ສ້ອມແປງ ປະຕິສັງຂອນເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ແຂວງ ສະຫວັນນະເຂດ

15:55 | 11/04/2023

ຍສໝ - ແຜ່ນສີລາໄຫວ້ອາໄລປະທານໂຮ່ຈີມິນ, ສ້າງຮູບແກະຄວັດສະຫຼັກແຜ່ນໃຫມ່ຢູ່ຫຼັງແຜ່ນສີລາໃໝ່; ສ້າງຫໍວາງສະແດງ, ຕຶກອາຄານເຮັດວຽກແຫ່ງໃໝ່; ບໍລິເວນ ແລະ ລະບົບດອກໄຟເຍືອງທາງຂອງເຂດອະນຸສອນສະຖານ.

ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງສອງແຂວງກວາງບິ່ງ (ຫວຽດນາມ) ແລະ ສະຫວັນນະເຂດ (ລາວ) ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງສອງແຂວງກວາງບິ່ງ (ຫວຽດນາມ) ແລະ ສະຫວັນນະເຂດ (ລາວ)
ແຂວງກ​ວ່າງບິ່ງ (ຫວຽດນາມ) ແລະ ສະຫວັນນະເຂດ (ລາວ) ລົງນາມໃນບົດບັນທຶກການຮ່ວມມື ແຂວງກ​ວ່າງບິ່ງ (ຫວຽດນາມ) ແລະ ສະຫວັນນະເຂດ (ລາວ) ລົງນາມໃນບົດບັນທຶກການຮ່ວມມື

ໃນຕອນບ່າຍວັນທີ 9 ເມສາ, ຢູ່ແຂວງ ສະຫວັນນະເຂດ (ສປປ ລາວ), ໄດ້ຈັດພິທີເລີ່ມລົງມືກໍ່ສ້າງ, ບູລະນະປະຕິສັງຂອນເຂດອະນຸສອນສະຖານ ປະທານໂຮ່ຈີມິນ ຢູ່ແຂວງ ສະຫວັນນະເຂດ. ນີ້ແມ່ນກິດຈະກຳໂດຍນະຄອນ ໂຮ່ຈີມິນ ມອບໃຫ້ແຂວງ ສະຫວັນນະເຂດ ແລະ ກົມຫໍພິພິຕະພັນ ໄກສອນ ພົມວິຫານ (ສປປລາວ).

ສ້ອມແປງ ປະຕິສັງຂອນເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ແຂວງ ສະຫວັນນະເຂດ

ການ​ສ້ອມແປງຄັ້ງ​ນີ້​ເພື່ອ​ແນ​ໃສ່​ຮັບປະກັນ​ຄວາມ​ສວຍ​ງາມ, ​ເປັນ​ການ​ປັບປຸງ​ຄຸນ​ນະພາ​ບພື້ນຖານ​ໂຄງ​ລ່າງ​ຂອງ​ສະຖານ​ທີ່​ຮ່ອງຮອຍ, ​ແລະ ພ້ອມ​ກັນ​ນັ້ນ​ກໍ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ປະຫວັດສາດ, ການ​ເມືອງ ​ແລະ ມໍລະດົກ​ຂອງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ, ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.

ໂຄງການກໍ່ສ້າງລວມມີ: ແຜ່ນສີລາໄຫວ້ອາໄລປະທານໂຮ່ຈີມິນ, ສ້າງຮູບແກະຄວັດສະຫຼັກແຜ່ນໃຫມ່ຢູ່ຫຼັງແຜ່ນສີລາໃໝ່; ສ້າງຫໍວາງສະແດງ, ຕຶກອາຄານເຮັດວຽກແຫ່ງໃໝ່; ບໍລິເວນ ແລະ ລະບົບດອກໄຟເຍືອງທາງຂອງເຂດອະນຸສອນສະຖານ.

ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ຢູ່ແຂວງ ສະຫວັນນະເຂດ ໄດ້ຮັບການກໍ່ສ້າງແຕ່ປີ 2013. ປະຈຸບັນ, ບາງບ່ອນຖືກເປເພ. ການບູລະນະປະຕິສັງຂອນ ເພື່ອແນໃສ່ຮັບປະກັນຍົກສູງຄຸນນະພາບພື້ນຖານໂຄງລ່າງຂອງເຂດອະນຸສອນສະຖານ, ປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ແລະ ປະຊາຊົນສອງປະເທດລາວ - ຫວຽດນາມ ເລິກເຊິ່ງກວ່າອີກ.

ຄຳຮຸ່ງ

302 Found

Found

The document has moved here.