ຕອນບ່າຍວັນທີ 9 ກໍລະກົດ, ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Shindo Yoshitaka ລັດຖະມົນຕີຂອງຫ້ອງວ່າການຄະນະລັດຖະບານຍີ່ປຸ່ນ, ຮັບຜິດຊອບການຟື້ນຟູເສດຖະກິດ, ເລີ່ມທຸລະກິດ, ຄຸ້ມຄອງຄວາມສ່ຽງຈາກພະຍາດຕິດແປດ, ການປະຕິຮູບລະບອບຮັບປະກັນຊີວິດສັງຄົມສຳລັບທຸກເກນອາຍຸ, ນະໂຍບາຍການເງິນ-ເສດຖະກິດ ແລະແມ່ນລັດຖະມົນຕີຮັບຜິດຊອບສັນຍາຄູ່ຮ່ວມມືຂ້າມປາຊີຟິກ (CPTPP) ຂອງຍີ່ປຸ່ນ.
ວັນທີ 1 ກໍລະກົດ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ກ່ຽນຢາງ ໄດ້ສົມທົບກັບຄະນະກໍາມະການປະຊາຊົນເມືອງ ອານບຽນ (ແຂວງ ກຽນຢາງ) ຈັດຕັ້ງພິທີມອບ-ຮັບໂຄງການອຸປະກອນການແພດໃຫ້ສູນການແພດເມືອງ ອານບຽນ.
ຍສໝ - "ຂ້າພະເຈົ້າຫວັງວ່າ ນີ້ຈະແມ່ນໂອກາດເພື່ອປຸກລຸກຄວາມສົນໃຈກ່ຽວກັບ ຍີ່ປຸ່ນ ໃນລຸ້ນໜຸ່ມ, ຊ່ວຍໃຫ້ເຂົາເຈົ້າສາມາດຊອກຫາ, ຮ່ຳຮຽນ, ເຮັດໃຫ້ມີຄວາມເຂົ້າໃຈກ່ຽວກັບ ຍີ່ປຸ່ນ ເລິກເຊິ່ງກ່ວາອີກ". ນັ້ນແມ່ນການແບ່ງປັນຂອງທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳຫວຽດນາມ ໃນງານບຸນ ຫວຽດນາມ-ຍີ່ປຸ່ນ ຢູ່ນະຄອນ ດານັງ ປີ 2024.
ຍສໝ - ໃນຊຸມປີຜ່ານມາ, ມະຫາວິທະຍາໄລ Nagasaki Prefectural (ຍີ່ປຸ່ນ) ສົ່ງນັກສຶກສາຝຶກງານ ແລະ ຄູອາຈານໄປຮ່ຳຮຽນ ແລະ ເຮັດວຽກຢູ່ນະຄອນ ດານັງ ໄດ້ບັນລຸໝາກຜົນອັນດີງາມຫຼາຍຢ່າງ.
ຍສໝ - ຕອນເຊົ້າວັນທີ 3 ກໍລະກົດ, ຢູ່ທີ່ຫໍສະພາແຫ່ງຊາດ, ທ່ານ ຫວູຫາຍຮ່າ ກຳມະການສູນກາງພັກ, ຫົວໜ້າກຳມາທິການການຕ່າງປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Yamamoto Gosei ປະທານສະຫະພັນສະມາຊິກລັດຖະສະພາມິດຕະພາບ (NSHN) ຍີ່ປຸ່ນ - ຫວຽດນາມ.
ຍສໝ - ຫວ່າງແລ້ວນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດ໊ຮຸ່ງຫວຽດ, ຫົວໜ້າ SOM ອາຊຽນ ຂອງ ຫວຽດນາມ ພ້ອມດ້ວຍຫົວໜ້າ SOM, ຫົວໜ້າຄະນະຜູ້ແທນບັນດາປະເທດ ອາຊຽນ ແລະ ຍີ່ປຸ່ນ ໄດ້ເຂົ້າຮ່ວມເວທີປາໄສ ອາຊຽນ - ຍີ່ປຸ່ນ ປະຈໍາປີຄັ້ງທີ 39 ຢູ່ ບັງກອກ (ໄທ).
ຍສໝ - ເພື່ອຕອບສະໜອງກັບຈຳນວນນັກທ່ອງທ່ຽວທີ່ເພີ່ມຂຶ້ນຢ່າງວ່ອງໄວ, ອຳນາດການປົກຄອງຢູ່ 12 ທ້ອງຖິ່ນຂອງຍີ່ປຸ່ນ ໄດ້ນຳໃຊ້ ຫຼື ມີວາງແຜນນຳໃຊ້ ແລະ ອຳນາດການປົກຄອງ 30 ກວ່າແຫ່ງພວມພິຈາລະນານຳໃຊ້ລະບອບລະບອບເກັບພາສີພັກເຊົາ.
ຍສໝ - ບັນດາຂໍ້ມູນດັ່ງກ່າວໄດ້ຮັບການກ່າວຢູ່ທີ່ກອງປະຊຸມຂອງແຂວງ Yamanashi ເມື່ອບໍ່ດົນມານີ້ ດ້ວຍການເຂົ້າຮ່ວມຂອງວິສາຫະກິດ 20 ກວ່າແຫ່ງທີ່ຮັບເອົາຄົນງານ ຫວຽດນາມ ຢູ່ເຂດດັ່ງກ່າວ. ສະຖານີໂທລະພາບ NHK (ຍີ່ປຸ່ນ) ໄດ້ອ້າງຄຳແຈ້ງການຂອງອົງການປົກຄອງແຂວງ Yamanashi ທີ່ກ່າວວ່າ ຈຸດປະສົງຂອງການເຄື່ອນໄຫວຂ້າງເທິງນີ້ແມ່ນເພື່ອຊ່ວຍແກ້ໄຂບັນຫາການຂາດແຄນຊັບພະຍາກອນມະນຸດ. ລະບົບປະກັນໄພໃໝ່ຈະເລີ່ມຮັບສະໝັກຕັ້ງແຕ່ເດືອນມິຖຸນາ 2024 ເປັນຕົ້ນໄປ.
Chiều 8/5, tại trụ sở Bộ, Bộ trưởng Ngoại giao Bùi Thanh Sơn đã tiếp Đại sứ đặc mệnh toàn quyền Nhật Bản tại Việt Nam Yamada Takio đến chào từ biệt trước khi kết thúc nhiệm kỳ công tác tại Việt Nam.
ຍສໝ - ຕອນບ່າຍວັນທີ 8 ພຶດສະພາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio ເຂົ້າຢ້ຽມອຳລາໃນໂອກາດສິ້ນສຸດອາຍຸການຢູ່ ຫວຽດນາມ.
ຍສໝ - ອຳນາດການປົກຄອງ ຍີ່ປຸ່ນ ພວມສະໜອງບັນດາບົດສອບເສັງເອົາໃບຂັບຂີ່ລົດແທັກຊີ ແລະ ລົດເມ ເປັນຫຼາຍພາສາກ່ວາ, ລວມມີ ພາສາຫວຽດນາມ, ອັງກິດ, ຈີນ ແລະ ເນປານ.
ຍສໝ - ທ່ານ ຮວ່າງບິ່ງກວນ, ອະດີດກຳມະການສູນກາງພັກ, ອະດີດຫົວໜ້າຄະນະພົວພັນຕ່າງປະເທດສູນກາງ, ເມື່ອບໍ່ດົນມານີ້ ໄດ້ຮັບຫຼຽນໄຊອາທິດອຸໄທ ໂດຍລັດຖະບານຍີ່ປຸ່ນ ມອບໃຫ້ ຍ້ອນມີການປະກອບສ່ວນເຂົ້າໃນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ.
ຍສໝ - ນີ້ແມ່ນຄຳປາໄສຂອງທ່ານ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio ທີ່ການຮັບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາຊົນເຜົ່າ” ຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໃນວັນທີ 23 ເມສາຢູ່ ຮ່າໂນ້ຍ. ຫຼຽນກາລະນຶກ ແມ່ນລາງວັນເພື່ອຮັບຮູ້ບັນດາການປະກອບສ່ວນໃນການຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງປະຊາຊົນຫວຽດນາມ ແລະ ຍີ່ປຸ່ນ.
ຍສໝ - ລາຍການດົນຕີບ້ານເກີດເມືອງນອນ 2024 ແມ່ນເຫດການທີ່ມີຄວາມໝາຍອັນໃຫຍ່ຫຼວງສຳລັບປະຊາຄົມຊາວ ຫວຽດນາມ ຢູ່ເຂດ Kansai ເພາະວ່າສະຖານທີ່ແຫ່ງນີ້ ບໍ່ຄ່ອຍໄດ້ດຳເນີນບັນດາເຫດການວັດທະນະທຳໃຫຍ່ສຳລັບປະຊາຄົມຊາວ ຫວຽດນາມ ຫຼາຍປານໃດ.
ຍສໝ - ນີ້ແມ່ນຂໍ້ສັງເກດຂອງທ່ານ Hitomi Tatsuya, ຜູ້ອຳນວຍການພະແນກພົວພັນຕ່າງປະເທດຂອງແຂວງ Nara (ຍີ່ປຸ່ນ) ທີ່ການພົບປະກັບການນຳຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫ້ວ ເນື່ອງໃນການຢ້ຽມຢາມ ແລະ ເຮັດວຽກຂອງຄະນະປະຕິບັດງານຢູ່ແຂວງ ເທື່ອທຽນເຫ້ວ ໃນວັນທີ 21 ມີນາ.
ຍສໝ - ຫວ່າງມໍ່ໆນີ້, ກອງປະຊຸມໃຫຍ່ບານເຕະຊາວ ຫວຽດນາມ ຢູ່ເຂດ Kanto ປີ 2024 ໄດ້ເປີດຢ່າງເປັນທາງການຢູ່ສະໜາມກິລາ Redsland, ແຂວງ Saitama (ຍີ່ປຸ່ນ). ເຫດການຄັ້ງນີ້ ມີການເຂົ້າຮ່ວມຂອງ 76 ທີມ, ໂດຍໄດ້ຮັບການຄັດເລືອກຈາກເກືອບ 100 ທີມບານເຕະສະໝັກຫຼິ້ນໃນຂົງເຂດ.
ຍສໝ - ວັນທີ 17 ມີນານີ້, ຮອບຊີງຊະນະເລີດການແຂ່ງຂັນເວົ້າພາສາ ຍີ່ປຸ່ນ ຢູ່ນະຄອນ ຫາຍຟ່ອງ ຄັ້ງທີ 8 ປີ 2024 ໄດ້ຈັດຕັ້ງຢູ່ນະຄອນ ຫາຍຟ່ອງ. ການແຂ່ງຂັນແມ່ນເພື່ອຝຶກຝົນທັກສະການສື່ສານ, ການນຳສະເໜີ ແລະ ຄວາມສາມາດໃນການເວົ້າພາສາຍີ່ປຸ່ນ, ລະດົມສົ່ງເສີມການຮຽນຮູ້ ແລະ ນຳໃຊ້ພາສາ ຍີ່ປຸ່ນ, ໂຄສະນາຮູບພາບປະເທດ, ປະຊາຊົນ ແລະ ນະຄອນ ຫາຍຟ່ອງ ໄປເຖິງເພື່ອນມິດສາກົນ.
ຍສໝ -
ວັນທີ 12 ມີນານີ້, ສະຖານກົງສຸນໃຫຍ່ຍີ່ປຸ່ນປະຈຳນະຄອນໂຮ່ຈິມິນ ໄດ້ຈັດຕັ້ງພິທີລົງນາມໂຄງການຊ່ວຍເຫຼືອທີ່ບໍ່ຕ້ອງສົ່ງຄືນ ຂອງລັດຖະບານຍີ່ປຸ່ນ, ດ້ວຍຍອດມູນຄ່າ 178.807 USD ໃຫ້ 3 ໂຄງການຢູ່ແຂວງ, ບາກລຽວ ແລະ ແຂວງແຄ໋ງຮ່ວາ.
ຍສໝ - ທ່ານສະຖານກົງສູນໃຫຍ່ ຫວຽດນາມ ປະຈໍາ Osaka ໄດ້ສົມທົບກັບສະມາຄົມຊາວ ຫວຽດນາມ ປະຈໍາເຂດ Kansai ເພື່ອຈັດຕັ້ງສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ.
ຍສໝ - ງານບຸນ ຫວຽດນາມ - ຍີ່ປຸ່ນ ຄັ້ງທີ 9 ໄດ້ຈັດຕັ້ງນັບແຕ່ວັນທີ 9 – 10 ມີນາ 2024 ຢູ່ສວນສາທາລະນະ 23/9, ເມືອງ 1, ນະຄອນ ໂຮ່ຈີມິນ ດ້ວຍຫົວຂໍ້ວ່າ “ຈັບມືກັນ - ນັບແຕ່ນີ້ໄປ” ໄດ້ນຳເອົາໃຫ້ນັກທ່ອງທ່ຽວ ແລະ ປະຊາຊົນສອງປະເທດມີກາລະໂອກາດລົງຕົວຈິງການເຄື່ອນໄຫວວັດທະນະທຳທີ່ເປັນເອກະລັກສະເພາະຫຼາຍຢ່າງ.
ຍສໝ - ຕາມທ່ານ ຟ້າມຮຸຍບິ່ງ ແລ້ວ, ເຫດການນີ້ມີຄວາມໝາຍສຳຄັນ, ສ້າງຂີດໝາຍບາດກ້າວພັດທະນາໃໝ່ໃນການພົວພັນຮ່ວມມືມິດຕະພາບລະຫວ່າງ Saigontourist Group ແລະ ບັນດາຄູ່ຮ່ວມມື ຍີ່ປຸ່ນ.