ແມ່ຍິງເຊື້ອຊາດຫວຽດນາມຄົນໜຶ່ງ ໄດ້ຮັບລາງວັນອັນສູງສົ່ງທີ່ສຸດຈາກສ.ເກົາຫຼີ ກ່ຽວກັບບັນດາການເຄື່ອນໄຫວທຳການກຸສົນ

12:37 | 20/11/2022

ຍ​ສ​ໝ - ຫວ່ສງແລ້ວນີ້, ເອື້ອຍ ຫງວຽນ​ທິ​ເຕິມ​ຕິງ - ແມ່​ຍິງ​ເຊື້ອ​ຊາດ​ຫວຽດ​ນາມ ສັນຊາດ ສ.ເກົາຫຼີ ໄດ້​ຮັບການຕົກລົງມອບ​ລາງວັນ Daesang ອັນ​ສູ​ງ​ສົ່ງຈາກອຳ​ນາດກ​ານ​ປົກ​ຄອງ ນະ​ຄອນ​ເຊີ​ອູນ, ສ.ເກົາຫຼີ ​ເພື່ອ​ຮັບ​ຮູ້​ການ​ອຸ​ທິດ​ສ່ວນ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ທຳ​ການ​ກຸ​ສົນ​ ຢູ່​ທີ່ພິ​ທີ​ມອບ​ລາງວັນ​ຄັ້ງ​ທີ 34 ປີ 2022.

ຊາວຫວຽດ​ນາມ ອາ​ໄສ​ຢູ່ ສ.ເກົາຫຼີ ແລະ ຊາວ ​ສ.ເກົາຫຼີ ອາ​ໄສ ຢູ່ ຫວຽດ​ນາມ ແມ່ນ​ຂົວ​ເຊື່ອ​ມ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ຊາວຫວຽດ​ນາມ ອາ​ໄສ​ຢູ່ ສ.ເກົາຫຼີ ແລະ ຊາວ ​ສ.ເກົາຫຼີ ອາ​ໄສ ຢູ່ ຫວຽດ​ນາມ ແມ່ນ​ຂົວ​ເຊື່ອ​ມ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ
ປອ Sim Sang Joon (ສ.ເກົາຫຼີ): ເຂົ້າຕົ້ມຫວຽດນາມ ກິນກັບກິມຈິ ສ.ເກົາຫຼີ ແຊບອີຫຼີ! ປອ Sim Sang Joon (ສ.ເກົາຫຼີ): ເຂົ້າຕົ້ມຫວຽດນາມ ກິນກັບກິມຈິ ສ.ເກົາຫຼີ ແຊບອີຫຼີ!
ແມ່ຍິງເຊື້ອຊາດຫວຽດນາມຄົນໜຶ່ງ ໄດ້ຮັບລາງວັນອັນສູງສົ່ງທີ່ສຸດຈາກສ.ເກົາຫຼີ ກ່ຽວກັບບັນດາການເຄື່ອນໄຫວທຳການກຸສົນ
ເອື້ອຍ ຫງວຽນ​ທິ​ເຕິມ​ຕິງ - ແມ່​ຍິງ​ເຊື້ອ​ຊາດ​ຫວຽດ​ນາມ ສັນຊາດ ສ.ເກົາຫຼີ ໄດ້​ຮັບການຕົກລົງມອບ​ລາງວັນ Daesang ອັນ​ສູ​ງ​ສົ່ງ

ໃນ​ຕະຫຼອດ​ໄລ​ຍະ 19 ປີ​ຜ່ານ​ມາ, ເອື້ອຍ​ເຕິມ​ຕິ່ງ​ ​ໄດ້​ເຂົ້າ​ຮ່ວມຫຼາຍ​ການ​ເຄື່ອນ​ໄຫວ​ທຳ​ການ​ກຸ​ສົນ​ໃຫ້​ແກ່​ຊາວ​ຕ່າງ​ປະ​ເທດ​ທີ່​ພັກ​ພາ​ອາ​ໄສ​ຢູ່ ສ.ເກົາຫຼີ​ ຢ່າງ​ຕໍ່​ເນື່ອງ​ຄື ແປ​ພາ​ສາ​ຫວຽດ ໃຫ້​ແກ່​ແຮງ​ງານ​ຫວຽດ​ນາມ, ໜູນ​ຊ່ວຍ​ການ​ຜ່າ​ຕັດ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ເດັກ​ນ້ອຍ​ທີ່ເປັນ​ພະ​ຍາດ​ກ່ຽວ​ກັ​ບ​ຫົວ​ໃຈ​ຢູ່ ຫວຽດ​ນາມ ຫຼື​ ເຂົ້າ​ຮ່ວມ​ການ​ສິດ​ສອນ​ພາ​ສາ​ສ.ເກົາຫຼີ… ເວ​ລາ​ມໍ່​ໆ​ມາ​ນີ້, ເອື້ອຍ​ຍັງ​ເປັນ​ຜູ້​ແປ​ພາ​ສາ​ໃຫ້​ແກ່​ປະ​ຊາ​ຄົມ​ຊາວ​ຕ່າງ​ປະ​ເທດ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19.

ເອື້ອຍ​ເຕິມ​ຕິ່ງ ໄປ​ຍັງ ​ສ.ເກົາຫຼີ​ ໃນ​ຖາ​ນະ​ເປັນ​ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ, ລາວ​ເລີ່ມ​ປະ​ຕິ​ບັດ​ວຽກ​ງານ​ທຳ​ການ​ກຸ​ສົນດ້ວຍ​ຄວາມ​ຫວັງ​ຢາກ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ບັນ​ດາ​ຄວາມ​ຮັກ​ແພງ ແລະ ການ​ຊ່ວຍ​ເຫຼືອ ເຊິ່ງ​ຕົນ​ເອງ​ໄດ້​ຮັບ. ລາວ​ແບ່ງ​ປັນ​ວ່າ ຍາມ​ໃດ​ກໍ່​ຮູ້​ສຶກວ່າ​ຕົນ​ເອງ​ຕ້ອງມີ​ຄວາມ​ຮັບ​ຜິດ​ຊອບ​ກ່​ວາ​ອີກ​ຕໍ່​ສັງ​ຄົມ ແລະ ຕ້ອງ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທຳ​ການ​ກຸສົນຫຼາຍ​ກ່​ວາ​ອີກ​ໃນ​ໄລ​ຍະ 20 ປີ​ຈະ​ມາ​ເຖິງ.

ນີ້​ເປັນ​ຄັ້ງ​ທຳ​ອິດ​ໂດຍ​ຊາວ​ຕ່າງ​ປະ​ເທດ​ເຂົ້າ​ເປັນສັນ​ຊາດ ​ສ.ເກົາຫຼີ ໄດ້​ຮັບ​ລາງວັນ​ນີ້. ນອກ​ຈາກ​ລາງວັນ​ອັນ​ສູງ​ສົ່ງ Daesan ນີ້ແລ້ວ, ພິ​ທີ​ມອບ​ລາງວັນ​ທີ​ປີ 2022 ກໍຈະ​ລວມ​ມີ​ບັນ​ດາ​ລາຍ​ການ​ລາງ​ວວັນ​ດີ​ເດັ່ນ​ທີ່​ສຸດ ແລະ ລາງວັນ​ດີ​ເດັ່ນ ທີ່​ສະ​ຫງວນ​ໃຫ້​ແກ່​ບັນ​ດາ​ສ່ວນ​ບຸກ​ຄົນ ແລະ ໝູ່​ຄ​ະ​ນະ. ປີ​ນີ້, ລາງວັນ​ສ່ວນ​ບຸກ​ຄົນ​ດີ​ເດັ່ນໄດ້ມອບ​ໃຫ້​ແກ່​ໃຫ້ 9 ຄົນ ແລະ 5 ອົງ​ການ​ໄດ້​ຮັບ​ລາງວັນ​ໝູ່​ຄະ​ນະ​ດີ​ເດັ່ນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.