ປີ​ນີ້ ຂ້າ​ພະ​ເຈົ້າ ຈະ….

08:42 | 27/01/2023

ຍ​ສ​ໝ - ປີ 2023 ເປັນຂີດ​ໝາຍ 10 ປີ​ແຫ່ງວັນ​ສ້າງ​ຕັ້​ງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ແຂວງ ດົ່ງ​ນາຍ (2013 - 2023).

ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ປີ 2022: ພິ​ທີ​ໄຫວ້​ບູ​ຊາ ເຈົ້າ​ຊີ​ວິດ ລາກ​ລອງກວນ ແລະ ຖະ​ຫວາຍຈູດ​ທູບ​ໃຕ້ທຽນ​ຈາ​ລຶກ​ຄຸນ​ງາມ​ຄວາມ​ດີ​ຂອງ​ພະ​ແມ່​ເອົາ​ເກີ ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ປີ 2022: ພິ​ທີ​ໄຫວ້​ບູ​ຊາ ເຈົ້າ​ຊີ​ວິດ ລາກ​ລອງກວນ ແລະ ຖະ​ຫວາຍຈູດ​ທູບ​ໃຕ້ທຽນ​ຈາ​ລຶກ​ຄຸນ​ງາມ​ຄວາມ​ດີ​ຂອງ​ພະ​ແມ່​ເອົາ​ເກີ
ບຸນ​ເຕັດ​ປີນີ້​ຂ້າ​ພະ​ເຈົ້າ​ຈະ​ຊື້ດອກ​ຄາຍ ບຸນ​ເຕັດ​ປີນີ້​ຂ້າ​ພະ​ເຈົ້າ​ຈະ​ຊື້ດອກ​ຄາຍ

ປີ​ນີ້ ຂ້າ​ພະ​ເຈົ້າ ຈະ….

ມີ​ສະ​ຫະ​ພັນ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ແຂວງ, ນະ​ຄອນຫຼາຍ​ແຫ່ງ​ພວມ​ມີ​ຍຸດ​ທະ​ສາດ​ແຜນ​ການ​ລະ​ອຽດ​ໃນ​ປີ 2023. ວາ​ລະ​ສານ​ຍຸກ​ສະ​ໄໝ​ໄດ້​ຮັບ​ຮູ້​ເປົ້າ​ໝາຍຫຼັກ​ຂອງ​ບາງ​ທ້ອງ​ຖິ່ນ​ກ່ຽວ​ກັບ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ.

ປີ​ນີ້ ຂ້າ​ພະ​ເຈົ້າ ຈະ….
ການ​ນຳ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ບິ່ງ​ດິ້ງ ມອບ​ຂອງຂວັນ​ໃຫ້​ນັກ​ສຶກສາ​ລາວ ​ເນື່ອງ​ໃນ​ໂອກາດ​ວັນ​ບຸນ​ກຸດ​ ປີ 2022 (ທີ່​ມາ: ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ບິ່ງ​ດິ້ງ).

ທ່ານ ມາຍ​ແທ​ງ​ທັ້ງ, ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ແຂວງ ບິ່ງ​ດິ້ງ:

ວັນ​ບຸນ​ຂອງວຽກ​ງານ​ການ​ທູດ​ປະ​ຊາ​ຊົນ:

ປີ 2023, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ແຂວງ ບິ່ງ​ດິງ ແມ່ນ​ຫົວ​ໜ່ວຍ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ. ຄາດ​ວ່າ, ເຫດ​ການ​ນີ້​ຈະ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຕາງ​ໜ້າ​ຄະ​ນະ​ການ​ຕ່າງປະເທດສູນ​ກາງ, ບັນ​ດາ​ຜູ້​ແທນ​ທີ່​ມາ​ຈາກ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ, ການ​ນຳ​ແຂວງ ແລະ ພະ​ແນກ, ຂະ​ແໜງ​ແຂວງ​ບິ່ງ​ດິ້ງ, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິ​ດ​ຕະ​ພາບ​ທ້ອ​ງ​ຖິ່ນ 49 ແຫ່ງ ແລະ ອົງ​ການ​ຈັດ​ຕັ້ງ​ສະ​ມາ​ຊິກ​ສູນ​ກາງ 51 ແຫ່ງ.

ກອງ​ປະ​ຊຸມ​ແມ່ນ​ເວ​ທີ​ປາ​ໄສ​ສ່ອງ​ແສງ​ສຽງ​ເວົ້າ​ລວມຂອງ​ທົ່ວ​ລະ​ບົບ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບໃນ​ທົ່ວ​ປະ​ເທດ. ພ້ອມ​ທັງ​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ທ້ອງ​ຖິ່ນ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສະ​ມາ​ຊິກ​ແບ່ງ​ປັນ​ຂໍ້​ມູນ,ບົດ​ຮຽນ​ປະ​ສົບ​ການ, ພຶດ​ຕິ​ກຳ​ຕົວ​ຈິງ ຢູ່​ທ້ອງ​ຖິ່ນ, ແລກ​ປ່ຽນ, ສະ​ເໜີ​ວິ​ທີ​ການ​ແກ້​ໄຂ, ຂໍ້​ລິ​ເລີ່ມ ກ່ຽວ​ກັບ​ເນື້ອ​ໃນ, ວິ​ທີ​ການ​ຜັນ​ຂະ​ຫຍາຍ​ການ​ເຄື່ອນ​ໄຫວ​ບົນ​ບັນ​ດາ​ຂົງ​ເຂດ​ສັນ​ຕິ​ພາບ, ສາ​ມັກ​ຄີ, ມິດ​ຕະ​ພາບ, ການ​ຮ່ວມ​ມື​ພັດ​ທະ​ນາ, ບໍ່​ຂຶ້ນ​ກັ​ບ​ລັດ​ຖະ​ບານ, ການ​ຖະ​ແຫຼງ​ຂ່າວ​ການ​ຕ່າງ​ປະ​ເທດ.

ປີ​ນີ້ ຂ້າ​ພະ​ເຈົ້າ ຈະ….

ທ່ານ ຫງວຽນ​ແທງ​ຈີ໋, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ດົ່ງ​ນາຍ.

ທ່ານ ຫງວຽນ​ແທັ້ງ​ຈີ - ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ແຂວງ ດົ່ງ​ນາຍ:

10 ປີ​ແຫ່ງວັນ​ສ້າງ​ຕັ້ງ

ປີ 2023 ເປັນ​ຂີດ​ໝາຍ 10 ປີ​ແຫ່ງວັນ​ສ້າງ​ຕັ້​ງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ແຂວງ ດົ່ງ​ນາຍ (2013 - 2023). ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ແຂວງ ຈະ​ຈັດ​ຕັ້ງ: ການ​ສອບ​ເສັງ​ຊອກຮູ້​ກ່ຽວ​ກັບ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ, ການ​ສອບ​ເສັງ​ອອກ​ແບບ​ຂອງ​ຂວັນ​ທາງ​ດ້​າ​ນ​ວັດ​ນະ​ທະ​ທຳ​ມິດ​ຕະ​ພາບ​ເພື່ອ​ຮັບ​ໃຊ້​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​ແຂວງ​ດົ່ງ​ນາຍ, ກອງ​ປະ​ຊຸມ​ແນ​ໃສ່​ຍ້ອງ​ຍໍ​ເຊີດ​ຊູ​ຮູບ​ແບບທີ່​ກ້າວ​ໜ້າທາງ​ການ​ທູດ​ປະ​ຊາ​ຊົນ​ຢູ່​ເຂດ​ພາກ​ໃຕ້ທາງທິດ​ຕ​າ​ເວັນ​ອອກ​ເປີດ​ກ້​ວາງ, ການ​ສອງ​ເສັບອອກ​ແບບ​ຜະ​ລິດ​ຕະ​ພັນ​ທີ່​ເປັນ​ມູນ​ເຊື້ອສອງ​ພາ​ສາ​ກ່ຽວ​ກັບ​ການ​ຊອກ​ຮູ້​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ​ເຂດ​ດິນ​ແດນ​ຊາວ​ດົ່ງ​ນາຍ​ໃຫ້​ແກ່​ພະ​ນັກ​ງານ,ສະ​ມາ​ຊິກ​ຂອງ​ສະ​ມາ​ຄົມ​ມິ​ດຕ​ະ​ພາບ.

​ທ່ານ ເຈິ່ນ​ວັນ​ແອມ, ຫົວ​ໜ້າ​ຫ້ອງວ່າ​ການ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ແຂວງກ໋​ວາງ​ນາມ

ມາ​ນະ​ພະ​ຍາມ​ບັນ​ລຸ​ໄດ້​ເງິນ​ອຸ​ປະ​ຖຳ 15 ຕື້​ດົ່ງ

ເປົ້າ​ໝາຍຂອງສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ແຂວງກ໋​ວາ​ງ​ນາມ ໃນ​ປີ 2023 ແມ່ນ​ຂົນ​ຂວາຍ​ບັນ​ດາ​ແຫຼ່ງ​ກຳ​ລັງ​ອຸ​ປະ​ຖຳ​ຈາກ​ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັ​ບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ​ໃຫ້​ແກ່​ແຂວ​ງ ​ແຕ່ 13 – 15 ຕື້​ດົ່ງ.

​ວິ​ທີ​ການຫຼັກ​ແມ່ນ​ສົ່ງ​ເສີມ ແລະ ສ້າງ​ທຸກ​ເງືອນ​ໄຂ​ສະ​ດວ​ກ​ເພື່ອ​ໃຫ້​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ​ມາ​ເຄື່ອນ​ໄຫວ​ຢູ່​ທ້ອງ​ຖິ່ນຢ່າງ​ຖືກ​ຕ້ອງ​ຕາມ​ຂັ້ນ​ຕອນ​ຂອງ​ກົດ​ໝາຍ. ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັ​ບ​ລັດ​ຖະ​ບານ​ຕ່າງ​ປະ​ເທດຢ່າງ​ແໜ້ນ​ແຟ້ນ ປະ​ຕິ​ບັດ​ບັນ​ດາ​ການ​ເຄື່ອນ​ໄຫວ​ອຸ​ປະ​ຖຳ​ເພື່ອ​ເປົ້າ​ໝາ​ຍພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ແບບ​ຍືນ​ຍົງ​ເປັນ​ຢ່າງ​ດີ ໃຫ້​ແກ່​ປະ​ຊາ​ຄົມ​ຊາວ​ທ້ອງ​ຖິ່ນ.

​ທ່ານ​ ຮ່​ວາງ​ດຶກ​ເກືອງ, ເລ​ຂາ​ທິ​ການ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້​ງ​ມິ​ດ​ຕະ​ພາບ​ແຂວງ​ເງະ​ອານ

ສະ​ເຫຼີມ​ສະຫຼອງ50 ປີ​ແຫ່ງວັນ​ການ​ທູດ​ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ

ປີ 2023, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ແຂວງ ໄດ້​ສຸມ​ໃສ່​​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ທາງ​ກາ​ນ​ທູດ​ປະ​ຊາ​ຊົນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ​ຄື: ຫວຽດ​ນາມ - ຍີ່​ປຸ່ນ (21/9/1973-21/9/2023); ຫວຽດ​ນາມ - ສະ​ຫະ​ພັນ​ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ແລະ ອຽນ​ລັງ​ເໜືອ (11/9/1973-11/9/2023), ຫວຽດ​ນາມ - ຝ​ລັ່ງ (12/4/1973-12/4/2023).

ທ່ານ ຫງວຽນ​ແຄ໊ງ​ຕວນ, ຮອງ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ແຂວງ ລາວ​ກາຍ

ມີ​ກອງ​ປະ​ຊຸມໃຫຍ່ໃນຫຼາຍຂົງ​ເຂ​ດ​ການ​ທູດ​ປະ​ຊາ​ຊົນ​ໄດ້​ຮັບ​ການ​ຈັດ​ຂຶ້ນ

ປີ 2023, ສະ​ຫະ​ພັນ​ບັນ​ດ​າ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ແຂວງ ລາວ​ກາຍ ຈະ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ​ ແຂວງລາວ​ກາຍ ​ຄັ້ງ​ທີ 1 (ຄາດ​ວ່າ​ໃນ​ໄຕ​ມາດທີ 2/2023), ກອງ​ປະ​ຊຸມ​ໃຫຍ່​ມິດ​ຕະ​ພາບ ຫວຽດ​ນາມ - ຈີນ ແຂວງ​ລາວ​ກາຍ ຄັ້ງ​ທີ 5 (ຄາດ​ວ່າ​ໃນ​ໄຕ​ມາດ​ທີ 3/2023)

ປີ​ນີ້ ຂ້າ​ພະ​ເຈົ້າ ຈະ….

ພິທີ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ລະຫວ່າງ​ແຂວງ ກວາງ​ນາມ ກັບ​ອົງການ World Vision International

ກອງ​ປະ​ຊຸມ​ໃຫຍ່​ສະ​ຫະ​ພັນ​ບັນ​ດ​າ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ແຂວງລາວ​ກາຍ​ ຄັ້ງ​ທີ 5 (ຄາດ​ວ່າ​ໃນ​ໄຕ​ມາດ​ທີ 3/2023). ປີ 2023, ສະ​ຫ​ະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ແຂວງ​ລາວ​ກາຍ ​ຈະ​ສົມ​ທົບ​ກັບ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ ເພື່ອ​ຈັດ​ຕັ້ງ​ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ​ສາ​ກົນ ລະ​ດູ​ບານ​ໃໝ່​ປີ 2023 ຢູ່​ແຂວງ​ລາວ​ກາຍ.

ທ່ານ​ນາງ ເລ​ທິ​ແທງ​ຢາງ, ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ນະ​ຄອນ​ເກິ່ນ​ເທີ

ຈັດ​ຕັ້ງ​ບັນ​ດາ​ເຫ​ດ​ການ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງ​ປີ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ຍີ່​ປຸ່ນ

ປີ 2023 ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ນະ​ຄອນ​ຈະ​ສົມ​ທົບ​ກັບ​ສະ​ຖາ​ນ​ທູດ, ສະ​ຖານ​ກົງ​ສູນ​ໃຫຍ່ ຍີ່​ປຸ່ນ ປະ​ຈຳ ນະ​ຄອນ​ໂຮ່​ຈີ​ມິນ ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ຍີ່​ປຸ່ນ (21/9/1973 – 21/9/2023) ຢູ່​ນະ​ຄອນ​ເກິ່ນ​ເທີ ບັນ​ດາ​ການ​ເຄື່ອນ​ໄຫວຫຼັກ​ຈະ​ແມ່ນ: ຈັດ​ຕັ້​ງວັນ​ບຸນວັດ​ທະ​ນະ​ທຳ - ການ​ຄ້າ ຫວຽດ​ນາມ - ຍີ່​ປຸ່ນ ຄັ້ງ​ທີ 5, ພິ​ທີ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ຍີ່​ປຸ່ນ… ຜ່ານ​ນັ້ນ, ກໍ່ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ມິດ​ຕະ​ພາບ, ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ປະ​ເທດ…

ທ່ານ ຫງວຽນ​ຮຸຍ​ກວາງ, ຮອ​ງປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັ​ຕ​ດັ້ງ​ມິດ​ຕະ​ພາບ​ແຂວງວິ​ງ​ຝຸກ:

ກໍ່​ສ້າງ​ຍຸດ​ທະ​ສາດ​ພັດ​ທະ​ນາ​ການ​ທູ​ດ​ປະ​ຊາ​ຊົນ​ຂອງ​ແຂວງ

ການ​ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ທູດ​ປະຊາຊົນ​ຈະ​ຮັບປະກັນ​ຄວາມ​​ເປັນ​ເອ​ກະ​ພາບ, ການຈັດ​ຕັ້ງ​ຄຸ້ມ​ຄອງ, ການຈັດ​ຕັ້ງ​ກົນ​ໄກ, ລະບຽບ​ການ​ປະສານ​ງານ​ເພື່​ອ​ຜັນ​ຂະ​ຫຍາຍວຽກ​ງານ​ທາງ​ການ​ທູດ​ປະຊາຊົນ ຈະ​ນຳ​ມາ​ເຊິ່ງ​ປະສິດທິ​ຜົນ​ສູງ, ເຂົ້າ​ສູ່​ລວງ​ເລິກ ​ແລະ ​ແທດ​ຈິງ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງການ​ໃນ​ສະ​ພາບ​ການ​ໃໝ່. ພ້ອມ​ກັນ​ນັ້ນ, ກໍ່ຮັບປະກັນ​ການ​ຊີ້​ນຳ​ນຳພາ ​ແລະ ຊີ້​ນຳ​ຂອງ​ຄະນະ​ພັກ​ທຸກ​ຂັ້ນ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນລະຫວ່າງບັນດາ​ຂັ້ນ, ກ​ຂະ​ແໜງການ, ອົງການ, ຫົວໜ່ວຍ, ທ້ອງ​ຖິ່ນ; ປະກອບສ່ວນ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ທຸກ​ຂັ້ນ, ທຸກ​ຂະ​ແໜງ, ອົງການ​ຈັດ​ຕັ້ງ​ມະຫາຊົນ ​ແລະ ປະຊາຊົນ​ກ່ຽວ​ກັບ​ບົດບາດ, ທີ່​ຕັ້ງ, ຄວາມ​ສຳຄັນ​ຂອງ​ການ​ທູດ​ປະຊາຊົນ​ໃນ​ສະພາບ​ການ​ໃໝ່.

ທ່ານ​ ຝຸກວາງ​ກິກ, ຫົວ​ໜ້າ​ຫ້ອງວ່າ​ການ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ແຂວງ​ກ່າ​ເມົາ

ສ້າງ​ຂັ້ນ​ຕອນ, ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ ເພື່​ອ​ດຶງ​ດູດ ແລະ ນຳ​ໃຊ້​ການ​ລົງ​ທຶນ​ຕ່າງ​ປະ​ເທດ​ທີ່​ມີ​ປະ​ສິດ​ທິ​ຜົນ

ປີ 2023, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ກ່າ​ເມົາ ຈະ​ຍາດ​ແຍ່ງ​ເອົາ​ການ​ແນະນຳ ​ແລະ ໜູນ​ຊ່ວຍ​ຂອງ​ຄະນະ​​ປະສານ​ງານອຸ​ປະ​ຖຳ​ປະຊາຊົນ (PACCOM ຂອງ VUFO), ສະຖານ​ກົງສຸນ​ໃຫຍ່​ນະຄອນ ​ໂຮ່ຈີ​ມິນ ​ເພື່ອ​ເຊື່ອມ​ຕໍ່​ກັບ​ບັນດາ​ອົງການ​ຈັດ​ຕັ້ງ​ໃໝ່. ສືບ​ຕໍ່​ຊີ້​ນຳ ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຢູ່​ຂັ້ນ​ແຂວງ ​ແລະ ທ້ອງ​ຖິ່ນ ​ເພື່ອ​ຄັດ​ເລືອກ ​ແລະ ພັດທະນາ​ບັນດາ​ໂຄງການ​ທີ່​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ​ຂອງ​ຂະ​ແໜງ​ການ, ທ້ອງ​ຖິ່ນ ​ແລະ ມາດຖານ, ຄວາມ​ສາມາດ​ດ້ານ​ການ​ເງິນ​ຂອງ​ຄູ່​ຮ່ວມ​ມື.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.