ນະຄອນ ໂຮ່ຈີມິນ ໃຕ້ໄຟ LED 500,000 ດອກ ຢູ່​ສວນ​ສາ​ທາ​ລະ​ນະ ເບັ້ນແບກ​ດັ່ງ

08:00 | 20/03/2023

ຍ​ສ​ໝ - ການເຄື່ອ​ນ​ໄຫວປະດັບປະດາໂຄມໄຟເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ ແມ່ນສ່ວນໜຶ່ງ​ໃນ​ຂອບ​ເຂດງານບຸນ ຫວຽດນາມ - ຍີ່ປຸ່ນ ຄັ້ງທີ 8 ຢູ່ນະຄອນ ໂຮ່ຈີມິນ.

ເພີ່ມທະວີການຮ່ວມມືກັບບັນດາອົງການຕ່າງປະເທດປະຈຳນະຄອນ ໂຮ່ຈີມິນ ເພີ່ມທະວີການຮ່ວມມືກັບບັນດາອົງການຕ່າງປະເທດປະຈຳນະຄອນ ໂຮ່ຈີມິນ
ການອວຍພອນປະຊາຄົມຊາວມຸດສະລິມ ນະຄອນ ໂຮ່ຈີມິນ ເນື່ອງໃນໂອກາດງານບຸນໃຫຍ່ Raya Idil Adha. ການອວຍພອນປະຊາຄົມຊາວມຸດສະລິມ ນະຄອນ ໂຮ່ຈີມິນ ເນື່ອງໃນໂອກາດງານບຸນໃຫຍ່ Raya Idil Adha.
ພາບ​ປະ​ກອບ
ພາບ​ປະ​ກອບ

ຕອນ​ຄ່ຳ​ວັນ​ທີ 15 ມີນາ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈິ​ມິນ ໄດ້​ສົມ​ທົບ​ກັບ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ ຍີ່​ປຸ່ນ ປະ​ຈຳ​ນະ​ຄອນ ໂຮ່​ຈີ​ມິນ ໄດ້​ຈັດ​ພິທີ​ເປີດ​ການ​ເຄື່ອນ​ໄຫວ​​ປະດັບ​ປະ​ດາໄຟ​ສິ​ລະ​ປະ​ແສງ​ສະ​ຫວ່າງ​ຢູ່​ສວນ​ສາ​ທາ​ລະ​ນະ​ລັດ ບັ້ນ​ແບກ​ດັ່ງ, ເມືອງ 1, ແຕ່​ວັນ​ທີ 15 ມີ​ນາ – ວັນທີ 16 ເມສາ.

ການເຄື່ອ​ນ​ໄຫວປະດັບປະດາໂຄມໄຟເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ ແມ່ນສ່ວນໜຶ່ງ​ໃນ​ຂອບ​ເຂດງານບຸນ ຫວຽດນາມ - ຍີ່ປຸ່ນ ຄັ້ງທີ 8 ຢູ່ນະຄອນ ໂຮ່ຈີມິນ.

ກ​ານ​ເຄື່ອນ​ໄຫວ​ປະ​ດັບ​ປະ​ດາ​ແສງ​ສະ​ຫວ່າງ ​ເບັ້ນ​ແບກ​ດັ່ງ ​ປິ່ນອ້ອມ​ສອງ​ຫົວ​ຂໍ້ຫຼັກ​ແມ່ນ​ໜອງດອກ​ບົວ ຫວຽດ​ນາມ ທີ່​ໄດ້​ນຳ​ແຫຼ່ງ​ບັນ​ດານ​ໃຈ​ມາ​ຈາກດອກ​ບົວ​ທີ່​ບານ​ສະ​ພັ່ງ​ຢູ່​ບຶງ​ທີ່​ສວຍ​ສົດ​ງົດ​ງາມ ແລະ ເຂດສວນ​ສະ​ກຸ​ຣະ, ເຊິ່ງ​ເປັນ​ດອກ​ໄມ້​ສັນ​ຍາ​ລັກ​ຂອງ ປະ​ເທດ​ຍີ່​ປຸ່ນ. ດ້ວຍ​ໄຟ LED 500.000 ດອກ ໄດ້​ຮັບ​ການ​ຕິດ​ຕັ້ງ, ທຸກ​ສິ່ງ​ທຸກ​ຢ່າງ​ຈະ​ໄດ້​ປະ​ສົມ​ປະ​ສານ ແລະ ຖ່າຍ​ທອດ​ຢ່າງ​ມີ​ຊີ​ວິດ​ຊີ​ວາ​ຜ່ານ​ເຕັກ​ໂນ​ໂລ​ຢີ​ສ່ອ​ງ​ແສງ​ສະ​ຫວ່າງ​ທີ່​ຟົດ​ຟື້ນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.