸ່ມນະຄອນ ແລະກູບາ. ນະຄອນໂຮ່ຈີມິນ ພ້ອມແລ້ວທີ່ຈະສົມທົບກັບ ກູບາ ຜັນຂະຫຍາຍບັນດາການເຄື່ອນໄຫວພົວພັນແລກປ່ຽນດ້ານການຄ້າລະຫວ່າງວິສາຫະກິດຂອງສອງຝ່າຍ; ແບ່ງປັນປະສົບການໃນການກໍ່ສ້າງ, ການຄຸ້ມຄອງ ແລະພັດທະນາເຂດເຕັກໂນໂລຢີສູງ.

ສ່ວນທ່ານ Rodrigo Malmierca Diaz ໃຫ້ຮູ້ວ່າ ກູບາ ປາດຖະໜາຢາກຊຸກຍູ້ບັນດາການເຄື່ອນໄຫວພົບປະແລກປ່ຽນ, ສົ່ງເສີມການຄ້າລະຫວ່າງບັນດາວິສາຫະກິດກູບາ ແລະບັນດາວິສາຫະກິດນະຄອນໂຮ່ຈີມິນ; ແບ່ງປັນປະສົບການໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງ ຄື: ສາທາລະນະສຸກ, ກະສິກຳ...

ທ່ານ Rodrigo Malmierca Diaz ສະແດງຂອບໃຈຕໍ່ຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນນະຄອນໂຮ່ຈີມິນ ທີ່ໄດ້ຊ່ວຍເຫຼືອ ກູບາ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດໄຟໄໝ້ສາງນ້ຳມັນຢູ່ແຂວງ Matanzas ຂອງ ກູບາ ເມື່ອເດືອນສິງຫາຜ່ານມາ ຢ່າງທັນການ, ທ່ານ Rodrigo Malmierca Diaz ກໍ່ໄດ້ເຫັນດີຕໍ່ຄໍາເຫັນຂອງທ່ານນາງ ຟານທິຖັ໊ງ ກ່ຽວກັບທິດທາງຊຸກຍູ້ການເຄື່ອນໄຫວເຊື່ອມຕໍ່ ແລະພົບປະແລກປ່ຽນໄວໜຸ່ມ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.