ນະຄອນໂຮ່ຈີມິນ: ບັນດາວິສາຫະກິດ ຕ້ອງການຮັກສາລະດັບເຕີບໂຕ ເພື່ອບັນລຸບັນດາເປົ້າໝາຍໃນປີ

09:58 | 27/03/2023

ພາຍຫຼັງຊຸມວັນພັກບຸນເຕັດ, ບັນດາວິສາຫະກິດຢູ່ບໍລິເວນນະຄອນໂຮ່ຈີມິນ ໄດ້ດຳເນີນການຜະລິດດ້ວຍຈິດໃຈເບີກບານສຳລານໃຈ, ຕັດສິນໃຈເລັ່ງຄວາມໄວນັບແຕ່ອາທິດທຳອິດ, ເດືອນທຳອິດ. ກຳລັງແຮງງານກັບຄືນເຮັດວຽກ ດ້ວຍອັດຕາສູງທີ່ສຸດແມ່ນເງື່ອນໄຂຊ່ວຍວິສາຫະກິດຜະລິດ, ດຳເນີນທຸລະກິດເປັນປົກກະຕິ, ເພື່ອບັນລຸບັນດາເປົ້າໝາຍເຕີບໂຕໃນປີ.

ວິສາຫະກິດຫວຽດນາມ ຮ່ວມມືພັດທະນາກະສິກຳອົງຄະທາດ, ປຸຍ ຢູ່ລາວ ວິສາຫະກິດຫວຽດນາມ ຮ່ວມມືພັດທະນາກະສິກຳອົງຄະທາດ, ປຸຍ ຢູ່ລາວ
ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໂອ້ລົມສົນທະນາ ກັບການນຳສະມາຄົມວິສາຫະກິດຕ່າງປະເທດ ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໂອ້ລົມສົນທະນາ ກັບການນຳສະມາຄົມວິສາຫະກິດຕ່າງປະເທດ

ນະຄອນໂຮ່ຈີມິນ ມີກວ່າ 286.000 ວິສາຫະກິດ ແລະກວ່າ 460.000 ຮາກຖານຜະລິດ, ດຳເນີນທຸລະກິດ ເຊິ່ງພວມເຄື່ອນໄຫວ, ນໍາໃຊ້ຜູ້ອອກແຮງງານກວ່າ 4,7 ລ້ານຄົນ. ເຖິງວ່າທ້າຍປີ 2022, ບາງວິສາຫະກິດຜະລິດ, ດຳເນີນທຸລະກິດຢູ່ນະຄອນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຍ້ອນຂາດແຄນໃບສັ່ງສິນຄ້າ ໄດ້ເຮັດໃຫ້ຜູ້ອອກແຮງງານຕ້ອງຜັດປ່ຽນກັນພັກການ, ແຕ່ວ່າພາຍຫຼັງບຸນເຕັດ, ດ້ວຍອັດຕາສ່ວນຜູ້ອອກແຮງງານກັບຄືນເຮັດວຽກສູງ, ໃບສັ່ງສິນຄ້າເພີ່ມຂຶ້ນແມ່ນສັນຍານທີ່ຕັ້ງໜ້າ, ຊ່ວຍວິສາຫະກິດສືບຕໍ່ການຜະລິດ, ຕອບສະໜອງຄວາມຮຽກຮ້ອງເບິ່ງແຍງດູແລໃຫ້ຜູ້ອອກແຮງງານ, ຊຸກຍູ້ເປົ້າໝາຍເຕີບໂຕ.

ວລາກວ່າອາທິດກັບຄືນການເຮັດວຽກພາຍຫຼັງຊຸມວັນພັກບຸນເຕັດ, ໄດ້ມີກວ່າ 94% ວິສາຫະກິດຢູ່ນະຄອນໂຮ່ຈີມິນ ເຄື່ອນໄຫວດ້ວຍອັດຕາສ່ວນຄົນງານກັບຄືນເຮັດວຽກຢູ່ໂຮງຈັກໂຮງງານກວ່າ 95%. ໂດຍແມ່ນວິສາຫະກິດຕັດຫຍິບຢູ່ເມືອງກໍ່ເວີບ, ພາຍຫຼັງບຸນເຕັດ, ກຳລັງກຳມະກອນ ຂອງບໍລິສັດຫຸ້ນສ່ວນ 28.1 (ບໍລິສັດໃຫຍ່ 28, ກົມໃຫຍ່ພະລາທິການ) ໄດ້ເຮັດວຽກດ້ວຍສະມັດຕະພາບສູງສຸດ, ສຸມໃສ່ບັນດາສິນຄ້າທີ່ສົ່ງອອກໄປຍັງຕະຫຼາດອາເມລິກາ, ອົດສະຕາລີ, ເອີລົບ... ມາຢ້ຽມຢາມບັນດາເຂດຜະລິດຂອງບໍລິສັດ, ພວກຂ້າພະເຈົ້າໄດ້້ເຫັນບັນຍາກາດເຮັດວຽກຢ່າງຫ້າວຫັນ, ສຽງກົນຈັກດັງຄຶກໂຄມຢູ່ໂຮງຈັກ, ໂຮງງານ.

ນະຄອນໂຮ່ຈີມິນ: ບັນດາວິສາຫະກິດ ຕ້ອງການຮັກສາລະດັບເຕີບໂຕ ເພື່ອບັນລຸບັນດາເປົ້າໝາຍໃນປີ

ນະຄອນໂຮ່ຈີມິນ: ບັນດາວິສາຫະກິດ ຕ້ອງການຮັກສາລະດັບເຕີບໂຕ ເພື່ອບັນລຸບັນດາເປົ້າໝາຍໃນປີ. (ພາບປະກອບ: VOV)

ທ່ານ ເລືຫງວຽນຊວນຫວູ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນກຸ່ມບໍລິສັດຊວນງວຽນ (ເມືອງບິ່ງແຈ໊ງ) ແບ່ງປັນວ່າ ວິສາຫະກິດໄດ້ຮັບໃບສັ່ງສິນຄ້ານັບແຕ່ວັນທີ 26 ມັງກອນ ພາຍຫຼັງພັກບຸນເຕັດ, ບັນດາກຳມະກອນດຳເນີນການຜະລິດຢ່າງຕໍ່ເນື່ອງ 3 ພຽນ/ວັນ. ປີ 2023, ວິສາຫະກິດ ຕັ້ງເປົ້າໝາຍສືບຕໍ່ເປີດກວ້າງຕະຫຼາດຈຳໜ່າຍພາຍໃນປະເທດ, ສົ່ງເສີມການສົ່ງອອກໄປຍັງບັນດາຕະຫຼາດຈຸດສຸມຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ສູ້ຊົນຍົກລະດັບການເຕີບໂຕໃຫ້ບັນລຸປະມານ 20%. ໃນໄຕມາດທີ I ປີ 2023, ວິສາຫະກິດ ຈະສະເໜີິຕົວບັນດາຜະລິດຕະພັນໃໝ່ທີ່ມີຄຸນນະພາບສູງ.

ເວລາກວ່າອາທິດກັບຄືນການເຮັດວຽກພາຍຫຼັງຊຸມວັນພັກບຸນເຕັດ, ໄດ້ມີກວ່າ 94% ວິສາຫະກິດຢູ່ນະຄອນໂຮ່ຈີມິນ ເຄື່ອນໄຫວດ້ວຍອັດຕາສ່ວນຄົນງານກັບຄືນເຮັດວຽກຢູ່ໂຮງຈັກໂຮງງານກວ່າ 95%. ໂດຍແມ່ນວິສາຫະກິດຕັດຫຍິບຢູ່ເມືອງກໍ່ເວີບ, ພາຍຫຼັງບຸນເຕັດ, ກຳລັງກຳມະກອນ ຂອງບໍລິສັດຫຸ້ນສ່ວນ 28.1 (ບໍລິສັດໃຫຍ່ 28, ກົມໃຫຍ່ພະລາທິການ) ໄດ້ເຮັດວຽກດ້ວຍສະມັດຕະພາບສູງສຸດ, ສຸມໃສ່ບັນດາສິນຄ້າທີ່ສົ່ງອອກໄປຍັງຕະຫຼາດອາເມລິກາ, ອົດສະຕາລີ, ເອີລົບ... ມາຢ້ຽມຢາມບັນດາເຂດຜະລິດຂອງບໍລິສັດ, ພວກຂ້າພະເຈົ້າໄດ້້ເຫັນບັນຍາກາດເຮັດວຽກຢ່າງຫ້າວຫັນ, ສຽງກົນຈັກດັງຄຶກໂຄມຢູ່ໂຮງຈັກ, ໂຮງງານ.

ເຫດການ
302 Found

Found

The document has moved here.