ເປີດກວ້າງບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ໄປຍັງຫຼາຍທ້ອງຖິ່ນ

14:51 | 24/05/2024

ຍສໝ - ນີ້​ແມ່ນ​ເນື້ອ​ໃນ​ ທີ່​ໄດ້​ຮັບ​ການເຫັນດີເປັນເອກະພາບທີ່​ການ​ພົບ​ປະເຮັດວຽກລະຫວ່າງ​ທ່ານ ນາງ ຫງວຽນ​ເຟືອງ​ຮວ່າ ຫົວໜ້າ​ກົມ​ຮ່ວມ​ມື​ສາກົນ (ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ) ແລະ ທ່ານ Yoshioka Norihiko ຜູ້ອຳນວຍການໃໝ່ສູນພົບປະແລກປ່ຽນ​ວັດທະນະທຳ ​ຍີ່ປຸ່ນ ປະຈຳ ຫວຽດນາມ​ ໃນ​ວັນ​ທີ 23 ພຶດສະພາ ຢູ່ ຮ່າ​ໂນ້ຍ.

ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳສິລະປະ, ກິ​ລາ ເພື່ອຕິດພັນມິດ​ຕະ​ພາບ​ລະ​ຫວ່າງ ລາວ​ກາຍ (ຫວຽດ​ນາມ) ແລະ ເຫີ່ໂຊ່ເຢົາ (ຈີນ) ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳສິລະປະ, ກິ​ລາ ເພື່ອຕິດພັນມິດ​ຕະ​ພາບ​ລະ​ຫວ່າງ ລາວ​ກາຍ (ຫວຽດ​ນາມ) ແລະ ເຫີ່ໂຊ່ເຢົາ (ຈີນ)
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio: ຈະ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ ຫວຽດ​ນາມ - ຍີ່​ປຸ່ນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio: ຈະ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ ຫວຽດ​ນາມ - ຍີ່​ປຸ່ນ.

ທີ່​ການ​ພົບ​ປະ, ທ່ານ​ນາງ ຫງວຽນ​ເຟືອງ​ຮວ່າ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສູນພົບປະແລກປ່ຽນ​ວັດທະນະທຳ ຍີ່ປຸ່ນ ປະຈຳ ຫວຽດນາມ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ດ້ວຍ​ບັນດາຂີດໝາຍສຳຄັນ​ຄື: ການຈັດ​ຕັ້ງ​ລາຍການ​ສະ​ແດງ​ສິລະ​ປະ, ງານ​ວາງສະ​ແດງ​, ງານມະຫາກຳຮູບ​ເງົາ​ ຍີ່ປຸ່ນ, ພິ​ເສດ​ແມ່ນເນື່ອງໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ.

ເປີດກວ້າງບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ໄປຍັງຫຼາຍທ້ອງຖິ່ນ

ທ່ານ ນາງ ຫງວຽນ​ເຟືອງ​ຮວ່າ ຫົວໜ້າ​ກົມ​ຮ່ວມ​ມື​ສາກົນ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ (ຂວາ) ໄດ້​ມອບ​ໃບ​ອະນຸຍາດ​ສ້າງ​ຕັ້ງ ​ແລະ ດຳເນີນເຄື່ອນໄຫວໃຫ້​ແກ່​ທ່ານ Yoshioka Norihiko ຜູ້​ອຳ​ນວຍ​ການ​ສູນແລກປ່ຽນ​ວັດທະນະທຳ ​ຍີ່ປຸ່ນ ປະຈຳ ຫວຽດນາມ. (ພາບ: icd.gov.vn)

ທ່ານນາງ ຫງວຽນ​ເຟືອງ​ຮວ່າ ໃຫ້ຮູ້ວ່າ ໃນຊຸມປີມໍ່ໆມານີ້, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້​ເປັນເຈົ້າການສົມທົບກັບບັນດາທ້ອງຖິ່ນຂອງ ຍີ່ປຸ່ນ ເພື່ອຈັດຕັ້ງງານບຸນ ຫວຽດນາມ ຫຼາຍຄັ້ງຄື: ງານສົ່ງເສີມການທ່ອງທ່ຽວ - ວັດທະນະທຳ ຫວຽດນາມ ຢູ່ Tokyo, Kanagawa ແລະ Hokkaido ເພື່ອເພີ່ມທະວີບັນດາການເຄື່ອນໄຫວສົ່ງເສີມ, ໂຄສະນາການທ່ອງທ່ຽວ, ການ​ພົບປະແລກປ່ຽນວັດທະນະທຳ, ກິລາ​ກັບ​ບັນດາທ້ອງ​ຖິ່ນ​ຂອງ​ ຍີ່ປຸ່ນ. ນອກຈາກ​ນັ້ນ, ຫວຽດນາມ ​ກໍ່ຍັງໄດ້​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສາກົນ EXPO 2025 Osaka, Kansai, ຍີ່ປຸ່ນ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ໂຄສະນາ ຫວຽດນາມ ​ເຖິງ​ປະຊາຊົນ ຍີ່ປຸ່ນ ​ແລະ ​ເພື່ອນ​ມິດ​ສາກົນ.

ທ່ານກໍປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ສູນພົບປະ​ແລກປ່ຽນ​ວັດທະນະທຳ ຍີ່ປຸ່ນ ປະຈຳ ຫວຽດນາມ ຈະ​ສົມທົບ​ກັບ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ເພື່ອ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ​ບໍ່​ພຽງ​ແຕ່​ຢູ່​ບັນດາ​ນະຄອນ​ໃຫຍ່​ຂອງ ຫວຽດນາມ ​ເຊັ່ນ ຮ່າ​ໂນ້ຍ, ດາ​ນັງ, ​ນະຄອນ ໂຮ່ຈີ​ມິນ​ ເທົ່ານັ້ນ ແຕ່ຈະ​ແຜ່​ລາມ​ອອກ​ສູ່​ຫຼາຍ​ທ້ອງ​ຖິ່ນ​ຂອງ ​ຫວຽດນາມ. ໂດຍຜ່ານ​ນັ້ນ ກໍຈະປະກອບສ່ວນ​ຊຸກຍູ້​ການຮ່ວມ​ມື, ພົບປະ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ 2 ປະ​ເທດ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ຂອງປະຊາຊົນ ຫວຽດນາມ ກ່ຽວກັບພື້ນຖານວັດທະນະທຳ ຍີ່ປຸ່ນ.

ພ້ອມ​ກັນ​ນັ້ນ, ທ່ານ​ນາງ ຫງວຽນ​ເຟືອງຮວ່າ ຍັງ​ປາດ​ຖະໜາ​ວ່າ ສູນພົບປະ​ແລກປ່ຽນ​ວັດທະນະທຳ ຍີ່ປຸ່ນ ຢູ່ ຫວຽດນາມ ຈະ​ແມ່ນ​ຂົວ​ເຊື່ອມ​ຕໍ່​ບັນດາ​ນະ​ຄອນ​ສ້າງສັນ​ຂອງ ຫວຽດນາມ ກັບ​ບັນດາ​ນະຄອນ​ສ້າງສັນ​ຂອງ ຍີ່​ປຸ່ນ, ​ເພື່ອ​ໃຫ້ 2 ຝ່າຍ ​ໄດ້ສາມາດຮ່ຳຮຽນເອົາປະສົບການຂອງກັນ.

​ໂດຍເຫັນ​ດີເປັນເອກະພາບກັບ​ຂໍ້​ສະ​ເໜີ​ຂອງ​ທ່ານນາງ ຫງວຽນ​ເຟືອງຮວ່າ, ຜູ້ອຳນວຍການ​ສູນພົບປະ​ແລກປ່ຽນ​ວັດທະນະທຳ ​ຍີ່ປຸ່ນ ປະຈຳ​ຫວຽດນາມ Yoshioka Norihiko ​ໃຫ້​ຮູ້​ວ່າ ລັດຖະບານ ຍີ່ປຸ່ນ ກໍ່ໄດ້ຕີ​ລາຄາ​ສູງ​ບົດບາດ​ຂອງ​ການ​ແລກປ່ຽນ​ວັດທະນະທຳ​ຢູ່​ບັນດາ​ທ້ອງ​ຖິ່ນ​ຂອງ ຍີ່​ປຸ່ນ, ຜ່ານ​ນັ້ນ​ ​ກໍຊຸກຍູ້​ຂະແໜງການທ່ອງທ່ຽວໃຫ້​ພັດທະນາ​, ປະກອບສ່ວນ​ເຂົ້າໃນການເຕີບໂຕເສດຖະກິດຂອງປະເທດຊາດ.

ທ່ານ Yoshioka Norihiko ໄດ້ແບ່ງປັນຂໍ້ມູນກ່ຽວກັບໂຄງການ “ໂຄງການ WA 2.0” ເຊິ່ງເປັນໂຄງການແລກປ່ຽນວັດທະນະທໍາ, ແລກປ່ຽນປະຊາຊົນຮອບດ້ານ ເຊິ່ງໄດ້ປະກາດເລີ່ມ​ຕົ້ນ ໂດຍທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ຢູ່ກອງປະຊຸມຂັ້ນສູງສະເຫຼີມສະຫຼອງ 50 ປີແຫ່ງວັນມິດຕະພາບ ແລະ ການຮ່ວມມື ອາຊຽນ-ຍີ່ປຸ່ນ. ​ໂຄງການ​ນີ້​ ​ຈະ​ໄດ້​ຮັບ​ການ​ຜັນຂະຫຍາຍຢ່າງເຂັ້ມເເຂງ​ໃນ​ສິບ​ປີ​ຂ້າງ​ໜ້າ (2024 - 2034) ດ້ວຍ​ສອງ​ໂຄງການຫຼັກແຫຼ່ງແມ່ນ "ການ​ແລກປ່ຽນ​ຄວາມ​ຮູ້ ​ແລະ ວັດທະນະທຳ​ສອງ​ສົ້ນ" ແລະ ຄູ່ຮ່ວມມື​ພາສາ ​ຍີ່ປຸ່ນ​ ໂດຍ​ກອງທຶນ​ແລກປ່ຽນ​ສາກົນ​ ຍີ່ປຸ່ນ ປະຕິບັດ. ໂຄງການ​ນີ້ ຄາດ​ວ່າ​ຈະ​ລົງ​ເລິກ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ, ພາສາ​ລະຫວ່າງ ​ຍີ່ປຸ່ນ ​ແລະ ບັນດາ​ປະ​ເທດ ອາ​ຊຽນ, ພິ​ເສດ​ແມ່ນ ​ຫວຽດນາມ.

ບົນ​ພື້ນຖານ​ນັ້ນ, ສູນແລກປ່ຽນ​ວັດທະນະທຳ​ ຍີ່ປຸ່ນ​ ຢູ່ ຫວຽດນາມ ຈະ​ເພີ່ມ​ທະວີ​ການຈັດ​ຕັ້ງບັນດາການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ​ຫຼາຍ​ຢ່າງ​ຄື ງານມະຫະກຳຮູບ​ເງົາ​ ຍີ່ປຸ່ນ, ງານ​ວາງສະ​ແດງ, ການ​ສອນ​ພາສາ​ ຍີ່ປຸ່ນ, ການ​ຄົ້ນຄວ້າ, ​ແລກປ່ຽນ​ປະສົບການກ່ຽວກັບ​ອຸດສາຫະກຳ​ວັດທະນະທຳ​ລະຫວ່າງ​ສອງ​ປະ​ເທດ. ທ່ານ Yoshioka Norihiko ​ໄດ້​ຕີ​ລາຄາ​ສູງ​ການໜູນຊ່ວຍ, ປະສານ​ງານ​ຂອງ​ກົມ​ຮ່ວມ​ມື​ສາກົນ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ຫວຽດນາມ ໃນ​ການຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ​ທີ່​ຟົດຟື້ນ​ໃນ​ໄລຍະ​ມໍ່ໆ​ມາ​ນີ້; ຫວັງ​ວ່າ​ກົມ​ ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ, ສ້າງ​ເງື່ອນ​ໄຂເພື່ອສູນແລກປ່ຽນ​ວັດທະນະທຳ ຍີ່ປຸ່ນ ຢູ່ ຫວຽດນາມ ສືບ​ຕໍ່​ດຳ​ເນີນ​ງານ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ໄລຍະ​ຈະ​ມາ​ເຖິງ.

ເນື່ອງ​ໃນ​ໂອກາດ​ນີ້, ທ່ານນາງ ຫງວຽນ​ເຟືອງ​ຮວ່າ ໄດ້​ມອບ​ໃບ​ອະນຸຍາດ​ສ້າງ​ຕັ້ງ ​ແລະ ເຄື່ອນໄຫວໃຫ້​ແກ່​ທ່ານ Yoshioka Norihiko ຜູ້​ອຳ​ນວຍ​ການ​ສູນແລກປ່ຽນ​ວັດທະນະທຳ​ ຍີ່ປຸ່ນ ປະຈຳ ຫວຽດນາມ.

ມິງດຶກ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.