ການນໍານະຄອນໂຮ່ຈີມິນ ຕ້ອນຮັບກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດ ກູບາ

12:35 | 03/05/2023

ວັນທີ 1 ພຶດສະພາ, ທີ່ນະຄອນໂຮ່ຈີມິນ, ທ່ານ ຫງວຽນວັນເນນ ເລຂາພັກນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບທ່ານ Roberto Morales Ojeda ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດ ກູບາ ນໍາໜ້າຄະນະຜູ້້ແທນຂັ້ນສູງພັກກອມມູນິດ ກູບາ ທີ່ພວມມີການຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.

ຫວຽດນາມ ເຊື່ອໝັ້ນວ່າ ກູບາ ສືບຕໍ່ປົກປັກຮັກສາຜົນປະໂຫຍດຂອງບັນດາປະເທດພວມພັດທະນາ ຫວຽດນາມ ເຊື່ອໝັ້ນວ່າ ກູບາ ສືບຕໍ່ປົກປັກຮັກສາຜົນປະໂຫຍດຂອງບັນດາປະເທດພວມພັດທະນາ
ທ່ານຫງວຽນຝູຈ້ອງ ເລຂາທິການໃຫ່ຍພັກກອມມູນິດ ຫວຽດນາມ ໄດ້ໂອ້ລົມທາງໂທລະສັບ ກັບ ທ່ານເລຂາທີໜຶ່ງພັກກອມມູນິດ ກູບາ, ປະທານປະເທດສາທາລະນະລັດ ກູບາ ທ່ານຫງວຽນຝູຈ້ອງ ເລຂາທິການໃຫ່ຍພັກກອມມູນິດ ຫວຽດນາມ ໄດ້ໂອ້ລົມທາງໂທລະສັບ ກັບ ທ່ານເລຂາທີໜຶ່ງພັກກອມມູນິດ ກູບາ, ປະທານປະເທດສາທາລະນະລັດ ກູບາ

ທີ່ການຕ້ອນຮັບ, ທ່ານ ຫງວຽນວັນເນນ ເລຂາພັກນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ ກໍຄືອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນນະຄອນ ໂຮ່ຈີມິນ ຍາມໃດກໍເຄົາລົບນັບຖືຕໍ່ອາລົມຈິດຄວາມຮັກແພງ, ການໜູນຊ່ວຍ, ແບ່ງປັນຂອງພັກ, ລັດ ແລະປະຊາຊົນ ກູບາ ທັງດ້ານວັດຖຸ ແລະຈິດໃຈ ໃນໄລຍະຫຍຸ້ງຍາກທີ່ສຸດຂອງການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ໃນເມື່ອກ່ອນ ແລະການສ້າງສາ, ພັດທະນາປະເທດຊາດ ໃນປັດຈຸບັນ.

ການນໍານະຄອນໂຮ່ຈີມິນ ຕ້ອນຮັບກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດ ກູບາ

ທ່ານ ຫງວຽນວັນເນນ ເລຂາພັກນະຄອນໂຮ່ຈີມິນ ຕ້ອນຮັບທ່ານ Roberto Morales Ojeda ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດ ກູບາ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນວັນເນນ ຢັ້ງຢືນ ນະຄອນໂຮ່ຈີມິນ ໃຫ້ຄໍາໝັ້ນສັນຍາວ່າ ຈະຕັດສິນໃຈເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຮ່ວມເດີນທາງພ້ອມກັບກູບາ ຜ່ານຜ່າຄວາມ ຫຍຸ້ງຍາກໃນປັດຈຸບັນ; ຍູ້ແຮງບັນດາການເຄື່ອນໄຫວຮ່ວມມືກັບກູບາ, ຄື: ສົ່ງເສີມການລົງທຶນ, ການຄ້າ, ເສດຖະກິດ, ການທ່ອງທ່ຽວ, ສາທາລະນະສຸກ, ການສຶກສາ...

ສ່ວນທ່ານ Roberto Morales Ojeda ເນັ້ນໜັກວ່າ ບົນພື້ນຖານການພົວພັນອັນດີງາມລະຫວ່າງສອງປະເທດ ໂດຍການນໍາຮຸ່ນຕ່າງໆ ແລະປະຊາຊົນສອງປະເທດ ໄດ້ກໍ່ສ້າງ, ປັບປຸງ ແລະເພີ່ມພູນຄູນສ້າງ, ໃນໄລຍະຈະມາເຖິງ, ກູບາ ແລະຫວຽດນາມ ຈະເພີ່ມທະວີການຮ່ວມມືຊຸກຍູ້ການພົວພັນດ້ານເສດຖະກິດພັດທະນາໃຫ້ສົມກັບການພົວພັນດ້ານການເມືອງອັນດີງາມລະຫວ່າງສອງພັກ, ສອງລັດ. ກູບາ ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືກັບນະຄອນໂຮ່ຈີມິນ ຢ່າງແຮງກວ່າອີກ, ໂດຍສະເພາະແມ່ນໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ຄື: ກະສິກໍາ, ການສຶກສາ, ສາທາລະນະສຸກ, ກິລາ, ການທ່ອງທ່ຽວ; ພ້ອມທັງປາດຖະໜາຢາກດຶງດູດນັກລົງທຶນຫວຽດນາມ ໃຫ້ຫຼາຍກວ່າອີກ, ໃນນັ້ນມີວິສາຫະກິດນະຄອນໂຮ່ຈີມິນ.

ການນໍານະຄອນໂຮ່ຈີມິນ ຕ້ອນຮັບກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດ ກູບາ

ໃນໄລຍະຢ້ຽມຢາມ ແລະເຮັດວຽກຢູ່ນະຄອນໂຮ່ຈີມິນ, ໃນວັນດຽວກັນ, ຄະນະຜູ້ແທນພັກກອມມູນິດ ກູບາ ໄດ້ໄປຢ້ຽມຢາມເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດພິເສດ ອຸມົງ ກູຈີ; ຢ້ຽມຢາມ ແລະເຮັດວຽກຢູ່ບາງຫົວໜ່ວຍ ແລະວິສາຫະກິດຢູ່ນະຄອນ ໂຮ່ຈີມິນ.

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.