ຮ່ວ​ມ​ເດີນ​ທາງ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ

ຮ່ວ​ມ​ເດີນ​ທາງ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ

ຍ​ສ​ໝ - ໄລ່​ຮອດ​ວັນ​ທີ 10 ມີ​ນາ, ມີ​ພົນ​ລະ​ເມືອງ​ຫວຽດ​ນາມ ກ່​ວາ 550 ຄົນ ອາ​ໄສ​ຢູ່​ຢູ​ແກຼນ ໄດ້​ກັບ​ຄືນ​ປະ​ເທດ​ໃນ 2 ຖ້ຽວ​ບິນ​ໜູນ​ຊ່ວຍ​ໂດຍ​ບັນ​ດາ​ບໍ​ລິ​ສັດ​ການ​ບິນ ຫວຽດ​ນາມ ປະ​ຕິ​ບັດ.

ໜູນ​ຊ່ວຍ​ຊາວ​ຫວຽດ​ນາມ ຍົກ​ຍາກ​ຈາກ​ເຂດ​ສູ້​ຮົບ​ຢູ​ແກຼນ ​ໄປ​ຍັງ​ລັດ​ເຊຍ

ໜູນ​ຊ່ວຍ​ຊາວ​ຫວຽດ​ນາມ ຍົກ​ຍາກ​ຈາກ​ເຂດ​ສູ້​ຮົບ​ຢູ​ແກຼນ ​ໄປ​ຍັງ​ລັດ​ເຊຍ

ຍ​ສ​ໝ - ສະຖານທູດ ຫວຽດນາມ ປະຈຳ ລັດເຊຍ ແລະ ປະຊາຄົມຊາວ ຫວຽດນາມ ປະຈຳ Rostov ແລະ Voronezh ໜູນຊ່ວຍປະຊາຊົນເຮັດລະບຽບການເອກະສານຜ່ານແດນ, ມີ​ບ່ອນພັກຜ່ອນຊົ່ວຄາວເປັນ​ປົກ​ກະ​ຕິ ແລະ ສະໜອງສິ່ງຂອງທີ່ຈຳເປັນໃນການດຳລົງຊີວິດປະຈຳວັນ.

ນຳ​ສົ່ງ​ພົນ​ລະ​ເມືອງ ຫວຽດນາມ ​ອອກ​ຈາກ​ເຂດ​ສູ້​ຮົບ​ຢູ່​ຢູ​ແກຼນ ກັບ​ເມືອ​ປະ​ເທດ​ຢ່າງ​ປອດ​ໄພ

ນຳ​ສົ່ງ​ພົນ​ລະ​ເມືອງ ຫວຽດນາມ ​ອອກ​ຈາກ​ເຂດ​ສູ້​ຮົບ​ຢູ່​ຢູ​ແກຼນ ກັບ​ເມືອ​ປະ​ເທດ​ຢ່າງ​ປອດ​ໄພ

ຍ​ສ​ໝ - ຕອນ​ທ່ຽງ​ວັນ​ທີ 8 ມີ​ນາ, ຖ້ຽວ​ບິນ​ໝາຍ​ເລກ VN88 ຂອງ ບໍ​ລິ​ສັດ​ການ​ບິນ Vietnam Airlines ໄດ້​ເລີ່ມ​ຕົ້ນ​ການ​ເດີນ​ທາງ​ອອກຈາກ Bucharest (ຣູ​ມາ​ນີ), ນຳ​ຊາວ​ຫວຽດ​ນາມ 287 ຄົນ​ກັບ​ເມືອ​ສະ​ໜາມ​ບິນ​ສາ​ກົນ ໂນ້ຍ​ບາຍ, ຮ່າ​ໂນ້ຍ ​ຢ່າງ​ປອດ​ໄພ.

ຂໍ້​ມູນ​ກ່ຽວ​ກັບ​ວິ​ທີ​ການ​​ຮັບ​ຊາວ​ຫວຽດ​ນາມ ຈາກ​ຢູ​ແກຼນ ກັບ​ເມືອ​ປະ​ເທດ​

ຂໍ້​ມູນ​ກ່ຽວ​ກັບ​ວິ​ທີ​ການ​​ຮັບ​ຊາວ​ຫວຽດ​ນາມ ຈາກ​ຢູ​ແກຼນ ກັບ​ເມືອ​ປະ​ເທດ​

ຍ​ສ​ໝ - ທ່ານ​ດິງວຽດ​ເຊີນ - ຮອງ​ຫົວ​ໜ້າ​ກົມການ​ບິນ ຫວຽດ​ນາມ ໃຫ້​ຮູ້​ວ່າ ແຜນ​ການ​ບິນ​ຂອງ​ບັນ​ດາບ​ໍ​ລິ​ສັດ​ບໍ່​ຂຶ້ນ​ກັ​ບ​ຂໍ້​ມູນ​ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ກ່ຽວ​ກັບ​ຈຳ​ນວນ​ພົນ​ລະ​ເມືອງ, ສະ​ຖານ​ທີ່​ຮັບ​ (ປະ​ເທດ - ນະ​ຄອນ) ໃດ​ເພື່ອ​ສ້າງ​ແຜນ​ການ​ບິນ ແລະ ຫຼັງ​ຈາກ​ນັ້ນ​ກໍຍັງ​ຂຶ້ນ​ກັບ​ການ​ອະ​ນຸ​ຍາດ​ບິນ​ຂອງ​ບັນ​ດາ​ປະ​ເທດທີ່​ກ່ຽວ​ຂ້ອງ…

ໜູນຊ່ວຍນໍາພົນລະເມືອງຫວຽດນາມ ຢູ່ຢູແກຣນ ໄປຍັງເຂດປອດໄພ

ໜູນຊ່ວຍນໍາພົນລະເມືອງຫວຽດນາມ ຢູ່ຢູແກຣນ ໄປຍັງເຂດປອດໄພ

ຍສໝ - ຕາມບັນດາ​​ອົງການ​ຜູ້ຕາງໜ້າຫວຽດນາມແລ້ວ, ​ໄລ່ຮອດຕອນບ່າຍວັນທີ 2 ມີນາ (ຕາມ​ເວລາ​ຫວຽດນາມ), ປະຊາຊົນ​ສ່ວນ​ຫຼາຍ​ຢູ່ Kiev ແລະ Odessa, ປະຊາຊົນຢູ່ Kharkov ຫຼາຍ​ຮ້ອຍ​ຄົນ ​ໄດ້ຍົກຍ້າຍອອກຈາກເຂດ, ​ໄດ້​ ​ແລະ ພວມ​ໄດ້ຮັບການຈັດສົ່ງໄປບັນດາປະເທດໃກ້ຄຽງ...

ບັນ​ດາ​ບໍ​ບິ​ສັດ​ການ​ບິນ​ພ້ອມ​ແລ້ວ​ທີ່​ຈະ​ສົ່ງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຢູ​ແກຼນ​ກັບ​ເມືອ​ປະ​ເທດ

ບັນ​ດາ​ບໍ​ບິ​ສັດ​ການ​ບິນ​ພ້ອມ​ແລ້ວ​ທີ່​ຈະ​ສົ່ງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຢູ​ແກຼນ​ກັບ​ເມືອ​ປະ​ເທດ

ຍ​ສ​ໝ - ​ກົມ​ການ​ບິນ ຫວຽດ​ນາມ ໄດ້​ຮັບ​ເອ​ກະ​ສານ​ແຂ້ງການ​ຂອງ​ບັນ​ດາ​ບໍ​ລິ​ສັດ​ລວມ​ມີ: Vietnam Airlines, VietJet Air, Bamboo Airways, ກ່ຽວ​ກັບ​ການກ​ຽມ​ພ້ອມ​ໃນການ​ປະ​ຕິ​ບັດ​ບັນ​ດາ​ຖ້ຽວ​ບິນ​ນຳ​ສົ່ງ​ພົນ​ລະ​ເມືອງຫວຽດ​ນາມ ກັບ​ຈາກ​ຢູ​ແກຼນ ເພື່ອກັບເມືອ​ປະ​ເທດ ຕາມ​ຄຳ​ສັ່ງ​ຂອງ​ລັດ​ຖະ​ບານ.

ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ​ຢູ່​ໂຮນ​ລັງ​ ​ພົບ​ປະ​ສັງສັນໃນ​ລະດູ​ບານໃໝ່ປີຂານ 2022

ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ​ຢູ່​ໂຮນ​ລັງ​ ​ພົບ​ປະ​ສັງສັນໃນ​ລະດູ​ບານໃໝ່ປີຂານ 2022

ຍສໝ - ສະຖານທູດ ຫວຽດນາມ ປະຈຳ ໂຮນລັງ ຫາກໍ່ຈັດລາຍການລະດູບານໃໝ່ ແຫ່ງບ້ານເກີດເມືອງນອນປີ 2022 ດ້ວຍບັນຍາກາດທີ່ອົບອຸ່ນ, ສະໜິດສະໜົມ ແລະເຂັ້ມຂຸ້ນໄປດ້ວຍມູນເຊື້ອຂອງຊາດ.

ວັດ​ເຟິດ​ຕິກ​ຢູ່ ລາວ ຈັດ​ຕັ້ງ​ພິ​ທີສວດ​ມົນ​ພາ​ວະ​ນາ​ຂໍ​ໃຫ້​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວມີຄວາມ​ຢູ່​ເຢັນ​ເປັນ​ສຸກ

ວັດ​ເຟິດ​ຕິກ​ຢູ່ ລາວ ຈັດ​ຕັ້ງ​ພິ​ທີສວດ​ມົນ​ພາ​ວະ​ນາ​ຂໍ​ໃຫ້​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວມີຄວາມ​ຢູ່​ເຢັນ​ເປັນ​ສຸກ

ຍ​ສ​ໝ - ຕາມ​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ປະ​ຈຳ ລາວ​ແລ້ວ, ຕອນເຊົ້າວັນທີ 15 ກຸມພາ, ກົງກັບວັນເພັງເດືອນ ຈຽງ ປີຂານ 2022, ວັດເຟິດຕິກ ຢູ່ນະຄອນຫຼວງວຽງຈັນ (ລາວ) ໄດ້ຈັດຕັ້ງພິທີ ສວດມົນ ພາວະນາຂໍໃຫ້ຊາວຫວຽດນາມ ທີ່ພວມຮ່ຳຮຽນ, ດຳລົງຊີວິດ ແລະ ເຮັດວຽກຢູ່ລາວມີຄວາມຢູ່ເຢັນເປັນສຸກ.

ລະດູບານໃໝ່ໄປວັດບູຊານົບໄຫວ້​-ຄວາມ​ງາມດ້ານ​ວັດ​ທະ​ນະ​ທໍາ​ຂອງ​ຊາວ​ຫວຽດ​ນາມ

ລະດູບານໃໝ່ໄປວັດບູຊານົບໄຫວ້​-ຄວາມ​ງາມດ້ານ​ວັດ​ທະ​ນະ​ທໍາ​ຂອງ​ຊາວ​ຫວຽດ​ນາມ

ຍສໝ - ​ໄປວັດບູຊານົບໄຫວ້​ໃນ​ຕົ້ນ​ປີ​ແມ່ນ​ວັດທະນະທຳ​ພື້ນ​ເມືອງ​ທີ່​ມີ​ມາ​ແຕ່​ດົນ​ນານ, ​ໄດ້​ສ້າງ​ສີສັນ​ວັດທະນະທຳ​ທີ່​ຫຼາກຫຼາຍ ແລະ ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນຊາດ​ຂອງ​ຊາວ​ຫວຽດນາມ. ໃນຊຸມວັນຕົ້ນລະດູບານໃໝ່, ຫຼາຍ​ຄອບຄົວ​ໄປ​ວັດ​ວາອາ​ຮາມ​ເພື່ອ​ພາວະນາ​ໃຫ້​ມີ​ຄວາມ​ສະຫງົບ​ສຸກ ​ແລະ​ໂຊກ​ດີ​ໃນ​ປີ​ໃໝ່.

ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຝ​ລັ່ງ ພາ​ວະ​ນາ​ຍາມ​ຕົ້ນ​ລະ​ດູ​ບານ​ໃໝ່​ຢູ່​ວັດ ຈຸກ​ເລິມ​ທຽນ​ວ​ຽນ

ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຝ​ລັ່ງ ພາ​ວະ​ນາ​ຍາມ​ຕົ້ນ​ລະ​ດູ​ບານ​ໃໝ່​ຢູ່​ວັດ ຈຸກ​ເລິມ​ທຽນ​ວ​ຽນ

ຍ​ສ​ໝ - ເນື່ອງ​ໃນ​ໂອ​ກາດ​ວັນ​ເພັງ​ເດືອນຈຽງ ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ, ຕອນ​ເຊົ້າ​ວັນ​ທີ 13 ກຸມ​ພາ, ວັດ​ຈຸກ​ເລິມ​ທຽນ​ວຽນ ຢູ່​ນະ​ຄອນ Villebon-sur-Yvette ໃກ້​ກັບ​ນະ​ຄອນຫຼວງ ປາ​ຣີ ຂອງ​ຝ​ລັ່ງ ໄດ້​ຈັດ​ຕັ້ງ​ພິ​ທີ​ພາ​ວະ​ນາ​ຂໍ​ຄວາມ​ສະ​ຫງົບ​ສຸກ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ປາ​ຣີ ແລະ ບັນ​ດາ​ເຂດ​ໃກ້​ຄຽງ.

36 ຖ້ຽວ​ບິນ​ນຳ​ສົ່ງ​ຊາວ​ຫວຽດ​ນາມ ກ່​ວາ 2000 ຄົນ​ກັບ​ເມືອ​ປະ​ເທດ

36 ຖ້ຽວ​ບິນ​ນຳ​ສົ່ງ​ຊາວ​ຫວຽດ​ນາມ ກ່​ວາ 2000 ຄົນ​ກັບ​ເມືອ​ປະ​ເທດ

ຍ​ສ​ໝ - ນັບ​ແຕ່​ວັນທີ 31 ມັງກອນ 2022 ມາ​ຮອດ​ວັນ​ທີ 7 ກຸມ​ພາ 2022, ບັນ​ດາ​ບໍ​ລິ​ສັດ​ການ​ບິນ​ຕ່າງ​ປະ​ເທດ ໄດ້​ປະ​ຕິ​ບັດ​ຖ້ຽວ​ບິນ​ປົກ​ກະ​ຕິ ແລະ ພິເສດ 36 ຖ້ຽວ, ໂດຍ​ສານ​ຜູ້​ໂດຍ​ສານ 2.055 ຄົນ ເຊິ່ງແມ່ນ​ຊາວ​ຫວຽດ​ນາມ ກັບ​ເມືອ​ປະ​ເທດ.

ຈຳ​ນວນເງິນ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ສົ່ງ​ມາ​ຫວຽດ​ນາມ ສືບ​ຕໍ່​ເພີ່ມ​ຂຶ້ນ

ຈຳ​ນວນເງິນ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ສົ່ງ​ມາ​ຫວຽດ​ນາມ ສືບ​ຕໍ່​ເພີ່ມ​ຂຶ້ນ

ຕາມຕົວເລກໂດຍທະນາຄານແຫ່ງລັດປະກາດ, ກະແສງເງິນຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດ ຝາກມາຫວຽດນາມ ປີ 2021 ບັນລຸກ່ວາ 12 ຕື້ USD, ເພີ່ມ 10% ເມື່ອທຽບກັບປີ 2020.

ມອບ​ຂອງ​ຂວັນ​ບຸນ​ເຕັດ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ

ມອບ​ຂອງ​ຂວັນ​ບຸນ​ເຕັດ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ

ຂອງຂວັນ 150 ພູດ ໄດ້ມອບໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ນະຄອນຫຼວງ ວຽງຈັນ ປີນີ້ ແມ່ນບັນດາວິສາຫະກິດຫວຽດນາມ ທີ່ພວມລົງທຶນຢູ່ ລາວ, ບັນດາທະນາຄານຮ່ວມດຳເນີນທຸລະກິດ, ບັນດາວິສາຫະກິດ ຊາວລາວເຊື້ອຊາດຫວຽດນາມ ແລະ ຊາວຫວຽດນາມ ອາໄສຢູ່ລາວ ບໍລິຈາກ.

ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຢູ​ແກຼນ ຍາມ​ໃດ​ກໍ່​ໃຫ້​ບຸ​ລິ​ມະ​ສິດ​​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ

ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຢູ​ແກຼນ ຍາມ​ໃດ​ກໍ່​ໃຫ້​ບຸ​ລິ​ມະ​ສິດ​​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ

ຍ​ສ​ໝ -ວັນ​ທ​ີ 27 ມັງ​ກອນ, ໂດຍ​ຕອບ​ສຳ​ພາດ​ທາງ​ໄກຕໍ່​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ປະ​ຈຳ ມົດ​ສະ​ກູ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຢູ​ແກຼນ ຫງວຽນ​ຮົ່ງ​ແທັກ ໃຫ້​ຮູ້​ວ່າ ສ​ະ​ຖານ​ທູດ​ຍາມ​ໃດ​ກໍ່​ຕິດ​ຕາມສະ​ພາບ​ການ​ໃນ​ປັດ​ຈຸ​ບັນ​ຢ່າງ​ໃກ້​ຊິດ ແລະ ​ໃຫ້​ບຸ​ລິ​ມະ​ສິດ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ​ຢູ​ແກຼນ. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ໜ້າ​ທີ່​ແຖວ​ໜ້າ​ຂອງ ສະ​ຖານ​ທູດ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Trudeau: ການ​ປະ​ກອບ​ສ່ວນທີ່ບໍ່ອາດ​ຄິດໄລ່​ໄດ້​ຂອງ​ປະ​ຊາ​ຄົມ​ຊາວ​ກາ​ນາ​ດາ ​ເຊື້ອ​ຊາດ​ຫວຽດ​ນາມ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Trudeau: ການ​ປະ​ກອບ​ສ່ວນທີ່ບໍ່ອາດ​ຄິດໄລ່​ໄດ້​ຂອງ​ປະ​ຊາ​ຄົມ​ຊາວ​ກາ​ນາ​ດາ ​ເຊື້ອ​ຊາດ​ຫວຽດ​ນາມ

ຍ​ສ​ໝ - ນີ້​ແມ່ນ​ຈຸດ​ເວ​ລາ​ເພື່ອ​ສ້າງ​ຂີ​ດ​ໝາຍ​ບັນ​ດາ​ການ​ເລີ່ມ​ຕົ້ນ​ໃໝ່ ແລະ ຄິດ​ຫງຳ ກ່ຽວ​ກັບ​ອະ​ດີດ​ຕະ​ການ. ນີ້​ກໍ່​ແມ່ນ​ຈຸດ​ເວ​ລາ​ເພື່ອ​ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່ ວຽນ​ມາ ແລະ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ບັນ​ດາ​ສິ່ງ​ທີ່​ໄດ້​ຜູກພັນ​ພວກ​ເຮົາ. ຢູ່​ກາ​ນາ​ດາ, ບຸນ​ເຕັດ​ກໍ່​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ຮັບ​ຮູ້​ກາ​ນ​ປະ​ກອບ​ສ່ວນທີ່​ບໍ່ອາດ​ຄິດ​ໄລ່​ໄດ້​ຂອງ​ປະ​ຊາ​ຄົມ​ຊາວ​ກາ​ນາ​ດາ​ ເຊື້ອ​ຊາດຫວຽດ​ນາມ.

ໝໍ້​ເຂົ້າ​ຕົ້ມ​ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ບ້ານ​ເກີດ​ເມືອງນອນ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ອົດ​ສະ​ຕາ​ລີ

ໝໍ້​ເຂົ້າ​ຕົ້ມ​ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ບ້ານ​ເກີດ​ເມືອງນອນ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ອົດ​ສະ​ຕາ​ລີ

ຍສ​ໝ - ໃນ​ຊຸມ​ວັນ​ໃກ້​ຈະ​ຮອດ​ບຸນ​ເຕັດ ປີ​ຂານ 2022, ມີ​ບາງ​ຄອບ​ຄົວ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ Sudney ໄດ້​ຈັດ​ຕັ້ງ​ການ​ຕົ້ມ​ເຂົ້າ​ຕົ້ມ, ເຮັດ​ຢໍ່, ແໜມ ເພື່ອ​ສ້າງກອງ​ທຶນ​​ການ​ກຸ​ສົນ ໜູນ​ຊ່ວຍ​ເດັກ​ນ້ອຍ​ທຸກ​ຍາກ​ຢູ່ ຫວຽດ​ນາມ.

ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ພໍ່​ແມ່​ປະ​ຊາ​ຊົ​ນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ມີ​ການ​ປະ​ກອບ​ສ່ວນຫຼາຍ​ຢ່າງ​ໃຫ້​ຫ​ແກ່​ປະ​ເທດ​ຊາດ

ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ພໍ່​ແມ່​ປະ​ຊາ​ຊົ​ນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ມີ​ການ​ປະ​ກອບ​ສ່ວນຫຼາຍ​ຢ່າງ​ໃຫ້​ຫ​ແກ່​ປະ​ເທດ​ຊາດ

ໂດຍຕາງໜ້າການນຳພັກ, ລັດ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສົ່ງຄວາມຮັກແພງ, ຄຳຢື້ຢາມຖາມຂ່າວຢ່າງຈິງໃຈ ແລະ ຄຳອວຍພອນປີໃໝ່ ອັນດີງາມທີ່ສຸດ ໄປຍັງ ບັນດາຜູ້ແທນ, ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ເຂົ້າຮ່ວມລາຍການ ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ ປີ 2022

ປະ​ທານ​ປະ​ເທດ ​ປາດ​ຖະ​ໜາ​ໃຫ້​ຊາວ​ຫວຽດ​ນາມອາໄສ​ຢູ່​ກຳ​ປູ​ເຈຍ ຮັກ​ສາ​ພາ​ສາ​ຫວຽດ ແລະວັດ​ທະ​ນະ​ທຳ​ຫວຽດ​

ປະ​ທານ​ປະ​ເທດ ​ປາດ​ຖະ​ໜາ​ໃຫ້​ຊາວ​ຫວຽດ​ນາມອາໄສ​ຢູ່​ກຳ​ປູ​ເຈຍ ຮັກ​ສາ​ພາ​ສາ​ຫວຽດ ແລະວັດ​ທະ​ນະ​ທຳ​ຫວຽດ​

ຍສໝ - ຕອນ​ເຊົ້າ​ວັນ​ທີ 22 ທັນວາ, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມທາງລັດຖະກິດ ກຳປູ​ເຈຍ, ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ໄປ​ຢ້ຽມຢາມ ​ແລະໂອ້ລົມສົນ ທະນາ​ກັບ​ພະນັກງານ​ສະຖານທູດຫວຽດນາມ ປະຈຳ ກຳປູ​ເຈຍ ​ແລະ ພົບ​ປະ​ກັບ​ຜູ້ຕາງໜ້າ​ວິ​ສາ​ຫະກິດ ​ແລະປະຊາ​ຄົມ​ຊາວຫວຽດນາມ ອາໄສຢູ່ ກຳປູ​ເຈຍ.

ຄະ​ນະ​ຂົນ​ຂວາຍປະ​ຊາ​ຊົນສູນ​ກາງ​ພັກ ເຮັດ​ວຽກ​ກັບ​ຄະ​ນະ​ຫົວ​ໜ້າ​ອົງ​ການ​ຕາງ​ໜ້າ​ກ່ຽວ​ກັບ​ວຽກ​ງານ​ຂົນ​ຂວາຍ​ຊາວ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ

ຄະ​ນະ​ຂົນ​ຂວາຍປະ​ຊາ​ຊົນສູນ​ກາງ​ພັກ ເຮັດ​ວຽກ​ກັບ​ຄະ​ນະ​ຫົວ​ໜ້າ​ອົງ​ການ​ຕາງ​ໜ້າ​ກ່ຽວ​ກັບ​ວຽກ​ງານ​ຂົນ​ຂວາຍ​ຊາວ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ

ຍ​ສ​ໝ - ຫວ່າງແລ້ວນີ້, ຢູ່​ຮ່າ​ໂນ້ຍ, ທ່ານ​ນາງບຸຍ​ທິ​ມິງ​ຮ່​ວາຍຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ​ຂັ້ນ​ສູງ​ກາງໄດ້​ໃຫ້​ການ​ຕ້ອນ​ຮັບແລະເຮັດ​ວຽກ​ກັບ​ບັນ​ດາ​ຫົວ​ໜ້າ​ອົງ​ການ​ຕາງ​ໜ້າຫວຽດ​ນາມປະ​ຈຳຕ່າງ​ປະ​ເທດ.

ມີ 64 ປຶ້ມເຂົ້າຮ່ວມແຂ່ງຂັນການຮຽບຮຽງປຶ້ມ, ເອກະສານການຮຽນ-ການສອນພາສາ ຫວຽດນາມ ສຳລັບຊາວ ຫວຽດນາມ ຢູ່ຕ່າງປະເທດ

ມີ 64 ປຶ້ມເຂົ້າຮ່ວມແຂ່ງຂັນການຮຽບຮຽງປຶ້ມ, ເອກະສານການຮຽນ-ການສອນພາສາ ຫວຽດນາມ ສຳລັບຊາວ ຫວຽດນາມ ຢູ່ຕ່າງປະເທດ

ຍ​ສ​ໝ - ວັນ​ທີ 17 ພະ​ຈິກ ຢູ່ ຮ່າ​ໂນ້ຍ, ສະ​ມາ​ຄົມ​ຕິດ​ຕໍ່​ພົວ​ພັນ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ ຢູ່ ​ຕ່າງ​ປະ​ເທດ ໄດ້​ເຮັດ​ວຽກ​ກັບ​ກົມ​ການ​ສຶກ​ສານອກໂຮງຮຽນ (ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ) ກ່ຽວ​ກັບ​ບັນ​ດາ​ບັນ​ຫາທີ່​ກ່ຽວ​ຂ້ອງ​ເຖິງ ການ​ຮຽບ​ຮຽງ​ປຶ້ມ, ເອ​ກະ​ສານການຮຽນ-ການ​ສອນ​ພາ​ສາ ຫວຽດ​ນາມ ສຳລັບ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ.