| ສະມາຊິກສະພາແຫ່ງຊາດລາວ:ອາດຮ່ຳຮຽນເອົາປະສົບການຂອງຫວຽດນາມໃນການຄວບຄຸມໄພເງິນເຟີ້ | |
| ສະມາຄົມຊາວຫວຽດນາມ ອາໄສຢູ່ລາວ: ສາມັກຄີກັນ, ປະຊາທິປະໄຕ, ຍົກສູງຈິດໃຈຄວາມຮັບຜິດຊອບ |
![]() |
| ລາຍການສະແດງສິລະປະໃນພິທີ (ພາບ: TTXVN) |
ວັນບຸນເຕັດປະຊາຄົມ ຂອງຊາວຫວຽດນາມ ຢູ່ 4 ແຂວງພາກໃຕ້ລາວ
ອາທິດຜ່ານມາ, ໃນບັນຍາກາດອັນອົບອຸ່ນ ແລະ ເຕັມໄປດ້ວຍນ້ຳໃຈມິດຕະພາບ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳປາກເຊ ແຂວງ ຈຳປາສັກ (ພາກໃຕ້ລາວ) ໄດ້ຈັດຕັ້ງລາຍການວັນບຸນປະຊາຄົມ 2023.
ເຂົ້າຮ່ວມລາຍການບຸນເຕັດປະຊາຄົມ 2023 ມີຜູ້ຕາງໜ້າການນຳແຂວງ ແລະ ບັນດາພະແນກ, ຄະນະ, ຂະແໜງການຂອງ 4 ແຂວງພາກໃຕ້ ລາວ, ຜູ້ຕາງໜ້າສະມາຄົມວິສາຫະກິດ ຫວຽດນາມ ແລະ ຜູ້ຕາງໜ້າສະມາຄົມຊາວຫວຽດນາມ ຢູ່ 4 ແຂວງພາກໃຕ້ ລາວ ພ້ອມກັບພໍ່ແມ່ປະຊາຊົນກ່ວາ 500 ຄົນ ທີ່ພວມດຳລົງຊີວິດເຮັດວຽກຢູ່ 4 ແຂວງ ພາກໃຕ້ລາວ ແລະ ແຂວງ Ubon Ratchathani ໄທ.
ສະຖານກົງສູນໃຫຍ່ ກໍ່ໄດ້ຫວນຄືນບັນດາໝາກຜົນພົ້ນເດັ່ນຂອງສະຖານກົງສູນໃຫຍ່ພ້ອມກັບບັນດາອົງການ, ອົງການຈັດຕັ້ງ, ອົງການຜູ້ຕາງໜ້າ ແລະ ອຳນາດການປົກຄອງບັນດາແຂວງພາກໃຕ້ລາວ ໄດ້ສົມທົບກັນຜັນຂະຫຍາຍໃນປີ ສາມັກຄີມິດຕະພາບ ຫວຽດນາມ - ລາວ 2022.
ທ່ານສະແດງຄວາມເຊື່ອໝັ້ນວ່າ ໃນປີ 2023, ປະຊາຄົມຊາວຫວຽດນາມ ແລະ ບັນດາວິສາຫະກິດ ຫວຽດນາມ ໃນບໍລິເວນ 4 ແຂວງພາກໃຕ້ລາວ ຈະສືບຕໍ່ມູນເຊື້ອສາມັກຄີ, ຮັກແພງເຊິ່ງກັນແລະກັນ, ຍູ້ແຮງການຜະລິດດຳເນີນທຸລະກິດ, ປະຕິບັດວຽກງານໜູນຊ່ວຍສັງຄົມໃຫ້ເປັນຢ່າງດີ, ປະກອບສ່ວນແທດຈິງກວ່າ, ມີປະສິດທິຜົນກ່ວາ ເຂົ້າໃນການພັດທະນາເສດຖະກິດ - ສັງຄົມຢູ່ທ້ອງຖິ່ນ, ຜ່ານນັ້ນ ກໍປະກອບສ່ວນເພີ່ມທະວີກ່ວາອີກໃນການພົວພັນມິດຕະພາບອັນຍິ່ງໃຫຍ່ ຫວຽດນາມ - ລາວ ຍືນຍົງຄົງຕົວຕະຫຼອດການ.
ສ່ວນຝ່າຍລາວ, ທ່ານ ສົມບູນ ເຮືອງວົງສາ, ຮອງເຈົ້າແຂວງ, ປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ແຂວງຈຳປາສັກ ຕາງໜ້າ 4 ແຂວງພາກໃຕ້ລາວ ໄດ້ສົ່ງຄຳອວຍພອນອັນປະເສີດເຖິງການນຳພັກ, ລັດ ຫວຽດນາມ, ອວຍພອນໃຫ້ປະຊາຄົມຊາວຫວຽດນາມ ແລະ ບັນດາວິສາຫະກິດການຮ່ວມມື ແລະ ລົງທຶນຢູ່ບັນດາແຂວງພາກໃຕ້ລາວ ບັນລຸຜົນສຳເລັດຫຼາຍຢ່າງ, ອວຍພອນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ, ຫວຽດນາມ - ລາວ ຍືນຍົງຄົງຕົວຕະຫຼອດການ.
ບຸນຄົງ
ຂ່າວທີ່ກ່ຽວຂ້ອງ
ຫວຽດນາມ, ລາວ ຊຸກຍູ້ການຮ່ວມມືທາງດ້ານວິທະຍາສາດ, ເຕັກໂນໂລຢີ, ຫັນເປັນດີຈີຕອນ
ຫວຽດນາມ ແລະ ສິງກະໂປ ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານການຄ້າເຂົ້າສານ
ລະຄອນຕຸກກະຕານ້ຳ ຫວຽດນາມ ຊະນະຜູ້ຊົມລາວ
ທ່ານອາດຈະມັກ
ນາຍົກລັດຖະມົນຕີຮຽກຮ້ອງໃຫ້ແກ້ໄຂລະເມີດ IUU ຢ່າງລະອຽດ, ພ້ອມທີ່ຈະເຮັດວຽກຮ່ວມກັບທີມງານກວດກາ EC
ເດັກຍິງອັນດັບ 1: ເມື່ອກຳລັງໃຈໄດ້ຮັບການຈຸດໄຟ, ຂີດຈຳກັດກາຍເປັນພຽງຈຸດເລີ່ມຕົ້ນ
ປະຫວັດແຫ່ງການສ້າງຕັ້ງ ແລະ ພັດທະນາສະຫະພັນບັນດາອົງການມິດຕະພາບ ຫວຽດນາມ
ຂໍ້ລິເລີ່ມເພື່ອຂະຫຍາຍວົງການມິດຕະພາບ
ຫວຽດນາມໃນຫົວໃຈຂອງເພື່ອນມິດ
