ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ​ໄດ້​ເຂົ້າ​ຮ່ວມ​ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນປະທານ ໂຮ່ຈີມິນ ຢ້ຽມຢາມແຂວງ ບັກຢາງ

10:19 | 10/10/2023

ຍສໝ - ຕອນຄ່ຳວັນທີ 8 ຕຸລາ, ຢູ່ນະຄອນ ບັກຢາງ, ແຂວງ ບັກຢາງ ໄດ້ຈັດພິທີສະເຫຼີມສະຫຼອງ 60 ປີແຫ່ງວັນປະທານ ໂຮ່ຈີມິນ ລົງຢ້ຽມຢາມ ແລະ ຊີ້ນຳກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ບັກຢາງ ຄັ້ງທີ I (17/10/1963 – 17/10/2023).

ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫວໍທິແອັງຊັວນ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ ອາ​ຊຽນ ຄັ້ງ​ທີ 16 ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫວໍທິແອັງຊັວນ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ ອາ​ຊຽນ ຄັ້ງ​ທີ 16
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຟ້າມມີງຈິ໊ງ  ໄດ້​ພົບ​ປະ​ກັບ​ເພື່ອນ​ມິດ​ອາ​ເມ​ລິ​ກາ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຟ້າມມີງຈິ໊ງ ໄດ້​ພົບ​ປະ​ກັບ​ເພື່ອນ​ມິດ​ອາ​ເມ​ລິ​ກາ
ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ  ​ໄດ້​ເຂົ້າ​ຮ່ວມ​ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນປະທານ ໂຮ່ຈີມິນ ຢ້ຽມຢາມແຂວງ ບັກຢາງ

ທ່ານ​ປະ​ທານ​ປະ​ເທດ ຫວໍວັນເຖືອງ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ.ພາບ : QĐND

ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫວໍວັນເຖືອງ ເນັ້ນໜັກວ່າ: ຈາກແຂວງທີ່ເຮັດກຳສິກຳເປັນຕົ້ນຕໍ່, ມາຮອດປະຈຸບັນ, ແຂວງ ບັກຢາງ ໄດ້ນອນໃນກຸ່ມບັນດາແຂວງພັດທະນາຂະຫຍັນຂັນເຄື່ອນ, ເປັນຈຸດເດັ່ນຂອງທົ່ວປະເທດໃນຫຼາຍຂົງເຂດ. ໃນນັ້ນ, ການເຕີບໂຕເສດຖະກິດ, ດຶງດູດການລົງທຶນ, ການສົ່ງອອກ, ການພັດທະນາອຸດສາຫະກຳຍາມໃດກໍ່ນອນໃນກຸ່ມບັນດາທ້ອງຖິ່ນນຳໜ້າທົ່ວປະເທດ. ທ່ານຊີ້ແຈ້ງການສະເຫຼີມສະຫຼອງ 60 ປີແຫ່ງວັນປະທານ ໂຮ່ຈີມິນ ລົງຢ້ຽມຢາມແຂວງ ບັກຢາງ ແມ່ນໂອກາດເພື່ອຫວນຄືນມູນເຊື້ອ, ເພີ່ມກຳລັງແຮງເພື່ອໃຫ້ອົງຄະນະພັກ ແລະ ປະຊາຊົນໃນແຂວງ ສູ້ຊົນປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ທີ່ໄດ້ວາງອອກ, ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີວ່າ:

“ພະນັກງານ, ສະມາຊິກພັກ, ປະຊາຊົນແຂວງ ບັກຢາງ ແຕ່ລະຄົນ ຕ້ອງຕັດສິນໃຈ, ມານະພະຍາຍາມສູງກ່ວາອີກ, ມີຫົວຄິດປະດິດສ້າງກ່ວາໃນການຫັນບັນດາຄຳສັ່ງສອນຂອງປະທານ ໂຮ່ຈີມິນ ໃຫ້ປະກົດຜົນເປັນຈິງສອດຄ່ອງກັບສະພາບການໃໝ່ ແລະ ເງື່ອນໄຂຕົວຈິງຂອງແຂວງ. ສູ້ຊົນກໍ່ສ້າງແຂວງ ບັກຢາງ ພັດທະນາຮອບດ້ານ, ໝັ້ນຄົງເຂັ້ມແຂງ, ນອນໃນ 15 ແຂວງ, ນະຄອນພັດທະນາທີ່ມີຂອບຂະໜາດເສດຖະກິດນຳໜ້າທົ່ວປະເທດໃນປີ 2025; ກາຍເປັນແຂວງ “ນັບມື້ນັບຮັ່ງມີ, ປະຊາຊົນອີ່ມໜຳສຳລານ” ຄືດັ່ງລຸງໂຮ່ ປາດຖະໜາ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.