ຊຸກຍູ້ການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະແຂວງ Gyeongsangbuk (ສ.ເກົາຫຼີ)

13:11 | 30/10/2022

ຕອນບ່າຍວັນທີ 28 ຕຸລາ, ທ່ານ ຫງວຽນວັນຢຸງ, ຮອງປະທານສະພາປະຊາຊົນນະຄອນໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບທ່ານ Hang Chang Hwa, ປະທານສະມາຄົມມິດຕະພາບສາກົນ, ສະພາແຂວງ Gyeongsangbuk (ສ.ເກົາຫຼີ) ນໍາໜ້າຄະນະຜູ້ແທນແລກປ່ຽນທິດທາງຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງທ້ອງຖິ່ນ.

ການເຊື່ອມຕໍ່ການຄ້າລະຫວ່າງວິສາຫະກິດຫວຽດນາມ ແລະແຂວງ Chungbuk, ສ.ເກົາຫຼີ ການເຊື່ອມຕໍ່ການຄ້າລະຫວ່າງວິສາຫະກິດຫວຽດນາມ ແລະແຂວງ Chungbuk, ສ.ເກົາຫຼີ
ຊາວຫວຽດ​ນາມ ອາ​ໄສ​ຢູ່ ສ.ເກົາຫຼີ ແລະ ຊາວ ​ສ.ເກົາຫຼີ ອາ​ໄສ ຢູ່ ຫວຽດ​ນາມ ແມ່ນ​ຂົວ​ເຊື່ອ​ມ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ຊາວຫວຽດ​ນາມ ອາ​ໄສ​ຢູ່ ສ.ເກົາຫຼີ ແລະ ຊາວ ​ສ.ເກົາຫຼີ ອາ​ໄສ ຢູ່ ຫວຽດ​ນາມ ແມ່ນ​ຂົວ​ເຊື່ອ​ມ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ
ຊຸກຍູ້ການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະແຂວງ Gyeongsangbuk (ສ.ເກົາຫຼີ)
ທ່ານ ຫງວຽນວັນຢຸງ ແລະທ່ານ Hang Chang Hwa. ພາບ: Hcmcpv.org.vn

ທີ່ການພົບປະ, ທ່ານ ຫງວຽນວັນຢຸງ ຂອບໃຈແຂວງ Gyeongsangbuk ທີ່ໄດ້ຮ່ວມເດີນທາງ ແລະຊ່ວຍເຫຼືອນະຄອນໂຮ່ຈີມິນ ໃນການປ້ອງກັນ ແລະສະກັດກັ້ນພະຍາດໂຄວິດ-19, ປະກອບສ່ວນໜູນຊ່ວຍນະຄອນໂຮ່ຈີມິນ ຄວບຄຸມພະຍາດສຳເລັດໂດຍໄວ; ພ້ອມກັນນັ້ນ, ພ້ອມທັງເຊື່ອໝັ້ນວ່າ ການຢ້ຽມຢາມ ແລະເຮັດວຽກຢູ່ນະຄອນ ໂຮ່ຈີມິນ ຂອງຄະນະຜູ້ແທນຈະເປີດກ້ວາງກາລະໂອກາດຮ່ວມມືລະຫວ່າງສອງທ້ອງຖິ່ນກວ່າອີກ. ທ່ານ ຫງວຽນວັນຢຸງ ໃຫ້ຮູ້ວ່າ ປະຈຸບັນ, ສ.ເກົາຫຼີ ແມ່ນນັກລົງທຶນຕ່າງປະເທດຢືນອັນດັບທີ່ 3 ຢູ່ນະຄອນໂຮ່ຈີມິນ ດ້ວຍປະມານ 1.900 ໂຄງການດ້ວຍຍອດຈຳນວນທຶນປະມານ 5,3 ຕື້ໂດລາສະຫະລັດ. ມີຊາວສ.ເກົາຫຼີ ປະມານ 80.000 ຄົນ ແລະ 2.000 ວິສາຫະກິດຂອງປະເທດນີ້ພວມເຮັດວຽກ ແລະດຳລົງຊີວິດຢູ່ນະຄອນທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນານະຄອນ, ເປັນຂົວເຊື່ອມຕໍ່ມິດຕະພາບລະຫວ່າງນະຄອນໂຮ່ຈີມິນ ແລະສ.ເກົາຫຼີ.

ທ່ານ Hang Chang Hwa ໄດ້ສະແດງຄວາມປະທັບໃຈຕໍ່ການພັດທະນາຢ່າງແຮງ ແລະຂະຫຍັນຂັນເຄື່ອນຂອງນະຄອນໂຮ່ຈີມິນ ແລະຖືວ່າ ຄວາມສາມາດບົ່ມຊ້ອນການຮ່ວມມືຂອງສອງປະເທດເວົ້າລວມ ແລະລະຫວ່າງແຂວງ Gyeongsangbuk ແລະນະຄອນ ໂຮ່ຈີມິນ ເວົ້າສະເພາະຍັງມີທ່າແຮງຫຼາຍຢ່າງເພື່ອພັດທະນາໃນໄລຍະຈະມາເຖິງ. ທ່ານ Hang Chang Hwa ຫວັງວ່າ ໃນໄລຍະຈະມາເຖິງ, ສະພາແຂວງ Gyeongsangbuk ແລະສະພາປະຊາຊົນນະຄອນໂຮ່ຈີມິນ ຈະເພີ່ມທະວີບັນດາການເຄື່ອນໄຫວຮ່ວມມື, ສ້າງກຳລັງໜູນຕື່ມອີກເພື່ອຊຸກຍູ້ການຮ່ວມມື ແລະພັດທະນາລະຫວ່າງສອງທ້ອງຖິ່ນ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.