ສັບປະດາວັດທະນະທໍາ ແລະ ການທ່ອງທ່ຽວ ພາກຕາເວັນຕົກສ່ຽງເຫນືອ ຫວຽດນາມ ແລະ ນະຄອນໂຮ່ຈີມິນ ຢູ່ ສປປ.ລາວ

00:00 | 26/07/2023

ຍສໝ - ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງດ້ຽນ​ບຽນ ໄດ້​ປະກາດ​ແຜນ​ການສະບັບ​ເລກ​ທີ 2792/KH-UBND ກ່ຽວ​ກັບ​ການ​ຈັດ​ຕັ້ງ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ​ພາກ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ຫວຽດນາມ ແລະ ນະຄອນໂຮ່ຈີມິນ ທີ່ຫຼວງພະບາງ, ປະເທດລາວ.

ໄຂງານພົບປະແລກປ່ຽນວັດທະນະທໍາເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ III ໄຂງານພົບປະແລກປ່ຽນວັດທະນະທໍາເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ III
ການປົກປັກຮັກສາ ແລະ ພັດທະນາດ້ານວັດທະນະທໍາ ຢູ່ ເຢຍລະມັນ ການປົກປັກຮັກສາ ແລະ ພັດທະນາດ້ານວັດທະນະທໍາ ຢູ່ ເຢຍລະມັນ

ນີ້​ແມ່ນ​ເຫດການ​ວັດທະນະທຳ ​ແລະ ທ່ອງ​ທ່ຽວທີ່ພົ້ນເດັ່ນ​ຂອງ 8 ​ແຂວງ​ພາກ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ຫວຽດນາມ ​ແລະ ນະຄອນ​ໂຮ່ຈິ​ມິນ ທີ່​ໄດ້​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ນະຄອນ​ຫຼວງ​ພະ​ບາງ, ປະກອບສ່ວນ​ປະຕິບັດ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດກ່ຽວ​ກັບ​ການ​ພັດທະນາ​ຂົງເຂດການ​ຕ່າງປະ​ເທດ, ວັດທະນະທຳ, ການທ່ອງ​ທ່ຽວ ​ແລະ ກິດຈະກຳ​​ສະ​ເຫຼີມສະຫຼອງ 61 ປີ​ແຫ່ງ​ວັນ​ສ້າງ​ຕັ້ງສາຍ​ພົວ​ພັນ​ທາງ​ການ​ທູດ​ ລະ​ຫວ່າງ​ຫວຽດ​ນາມ ແລະ ລາວ (5 ກັນຍາ 1962 – 5 ກັນຍາ 2023).

ບັນດາກິດຈະກໍາຂອງສັບປະດາວັດທະນະທໍາ ແລະ ການທ່ອງທ່ຽວພາກຕາເວັນຕົກສ່ຽງເຫນືອ ຫວຍດນາມ ແລະ ນະຄອນໂຮ່ຈີມິນ ຢູ່​ແຂວງຫຼວງ​ພະ​ບາງ ​ຈະ​ດຳ​ເນີນ​ແຕ່​ວັນ​ທີ 25 – 27 ຕຸລາ, ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ທີ່​ອຸດົມສົມບູນ, ​ແນະນຳ​ບັນດາ​ເອກະລັກ​ວັດທະນະທຳ​ບັນດາ​ເຜົ່າ ​ແລະ ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວຂອງພາກ​ຕາ​ເວັນ​ຕົກ​ພາກ​ເໜືອ ຫວຽດນາມ, ນະຄອນໂຮ່ຈີມິນ ແລະ ຫຼວງພະບາງ.

ສັບປະດາວັດທະນະທໍາ ແລະ ການທ່ອງທ່ຽວ ພາກຕາເວັນຕົກສ່ຽງເຫນືອ ຫວຽດນາມ ແລະ ນະຄອນໂຮ່ຈີມິນ ຢູ່ ສປປ.ລາວ

ຄຽງ​ຄູ່​ກັບ​ນັ້ນ ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາ, ຊຸກຍູ້​ການ​ທ່ອງ​ທ່ຽວ, ​ຄື: ການຈັດ​ຕັ້ງ​ຄະນະ​ຜູ້​ແທນ Famtrip ​ໄປ​ສຳ​ຫຼວດ​ປາຍທາງ, ຜະລິດ​ຕະພັນ​ ແລະ ການ​ບໍລິການການທ່ອງທ່ຽວ; ກອງ​ປະ​ຊຸມ​ສຳ​ມະ​ນາໂຄສະນາ, ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ພາກ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ ຫວຽດນາມ ແລະ​ ນະ​ຄອນ​ໂຮ່​ຈິ​ມິນ; ຈັດ​ຕັ້ງ​ໂຄງການ​ແລກປ່ຽນ​ດ້ານ​ສິລະ​ປະ​ລະຫວ່າງພາກ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ຫວຽດນາມ ແລະ ແຂວງ​ຫຼວງ​ພະ​ບາງ...

ສັບປະດາວັດທະນະທໍາ ແລະ ການທ່ອງທ່ຽວພາກຕາເວັນຕົກສ່ຽງເຫນືອ ຫວຽດນາມ ແລະ ນະຄອນໂຮ່ຈີມິນ ຢູ່ແຂວງຫຼວງພະບາງ ກໍ່ແມ່ນໂອກາດເພື່ອສຳຫຼວດ ແລະ ຕີລາຄາແຫຼ່ງທ່ອງທ່ຽວ, ຜະລິດຕະພັນ ແລະ ການບໍລິການ, ເປັນພື້ນຖານໃຫ້ແກ່ການພັດທະນາບັນດາຜະລິດຕະພັນການທ່ອງທ່ຽວເຊື່ອມຕໍ່; ສ້າງ​ກາ​ລະ​ໂອ​ກາດ​ໃຫ້​ບັນ​ດາ​ຫົວ​ໜ່ວຍ ແລະ ວິ​ສາ​ຫະ​ກິດຫຍັບເຂົ້າມໍ່, ເຊື່ອມ​ໂຍງ, ຮ່ວມ​ມື, ຍູ້ແຮງ​ກາ​ລະ​ໂອ​ກາດ​ດຳ​ເນີນ​ທຸ​ລະ​ກິດ ແລະ ພັດ​ທະ​ນາເປີດກວ້າງຕະ​ຫຼາດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.