ໂຄງ​ການ​ລະ​ດູ​ບານ​ໃໝ່​ບ້ານ​ເກີດ​ເມືອງນອນ 2023 ຈະ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ ໃນ​ອາທິດກາງ​ເດືອນ​ມັງ​ກອນ

16:24 | 01/12/2022

ຍ​ສ​ໝ - ໂຄງ​ການ​ລະ​ດູ​ບານ​ໃໝ່​ບ້ານ​ເກີດ​ເມືອງນອນ 2023 ຄາດ​ວ່າ​ຈະ​ຈັດ​ຕັ້ງ​ໃນ​ວັນ​ທີ 14 ມັງ​ກອນ 2023 (ກົງ​ກັບ​ວັນ​ທີ 23 ເດືອນ​ 12 ​ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ) ຢູ່​ຫໍ​ປະ​ຊຸມ​ແຫ່ງ​ຊາດ, ນະ​ຄອນ​ຮ່າ​ໂນ້ຍ.

GDP ຫວຽດນາມ ປີ 2023 ອາດຈະບັນລຸ 6,7% GDP ຫວຽດນາມ ປີ 2023 ອາດຈະບັນລຸ 6,7%
ຫຼາຍກິດຈະກຳທີ່ໜ້າສົນໃຈໃນ Festival ອາ​ຊີບພື້ນເມືອງ ເຫ້ວ ປີ 2023 ຫຼາຍກິດຈະກຳທີ່ໜ້າສົນໃຈໃນ Festival ອາ​ຊີບພື້ນເມືອງ ເຫ້ວ ປີ 2023
ໂຄງ​ການ​ລະ​ດູ​ບານ​ໃໝ່​ບ້ານ​ເກີດ​ເມືອງນອນ 2023 ຈະ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ ໃນ​ອາທິດກາງ​ເດືອນ​ມັງ​ກອນ
ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ພ້ອມ​ກັບ​ພັນ​ລະ​ຍາ ເຂົ້າ​ຮ່ວມ ໂຄງ​ການ​ລະ​ດູ​ບານ​ໃໝ່​ບ້ານ​ເກີດ​ເມືອງນອນ 2022

ນີ້​ແມ່ນ​ໂຄງ​ການ​ປະ​ຈຳ​ປີ​ທີ່​ສະ​ຫງວນ​ໃຫ້​ແກ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແລະ ຈະ​ມີ​ການ​ເຂົ້າ​ຮ່ວມຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ, ບັນ​ດາ​ສະ​ຫາຍ​ການ​ນຳ ແລະ ອະ​ດີດ​ການ​ນຳ​ພັກ ແລະ ລັດ, ການ​ນຳ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ, ກະ​ຊວງ​ການ​ຕ່າງ​ປະ​ເທດ ຜູ້​ຕາງ​ໜ້າ​ບັນ​ດາ​ຄະ​ນະ, ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ.

ຕາມ​ຄະ​ນະ​ຈັດ​ຕັ້ງ​ແລ້ວ, ພໍ່​ແມ່​ປະ​ຊາ​ຊົນ​ຫວຍດນາມທີ່​ພວມ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ ແລະ ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ ອາດ​ຈະ​ຈົດ​ທະ​ບຽນ​ເຂົ້າ​ຮ່ວມ​ງານ​ມະ​ໂຫລານ​ອາ​ຫານ​ການ​ກິນ ຫວຽດ ແລະ ລາຍ​ການ​ພົ​ບ​ປະ​ແລກ​ປ່ຽນ​ສິນ​ລະ​ປະ​ດ້ວຍ​ຫົວ​ຂໍ້ “ປະ​ເທດ​ຊາດ ​ຄວາມ​ເຊື່ອ​ໝັ້ນ ແລະ ຄວາມຄາດ​ຫວັງ​” ໃນ​ຕອນ​ຄ່ຳ​ວັນ​ທີ 14 ມັງ​ກອນ ປີ 2023. ຂໍ້​ມູນ​ຈົດ​ທະ​ບຽນ​ ສົ່ງ​ໄປ​ຍັງ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ ກ່ຽວ​ກັບ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ - ກະ​ຊວງ​ການ​ຕ່າງ​ປະ​ເທດ ກ່ອນ​ວັນ​ທີ 31 ທັນ​ວາ ປີ 2022 ຕາມ​ທີ່​ຢູ່:

ເຮືອນ ເລກ​ທີ 32 ບ່າ​ຈຽວ, ຮ່​ວານກ​ຽ​ມ, ຮ່າ​ໂນ້ຍ

ເບີ​ໂທ​ລະ​ສັບ: (+84-24) 38240401;

Fax(84-24) 38259211;

Link: https://tinyurl.com/ubnvxqh2023

ຄະ​ນະ​ຈັດ​ຕັ້ງ​ຈະ​ບຸ​ລິ​ມະ​ສິດ​ຮັບ​ຕາມລຳດັບ​ເວ​ລາ​ຈົດ​ທະ​ບຽ​ນ​ຂອງແຂກ​ຜູ້​ແທນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.