ສື່​ມວນ​ຊົນ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຍີ່ປຸ່ນ ຍ້ອງຍໍ​ສັນລະເສີນການ​ປະກອບສ່ວນ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ

08:40 | 29/07/2024

ຍສໝ - ເຖິງ​ວ່າຈະ​ຫຍຸ້ງກັບ​ວຽກງານ​​, ​ແຜນການເຄື່ອນໄຫວວຽກງານຫຼາຍຢ່າງ, ​ແຕ່​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຍາມ​ໃດ​ກໍ່​ຍາດເວລໄປພົບ​ປະ​ກັບ​ປະຊາ​ຄົມ​ຊາວ​ຫວຽດນາມຢູ່​ຕ່າງປະ​ເທດ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບຜິດຊອບ ​ແລະ ຄວາມ​ຮັກ​ແພງ​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ​ເປັນ​ພິ​ເສດ.

ນັກ​ສຶກ​ສາ​ລາວ: ປາດ​ຖະ​ໜາ​ຢາກ​ນຳ​ຄວາມ​ຮູ້​ດ້ານ​ສື່​ມວນ​ຊົນ​ທີ່​ຮຽນ​ຢູ່​ຫວຽດ​ນາມ ມາ​ປະ​ຕິ​ບັດ​ຢູ່​ລາວ ນັກ​ສຶກ​ສາ​ລາວ: ປາດ​ຖະ​ໜາ​ຢາກ​ນຳ​ຄວາມ​ຮູ້​ດ້ານ​ສື່​ມວນ​ຊົນ​ທີ່​ຮຽນ​ຢູ່​ຫວຽດ​ນາມ ມາ​ປະ​ຕິ​ບັດ​ຢູ່​ລາວ
ສື່​ມວນ​ຊົນ​ ກູ​ບາ ​ໄດ້​ສະ​ແດງ​ຄວາມຍ້ອງຍໍ​ຕໍ່​ທ່ານ​​ພົນ​ເອກ ຫວໍ​ງວຽນ​ຢາ​ບ ກັບບັ້ນຮົບ ​ດ້ຽນບຽນ​ຝູ ປະຫວັດສາດ. ສື່​ມວນ​ຊົນ​ ກູ​ບາ ​ໄດ້​ສະ​ແດງ​ຄວາມຍ້ອງຍໍ​ຕໍ່​ທ່ານ​​ພົນ​ເອກ ຫວໍ​ງວຽນ​ຢາ​ບ ກັບບັ້ນຮົບ ​ດ້ຽນບຽນ​ຝູ ປະຫວັດສາດ.

ທ່ານ ຫງວຽນ​ຮົ່ງ​ເຊີນ, ປະ​ທານ​ສະ​ຫະ​ພັນ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ ໄດ້​ໃຫ້ຮູ້​ວ່າ: “ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຢູ່ ຍີ່​ປຸ່ນ ຍາມ​ໃດ​ກໍ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ, ມີຄວາມ​ປະ​ທັບ​ໃຈ ແລະ ​ຮັກ​ແພງເປັນ​ພິ​ເສດ​ຕໍ່ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ - ການ​ນຳທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ມີ​ຄວາມ​ສຸດຈິດສຸດ​ໃຈ​ຕໍ່ພາລະກິດ​ການ​ປະ​ຕິ​ວັດ. ຂ້າພະ​ເຈົ້າ​ຖື​ວ່າ: ບັນດາການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ເປັນ​ພິ​ເສດທີ່ສໍາຄັນຂອງທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​໋ຈ້ອງ ​ ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ພັກ ​ແລະ ລັດ ​ຢ່າງທັນເວລາ ​ໂດຍ​ຜ່ານ​ການປະດັບຫຼຽນ​ໄຊ​ດາວຄໍາໃຫ້​ທ່ານ​ເລຂາທິການ​ໃຫຍ່ ​​ທີ່​ຜ່ານມາ​.

Ông Nguyễn Hồng Sơn - Chủ tịch Liên hiệp hội người Việt Nam tại Nhật Bản trả lời phỏng vấn phóng viên. Ảnh: VOV.  ທ່ານ ຫງວຽນ​ຮົ່ງ​ເຊີນ, ປະ​ທານ​ສະ​ຫະ​ພັນ​ສະ​ມາ​ຄົມ​ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ ໃຫ້​ສຳ​ພາດ​ນັກ​ຂ່າວ. ພາບ: VOV.

ທ່ານ ຫງວຽນ​ຮົ່ງ​ເຊີນ, ປະ​ທານ​ສະ​ຫະ​ພັນ​ສະ​ມາ​ຄົມ​ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ ໃຫ້​ສຳ​ພາດ​ນັກ​ຂ່າວ. ພາບ: VOV.

ທ່ານ ເຈີ່ນດັງຊວນ, ສາດສະດາຈານມະຫາວິທະຍາໄລ ຮີໂລຊີມາ, ປະເທດ ຍີ່ປຸ່ນ, ປະທານສະມາຄົມນັກຊ່ຽວຊານ ຫວຽດນາມ - ຍີ່ປຸ່ນ (VJS), ໃຫ້ຮູ້ວ່າ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ບໍ່ພຽງແຕ່ເປັນຜູ້ນຳທີ່ປະຊາຊົນຫວຽດນາມທຸກຄົນຮັກແພງ, ເຄົາລົບນັບຖື, ແຕ່ປະຊາຊົນຫຼາຍຄົນທີ່ຫອມຮັກສັນຕິພາບໃນ​ໂລກ ກໍ່ໄດ້​ສະ​ແດງ​ຄວາມ​ປິຕິຊົມຊື່ນ.

ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແມ່ນ​ແວ່ນແຍງ​ທີ່​ໃສແຈ້ງ​ໃຫ້​ແກ່​ບັນດາ​ນັກວິທະຍາສາດ​ ກ່ຽວກັບແນວຄິດໃນ​ຈິດ​ໃຈ​ປະຕິບັດໜ້າທີ່ວຽກງານ​ຈົນ​ເຖິງ​ທີ່​ສຸດ, ບໍ່ຮູ້ອິດ​ເມື່ອຍ. ຫວຽດນາມ ຈະ​ມີ​ການພັດທະນາ, ​ຈະ​ເລີ​ນຮຸ່ງ​ເຮືອງ ແລະ ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່​ຈະສະແດງຄວາມຮູ້ບຸນຄຸນ​ເລຂາທິການ​ໃຫຍ່.

ກ່ອນ​ໜ້າ​ນັ້ນ, ວັນ​ທີ 19 ກໍລະກົດ, ວິທະຍຸ​ກະຈາຍສຽງ ​ແລະ ​ໂທລະພາບ ຍີ່ປຸ່ນ NHK ​ໄດ້​ອອກ​ອາກາດ​, ໃນນັ້ນ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໃນ​ວຽກ​ງານ​ການສ້າງສາ, ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ​ຊາດ ຫວຽດນາມ ພ້ອມ​ກັບ​ບັນດາ​ການ​ປະກອບສ່ວນ​ສຳຄັນ​ໃນ​ການ​ພົວພັນ​ທາງ​ການ​ທູດກັບບັນດາປະ​ເທດ ​ໃນ​ນັ້ນ​ ມີ​ຍີ່​ປຸ່ນ​.

​ໂທລະພາບ NHK ​ເນັ້ນ​ໜັກ​ວ່າ: “​ໃນ​ດ້ານ​ການ​ທູດ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ຊຸກຍູ້​ຍຸດ​ທະ​ສາດ​ການ​ທູດ​ຢ່າງຄ່ອງແຄ້ວ, ຮອບດ້ານ ​ເຖິງ​ວ່າ​ປະຊາ​ຄົມ​ໂລກ​ນັບ​ມື້​ນັບ​ມີ​ຄວາມ​ແຕກ​ຕ່າງ​ກັນ​ຢ່າງ​ຈະ​ແຈ້ງ, ຮັກສາ​​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ເປີດ​ກວ້າງ, ​ຫັນບັນດາການພົວພັນເປັນຫຼາຍຮູບຫຼາຍແບບ, ​ຫຼາຍ​ຝ່າຍ, ສະແດງໃຫ້ເຫັນຄວາມປາດຖະໜາຢາກເປັນ​ເພື່ອນ​ມິດ​ກັບ​ທຸກ​ປະ​ເທດ ແລະ ​ເຂດ​ແຄວ້ນ​ໃນ​ໂລກ.

ກ່ຽວ​ກັບ​ວຽກ​ງານ​ພາຍ​ໃນ​ປະ​ເທດ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ມີ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ເຂົ້າ​ໃນ​ພາລະກິດ​ແຫ່ງການສ້າງສາ ​ແລະ ພັດທະນາ​ປະ​ເທດຊາດ, ພາລະກິດແຫ່ງການປ່ຽນແປງໃໝ່ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ພິ​ເສດ​ແມ່ນ​ວຽກ​ງານ​ກໍ່ສ້າງ ​ແລະ ​ປັບປຸງ​ພັກ​ໃຫ້​ເຂັ້ມ​ແຂງ, ປອດໃສ, ກໍ່ຄືວຽກງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ປະກົດການຫຍໍ້ທໍ້, ​ນຳ ຫວຽດນາມ ໃຫ້ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ”.

ໜັງສືພິມເສດຖະກິດ ຍີ່ປຸ່ນ (Nikkei) ກໍ່ນຳສະເໜີຂໍ້ມູນຄ້າຍຄືກັນກັບ NHK ແຕ່ໄດ້ກ່າວເພີ່ມການປະກອບສ່ວນອັນໃຫຍ່ຫຼວງຂອງເລຂາທິການໃຫຍ່ໃນການພັດທະນາເສດຖະກິດຂອງ ຫວຽດນາມ, ໃນນັ້ນໄດ້ເນັ້ນໜັກເຖິງບັນດາລັດຖະນະໂຍບາຍທີ່ກ່ຽວຂ້ອງເຖິງຫວຽດນາມ ໄດ້ລົງນາມໃນສັນຍາການຄ້າເສລີກັບຫຼາຍປະເທດ, ພ້ອມທັງເນັ້ນໜັກວ່າ: “ທ່ານເລຂາທິການໃຫຍ່ແມ່ນຜູ້​ທີ່​ເຮັດ​ໃຫ້​ເສດຖະກິດ​ ຫວຽດນາມ ​ພັດທະນາ​ຢ່າງເຂັ້ມ​ແຂງ”.

Tổng Bí thư Nguyễn Phú Trọng tiếp Thủ tướng Nhật Bản Kishida Fumio. Ảnh: VGP/Nhật Bắc.  ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ກີຊີດາ ຟູິໂອ (Kishida Fumio). ພາບ: VGP/Nhat Bac.
ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕ້ອນຮັບ ທ່ານ ກີຊີດາ ຟູມິໂອະ (Kishida Fumio) ນາຍົກລັດຖະມົນຕີ ຍີ່ປຸ່ນ . ພາບ: VGP/Nhat Bac.

ໜັງສືພິມ Japantoday ບໍ່​ພຽງ​ແຕ່​ຍ້ອງຍໍ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເທົ່າ​ນັ້ນ, ​ແຕ່​ຍັງ​ຍ້ອງຍໍ​ບຸກຄະລິກກະພາບ​ຂອງ​ທ່ານ. ໜັງສືພິມ​ສະບັບ​ນີ້​ຂຽນ​ວ່າ: “ຫວຽດນາມ​ ໄດ້​ພັດທະນາ​ຢ່າງ​ແຮງ​ພາຍ​ໃຕ້​ການ​ນຳພາ​ຂອງ​ ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ​ໄດ້​ຫັນ​ຫວຽດນາມ​ ຈາກ​ປະ​ເທດ​ກະສິກຳ​ທີ່​ຖືກ​​ສົງຄາມທໍາລາຍ​ ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ພື້ນຖານ​ເສດຖະກິດ​ທີ່ເຕີບ​ໂຕ​ໄວ​ທີ່​ສຸດ​ຂອງ​ອາຊີ. ການເຕີບໂຕ GDP ແຕ່ລະປີຂອງຫວຽດນາມ ບັນລຸສະເລ່ຍ 5,8% ໃນທົດສະວັດທີ່ຜ່ານມາ ແລະ ຍັງຄົງຮັກສາການເຕີບໂຕທີ່ໜ້າເພິ່ງພໍໃຈ ນັບທັງໄລຍະເກີດໂລກລະບາດໂຄວິດ-19... ຄຽງຄູ່ກັນນັ້ນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກໍ່ເປັນຜູ້ນຳທີ່ສະໜິດສະໜົມ, ລຽບງ່າຍ ແລະ ມີບຸກຄະລິກກະພາບທີ່ດີ”.

ນອກຈາກນັ້ນ, ໜັງສືພິມສະບັບອື່ນໆຂອງຍີ່ປຸ່ນ ກໍ່ຍັງໄດ້ນຳສະເໜີຂ່າວ ແລະ ໄດ້ສະແດງຄວາມໂສກເສົ້າເສຍໃຈຢ່າງາຸດຊຶ້ງຕໍ່ເລື່ອງ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ເຖິງແກ່ມໍລະນະກຳ ເຊັ່ນ: Yomiuri Shimbun, Jiji Press, Japan Times...

ລາວ​ ປະ​ກາດໄວ້​ອາ​ໄລ​ລະ​ດັບ​ຊາດທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ
ປະດັບຫຼຽນ​ໄຊ​ດາວ​ຄຳ​ໃຫ້​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ

ອ.ສະຫວັດ

ເຫດການ
302 Found

Found

The document has moved here.