ຊຸກ​ຍູ້​ການ​ຮ່ວມ​ມື​ພັດ​ທະ​ນາ​ເສດ​ຖະ​ກິດ​ສີ​ຂຽວ​ລະ​ຫວ່າງ ນະ​ຄອນ​ໂຮ່​ຈີ​ມິນ ແລະ ລັດ Styria, ສ.ໂອ​ຕາ​ລິດ

09:21 | 21/10/2022

ທ່ານ ອງປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈີມິນຖືວ່າ: ນະຄອນໂຮ່ຈີມິນ ແລະ ລັດ Styria ມີຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຢ່າງ ໃນຂົງເຂດ ທີ່ລັດ Styria ມີທ່າແຮງ ແລະ ນະຄອນໂຮ່ຈີມິນ ມີຄວາມສົນໃຈຄືການພັດທະນາພະລັງງານຜະລິດຄືນໃໝ່, ຄົມມະນາຄົມສີຂຽວ, ຫັນເປັນດີຈີຕອນ.

undefined
ທ່ານ ຫວໍວັນຮວານ, ຮອງປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈີມິນ ແລະ ທ່ານນາງ Barbara Eibinger-Miedl (ພາບ: TTXVN)

ຕອນບ່າຍວັນທີ 19 ຕຸລາ, ຢູ່ນະຄອນໂຮ່ຈີມິນ, ທ່ານ ຫວໍວັນຮວານ, ຮອງປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈີມິນ, ໄດ້ໃຫ້ການຕ້ອນຮັບທ່ານນາງ Barbara Eibinger-Miedl ລັດຖະມົນຕີກະຊວງເສດຖະກິດ, ການທ່ອງທ່ຽວ, ວິທະຍາສາດ ແລະ ຄົ້ນຄ້ວາ ລັດ Styria, ສ.ໂອຕາລິດ ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ. ທ່ານ ຫວໍວັນຮວານຖືວ່າ: ນະຄອນໂຮ່ຈີມິນ ແລະ ລັດ Styria ມີຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຢ່າງ ໃນຂົງເຂດ ທີ່ລັດ Styria ມີທ່າແຮງ ແລະ ນະຄອນໂຮ່ຈີມິນ ມີຄວາມສົນໃຈຄືການພັດທະນາພະລັງງານຜະລິດຄືນໃໝ່, ຄົມມະນາຄົມສີຂຽວ, ຫັນເປັນດີຈີຕອນ… ນະຄອນໂຮ່ຈີມິນ ພ້ອມແລ້ວທີ່ຈະຕ້ອນຮັບ, ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດລັດ Styria ມາຄົ້ນຫາໂອກາດ, ສົ່ງເສີມການລົງທຶນ, ເປັນຕົ້ນແມ່ນຢູ່ເຂດອຸດສາຫະກຳທີ່ໝູນໃຊ້ເຕັກໂນໂລຢີສູງ ຂອງ ນະຄອນ ທີ່ຈະເປີດນຳໃຊ້ເຄື່ອນໄຫວໃນໄລຍະຈະມາເຖິງ. ທ່ານນາງ Barbara Eibinger-Miedl ໃຫ້ຮູ້ວ່າ: ລັດ Styria ມີຄວາມຫວັງຢາກຍູ້ແຮງການຮ່ວມມືກັບນະຄອນໂຮ່ຈີມິນ ໃນບັນດາຂົງເຂດສອງຝ່າຍທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຄື: ພັດທະນາເຕັກໂນໂລຢີແຫ່ງສີຂຽວ, ສ້າງຕົວເມືອງອັດສະລິຍະ, ພັດທະນາເສດຖະກິດໝູນວຽນ, ພ້ອມທັງ, ຍູ້ແຮງການສົມທົບເພື່ອນຳຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງສອງທ້ອງຖິ່ນນຳບັນດາໂຄງການລະອຽດໃນອະນາຄົດໂດຍໄວ.

ວີ​ໂອ​ວີ

ທ່ານອາດຈະມັກ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ເຫດການ