ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນປະທານ ໂຮ່ຈີມິນ ພົບປະກັບຖັນແຖວປັນຍາຊົນ

11:58 | 27/03/2023

ຕອນເຊົ້າວັນທີ 24 ມີນາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ໄດ້ເຂົ້າຮ່ວມ ແລະກ່າວຄໍາເຫັນຊີ້ນໍາທີ່ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນປະທານ ໂຮ່ຈີມິນ ພົບປະກັບຖັນແຖວປັນຍາຊົນ ແລະ 40 ປີແຫ່ງວັນສ້າງຕັ້ງສະຫະພັນບັນດາສະມາຄົມວິທະຍາສາດ ແລະເຕັກນິກຫວຽດນາມ.

ສະຖານທູດຫວຽດນາມ ປະຈຳຝລັ່ງ ໄດ້ຈັດພິທີສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງ ປະທານ ໂຮ່ຈີມິນ ສະຖານທູດຫວຽດນາມ ປະຈຳຝລັ່ງ ໄດ້ຈັດພິທີສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງ ປະທານ ໂຮ່ຈີມິນ
ພິທີການສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ ພິທີການສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ

ກ່າວຄໍາເຫັນທີ່ພິທີ, ທ່ານ ຟານຊວນຢຸ້ງ ປະທານສະຫະພັນບັນດາສະມາຄົມວິທະຍາສາດ ແລະເຕັກນິກຫວຽດນາມ ໃຫ້ຮູ້ວ່າ ໃນຕະຫຼອດປະຫວັດສາດຂອງຊາດ, ຖັນແຖວປັນຍາຊົນວິທະຍາສາດ ແລະເຕັກໂນໂລຢີຂອງການປະຕິວັດຫວຽດນາມ ຍາມໃດກໍ່ໄປຕາມພັກ, ຕາມລຸງໂຮ່ ທີ່ແສນຮັກ, ສູ້ຊົນຢ່າງຕໍ່ເນື່ອງ ແລະມີຫຼາຍການອຸທິດສ່ວນເພື່ອພາລະກິດປົດປ່ອຍ ກໍ່ຄືສ້າງສາປະເທດຊາດ.

ໂດຍແມ່ນສະມາຊິກຂອງແນວໂຮມປະເທດຊາດຫວຽດນາມ, ສະຫະພັນບັນດາສະມາຄົມວິທະຍາສາດ ແລະເຕັກນິກຫວຽດນາມ ໄດ້ເຕົ້າໂຮມຖັນແຖວປັນຍາຊົນວິທະຍາສາດ ແລະເຕັກໂນໂລຢີຢູ່ພາຍໃນ ແລະຕ່າງປະເທດເປັນຈໍານວນຫຼວງຫຼາຍ. ວຽກງານໃຫ້ຄໍາປຶກສາ, ຕີລາຄາຄຸນະພາບ ແລະກວດກາສັງຄົມແມ່ນເນື້ອໃນພື້ນຖານຂອງການເຄື່ອນໄຫວສະຫະພັນບັນດາສະມາຄົມວິທະຍາສາດ ແລະເຕັກນິກຫວຽດນາມ, ແມ່ນຊ່ອງທາງສໍາຄັນຂອງພັກ, ລັດ, ສະພາແຫ່ງຊາດໃນການເອົາຄວາມເຫັນເພື່ອຕົກລົງບັນດາບັນຫາສໍາຄັນຂອງປະເທດ, ຂອງຊາດ.

ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນປະທານ ໂຮ່ຈີມິນ ພົບປະກັບຖັນແຖວປັນຍາຊົນ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະຜູ້ແທນທີ່ພິທີສະເຫຼີມສະຫຼອງ. ພາບ: nhandan

ທີ່ພິທີ, ຕາງໜ້າການນໍາພັກ, ລັດ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢັ້ງຢືນວ່າ ໃນທຸກສະໄໝ, ຢູ່ທຸກປະເທດ, ຖັນແຖວປັນຍາຊົນຍາມໃດກໍ່ແມ່ນກໍາລັງສໍາຄັນຊຸກຍູ້ການພັດທະນາຂອງສັງຄົມ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ສະຫະພັນບັນດາສະມາຄົມວິທະຍາສາດ ແລະເຕັກນິກຫວຽດນາມ, ປັນຍາຊົນວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ຄວນສືບຕໍ່ເປັນເຈົ້າການ ແລະປະຕິບັດໜ້າທີ່ເປັນເສນາທິການໃຫ້ແກ່ພັກ ແລະລັດກ່ຽວກັບການພັດທະນາວິທະຍາສາດເຕັກນິກ, ສ້າງສາປະເທດຫວຽດນາມ ໃຫ້ໝັ້ນຄົງເຂັ້ມແຂງກວ່າອີກ.

ທ່ານເລຂາທິການໃຫຍ່ ຮຽກຮ້ອງໃຫ້ປະຕິບັດໜ້າທີ່ໃຫ້ຄໍາປຶກສາ, ຕີລາຄາໃນວິວັດການກໍ່ສ້າງ, ປັບປຸງກົນໄກ, ນະໂຍບາຍ, ບັນດາເອກະສານດ້ານກົດໝາຍໃຫ້ສົມບູນແບບ ດ້ວຍມາດຕະຖານຢ່າງລະອຽດ, ດຶງດູດ, ຖືເປັນສຳຄັນໃນການນຳໃຊ້ຜູ້ມີຄວາມຮູ້ຄວາມສາມາດ, ເກື້ອກູນ ແລະເຊີດຊູປັນຍາຊົນໃຫ້ເປັນຢ່າງດີກວ່າອີກ, ເພື່ອແນໃສ່ສ້າງຖັນແຖວປັນຍາຊົນຫວຽດນາມ ໃຫ້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ຮັບປະກັນປະລິມານ ແລະຄຸນນະພາບຢ່າງຄົບຖ້ວນ, ມີກົນໄກທີ່ເໝາະສົມ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາເສດຖະກິດ-ສັງຄົມໃນໄລຍະເຊື່ອມໂຍງ.

ເນື່ອງໃນໂອກາດນີ້, ສະຫະພັນບັນດາສະມາຄົມວິທະຍາສາດ ແລະເຕັກນິກຫວຽດນາມ ໄດ້ປະກາດຂໍ້ຕົກລົງມອບນາມມະຍົດແຂ່ງຂັນ, ຮູບການຍ້ອງຍໍຂັ້ນລັດທີ່ມອບໃຫ້ບັນດາໝູ່ຄະນະ, ສ່ວນບຸກຄົນ ແລະບັນດາຮູບການເຊີດຊູ, ສັນລະເສີນ, ສະແດງຄວາມຮູ້ບຸນຄຸນພະນັກງານ, ນັກວິທະຍາສາດທີ່ມີການປະກອບຫຼາຍຢ່າງໃຫ້ສະຫະພັນບັນດາສະມາຄົມວິທະຍາສາດ ແລະເຕັກນິກຫວຽດນາມ.

ເຫດການ
302 Found

Found

The document has moved here.