ຍສໝ - ຕອນບ່າຍວັນທີ 28 ກຸມພາ, ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ນຳໂດຍທ່ານນາງປະທານ VUFO ຫງວຽນເຟືອງງາ ໄດ້ມີການພົບປະກັບການນຳແຂວງ ລາຍເຈົາ. ທ່ານນາງ ຫງວຽນເຟືອງງາ ໄດ້ສະເໜີໃຫ້ແຂວງ ລາຍເຈົາ ຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ເພີ່ມທະວີການແຮກສ່ຽວລະຫວ່າງໝູ່ບ້ານກັບບັນດາທ້ອງຖິ່ນຂອງແຂວງຢຸນນານ (ຈີນ).
ຍສໝ - ວັນທີ 28 ກຸມພາ ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານປີ 2022 ແລະ ວາງອອກການກຳນົດທິດການເຄື່ອນໄຫວ ປີ 2023.
ຍສໝ - ວັນທີ 28 ກຸມພາ, ແຂວງກວາງບິ່ງ ແລະ ຄຳມ່ວນ ລາວ ໄດ້ເປີດປະຕູດ່ານຊາຍແດນ ກ່າຣອງ - ໜອງມ້າ ຢ່າງເປັນທາງການເພື່ອຮັບໃຊ້ໃຫ້ແກ່ປະຊາຊົນເຂດຊາຍແດນສອງປະເທດ ຫວຽດນາມ - ລາວ ໄດ້ເດີນທາງໄປຢຶ້ຢາມຖາມຂ່າວ ແລະ ແລກປ່ຽນ, ສົ່ງສິນຄ້າຜ່ານແດນ ພາຍຫຼັງທີ່ຖືກປິດເປັນເວລາ 3 ປີ.
ຍສໝ - ວັນທີ 24 ກຸມພາ, ຢູ່ນະຄອນເຫ້ວ, ກົມກວດກາປ່າໄມ້ ຫວຽດນາມ ສົມທົບກັບກົມກວດກາປ່າໄມ້ ລາວ ຈັດຕັ້ງກອງປະຊຸມສະຫຼຸບການຕີລາຄາໝາກຜົນການປະຕິບັດບົດບັນທຶກຊ່ວຍຈຳລະຫວ່າງສອງຝ່າຍໃນໄລຍະ 2017 – 2022 ແລະ ປຶກສາຫາລືບັນດາການເຄື່ອນໄຫວສົມທົບກັນໄລຍະ 2023 – 2028.
ຍສໝ - ຫວ່າງມໍ່ໆມານີ້, ສະຖານທູດ ຫວຽດນາມ ປະຈຳ ເວເນຊູເອລາ ໄດ້ສົມທົບກັບບ້ານມິດຕະພາບ ເວເນຊູເອລາ - ຫວຽດນາມ ເຂົ້າຮ່ວມວັນບຸນ Carnaval ທີ່ເປັນມູນເຊື້ອຂອງເວເນຊູເອລາ ໂດຍນະຄອນ Caracasຈັດຕັ້ງຢູ່ໃຈກາງນະຄອນຫຼວງ.
ຍສໝ - ນັ້ນແມ່ນຂໍ້ສັງເກດຂອງຜູ້ແທນຫຼາຍທ່ານທີ່ການໂອ້ລົມສົນທະນາ: ການພົວພັນ ຫວຽດນາມ - ອາເມລິກາ: 10 ປີແຫ່ງຄູ່ຮ່ວມມືຢ່າງຮອບດ້ານ ແລະ ແງ່ຫວັງ ເຊິ່ງໄດ້ດຳເນີນໃນວັນທີ 25 ກຸມພາ 2023 ຢູ່ຮ່າໂນ້ຍ ໂດຍສະໂມສອນ ຮ່າໂນ້ຍ ຂອງອະດີດນັກຮຽນ ຫວຽດນາມ ຢູ່ ອາເມລິກາ (VUSAC Hanoi) ແລະ ສະຖານທູດ ອາເມລິກາ ປະຈຳ ຫວຽດນາມ ຈັດຂຶ້ນ.
ຍສໝ - ວັນທີ 24 ກຸມພາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳໄທ ຟານຈີແທງ ໄດ້ມີການພົບປະກັບທ່ານ ສຸວິດ ຈັນວອນ ເຈົ້າແຂວງ ໜອງບົວລຳພູ ເພື່ອປຶກສາຫາລືວິທີຊຸກຍູ້ການຮ່ວມມືຢູ່ທ້ອງຖິ່ນລະຫວ່າງ 2 ປະເທດໃນຂົງເຂດການລົງທຶນ, ການຄ້າ, ເສດຖະກິດ, ການທ່ອງທ່ຽວ, ວັດທະນະທຳ ແລະ ການພົບປະແລກປ່ຽນປະຊາຊົນ.
ຍສໝ ທ່ານພົນໂທ ຮ່ວາງຊວັນຈຽນກໍ່ຫວັງວ່າ ອາເມລິກາສືບຕໍ່ສະຫງວນບຸລິມະສິດ, ໜູນຊ່ວຍຍາວນານໃຫ້ ຫວຽດນາມ, ປະກອບສ່ວນຊ່ວຍຫວຽດນາມແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດໝາກມິນພາຍຫຼັງສົງຄາມໂດຍໄວ.
ທີ່ການເຮັດວຽກກັບ ເຄືອຂ່າຍ VGI, ທ່ານລັດຖະມົນຕີ ຫງວຽນຈີຢຸງ ສະເໜີ VGI ເພີ່ມທະວີການໜູນຊ່ວຍ NIC ໃນການເຊື່ອມຕໍ່, ແລກປ່ຽນກັບບັນດານັກຊ່ຽວຊານ, ຄູ່ຮ່ວມມືຊາວຫວຽດນາມ ແລະ ສາກົນ ເພື່ອພ້ອມກັນເຂົ້າຮ່ວມການຄົ້ນຄ້ວາຂໍ້ສະເໜີນີ້, ສ້າງຍຸດທະສາດ
ຍສໝ - ໄລຍະຜ່ານມາ, ສອງຝ່າຍໄດ້ເປັນເຈົ້າການໃນການປ້ອງກັນ, ສະກັດກັ້ນສະພາບການເຄື່ອນໄຫວອາດຊະຍາກຳຄ້າມະນຸດຢູ່ເຂດຊາຍແດນ ຫວຽດນາມ - ລາວ, ປະກອບສ່ວນເຂົ້າໃນການຮັບປະກັນຄວາມໝັ້ນຄົງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນ, ຮັບໃຊ້ການພັດທະນາເສດຖະກິດ, ສັງຄົມ, ເພີ່ມທະວີການພົວພັນຮ່ວມມື, ມິດຕະພາບ, ຄວາມສາມັກຄີ, ສະໜິດຕິດພັນຢ່າງໝັ້ນແກ່ນ, ຍາວນານລະຫວ່າງສອງປະເທດ.
ຍສໝ - ທີ່ພິທີ, ທ່ານ Haldun Tekneci, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ຕວກກີ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດທີ່ສົ່ງກຳລັງກູ້ໄພກູ້ຊີບຂອງກະຊວງຕຳຫຼວດ, ກະຊວງປ້ອງກັນປະເທດ ໄປຍັງ ຕວກກີ.
ຍສໝ - ວັນທີ 23 ກຸມພາ, ຢູ່ ປັກກິງ, ປະເທດຈີນ, ສະຖານທູດ ຫວຽດນາມ ປະຈຳ ຈີນ ໄດ້ຈັດພິທີສະເຫຼີມສະຫຼອງ 73 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ (18 ມັງກອນ 1950 – 18 ມັງກອນ 2023).
ບັນດາເອກອັກຄະລັດຖະທູດ ຈະປະຕິບັດໜ້າທີ່ຢູ່ 4 ທະວີບ (ຄື: ອາຊີ, ເອີລົບ, ອາເມລິກາ, ອາບຟຣີກາ), ໃນນັ້ນມີຫຼາຍປະເທດແມ່ນຄູ່ຮ່ວມມືສຳຄັນ, ເພື່ອນມິດທີ່ເປັນມູນເຊື້ອຂອງ ຫວຽດນາມ.
ຍສໝ - ໂດຍສືບຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ອາທິດຜ່ານມາ, ຄະນະພະນັກງານຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ, ໂດຍສະຫາຍ ທອງສະລິດ ມັງໜໍ່ເມກ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງວາການສູນກາງພັກປະຊາຊົນປະຕິວັດ ລາວ ເປັນຫົວໜ້າຄະນະ ໄດ້ມາຢ້ຽມຊົມ, ສຳຫຼວດກວດກາຕົວຈິງຢູ່ສູນສິ່ງຢອດຍິ່ງໝູ່ບ້ານອາຊີບ ຫວຽດ ແລະ ມະຫາວິທະຍາໄລ VinUni (ເມືອງຢາເລິມ, ນະຄອນຮ່າໂນ້ຍ).
ຍສໝ - ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດ ສ.ເກົາຫຼີ ນຳໂດຍທ່ານ Kim Hak Yong, ສະມາຊິກສະພາແຫ່ງຊາດ ສ.ເກົາຫຼີ.
ຄະນະປະຕິບັດງານລວມມີພະນັກງານ, ນັກຮົບກອງທັບ ແລະ ຕຳຫຼວດ ຫວຽດນາມ 100 ຄົນພວມເຂົ້າຮ່ວມການເຄື່ອນໄຫວກູ້ໄພກູ້ຊີບ ພ້ອມກັບກຳລັງສາກົນ ຢູ່ເຂດຖືກຜົນສະທ້ອນຈາກເຫດແຜ່ນດິນໄຫວ ມີ ແຮງສັ່ນສະເທືອນ 7,8 ຣິກເຕີ ຢູ່ຕວັກກີ. ນີ້ແມ່ນຄັ້ງທຳອິດທີ່ ຫວຽດນາມ ໄດ້ຈັດສົ່ງກຳລັງເຂົ້າຮ່ວມການຊອກຮູ້, ກູ້ໄພກູ້ຊີບໃນເຫດໄພພິບັດທຳມະຊາດສາກົນ. ໃນໂອກາດນີ້, ລັດຖະບານ ຫວຽດນາມ ກໍ່ຕັດສິນໃຈໜູນຊ່ວຍເງິນຢ່າງຮີບດ່ວນ ໃຫ້ແກ່ ຕວັກກີ ແລະ ຊີຣີ ປະເທດລະ 100.000 USD. ການກະທຳອັນສູງສົ່ງຂອງ ຫວຽດນາມໄດ້ ສະແດງໃຫ້ເຫັນນະໂຍບາຍການຕ່າງປະເທດທີ່ດີ, ມີຄວາມຮັບຜິດຊອບສູງຕໍ່ປະຊາຄົມສາກົນ ພ້ອມທັງຢັ້ງຢືນກຳລັງຄວາມສາມາດຂອງ ຫວຽດນາມ ໃນຄວາມພ້ອມຮ່ວມແຮງຮ່ວມໃຈເຂົ້າຮ່ວມແກ້ໄຂບັນດາບັນຫາສາກົນ.
ກອງປະຊຸມປີນີ້ມີຄວາມໝາຍສຳຄັນຍ້ອນບັນດາຝ່າຍພວມມານະພະຍາຍາມ ເພີ່ມທະວີຄວາມວັດທະນາຖາວອນ ແລະ ສາມັກຄີລະຫວ່າງ ອາຊຽນ ແລະ ສ.ເກົາຫຼີໃນສະພາບການຊຸກຍູ້ການຮ່ວມມືໃນໄລຍະພາຍຫຼັງໂຄວິດ - 19.
ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນ EU - ອາຊຽນ ແລະ ສະມາຄົມວິສາຫະກິດ ເອີລົບ ປະຈຳຫວຽດນາມ.
ຍສໝ - ທ່ານປະທານສະພາແຫ່ງຊາດ ຫວັງວ່າ ບັນດາປະເທດຈະຮ່ວມກັນແບ່ງປັນເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈໃນກິດຈະການຫັນເປັນດີຈີຕອນ ແລະ ໃຫ້ຮູ້ວ່າ ເວທີປາໄສສະມາຊິກລັດຖະສະພາໜຸ່ມທົ່ວໂລກ ຊຶ່ງຫວຽດນາມ ເປັນເຈົ້າພາບຈັດຕັ້ງຈະປຶກສາຫາລືກ່ຽວກັບເນື້ອໃນນີ້.
ຍສໝ - ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງປະເທດສືບຕໍ່ຜັນຂະຫຍາຍກົນໄກປຶກສາຫາລືດ້ານການເມືອງ ລະຫວ່າງສອງກະຊວງການຕ່າງປະເທດ, ຮັກສາການສົມທົບກັນ, ສະໜັບສະໜູນເຊິ່ງກັນແລະກັນ ຢູ່ບັນດາອົງການສາກົນ ແລະ ເວທີປາໄສຫຼາຍຝ່າຍ, ປະກອບສ່ວນຕັ້ງໜ້າເຂົ້າໃນການແກ້ໄຂບັນດາບັນຫາໃນພາກພື້ນ ແລະ ທົ່ວໂລກ.