ຊາວຫວຽດນາມຢູ່ມາເລເຊຍ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບນະຄອນໂຮ່ຈິມິນ

14:00 | 14/10/2022

ຍສໝ - ໃນ​ໂອກາດ​ກັບ​ຄືນ​ບ້ານ​ເກີດ​ເມືອງ​ນອນ, ທ່ານ​ນາງ ​ເຈີ່ນ​ທິຈາງ ​ໄດ້ພາ​ຄະນະ​​ສາດສະດາຈານ ​ແລະ ທ່ານ​ໝໍ​ຈາກ​ສະ​ຖາ​ບັນ​ຫົວໃຈ​ແຫ່ງ​ຊາດ ມາ​ເລ​ເຊຍ ມາ​ຫວຽດນາມ ​ເພື່ອ​ດຳ​ເນີນ​ພາລະກິດ​ຜ່າຕັດ​ຫົວ​ໃຈເພື່ອການ​ກຸສົນ.

ປະຊາຄົມຊາວຫວຽດນາມ ຢູ່ ໂປໂລຍ ສະເຫຼີມສະຫຼອງ 68 ປີແຫ່ງວັນປົດປ່ອຍນະຄອນຫຼວງ ປະຊາຄົມຊາວຫວຽດນາມ ຢູ່ ໂປໂລຍ ສະເຫຼີມສະຫຼອງ 68 ປີແຫ່ງວັນປົດປ່ອຍນະຄອນຫຼວງ
ມອບໃບຍ້ອງຍໍໃຫ້ແກ່ສະມາຄົມຊາວຫວຽດນາມ ຢູ່ ສະວິດ ມອບໃບຍ້ອງຍໍໃຫ້ແກ່ສະມາຄົມຊາວຫວຽດນາມ ຢູ່ ສະວິດ

ຫວ່າງແລ້ວນີ້, ຄະນະ​ກຳມະການ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ຢູ່​ນະຄອນ ​ໂຮ່ຈີ​ມິນ ​ ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ນາງ ​ເຈີ່ນ​ທິຈາງ, ປະທານ​ສະມາຄົມ​ມິດຕະພາບ​ມາ​ເລ​ເຊຍ - ຫວຽດນາມ ​ແລະ ທ່ານ Dato Akmal Arief, ຮອງ​ຜູ້​ອຳ​ນວຍ​ການ​ສະຖາບັນຫົວໃຈແຫ່ງ​ຊາດມາເລເຊຍ.

ຊາວຫວຽດນາມຢູ່ມາເລເຊຍ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບນະຄອນໂຮ່ຈິມິນ
ຊາວຫວຽດນາມຢູ່ມາເລເຊຍ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບນະຄອນໂຮ່ຈິມິນ.

ດ້ວຍ​ປະສົບ​ການ​ເກືອບ 30 ປີ​ໃນ​ຂົງ​ເຂດ​ການ​ແພດ (ວິຊາ​ສະ​ເພາະ​ຂະແໜງ​ຫົວໃຈ) ຂອງ​ປະ​ເທດມາ​ເລ​ເຊຍ, ທ່ານ​ນາງ ​ເຈີ່ນ​ທິຈາງ ​​ໄດ້​ສ້າງ​ການ​ພົວພັນ​ອັນ​ດີງາມ​ ລະຫວ່າງ​ສະ​ຖາ​ບັນ​ຫົວໃຈ​ແຫ່ງ​ຊາດ​ມາ​ເລ​ເຊຍ ​ແລະ ບັນດາ​ໂຮງໝໍ​ໃຫຍ່​ຂອງ ຫວຽດນາມ ​ເຊັ່ນ: ​ໂຮງໝໍ Cho Ray; ໂຮງໝໍ​ມະ​ຫາ​ວິ​ທະ​ຍາ​ໄລ​ການ​ແພດ ​ແລະ​ ການ​ຢາ ​ນະຄອນ​ໂຮ່ຈີ​ມິນ, ໂຮງໝໍ​ຫົວ​ໃຈ Tam Duc, ໂຮງໝໍ Vinmec, ໂຮງໝໍ Viet Duc, ໂຮງໝໍ Bach Mai, ໂຮງໝໍ​ຫົວ​ໃຈ ​ຮ່າ​ໂນ້ຍ, ໂຮງໝໍ​ຫຼາຍຂະແໜງ ​ແຂວງກວາງນິງ.... ​ແລະ ​ໃນ​ໄວໆ​ນີ້ ຈະແມ່ນໂຮງໝໍ​ຫຼາຍຂະແໜງ Tam Anh ຢູ່​ນະຄອນ ​ໂຮ່ຈີ​ມິນ. ທ່ານ​ນາງ ​ເຈີ່ນ​ທິຈາງ ກໍ່ເປັນຂົວຕໍ່ໃຫ້ແກ່ຫຼາຍໂຄງການຜ່າຕັດຫົວໃຈເພື່ອການກຸສົນ, ຖ່າຍທອດເຕັກໂນໂລຊີລະຫວ່າງໂຮງໝໍ 2 ປະເທດ, ເຊິ່ງຍັງພວມດຳເນີນຢູ່ ຫວຽດນາມ ແຕ່ປີ 2012 ມາຮອດປະຈຸບັນ.

ຊາວຫວຽດນາມຢູ່ມາເລເຊຍ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບນະຄອນໂຮ່ຈິມິນ

ໃນ​ໂອກາດ​ກັບ​ຄືນ​ບ້ານ​ເກີດ​ເມືອງ​ນອນ, ເຈີ່ນ​ທິຈາງ ​ໄດ້​ພາ​ຄະນະ​ສາດສະດາຈານ ​ແລະ ທ່ານ​ໝໍ​ຈາກ​ສະ​ຖາ​ບັນ​ຫົວໃຈ​ແຫ່ງ​ຊາດ ມາ​ເລ​ເຊຍ ມາ ຫວຽດນາມ ​ເພື່ອ​ດຳ​ເນີນ​ພາລະກິດ​ຜ່າຕັດ​ຫົວ​ໃຈ​ການກຸສົນ ແລະ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ສາ​ມາດ​ລົງ​ນາມ​ໃນ​ສັນ​ຍາ (MOU) ທີໂຮງໝໍ​ຫຼາຍຂະແໜງ ນະຄອນໂຮ່ຈີມິນ ໃນວັນທີ 12 ຕຸລາ 2022.

ໃນ​ຖາ​ນະ​ເປັນ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ມາ​ເລ​ເຊຍ - ຫວຽດ​ນາມ, ທ່ານ​ນາງ ເຈີ່ນ​ທິຈາງ ຫວັງ​ວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ຈະ​ຮ່ວມ​ມື​ກັບ​ນະ​ຄອນ ໂຮ່​ຈີ​ມິນ ຈັດ​ຕັ້ງ​ບັນ​ດາຄະນະ​ສິລະປະ ໄປຍັງມາ​ເລ​ເຊຍ ເພື່ອ​ສະ​ແດງ​ຮັບໃຊ້ໃຫ້​ຊາວ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ, ຫຼື​ ຈັດ​ຕັ້ງ​ງານບັນດາ​ໂຄງການ ເພື່ອ​ສົ່ງ​ເສີມ​ການ​ຄ້າ, ໂຄສະນາ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ຢູ່​ປະ​ເທດມາ​ເລ​ເຊຍ.

ຊາວຫວຽດນາມຢູ່ມາເລເຊຍ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບນະຄອນໂຮ່ຈິມິນ
ຊາວຫວຽດນາມຢູ່ມາເລເຊຍ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບນະຄອນໂຮ່ຈິມິນ

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.