ນຳ​ການ​ພົວພັນ ຫວຽດນາມ - ຍີ່ປຸ່ນ ພັດທະນາ​ຢ່າງ​ເລິກ​ເຊິ່ງ, ຮອບດ້ານ, ສົມກັບທີ່​ຕັ້ງ, ລະດັບໃໝ່.

10:42 | 06/04/2024

ຍສໝ - ສະຫາຍຜູ້ປະຈຳການຄະນະ​ເລຂາທິການ ນາງ ເຈື່ອງທິມາຍ ຢືນຢັນ​ວ່າ ຫວຽດນາມ ຖືການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ ຍີ່ປຸ່ນ ເປັນສຳຄັນຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.

ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳຕິດພັນ​ປະຊາ​ຄົມ ​ແລະ ປັບປຸງການ​ພົວພັນ​ມິດຕະພາບ​ ຫວຽດນາມ - ຍີ່ປຸ່ນ ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳຕິດພັນ​ປະຊາ​ຄົມ ​ແລະ ປັບປຸງການ​ພົວພັນ​ມິດຕະພາບ​ ຫວຽດນາມ - ຍີ່ປຸ່ນ
ຂົວ​ຕໍ່​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ ຫວຽດນາມ - ​ສາທາລະນະລັດເຊັກໂກ ຂົວ​ຕໍ່​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ ຫວຽດນາມ - ​ສາທາລະນະລັດເຊັກໂກ

​ໂດຍຕອບ​ຮັບ​ຄຳ​ເຊີນ​ຂອງ​ລັດ ຍີ່ປຸ່ນ, ສະຫາຍ ນາງ ເຈື່ອງທິມາຍ, ກຳມະການກົມການ​ເມືອງ, ຜູ້ປະຈຳຄະນະ​ເລຂາທິການ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງພັກກອມມູນິດ ຫວຽດນາມ, ປະທານ​ກຸ່ມ​ສະມາຊິກ​ຜູ້ແທນ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ ໄດ້ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງພັກ​ກອມ​ມູນິດ ​ຫວຽດນາມ ​​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຍີ່​ປຸ່ນ ​ແຕ່​ວັນ​ທີ 31 ມີນາ – 3 ເມສາ.

ການ​ຢ້ຽມ​ຢາມ​ໄດ້ດຳ​ເນີນ​ໃນ​ສະ​ພາບ​ການ​ທີ່​ການ​ພົວ​ພັນ​ຫວຽດ​ນາມ - ຍີ່​ປຸ່ນ ພວມ​ຢູ່​ໃນ​ໄລຍະການ​ພັດ​ທະ​ນາ​ອັນ​ດີ​ງາມ, ດ້ວຍບາດກ້າວ​ບຸກທະລຸ​ໃໝ່ທີ່ສຸດ ແມ່ນເຫດການຂອງ 2 ປະ​ເທດ​ຍົກ​ລະ​ດັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ເພື່ອ​ສັນ​ຕິ​ພາບ ແລະ ຄວາມວັດທະນາຖາວອນຢູ່​ ອາ​ຊີ ແລະ ໃນ​ໂລກ (ເດືອນພະຈິກ 2023).

ໃນ​ບັນດາການ​ເຄື່ອນ​ໄຫວ​ຄັ້ງ​ທຳ​ອິດ​ຂອງ​ການ​ຢ້ຽມ​ຢາມ, ຄະ​ນະ​ຜູ້​ແທນ ​ໄດ້​ມີ​ການ​ພົບ​ປະ​ກັບ​ ສະຫາຍຮອງ​ປະ​ທານ​ພັກ​ປະ​ຊາ​ທິ​ປະ​ໄຕ​ເສລີ​ກຳ​ອຳນາດ Aso Taro, ສະຫາຍເລ​ຂາ​ທິ​ການ​​ພັກ​ປະ​ຊາ​ທິ​ປະ​ໄຕ​ເສລີ Motegi Toshimitsu; ໄດ້ຕ້ອນຮັບຜູ້ວ່າການ ແຂວງ Wakayama Shuhei Kishimoto; ​ພົບ​ປະ​ກັບ​ພະນັກງານ, ສະມາຊິກ​ພັກດີເດັ່ນ​ຂອງ​ຄະນະ​ພັກ ​ແລະ ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ.

ນຳ​ການ​ພົວພັນ ຫວຽດນາມ - ຍີ່ປຸ່ນ ພັດທະນາ​ຢ່າງ​ເລິກ​ເຊິ່ງ, ຮອບດ້ານ, ສົມກັບທີ່​ຕັ້ງ, ລະດັບໃໝ່.

ສະຫາຍຜູ້ປະຈຳຄະນະ​ເລຂາທິການ ນາງ ເຈື່ອງທິມາຍ ພົບ​ປະ​ກັບ​ທ່ານຮອງ​ປະທານ​ພັກ​ເສລີ​ປະຊາທິປະ​ໄຕ (LDP) ກຳອຳນາດ Aso Taro. (ທີ່ມາ: TTXVN)

ທີ່​ການ​ພົບ​ປະ, ສະຫາຍ ນາງ ເຈື່ອງທິມາຍ ໄດ້ແຈ້ງກ່ຽວກັບບັນດາ​ໝາກຜົນ​ສຳຄັນ, ຮອບດ້ານ​ໃນ​ຫຼາຍ​ຂົງ​ເຂດ​ຂອງ ຫວຽດນາມ ພາຍຫຼັງ​ເກືອບ 40 ປີ​ແຫ່ງ​ການປ່ຽນແປງໃໝ່, ພິ​ເສດ​ແມ່ນ​ບັນດາ​ຜົນງານ​ພົ້ນ​ເດັ່ນ​ກ່ຽວກັບການ​ພັດທະນາ​ເສດຖະກິດ - ສັງຄົມ, ການກໍ່ສ້າງ​ພັກ ​ແລະ ລະບົບ​ການ​ເມືອງ, ວຽກງານການ​ຕ່າງປະ​ເທດນັບ​ແຕ່​ຕົ້ນ​ສະ​ໄໝ​ທີ XIII ຂອງ​ພັກ​ມາ​ຮອດ​ປັດ​ຈຸ​ບັນ.

ໂດຍຕີ​ລາຄາ​ສູງບາດກ້າວ​ພັດທະນາ​ຢ່າງເຂັ້ມ​ແຂງ​, ຮອບດ້ານ, ແທດ​ຈິງ​ລະຫວ່າງ 2 ປະ​ເທດ ພາຍຫຼັງ 50 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ, ສະຫາຍ ນາງ ເຈື່ອງທິມາຍ ຢືນຢັນ​ວ່າ ຫວຽດນາມ ຖືການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ ຍີ່ປຸ່ນ ເປັນສຳຄັນຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ; ພ້ອມ​ແລ້ວ​ທີ່​ຈະ​ສົມທົບ​ກັບ​ລັດຖະບານ, ພັກ​ເສລີ​ປະຊາທິປະ​ໄຕ ແລະ ພັກ​ການ​ເມືອງ, ທ້ອງ​ຖິ່ນ​ຂອງ​ ຍີ່​ປຸ່ນ ເພື່ອ​ນຳ​ການ​ພົວພັນລະຫວ່າງ​ສອງ​ປະ​ເທດພັດທະນາ​ຢ່າງ​ເລິກ​ເຊິ່ງ, ຮອບດ້ານ, ສົມກັບທີ່​ຕັ້ງ, ລະດັບ​ໃໝ່ຂອງການ​ພົວພັນ​ສອງຝ່າຍ.

​ເພື່ອ​ເຮັດໃຫ້​ການ​ພົວພັນ​ ຫວຽດນາມ - ຍີ່ປຸ່ນ ໃນ​ໄລຍະ​ໃໝ່ເລິກ​ເຊິ່ງກ່ວາອີກ, ສະຫາຍ ນາງ ເຈື່ອງທິມາຍ ສະ​ເໜີ​ໃຫ້​ສອງ​ຝ່າຍ, ພິ​ເສດ​ແມ່ນ​ພັກ​ກອມ​ມູນິດ ​ຫວຽດນາມ ​ແລະ ພັກ​ເສລີ​ປະຊາທິປະ​ໄຕ ຍີ່ປຸ່ນ, ເສີມຂະຫຍາຍ​ບົດບາດ​ຂອງ 2 ພັກກຳອຳນາດ​ໃນ​ການ​ຊຸກຍູ້ການຫັນສະຕິຄວາມ​ຮັບ​ຮູ້​ລວມຂັ້ນ​ສູງເປັນອັນລະອຽດ ແລະ ​ເນື້ອ​ໃນ​ສຳຄັນ​ໃນ “ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ຍົກ​ລະດັບ​ການ​ພົວພັນ​ສອງ​ຝ່າຍ ຫວຽດນາມ - ຍີ່ປຸ່ນ ​ໃຫ້​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ເພື່ອ​ສັນຕິພາບ ​ແລະ ຄວາມວັດທະນາຖາວອນຢູ່ ອາຊີ ​ແລະ ​ໃນ​ທົ່ວ​ໂລກ”; ເພີ່ມທະວີການ​ພົວພັນ​ດ້ານ​ການ​ເມືອງ​ໂດຍ​ຜ່ານ​ການ​ຢ້ຽມຢາມ, ພົບປະຂອງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງຝ່າຍຜ່ານບັນດາຊ່ອງ​ທາງ​ຂອງ​ພັກ, ລັດ, ລັດຖະບານ, ສະພາ​ແຫ່ງ​ຊາດ ​ແລະ ການ​ທູດ​ປະຊາຊົນ; ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ແລະ ​ໃນ​ທຸກ​ຂົງ​ເຂດ, ການ​ພົບ​ປະ​ແລກປ່ຽນ​ຢູ່​ທ້ອງ​ຖິ່ນ​ໄດ້​ຮັບ​ການດຳເນີນໄປຢ່າງແທດຈິງ, ເໝາະສົມກັບກຳນົດທິດພັດທະນາ​ແບບ​ຍືນ​ຍົງ​ຂອງ​ສອງ​ປະ​ເທດຢ່າງ​ບໍ່​ຢຸດ​ຢັ້ງ. ສະຫາຍ ກໍສະແດງຄວາມ​ຂອບ​ໃຈ ​ແລະ ປາດ​ຖະໜາ​ວ່າ ຍີ່ປຸ່ນ ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ທີ່ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່ ຍີ່ປຸ່ນ.

ການ​ນຳ​ຂອງ​ພັກ​ເສລີ​ປະຊາທິປະ​ໄຕ ​ແລະ ບັນດາ​ທ້ອງ​ຖິ່ນ ຍີ່ປຸ່ນ ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຂອງ​ສະຫາຍ ນາງ ເຈື່ອງທິມາຍ ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ​ກອມມູນິດ ຫວຽດນາມ, ​ເຫັນດີເປັນເອກະພັບສູງກັບບັນດາຂໍ້ສະເໜີຂອງສະຫາຍ​ຜູ້ປະຈຳຄະນະ​ເລຂາທິການ ເພື່ອຍົກການ​ພົວພັນ​ຮ່ວມ​ມື ຍີ່ປຸ່ນ - ຫວຽດນາມ ໃຫ້ກ້າວເຂົ້າສູ່ລວງເລິກຢ່າງແທດຈິງ, ມີ​ປະ​ສິດ​ທິ​ຜົນ​ກ່ວາອີກ.

ຍີ່ປຸ່ນ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ກຳນົດຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ທີ່​ສຳຄັນ​ໃນ​ພາກ​ພື້ນ; ພ້ອມ​ແລ້ວ​ທີ່​ຈະ​ສົມທົບ​ກັບ​ພັກ, ລັດ ຫວຽດນາມ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ທຸກ​ຂົງ​ເຂດ.

ພັກ​ປະຊາທິປະ​ໄຕເສລີ ຖືເປັນສຳຄັນສູງ ແລະ ພ້ອມແລ້ວທີ່ຈະຊຸກຍູ້​ການ​ພົວພັນ​ມິດຕະພາບ​ກັບພັກ​ກອມ​ມູນິດ​ ຫວຽດນາມ; ສະໜັບສະໜູນ ຍີ່ປຸ່ນ ສືບ​ຕໍ່ຮ່ວມເດີນທາງພ້ອມກັບຫວຽດນາມ ​ໃນ​ການ​ປະຕິບັດ​ການ​ຫັນ​ເປັນ​ອຸດສາຫະກຳ, ທັນ​ສະ​ໄໝ, ເພີ່ມ​ທະວີ​ການເຊື່ອມຕໍ່ລະຫວ່າງ 2 ພື້ນຖານ​ເສດຖະກິດ ​ແລະ ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດຕາມການກຳນົດທິດການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ການ​ຮ່ວມ​ມື​ໃນ​ບັນດາ​ບັນຫາ​ສາກົນ; ພ້ອມ​ກັນ​ນັ້ນ, ກໍ່ຕັ້ງໜ້າ​ຊຸກຍູ້​ບັນດາ​ທ້ອງ​ຖິ່ນ, ອົງການ​ຈັດ​ຕັ້ງ​ປະຊາຊົນ​ຂອງ​ສອງ​ປະ​ເທດ ເພື່ອເພີ່ມ​ທະວີ​ການພົບພະ​ແລກປ່ຽນ, ຍົກສູງຄວາມ​ເຂົ້າ​ໃຈ, ປັບປຸງພື້ນຖານມິດຕະພາບ​ຂອງການ​ພົວພັນ​ລະຫວ່າງ ຍີ່ປຸ່ນ - ຫວຽດນາມ.

ທີ່​ການ​ພົບ​ປະ​ກັບ​ພະນັກງານ, ສະມາຊິກ​ພັກດີເດັ່ນຂອງ​ອົງຄະນະ​ພັກ ​ແລະ ສະຖານທູດ​ ຫວຽດນາມ ປະຈຳ ຍີ່ປຸ່ນ, ສະຫາຍນາງ ເຈື່ອງທິມາຍ ​ໄດ້​ແຈ້ງບັນດາ​ຈຸດ​ຕົ້ນຕໍ​ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ພາຍ​ໃນ​ປະ​ເທດ, ນະ​ໂຍບາຍ, ທິດ​ທາງ​ຂອງ​ພັກ ​ແລະ ລັດ ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ວຽກງານການ​ຕ່າງປະ​ເທດ ​ແລະ ສະພາບການປະຕິບັດ​ບັນດາໜ້າທີ່ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ​ໄດ້​ວາງ​ອອກ, ກໍຄືວຽກງານກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIV.

​ເພື່ອ​ໃຫ້​ການ​ພົວພັນ​ລະຫວ່າງ​ ຫວຽດນາມ - ຍີ່ປຸ່ນ ບັນລຸໄດ້ການ​ພັດທະນາ​ໃນ​ປະຈຸ​ບັນ, ສະຫາຍ ນາງ ເຈື່ອງທິມາຍ ໄດ້​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ອັນຕັ້ງໜ້າຂອງ​ບັນດາ​ອົງການ​ຜູ້ຕາງໜ້າ, ​ພ້ອມກັນນັ້ນ ກໍ່ສະເໜີໃຫ້ໝູ່ຄະນະພະນັກງານ, ສະມາຊິກ​ພັກຂອງອົງຄະນະພັກ ແລະ ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີງາມ, ບັນດາໝາກຜົນທີ່ບັນລຸໄດ້, ສູ້​ຊົນ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ທີ່​ພັກ ​ແລະ ລັດ​ມອບ​ໝາຍ​ໃຫ້​ເປັນ​ຢ່າງ​ດີ, ປະກອບສ່ວນປັບປຸງ, ຊຸກຍູ້​ການ​ພົວພັນ​ມິດຕະພາບ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຍີ່ປຸ່ນ ໃຫ້ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ ​ແລະ ສັນຕິພາບ, ການ​ຮ່ວມ​ມື, ການ​ພັດ​ທະ​ນາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ​.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.