ພັດທະນາການພົວພັນລະຫວ່າງນະຄອນໂຮ່ຈິມິນ ແລະ ບັນດາຄູ່ຮ່ວມມື ແລະ ທ້ອງຖິ່ນຂອງຍີ່ປຸ່ນ

10:36 | 13/01/2023

ຍສໝ - ວັນທີ 11 ມັງກອນ, ທ່ານ ຫງວຽນວັນເນີນ, ກໍາມະການກົມການເມືອງ, ເລຂາຄະນະພັກນະຄອນ ໂຮ່ຈິມິນ ໄດ້ໃຫ້ການຕ້ອນຮັບທ່ານ Suga Yoshihide, ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ ມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ໂຮ່ຈິມິນ. Ngày 11/1, ông Nguyễn Văn Nên, Ủy viên Bộ Chính trị, Bí thư Thành ủy Thành phố Hồ Chí Minh đã tiếp ông Suga Yoshihide, nguyên Thủ tướng Nhật Bản đang trong chuyến thăm và làm việc tại Thành phố Hồ Chí Minh. ວັນທີ 11 ມັງກອນ, ທ່ານ ຫງວຽນວັນເນີນ, ກໍາມະການກົມການເມືອງ, ເລຂາຄະນະພັກນະຄອນ ໂຮ່ຈິມິນ ໄດ້ໃຫ້ການຕ້ອນຮັບທ່ານ Suga Yoshihide, ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ ມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ໂຮ່ຈິມິນ.

ອົງການ JICA (ຍີ່ປຸ່ນ) ໃຫ້ການອຸປະຖຳ 25 ລ້ານ USD ແກ່ໂຄງການພັດທະນາໄຟຟ້າແຮງລົມຢູ່ ນິງທ້ວນ ອົງການ JICA (ຍີ່ປຸ່ນ) ໃຫ້ການອຸປະຖຳ 25 ລ້ານ USD ແກ່ໂຄງການພັດທະນາໄຟຟ້າແຮງລົມຢູ່ ນິງທ້ວນ
ຈະຮັບສະໝັກຄັດເລືອກເອົາພະຍາບານ, ແພດຜູ້ຊ່ວຍຄົນເຈັບ 240 ຄົນ ໄປເຮັດວຽກຢູ່ຍີ່ປຸ່ນ ຈະຮັບສະໝັກຄັດເລືອກເອົາພະຍາບານ, ແພດຜູ້ຊ່ວຍຄົນເຈັບ 240 ຄົນ ໄປເຮັດວຽກຢູ່ຍີ່ປຸ່ນ

ໂດຍຕ້ອນຮັບ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ອະດີດ​ນາຍົກລັດຖະມົນຕີ ຍີ່ປຸ່ນ ທີ່ມາຍັງນະຄອນ​ປີ 2023 - ​ປີສະເຫຼີມສະຫຼອງຄົບຮອບ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຍີ່ປຸ່ນ, ທ່ານເລຂາຄະນະພັກນະຄອນ ໂຮ່ຈິມິນ ຫງວຽນວັນເນັນ ໄດ້ສະແດງຄວາມຂອບ​ອົກ​ຂອບ​ໃຈ​ຄວາມ​ຮັກ​ແພງ ​ແລະ ຄວາມ​ເອົາ​ໃຈ​ໃສ່ຕໍ່​ຫວຽດນາມ ​ແລະ ນະຄອນ​ໂຮ່ຈິ​ມິນ ຂອງ​ທ່ານ Suga Yoshihide ​ໃນ​ໄລຍະ​ດຳລົງ​ຕຳ​ແໜ່​ງ​, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ໃຫ້​ນັບ​ມື້​ນັບ​ພັດທະນາ​ຢ່າງ​ເລິກ​ເຊິ່ງໃນ​ຫຼາຍ​ຂົງ​ເຂດກວ່າອີກ.

ພັດທະນາການພົວພັນລະຫວ່າງນະຄອນໂຮ່ຈິມິນ ແລະ ບັນດາຄູ່ຮ່ວມມື ແລະ ທ້ອງຖິ່ນຂອງຍີ່ປຸ່ນ

ທ່ານ ຫງວຽນ​ວັນ​ເນັນ (ຂວາ), ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Suga Yoshihide, ອະດີດ​ນາຍົກລັດຖະມົນຕີ ຍີ່ປຸ່ນ.

ໂດຍ​ເນັ້ນ​ໜັກ​ເຖິງ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການ​ຮ່ວມ​ມື​ ລະຫວ່າງ​ນະຄອນ ​ໂຮ່ຈີ​ມິນ ​ແລະ ຍີ່​ປຸ່ນ, ທ່ານເລຂາຄະນະພັກນະຄອນ ໂຮ່ຈິມິນ ຫງວຽນວັນເນັນ ​ໄດ້​ແບ່ງປັນ​ບັນດາ​ສິ່ງ​ທ້າ​ທາຍ​ຂອງ​ນະຄອນ​ໃນ​ຂະ​ບວນການ​ພັດທະນາ, ​ໃນ​ນັ້ນ​ມີ​ຄວາມ​ຕ້ອງການ​ແກ້​ໄຂ​ພື້ນຖານ​ໂຄງ​ລ່າງ ທີ່ຍັງ​ບໍ່​ຕອບສະໜອງໄດ້​ຕາມ​ຄວາມ​ຕ້ອງການ​ພັດທະນາດ້ານ​ເສດຖະກິດ - ສັງຄົມ, ໂດຍສະເພາະແມ່ນໂຄງລ່າງຄົມມະນາຄົມ.

ຕາງໜ້າການນຳນະຄອນ, ທ່ານເລຂາຄະນະພັກນະຄອນ ໂຮ່ຈິມິນ ຫງວຽນວັນເນັນ ໄດ້ສະແດງຄວາມຂອບໃຈມາຍັງລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ທີ່ໄດ້ໜູນຊ່ວຍ ຫວຽດນາມ ແລະ ນະຄອນ ໂຮ່ຈີມິນ ຢ່າງທັນການ ໃນສະພາບການໂລກລະບາດ Covid – 19, ປະກອບສ່ວນສ້າງແຫຼ່ງກຳລັງໃຫ້ແກ່ນະຄອນເອົາ​ໄຊຊະນະ​ໂລກ​ລະບາດ, ເພື່ອໃນ​ປີ 2022 ​ບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ພົ້ນ​ເດັ່ນ​ໃນ​ໄລຍະ​ຟື້ນ​ຟູ​ເສດຖະກິດ - ສັງຄົມ ​ແລະ ສະຖຽນ​ລະ​ພາບ​ພາຍຫຼັງ​ໂລກລະບາດ.

ພັດທະນາການພົວພັນລະຫວ່າງນະຄອນໂຮ່ຈິມິນ ແລະ ບັນດາຄູ່ຮ່ວມມື ແລະ ທ້ອງຖິ່ນຂອງຍີ່ປຸ່ນ

ທ່ານ ຫງວຽນວັນເນັນ ​ເຊື່ອ​ໝັ້ນ​ວ່າ ທ່ານ Suga Yoshihide ​ໃນ​ຖານະ​ທີ່ເປັນຜູ້ປຶກສາ ຂອງສະຫະພັນ​ລັດຖະສະພາ​ມິດຕະພາບ ຍີ່ປຸ່ນ - ຫວຽດນາມ, ດ້ວຍ​ຄວາມຊື່ຖື ​ແລະ ຄວາມ​ຕັດສິນໃຈຂອງຕົນ ຈະ​ສືບ​ຕໍ່​ປະກອບສ່ວນ​ພັດທະນາ​ການ​ພົວພັນ​ລະຫວ່າງ ຫວຽດນາມ - ຍີ່ປຸ່ນ, ລະຫວ່າງ​ນະຄອນ ​ໂຮ່ຈີ​ມິນ ​ແລະ ບັນດາຄູ່​ຮ່ວມ​ມື, ທ້ອງ​ຖິ່ນ​ຂອງ​ຍີ່​ປຸ່ນ​. ​ໃນ​ໄລຍະ​ຈະ​ມາ​ເຖິງ, ນະຄອນ​ ປາດ​ຖະໜາ​ວ່າ ທ່ານ Suga Yoshihide ຈະ​ເອົາ​ໃຈ​ໃສ່ ​ແລະ ໜູນຊ່ວຍ​ການ​ຜັນ​ຂະຫຍາຍ​ບັນດາ​ລາຍການ​ເພື່ອ​ສະ​ເຫຼີ​ມສະຫຼອງ​ບັນດາ​ເຫດການທີ່ເປັນຂີດໝາຍ​ສຳຄັນ​ໃນ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຍີ່ປຸ່ນ ຢ່າງສຳເລັດຜົນ.

ໂດຍສະແດງຄວາມຂອບ​ໃຈ​ການ​ນຳ​ນະຄອນ​ທີ່​ໃຫ້ການ​ຕ້ອນຮັບ, ທ່ານ Suga Yoshihide, ອະດີດ​ນາຍົກລັດຖະມົນຕີ ຍີ່ປຸ່ນ ​ໄດ້​ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່​ການ​ພັດທະນາ​ຢ່າງເຂັ້ມແຂງ​ຂອງ​ນະຄອນ ​ໂຮ່ຈີ​ມິນ, ດ້ວຍຖານະ​ເປັນ​ໃຈກາງ​ເສດຖະກິດ​ຂອງ​ປະ​ເທດຊາດ; ແລະ ສະແດງຄວາມຂອບ​ໃຈ​ການ​ນຳ​ນະຄອນ​ທີ່​ໄດ້​ເອົາ​ໃຈ​ໃສ່ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ ທີ່ມາ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ​ຢູ່​ທີ່​ນີ້, ປາດ​ຖະໜາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ ໃນການປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ ທີ່ມາ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ​ໃນ​ໄລຍະ​ຍາວ​​.

ເຊິ່ງຕີ​ລາຄາ​ສູງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ນະຄອນ ​ໂຮ່ຈີ​ມິນ ​ແລະ ບັນດາ​ທ້ອງ​ຖິ່ນ ຍີ່ປຸ່ນ, ທ່ານ Suga Yoshihide ປາດ​ຖະໜາ​ວ່າ ການ​ນຳ​ນະຄອນ ​ເອົາ​ໃຈ​ໃສ່​ຊີ້​ນຳ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ທີ່​ໄດ້​ລົງ​ນາມຢ່າງໄວວາ ​ແລະ ຈັດ​ຕັ້ງ Festival ຍີ່ປຸ່ນ - ຫວຽດນາມ ຢູ່​ນະຄອນ​ໃນ​ເດືອນ​ກຸມພາ ຢ່າງສຳເລັດຜົນ​, ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ສອງ​ປະ​ເທດ, ປະກອບສ່ວນ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ປະຊາຊົນ​ສອງ​ປະ​ເທດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.