ເພີ່ມທະວີການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະທ້ອງຖິ່ນ ອາກຊັງຕີນ

07:48 | 22/11/2022

ຫວ່າງແລ້ວນີ້, ທ່ານ ຟານວັນມ໊າຍ, ປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ໄດ້ຕ້ອນຮັບຄະນະຜູ້ແທນ 3 ແຂວງພາກກາງຂອງ ອາກຊັງຕີນ, ລວມມີ: Cordoba, Santa Fe ແລະ Entre Rios ໂດຍທ່ານ Gustavo Eduado Bordet ຜູ້ວ່າການແຂວງ Entre Rios ນໍາໜ້າຄະນະ.

ເພີ່ມທະວີການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະ ສະຫະພາບເອີຣົບ ເພີ່ມທະວີການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະ ສະຫະພາບເອີຣົບ

ທ່ານ ຟານວັນມ໊າຍ ເນັ້ນໜັກວ່າ ການຢ້ຽມຢາມຂອງຄະນະຜູ້ແທນແມ່ນກາລະໂອກາດທີ່ດີເພື່ອຊອກຮູ້ ແລະເພີ່ມທະວີການຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງຝ່າຍ, ພ້ອມທັງຖືວ່າ ນະຄອນໂຮ່ຈີມິນ ແລະບັນດາແຂວງພາກກາງຂອງອາກຊັງຕີນ ມີຫຼາຍຈຸດທີ່ຄ້າຍຄືກັນ ແລະຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອເພີ່ມທະວີການຮ່ວມມື. ທ່ານປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ສະເໜີວ່າ ຄວນຜັນຂະຫຍາຍການຄົ້ນຄວ້າ, ມຸ່ງໄປເຖິງການເຊັນຂໍ້ຕົກລົງຮ່ວມມືມິດຕະພາບລະຫວ່າງຝ່າຍຕ່າງໆໂດຍໄວ; ເພື່ອຊຸກຍູ້ການຮ່ວມມືໃນຂົງເຂດການຄ້າ, ການລົງທຶນ, ເຕັກໂນໂລຢີ, ການທ່ອງທ່ຽວ...

ການນໍານະຄອນໂຮ່ຈີມິນ ແລກປ່ຽນກັບຄະນະຜູ້ແທນ 3 ແຂວງພາກກາງຂອງອາກຊັງຕີນ. ພາບ: ຊວນຢຸຍ.

ສ່ວນທ່ານ Gustavo Eduado Bordet ກໍ່ໃຫ້ຮູ້ວ່າ ການມາຢ້ຽມຢາມ ແລະເຮັດວຽກຂອງຄະນະຜູ້ແທນແມ່ນເພື່ອແນໃສ່ຄົ້ນຄວ້າ, ຊຸກຍູ້ວິວັດການຮ່ວມມືລະຫວ່າງ 3 ແຂວງພາກກາງຂອງ ອາກຊັງຕີນ ກັບນະຄອນໂຮ່ຈີມິນ. ທ່ານ Gustavo Eduardo Bordet ສະເໜີວ່າ ນະຄອນໂຮ່ຈີມິນ ແລະ 3 ແຂວງ Cordoba, Santa Fe ແລະ Entre Rios ຄວນຄົ້ນຄວ້າ, ລົງນາມເລື່ອງສ້າງການພົວພັນມິດຕະພາບຮ່ວມມືໃນຂົງເຂດການຄ້າ, ວັດທະນະທໍາ, ການທ່ອງທ່ຽວ... ໃນໄລຍະຈະມາເຖິງ, ບັນດາ ວິສາຫະກິດ 3 ແຂວງພາກກາງຂອງອາກຊັງຕີນ ຈະເຂົ້າຮ່ວມງານຕະຫຼາດນັດສະບຽງອາຫານຫວຽດນາມ 2022 (FoodExpo 2022) ເຊິ່ງຈະຈັດຕັ້ງຢູ່ນະຄອນໂຮ່ຈີມິນ, ເພື່ອແນະນໍາຜະລິດຕະພັນ ແລະຊອກກາລະໂອກາດຮ່ວມມືກັບບັນດາວິສາຫະກິດຫວຽດນາມ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.