ທ່ານ ເລຫງອກດິ້ງ ໄດ້ຮັບເລືອກຕັ້ງເປັນປະທານສະມາຄົມພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ອີກສະໄໝໜຶ່ງ

14:26 | 01/08/2024

ຍສໝ - ສະມາຄົມພົບປະ​ແລກປ່ຽນ​ວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ຫາ​ກໍ່​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່ຜູ້ແທນ​ຄັ້ງ​ທີ 6 ອາຍຸ​ການ 2024 – 2029 ຢູ່ ຮ່າ​ໂນ້ຍ. ທ່ານ ເລ​ຫງອກ​ດິ້ງ, ອະ​ດີດ​ຮອງ​ຫົວ​ໜ້າ​ກົມ​ຮ່ວມ​ມື​ສາ​ກົນ​ ກະ​ຊວງ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ການທ່ອງ​ທ່ຽວ ຫວຍດນາມ, ປະ​ທານ​ສະ​ມາ​ຄົມພົບປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ - ຍີ່​ປຸ່ນ, ສະ​ໄໝ​ທີ 5, ສືບ​ຕໍ່​ໄດ້ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ ສະ​ໄໝ​ທີ 6, ອາຍຸ​ການ 2024. -2029.

ສື່​ມວນ​ຊົນ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຍີ່ປຸ່ນ ຍ້ອງຍໍ​ສັນລະເສີນການ​ປະກອບສ່ວນ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍແທງເຊີນ ມອບ​ຫຼຽນກາລະນຶກ ເພື່ອພາລະກິດທາງ​ການ​ທູດ​ ຫວຽດນາມ ​ໃຫ້​ແກ່​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ Yamada Takio

ກອງ​ປະຊຸມໃຫຍ່​ໄດ້​ກຳນົດ​ທິດນຳການເຄື່ອນໄຫວ​ຂອງ​ສະມາຄົມ​ໃນ​ໄລຍະ​ຈະ​ມາ​ເຖິງ​ແມ່ນ: “ເປັນເຈົ້າການ, ມີໄຫວພິບ, ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ມີ​ປະສິດທິ​ຜົນ”.

ຕາມ​ນັ້ນ​ແລ້ວ, ສະມາຄົມ​ຈະ​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ຕາມ​ທິດ​ຄື: ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ພົບປະແລກປ່ຽນ, ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ ຫວຽດນາມ - ຍີ່ປຸ່ນ, ​ໃນ​ນັ້ນ​ມີ​ບາງ​ລາຍການ​ເພື່ອ​ແນ​ໃສ່​ຮັບ​ໃຊ້​ບັນດາ​ຜູ້​ຊົມໜຸ່ມ, ນັກຮຽນ ​ແລະ ນັກ​ສຶກສາ.

ສະມາຄົມ​ຈະ​ສົມທົບ​ກັບ​ບັນດາ​ຄູ່​ຮ່ວມ​ມື​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ແນະນຳ​ວັດທະນະທຳ ຫວຽດນາມ ຢູ່ ຍີ່​ປຸ່ນ, ສົມທົບ​ກັບ​ບັນດາ​ທ້ອງ​ຖິ່ນ​ຈັດ​ຕັ້ງ​ບັນດາ​ລາຍການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ຢູ່​ບັນດາ​ແຂວງ, ນະຄອນອື່ນໆ​ຢູ່​ນອກຈາກ ​ຮ່າ​ໂນ້ຍ.

ຍົກສູງຄຸນນະພາບການຮຽນ - ການສອນພາສາ ຍີ່ປຸ່ນ ຢູ່ສູນ ນຸ໋ຍຈຸກ, ສົ່ງຄູສອນຂອງສູນໄປຝຶກອົບຮົມເພື່ອຍົກລະດັບຄຸນນະພາບໃນການສິດສອນຢູ່ ຍີ່ປຸ່ນ ໂດຍຜ່ານກອງທຶນພົບປະແລກປ່ຽນສາກົນຂອງ ຍີ່ປຸ່ນ.

ເປັນເຈົ້າການໃນການສ້າງຕັ້ງ ​ແລະ ຮັກສາ​ການ​ພົວພັນກັບບັນດາ​ຄູ່​ຮ່ວມ​ມື​ ຫວຽດນາມ - ຍີ່ປຸ່ນ ​ເພື່ອ​ຍາດ​ແຍ່ງ​ກຳລັງບົ່ມຊ້ອນ ​ແລະ ທ່າ​ແຮງ​ຂອງ​ຄູ່​ຮ່ວມ​ມື, ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ພົບປະແລກປ່ຽນ​ວັດທະນະທຳ​ລະຫວ່າງ 2 ປະ​ເທດ​ບົນ​ພື້ນຖານ​ຫັນເປັນ​ສັງຄົມ.

ເພີ່ມ​ທະວີ​ວຽກ​ງານ​ຂໍ້​ມູນ​ຂ່າວສານ​ຕ່າງປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ນັບມື້ນັບເຜີຍແຜ່ອອກກວ້າງ​ກວ່າ​ອີກ.

ປະຕິບັດ​ວຽກ​ງານການ​ກຸສົນ​ມະນຸດສະທຳ​ຄືເປັນ​ໜຶ່ງໃນໜ້າ​ທີ່​ຮັບຜິດຊອບ​ຕໍ່​ສັງຄົມ​ຂອງ​ສະມາຄົມ.

ທ່ານ ເລຫງອກດິ້ງ ໄດ້ຮັບເລືອກຕັ້ງເປັນປະທານສະມາຄົມພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ອີກສະໄໝໜຶ່ງ

ຄະນະ​ບໍລິຫານ​ງານ​ສະມາຄົມພົບປະ​ແລກປ່ຽນ​ວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ​ອາຍຸ​ການ 2024-2029 ​ໄດ້​ເປີດຕົວ.

ບັນດາຜູ້ແທນໄດ້ເລືອກຕັ້ງຄະນະບໍລິຫານງານສະມາຄົມ, ສະໄໝທີ 6 ອາຍຸ​ການ 2024-2029, ລວມມີ 17 ທ່ານ, ຄະນະປະຈຳລວມມີ 5 ທ່ານ, ຄະນະກວດກາສະມາຄົມລວມມີ 3 ທ່ານ. ທ່ານ ເລ​ຫງອກ​ດິ້ງ, ອະ​ດີດ​ຮອງ​ຫົວ​ໜ້າ​ກົມ​ຮ່ວມ​ມື​ສາ​ກົນ​ ກະ​ຊວງ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ການທ່ອງ​ທ່ຽວ, ປະ​ທານ​ສະ​ມາ​ຄົມ​ພົບປະແລກ​ປ່ຽນ​ວັດ​ທະ​ນະ​ທຳ​ ຫວຽດ​ນາມ - ຍີ່​ປຸ່ນ, ສະ​ໄໝ​ທີ 5, ສືບ​ຕໍ່​ໄດ້ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ, ສະ​ໄໝ​ທີ 6, ອາຍຸ​ການ 2024. -2029. ທ່ານ ເຈີ່ນເຫຍິ໋ດຮວ່າງ, ຮອງ​ຫົວໜ້າ​ກົມ​ຮ່ວມ​ມື​ສາກົນ, ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງ​ທ່ຽວ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຮອງ​ປະທານ ​ແລະ ​ເລຂາສະມາຄົມ ສະໄໝທີ 6.

ກ່າວ​ຄຳ​ປາໄສ​ທີ່​ກອງ​ປະຊຸມ, ທ່ານ​ນາງ ເຈີ່ນ​ຫາຍ​ເວີນ, ຮອງ​ຫົວໜ້າ​ກົມ​ຮ່ວມ​ມື​ສາກົນ, ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງ​ທ່ຽວ ຕີ​ລາຄາ​ສູງ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ​ຂອງ​ສະມາຄົມ. ດ້ວຍ​ຫຼາຍ​ວິທີການເຮັດວຽກທີ່ເປັນເຈົ້າການ, ມີ​ຫົວຄິດ​ປະດິດ​ສ້າງ, ບົນພື້ນຖານບັນດາ​ແຫຼ່ງທຶນ​ຫັນເປັນ​ສັງຄົມ, ສະມາຄົມ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ພົບປະແລກປ່ຽນ​ວັດທະນະທຳ​ທີ່​ມີ​ຄວາມ​ໝາຍ​ຫຼາຍ​ຢ່າງ​ໃນ​ການ​ຮ່ວມ​ມື ຫວຽດນາມ - ຍີ່ປຸ່ນ, ​ໃນ​ນັ້ນ​ມີ​ບັນດາ​ໂຄງການ​ມີ​ຂອບ​ຂະໜາດ​ໃຫຍ່, ພິ​ເສດ​ແມ່ນ​ເປັນ​ຄັ້ງ​ທຳ​ອິດທີ່ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ແນະນຳ​ວັດທະນະທຳ ຫວຽດນາມ ຢູ່ ຍີ່ປຸ່ນ. ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ໄດ້​ຮັບ​ການອອກຂ່າວ​ຢ່າງ​ກວ້າງຂວາງ​ຈາກ​ສື່​ມວນ​ຊົນ​ຫວຽດນາມ ​ແລະ ຍີ່​ປຸ່ນ, ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ປະຊາຊົນເປັນຈຳນວນຫຼາຍ. ຄຽງ​ຄູ່​ກັບ​ວຽກ​ງານ​ຂໍ້​ມູນ​ຂ່າວ​ສານ​ການຕ່າງປະເທດ, ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ສະມາຄົມ​ໄດ້​ຜັນ​ຂະຫຍາຍ​ຢ່າງ​ມີແບບແຜນ ​ແລະ ມີ​ປະສິດທິ​ຜົນ, ອັບເດດຂໍ້ມູນຢ່າງທັນ​ການ​ກ່ຽວ​ກັບ​ບັນດາ​ເຫດການ​ສຳຄັນ​ຂອງ​ສະມາຄົມ​ໃນ​ຫຼາຍ​ເວທີ​ສື່​ມວນ​ຊົນທີ່ແຕກຕ່າງກັນດ້ວຍພາສາ ​ຫວຽດນາມ ​ແລະ ຍີ່​ປຸ່ນ, ​ເຊິ່ງຊ່ວຍ​ໃຫ້​ຂໍ້​ມູນ​ຂ່າວສານ​ບໍ່​ພຽງ​ແຕ່ໄດ້ເຜີຍແຜ່​ຢູ່ ຫວຽດນາມ ​ເທົ່າ​ນັ້ນ ຫາກ​ຍັງ​ຢູ່ທັງ ​ຍີ່ປຸ່ນ ອີກດ້ວຍ.

ທ່ານ ເລຫງອກດິ້ງ ໄດ້ຮັບເລືອກຕັ້ງເປັນປະທານສະມາຄົມພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ອີກສະໄໝໜຶ່ງ

ການສະແດງສິລະປະທີ່ກອງປະຊຸມໃຫຍ່.

ທ່ານ​ນາງ ເຈີ່ນ​ຫາຍ​ເວີນ ​ໃຫ້​ຮູ້​ວ່າ: ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງ​ທ່ຽວ ຍາມ​ໃດ​ກໍ່​ຮ່ວມເດີນທາງ, ​ຕັ້ງໜ້າສະໜັບສະໜູນໃຫ້ສະມາຄົມ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຊຸກຍູ້​ການ​ພົວພັນ​ພົບປະແລກປ່ຽນ​ ​ແລະ ການ​ຮ່ວມ​ມືດ້ານ​ວັດທະນະທຳລະຫວ່າງ ຫວຽດນາມ - ຍີ່ປຸ່ນ. ທ່ານ​ນາງ​ສະ​ເໜີ​ໃຫ້​ສະມາຄົມ​ເອົາ​ໃຈ​ໃສ່​ຫຼາຍ​ກວ່າ​ອີກ​ໃນ​ບາງ​ໜ້າ​ທີ່​ຄື: ເປີດກວ້າງ​ການຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ພົບປະແລກປ່ຽນ​ວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ​ໄປ​ຍັງທ້ອງ​ຖິ່ນ​ອື່ນ, ຢູ່​ນອກ​ນະຄອນຫຼວງ ຮ່າ​ໂນ້ຍ ​ເຊັ່ນ: ​ໄທຫງ່ວຽນ, ໂຮ້ຍອານ, ​ນະຄອນ ໂຮ່ຈີ​ມິນ ​ເພື່ອ​ເຜີຍ​ແຜ່​ຈິດ​ໃຈພົບປະ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ສອງ​ປະ​ເທດ.

ຄຽງຂ້າງນັ້ນ, ສະມາຄົມຍັງຕ້ອງໄດ້ສືບຕໍ່ການຄົ້ນຄວ້າຍົກສູງຄຸນນະພາບການຮຽນ - ການສອນພາສາ ຍີ່ປຸ່ນ ຢູ່ສູນ ນຸ໋ຍຈຸກ ຕື່ມອີກ, ພິເສດແມ່ນໃນສະພາບການຫັນເປັນດິຈິຕອນທີ່ພວມດຳເນີນໄປຢ່າງໍແຮງໃນທຸກຂົງເຂດ; ​ເຊື່ອມ​ໂຍງ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ກັບ​ແຜນການ​ເຮັດ​ວຽກ​ຂອງ​ບັນດາ​ກະຊວງ, ຂະແໜງການ ​ແລະ ທ້ອງ​ຖິ່ນ ​ເພື່ອ​ສາມາດ​ນຳ​ໃຊ້ ​ແລະ ເສີມຂະຫຍາຍແຫຼ່ງກຳລັງ​ໃນການພົບປະແລກປ່ຽນ​ວັດທະນະທຳ ຫວຽດນາມ - ຍີ່​ປຸ່ນ.

ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ

ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ

ຍສໝ - ທ່ານ ຮວ່າງ​ບິ່ງ​ກວນ, ອະດີດ​ກຳມະການ​ສູນ​ກາງ​ພັກ, ອະດີດ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ, ​ເມື່ອ​ບໍ່​ດົນ​ມາ​ນີ້ ​ໄດ້​ຮັບ​ຫຼຽນ​ໄຊອາທິດອຸໄທ ​ໂດຍ​ລັດຖະບານ​ຍີ່ປຸ່ນ ມອບໃຫ້ ຍ້ອນມີ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ.

ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ

ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ

ຍສໝ - ວັນທີ 27 ແລະ 28 ພະຈິກ, ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ໃນນັ້ນໄດ້ເນັ້ນໜັກເຖິງເລື່ອງທ່ານປະທານປະເທດ ຫວໍວັນເຖືອງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ເຫັນດີຍົກລະດັບການພົວພັນລະຫວ່າງ 2 ປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ ...

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.