ຊຸກຍູ້ການຮ່ວມມືດ້ານການຄ້າ ລະຫວ່າງ ຫວຽດນາມ - ອິນເດຍ | |
ນັກຮຽນຮູ້ ຈີນ ຖອດລະຫັດກຳລັງໜູນການເຕີບໂຕດ້ານເສດຖະກິດ ຫວຽດນາມ |
ຕາມນັກຂ່າວສຳນັກຂ່າວສານ ຢູ່ Buenos Aires, ວັນທີ 18 ມີນາ, ບັນດາປະເທດສະມາຊິກ ອາຊຽນ ທີ່ມີອົງການຕາງໜ້າຢູ່ອາກຊັງຕິນ ລວມມີ: ຫວຽດນາມ, ມາເລເຊຍ, ໄທ, ຟີລິບປິນ ແລະ ອິນໂດເນເຊຍ ໄດ້ຈັດຕັ້ງງານຕະຫຼາດນັດ Bazar ປະຈຳປີ ຢູ່ສະໜາມຫຼວງ Plaza Barranca ນະຄອນຫຼວງ Buenos Aires.
ນອກຈາກການເຂົ້າຮ່ວມຂອງທ່ານເອກອັກຄະລັດຖະທູດ ແລະ ສະມາຊິກສະຖານທູດອາຊຽນ ປະຈຳ ອາກຊັງຕິນ ແລ້ວ, ງານຕຫະຫຼາດນັດຍັງມີການເຂົ້າຮ່ວມຂອງ ທ່ານຮອງລັດຖະມົນຕີການຕ່າງປະເທດອາກຊັງຕິນ Pablo Tettamanti ພ້ອມດ້ວຍເພື່ອນມິດສາກົນ ແລະ ປະຊາຊົນປະຈຳຖິ່ນເປັນຈຳນວນຫຼວງຫຼາຍ.
![]() |
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາກຊັງຕິນ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດ ອາກຊັງຕິນ ມາຢາມຮ້ານວາງສະແດງຂອງ ຫວຽດນາມ (ພາບ: TTXVN) |
ຕາມຄະນະກຳມະການ ອາຊຽນ ຢູ່ ອາກຊັງຕິນ, ເຫດການນີ້ແມ່ນໂອກາດເພື່ອໃຫ້ບັນດາປະເທດຊຸກຍູ້ການແລກປ່ຽນວັດທະນະທຳ, ໂຄສະນາພາບພົດຂອງປະເທດຊາດ ແລະ ປະຊາຊົນບັນດາປະເທດສະມາຊິກ, ພ້ອມທັງຍົກສູງຄວາມເຂົ້າໃຈ ແລະ ຮັດແໜ້ນການພົວພັນມິດຕະພາບ ແລະ ການຮ່ວມມື ອາຊຽນ - ອາກຊັງຕິນອີກດ້ວຍ.
ມາຢ້ຽມຢາມຮ້ານວາງສະແດງຫວຽດນາມ, ທ່ານນາງ Diana Rosenfeld, ຊາວນະຄອນ Buenos Aires, ໃຫ້ຮູ້ວ່າ: “ງານຕະຫຼາດນັດແມ່ນໂອກາດທີ່ດີເພື່ອໃຫ້ຂ້າພະເຈົ້າຊອກຮູ້ວັດທະນະທຳຫວຽດນາມ. ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດຕໍ່ຮ້ານວາງສະແດງຂອງຫວຽດນາມ, ພິເສດແມ່ນວາລະສານຮູບພາບແນະນຳປະເທດຊາດ ແລະ ຊາວຫວຽດນາມ”.
ໃນຂະນະນັ້ນ, ທ່ານ Rodolfo Lambertino ແບ່ງປັນວ່າ: “ສຳລັບຂ້າພະເຈົ້າແລ້ວ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ມີອາຫານທີ່ດຶງດູດໃຈທີ່ສຸດໃນໂລກ. ບັນຍາກາດງານຕະຫຼາດນັດຢູ່ທີ່ນີ້ດີຫຼາຍ! ທຸກສິ່ງທຸກຢ່າງເຮັດໃຫ້ຂ້າພະເຈົ້າຫວັງວ່າຈະໄດ້ໄປຢ້ຽມຢາມປະເທດຫວຽດນາມ ໄວເທົ່າທີ່ຈະໄວໄດ້”.
ເຂົ້າຮ່ວມງານວາງສະແດງ, ບັນດາປະເທດອາຊຽນ ໄດ້ສະແດງສິລະປະດົນຕີ, ການຟ້ອນ, ການສະແດງມວຍພື້ນເມືອງ, ສ້າງເປັນບັນຍາກາດງານບຸນທີ່ຟົດຟື້ນມ່ວນຊື່ນໃຫ້ແກ່ປະຊາຊົນທ້ອງຖິ່ນ.
ບຸນຄົງ