ຊອກ​ຫາ​ມາດ​ຕະ​ການ​ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ວຽກ​ງານ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຂອງແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ

19:00 | 01/12/2022

ຍ​ສ​ໝ - ວັນ​ທີ 29 ພະ​ຈິກ, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ປະ​ຈຳ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນ​ທະ​ນາ​ວິ​ທະ​ຍາ​ສາດ “ການປ່ຽນ​ແປງ​ໃໝ່ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ວຽກ​ງານ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດຂອງ​ແນວ​ໂຮມ​ປະ​ເທ​ດ​ຊາດ ຫວຽດ​ນາມ ໃນ​ສະ​ພາບ​ການ​ໃໝ່”.

ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແລະ ສະ​ມັດ​ຊາ​ໃຫຍ່ ສັນ​ຕິ​ພາບ​ໂລກ ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເພື່ອ​ສັນ​ຕິ​ພາບ ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແລະ ສະ​ມັດ​ຊາ​ໃຫຍ່ ສັນ​ຕິ​ພາບ​ໂລກ ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເພື່ອ​ສັນ​ຕິ​ພາບ
ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່​ທີ່​ມີ​ຄວາມ​ໝາຍ​ເພື່ອ​ຈັດ​ຕັ້ງ​ກອງ​ປະ​ຊຸມໃຫຍ່ ສະພາສັນ​ຕິ​ພາບໂລກ ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່​ທີ່​ມີ​ຄວາມ​ໝາຍ​ເພື່ອ​ຈັດ​ຕັ້ງ​ກອງ​ປະ​ຊຸມໃຫຍ່ ສະພາສັນ​ຕິ​ພາບໂລກ
​ທ່ານ​ຝຸ່ງ​ແຄ໊ງ​ຕາຍ​ຮອງ​ປ​ະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ
​ທ່ານ​ຝຸ່ງ​ແຄ໊ງ​ຕາຍ​ຮອງ​ປ​ະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ

ວັນ​ທີ 29 ພະ​ຈິກ, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ປະ​ຈຳ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນ​ທະ​ນາ​ວິ​ທະ​ຍາ​ສາດ “ການປ່ຽນ​ແປງ​ໃໝ່ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ວຽກ​ງານ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດຂອງ​ແນວ​ໂຮມ​ປະ​ເທ​ດ​ຊາດ ຫວຽດ​ນາມ ໃນ​ສະ​ພາບ​ການ​ໃໝ່”.

ວຽກ​ງານ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຍາມ​ໃດ​ກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ຈາກ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແລະ ກາຍ​ເປັນ​ໜ້າ​ທີ່​ລຸ​ລ່ວງ​ໃນ​ບັນ​ດາ​ໂຄງ​ການ​ເຄື່ອນ​ໄຫວ, ຜ່ານ​ນັ້ນ​ ກໍ່ໄດ້​ຮັບ​ຟັງ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ເພື່​ອສັງລວມ, ມີ​ຂໍ້​ສະ​ເໜີແນະເພີ່ມເຕີມ, ປັບ​ປຸງ​ນະ​ໂຍ​ບາຍ, ລະ​ດົມ​ຈິດ​ໃຈ​ຮັກ​ຊາດ, ມີ​ຄວາມ​ກົມ​ກຽວ​ຊົນ​ຊາດ​ໃນ​ປະ​ຊາ​ຄົມ.

ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາມີ​ທ່ານ ຟຸ່ງ​ແຄ໊ງ​ຕ່າຍ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທ​ດ​ຊາດ ຫວຽດ​ນາມ, ພ້ອມ​ກັບ​ຜູ້​ຕາງ​ໜ້າ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ ກ່ຽວ​ກັບຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ (ກະ​ຊ​ວງ​ການ​ຕ່າງ​ປະ​ເທດ), ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ, ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິ​ນ...

ມີຫຼາຍວິທີການແກ້ໄຂ ເພື່ອໃຫ້ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຍາມໃດກໍ່​ມຸ່ງ​ໄປ​ເຖິງ​ບ້ານເກີດເມືອງນອນ

ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ທ່ານ ຟຸ່ງ​ແຄ໊ງຕ່າ​ຍ ​ໃຫ້​ຮູ້​ວ່າ: ໂດຍປະຕິບັດ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ​ຂອງ​ພັກ, ສິດ ​ແລະ ຄວາມ​ຮັບຜິດຊອບ​​ທີ່​ໄດ້​ກຳນົດ​ໄວ້​ໃນ​ລັດຖະທຳ​ມະນູນ ​ແລະ ກົດໝາຍ, ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ມີ​ຄວາມ​ຕັ້ງໜ້າໃນ​ການ​ປ່ຽນ​ແປງ​ໃໝ່, ຫັນ​ເນື້ອ​ໃນ​ເປັນຫຼາຍ​ຮູບຫຼາຍ​ແບບ, ວິ​ທີ​ການ​ເຄື່ອນ​ໄຫວ, ນຳ​ວຽກ​ງານ​ຂົນ​ຂວາຍ, ເຕົ້າ​ໂຮມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ກາຍ​ເປັນ​ເນື້ອ​ໃນ​ສຳ​ຄັນ, ໜ້າ​ທີ່​ລຸລ່ວງ​ໃນ​ໂຄງ​ການ​ກະ​ທຳ​ຜ່ານ​ບັນ​ດາ​ກອງ​ປະ​ຊຸມ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ, ໃນ​ໂຄງ​ການ​ສົມ​ທົບ ແລະ ເປັນ​ເອ​ກະ​ພາບ​ການ​ເຄື່ອນ​ໄຫວ​ໃນ​ທຸກ​ປີ​ຂອງຄະ​ນະ​ກຳ​ມະ​ການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ສຳ​ລັບ​ບັນ​ດາຄູ່ຮ່ວມມືທີ່ກ່ຽວຂ້ອງ.

ພາຍຫຼັງ 10 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ໂຄງການ​ເຄື່ອນ​ໄຫວ “​ເສີມ​ຂະຫຍາຍການ​ໂຄ​ສະ​ນາ, ຂົນຂວາຍ, ​ເຕົ້າ​ໂຮມ ​ແລະ ສາມັກຄີ​ຂອງຊາວ​ຫວຽດ​ນາມ ອ​າ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ສະພາບ​ການ​ໃໝ່”, ວຽກ​ງານ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ​ຢູ່​ທ້ອງ​ຖິ່ນ​ ບັນ​ລຸໄດ້ບາດ​ກ້າວ​ຫັນ​ປ່ຽນ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ພະ​ນັກ​ງານ, ພາ​ລະ​ກກອນ, ລັດ​ຖະ​ກອນ, ຜູ້​ອອກ​ແຮງ​ງານ ແລະ ປະ​ຊາ​ຊົນ​ໃນ​ບໍ​ລິ​ເວນ​ກ່ຽວ​ກັບ​ວຽກ​ງານ​ສຳລັບຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ.​

​ເຖິງ​ວ່າ​ບັນລຸ​ໄດ້ ​ໝາກຜົນ​ຫລາຍຢ່າງ​ກໍ່ຕາມ, ​ແຕ່ໃນ​ວຽກ​ງານ​ຂົນ​ຂວາຍ, ເຕົ້າ​ໂຮມ, ສາ​ມັກ​ຄີ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຂອງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ໃນ​ຂະ​ບວນ​ການ​ປະ​ຕິ​ບັດ​ກໍ່​ເກີດມີຫຼາຍ​ບັນ​ຫາ​ບົກ​ຜ່ອງ ແລະ ຍັງ​ມີ​ຂໍ້​ຈຳ​ກັດ. ດັ່ງ​ນັ້ນ, ​ການ​ໂອ້​ລົມ​ສົນ​ທະ​ນາ​ແມ່ນ​ໂອ​ກາດ​ເພື່ອ​ໄຈ້​ແຍກ​ສະ​ພາບ​ການ​ສາ​ກົນ ແລະ ພາຍ​ໃນ, ຕີ​ລາ​ຄາ​ຢ່າງ​ແທດ​ຈິງ​ໝາກ​ຜົນ​ວຽກ​ງານ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດຂອງ​ແນວ​ໂຮມ​ປະ​ເທ​ດ​ຊາດ ຫວຽດ​ນາມ ໃນ​ໄລ​ຍະ​ຜ່ານ​ມາ. ຈາກ​ນັ້ນ ກໍ​ສະ​ເໜີ​ບັນ​ດາ​ຂໍ້​ສະ​ເໜີ​ແນະ ເພື່ອ​ຍູ້​ແຮງວຽກ​ງານ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຍູ້ແຮງວຽກ​ງານ​ເຕົ້າ​ໂຮມ, ສາ​ມັກ​ຄີ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ

ສະຫຼຸບ​ລວມບັນ​ດາ​ເນື້ອ​ໃນ​ຢູ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ຮອງ​ປະ​ທານ ຟຸ່ງ​ແຄ້ງ​ຕ່າຍ ຕີ​ລາ​ຄ​າ​ສູງ​ບັນ​ດາ​ຄຳ​ເຫັນ​ປຶກ​ສາ​ຫາ​ລື ແລະ ເນັ້ນ​ໜັກບັນ​ດາ​ຄຳ​ເຫັນ​ໄດ້​ຕີ​ລາ​ຄາ, ໄຈ້​ແຍກ​ສະ​ພາບ​ການສາ​ກົນ ແລະ ພາຍ​ໃນ​ປະ​ເທດ ທີ່ມີ​ຜົນ​ກະ​ທົບ​ຕໍ່​ວຽກ​ງານ​ຂົນ​ຂວາຍ, ເຕົ້າ​ໂຮມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ​ສະ​ມາ​ຊິກ, ຕີ​ລາ​ຄາ​ໝາກ​ຜົນ​ການ​ຂົນ​ຂວາຍ, ເຕົ້າ​ໂຮມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຢ່າງ​ແທດ​ຈິງ ແລະ ບັນ​ດາ​ອົງ​ການ​ສະ​ມາ​ຊິກ​ໃນ​ໄລ​ຍະ​ຈະ​ມ​າ​ເຖິງ, ຊອກ​ຫາ​ຂໍ້​ຈຳ​ກັດ, ຈຸດ​ບົກ​ຜ່ອງ, ສາຍ​ເຫດ ແລະ ບົດ​ຮຽນ​ປະ​ສົບ​ການ, ບັນ​ດາ​ໜ້າ​ທີ່​ວິ​ທີ​ການ ແລະ ຂໍ້​ສະເໜີ​ແນະຕໍ່​ວຽກ​ງານ​ຂົນ​ຂວາຍ, ເຕົ້າ​​ໂຮມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ທ່ານ​ຮອງ​ປະ​ທານ ​ຝຸ່ງ​ແຄ໊ງ​ຕ່າຍ ​ຢັ້ງ​ຢືນ​ວ່າ ວຽກ​ງານ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໃນ​ໄລ​ຍະ​ຜ່ານ​ມາ ບັນ​ລຸ​ໄດ້​ໝາກ​ຜົນ​ທີ່​ຕັ້ງ​ໜ້າຫຼາຍ​ຢ່າງ, ໃນ​ນັ້ນ​ມີ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບົດ​ບາດ ແລະ ຄວາມ​ສຳ​ຄັນ​ຂອງວຽກ​ງານ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຕໍ່​ພາ​ລະ​ກິດ​ແຫ່ງ​ການ​ກໍ່​ສ້າງ​ກຸ່ມກ້ອນມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ຂອງ​ຖັນ​ແຖວ​ພະ​ນັກ​​ງານ​ແນວ​ໂຮມ​ປະ​ເທດ​ຊາດ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສະ​ມາ​ຊິກ ໄດ້​ຮັບ​ການ​ຍົກ​ຂຶ້ນ. ວຽກ​ງານ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ກໍ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຢ່າງ​ຕັ້ງ​ໜ້າ​ໃນ​ການ​ເຄື່ອນ​ໄຫວ​ການ​ທູດ​ປະ​ຊາ​ຊົນ​ຂອງ​ແນວ​ໂຮມ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສະ​ມາ​ຊິກ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.