ຊາວຫວຽດນາມ ອາໄສຢູ່ ລາວ ແລະຍີ່ປຸ່ນ ເສີມຂະຫຍາຍມູນເຊື້ອແບ່ງທຸກແບ່ງສຸກນຳກັນ

22:53 | 15/09/2024

ຍສໝ - ໂດຍເສີມຂະຫຍາຍມູນເຊື້ອຮັກແພງ, ອຸ້ມຊູຊ່ວຍເຫຼືອ ເຊິ່ງກັນ ແລະກັນໃນຍາມປະສົບກັບຄວາມຫຍຸ້ງຍາກ, ຮ່ວມໃຈກັນແບ່ງປັນຄວາມຫຍຸ້ງຍາກ, ຜູ້ໃຈບຸນໃຈກຸສົນ, ບັນດາອົງການ, ວິສາຫະກິດ ແລະອົງການຈັດຕ້ັງ, ໝູ່ຄະນະ ແລະບຸກຄົນທີ່ພວມດຳລົງຊີວິດ ແລະເຮັດວຽກຢູ່ພາກໃຕ້ຂອງລາວ ໄດ້ສະແດງນ້ຳໃຈສາມັກຄີ, ຮ່ວມໃຈກັນໜູນຊ່ວຍປະຊາຊົນຢູ່ເຂດປະສົບໄພນ້ຳຖ້ວມທັງຢູ່ຫວຽດນາມ ແລະລາວ, ຫວັງວ່າປະຊາຊົນຈະຜ່ານຜ່າຄວາມຫຍຸ້ງຍາກ ແລະກັບຄືນສູ່ການດໍາລົງຊີວິດເປັນປົກກະຕິໂດຍໄວ.

ທ່ານເອກອັກຄະລັດຖະທູດ ລາວ ແລະ ມາເລເຊຍ: ຊາວຫວຽດນາມ ມີນ້ຳໃຈ ແລະ ມີອາຫານທີ່ລະອຽດອ່ອນ ທ່ານເອກອັກຄະລັດຖະທູດ ລາວ ແລະ ມາເລເຊຍ: ຊາວຫວຽດນາມ ມີນ້ຳໃຈ ແລະ ມີອາຫານທີ່ລະອຽດອ່ອນ
ຊາວຫວຽດນາມ ອາໄລຫາຄຸນງາມຄວາມດີຂອງເທບທິດາ ລາວ ໂຍ່ຍຮວາ ຊາວຫວຽດນາມ ອາໄລຫາຄຸນງາມຄວາມດີຂອງເທບທິດາ ລາວ ໂຍ່ຍຮວາ

ໃນວັນທີ 13-14 ກັນຍາ, ສະຖານກົງສູນໃຫຍ່ຫວຽດນາມ ປະຈຳນະຄອນປາກເຊ, ແຂວງຈຳປາສັກ (ພາກໃຕ້ລາວ), ສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ ແລະສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງພິທີປຸກລະດົມການບໍລິຈາກເພື່ອໜູນຊ່ວຍພໍ່ແມ່ປະຊາຊົນຢູ່ບັນດາແຂວງພາກເໜືອຫວຽດນາມ ແລະປະຊາຊົນບັນດາແຂວງພາກເໜືອຂອງລາວ ທີ່ໄດ້ຮັບຜົນສະທ້ອນຈາກພາຍຸລູກທີ 3 (ພາຍຸ ຢາກີ).

ຊາວຫວຽດນາມ ອາໄສຢູ່ ລາວ ແລະຍີ່ປຸ່ນ ເສີມຂະຫຍາຍມູນເຊື້ອແບ່ງທຸກແບ່ງສຸກນຳກັນ
ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳນະຄອນປາກເຊ, ແຂວງຈໍາປາສັກ (ພາກໃຕ້ຂອງລາວ) ປຸກລະດົມການບໍລິຈາກເພື່ອຊ່ວຍເຫຼືອປະຊາຊົນສອງປະເທດລາວ ແລະຫວຽດນາມ ທີ່ໄດ້ຮັບຜົນສະທ້ອນຈາກພະຍຸ ຢາກີ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ພິທີປຸກລະດົມ, ຜູ້ຕາງໜ້າບັນດາອົງການ, ອົງການຈັດຕັ້ງຂອງຫວຽດນາມ ປະຈໍາຢູ່ລາວ ໄດ້ແຈ້ງໃຫ້ຊາບກ່ຽວກັບຄວາມເສຍຫາຍ ຍ້ອນພາຍຸລູກທີ 3 ກໍ່ຂຶ້ນສຳລັບບັນດາແຂວງ, ນະຄອນທາງພາກເໜືອຂອງຫວຽດນາມ, ກໍ່ຄືບັນດາແຂວງພາກໃຕ້ຂອງລາວ, ໃນນັ້ນມີຫຼາຍຄົນເສຍຊີວິດ, ຫາຍສາບສູນ ແລະໄດ້ຮັບບາດເຈັບ; ເຮືອນຊານຫຼາຍຫຼັງຖືກນ້ຳພັດໄຫຼໄປ, ຖືກນ້ຳຖ້ວມ ແລະພັງທະລາຍ; ເນື້ອທີ່ປູກເຂົ້າ ແລະພືດຫຼາຍແຫ່ງຖືກນ້ຳຖ້ວມ; ເຂດລ້ຽງສິນໃນນ້ຳ-ສິນທະເລຫຼາຍແຫ່ງໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ; ສັດໃຫຍ່, ສັດປີກຕາຍ ແລະຖືກນ້ຳພັດໄຫຼໄປ; ຂົວ ແລະເສັ້ນທາງຫຼາຍສາຍຫັກ ແລະຊຸດໂຊມ; ຫຼາຍບ່ອນຖືກຕັດຂາດ ແລະບ່ອນຢູ່ອາໄສຂອງຫຼາຍຊຸມຊົນຖືກຕັດຂາດ.

ໂດຍເສີມຂະຫຍາຍມູນເຊື້ອຮັກແພງ, ອຸ້ມຊູຊ່ວຍເຫຼືອ ເຊິ່ງກັນ ແລະກັນໃນຍາມປະສົບກັບຄວາມຫຍຸ້ງຍາກ, ຮ່ວມໃຈກັນແບ່ງປັນຄວາມຫຍຸ້ງຍາກ, ຜູ້ໃຈບຸນໃຈກຸສົນ, ບັນດາອົງການ, ວິສາຫະກິດ ແລະອົງການຈັດຕ້ັງ, ໝູ່ຄະນະ ແລະບຸກຄົນທີ່ພວມດຳລົງຊີວິດ ແລະເຮັດວຽກຢູ່ພາກໃຕ້ຂອງລາວ ໄດ້ສະແດງນ້ຳໃຈສາມັກຄີ, ຮ່ວມໃຈກັນໜູນຊ່ວຍປະຊາຊົນຢູ່ເຂດປະສົບໄພນ້ຳຖ້ວມທັງຢູ່ຫວຽດນາມ ແລະລາວ, ຫວັງວ່າປະຊາຊົນຈະຜ່ານຜ່າຄວາມຫຍຸ້ງຍາກ ແລະກັບຄືນສູ່ການດໍາລົງຊີວິດເປັນປົກກະຕິໂດຍໄວ.

ມາຮອດຕອນທ່ຽງວັນທີ 14 ກັນຍາ, ສະຖານກົງສູນໃຫຍ່ຫວຽດນາມ ປະຈຳ ນະຄອນປາກເຊ, ແຂວງຈໍາປາສັກ (ພາກໃຕ້ຂອງລາວ) ໄດ້ຮັບເງິນບໍລິຈາກຈໍານວນ 188 ລ້ານກີບ (ກວ່າ 200 ລ້ານດົ່ງ); ສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ ໄດ້ບໍລິຈາກ 175 ລ້ານກີບ (ເກືອບ 200 ລ້ານດົ່ງ); ແລະສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ໄດ້ບໍລິຈາກ 100 ກວ່າລ້ານກີບ (ປະມານ 110 ລ້ານດົ່ງ).

ຕາມຜູ້ຕາງໜ້າບັນດາອົງການ, ອົງການຈັດຕັ້ງຂອງຫວຽດນາມ ປະຈໍາຢູ່ລາວ ໃຫ້ຮູ້ວ່າ ພາຍຫຼັງການປຸກລະດົມການບໍລິຈາກໄດ້ສິ້ນສຸດລົງ, ຜູ້ຕາງໜ້າບັນດາອົງການ, ອົງການຈັດຕັ້ງຂອງຫວຽດນາມ ປະຈໍາຢູ່ລາວ ຈະໂອນເງິນບໍລິຈາກທັງໝົດທີ່ໄດ້ຮັບໃຫ້ແກ່ບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ແລະ ລາວ, ດ້ວຍຈິດໃຈຮັບປະກັນຖືກກັບເປົ້າໝາຍ, ມີປະສິດທິຜົນ, ເປີດເຜີຍ ແລະໂປ່ງໃສ, ເພື່ອພ້ອມກັນຮ່ວມແຮງຮ່ວມໃຈກັບປະຊາຊົນສອງປະເທດແກ້ໄຂຄວາມຫຍຸ້ງຍາກ, ເຮັດໃຫ້ການດໍາລົງຊີວິດກັບຄືນສູ່ສະພາບປົກກະຕິເທື່ອລະກ້າວ.

ວັນ​ທີ 13 ກັນຍາ​, ສະຖານທູດ​ຫວຽດນາມ ປະຈຳ ຍີ່ປຸ່ນ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ທາງ​ອິນ​ເຕີ​ແນັດ ​ເພື່ອ​ຮຽກຮ້ອງ​ໃຫ້ການ​ໜູນ​ຊ່ວຍພໍ່ແມ່ປະຊາຊົນປະສົບ​ເຄາະ​ຮ້າຍ​ຈາກ​ພະຍຸລູກ ທີ 3.

ຊາວຫວຽດນາມ ອາໄສຢູ່ ລາວ ແລະຍີ່ປຸ່ນ ເສີມຂະຫຍາຍມູນເຊື້ອແບ່ງທຸກແບ່ງສຸກນຳກັນ
ກອງ​ປະຊຸມ​ທາງ​ອິນ​ເຕີ​ແນັດ ​ເພື່ອ​ຮຽກຮ້ອງ​ໃຫ້ການ​ໜູນ​ຊ່ວຍພໍ່ແມ່ປະຊາຊົນປະສົບ​ເຄາະ​ຮ້າຍ​ຈາກ​ພະຍຸລູກ ທີ 3. ພາບ: ສໍານັກຂ່າວສານຫວຽດນາມ

ລາຍງານໝາກຜົນຂອງວຽກງານຮຽກຮ້ອງໜູນຊ່ວຍປະຊາຊົນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ, ສະມາຄົມ ຫວຽດນາມ ຢູ່ ຍີ່ປຸ່ນ ໃຫ້ຮູ້ວ່າ: ໃນຊຸມມື້ມໍ່ໆມານີ້, ຫຼາຍພາກສ່ວນ, ອົງການຈັດຕັ້ງໃນປະຊາຄົມໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ.

ສະ​ເພາະ​ແມ່ນ​ຜ່ານ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່ Kansai ​ໄດ້​ບໍລິຈາກ 202 ລ້ານ​ດົ່ງ; ໜູນ​ຊ່ວຍ​ຄອບຄົວ​ທະຫານ 2 ຄົນ​ທີ່​ເສຍ​ຊີວິດ​ໃນ​ຂະນະ​ທີ່​ປະຕິບັດ​ວຽກ​ງານ​ໜູນ​ຊ່ວຍ​ປະຊາຊົນ​ຜູ້​ປະສົບ​ໄພ​ນ້ຳ​ຖ້ວມ ດ້ວຍ​ຈຳນວນ​ເງິນ 20 ລ້ານ​ດົ່ງ/​ຄົນ; ສະມາຄົມ ຫວຽດນາມ ຢູ່ Saitama ມອບເງິນ 200 ລ້ານດົ່ງ ເພື່ອຊື້ເຄື່ອງໃຊ້ ແລະ ຢາ...

ຊາວຫວຽດນາມ ອາໄສຢູ່ ລາວ ແລະຍີ່ປຸ່ນ ເສີມຂະຫຍາຍມູນເຊື້ອແບ່ງທຸກແບ່ງສຸກນຳກັນ
ເດັກນ້ອບຊາວຍີ່ປຸ່ນ ບໍລິຈາກເງິນໜູນ​ຊ່ວຍພໍ່ແມ່ປະຊາຊົນຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ນອກຈາກນັ້ນ, ສະຫະພັນ ຫວຽດນາມ ປະຈຳ ຍີ່ປຸ່ນ (VUAJ) ກໍ່ໄດ້ຮຽກຮ້ອງຢ່າງເປັນທາງການໃຫ້ບັນດາຊຸມຊົນໃນທົ່ວປະເທດ ຍີ່ປຸ່ນ ບໍລິຈາກເພື່ອໜູນຊ່ວຍພໍ່ແມ່ປະຊາຊົນ, ພາຍຫຼັງ 2 ວັນໄດ້ຮັບເງິນຈຳນວນ 512.000 ເຢນ (ເທົ່າກັບເກືອບ 90 ລ້ານດົ່ງ).

ສ້າງພື້ນທີ່ເປີດເພື່ອໃຫ້ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮ່ວມມືກັນປະຕິບັດຄວາມຕັ້ງຫວັງພັດທະນາປະເທດຊາດໃຫ້ປະກົດຜົນເປັນຈິງ ສ້າງພື້ນທີ່ເປີດເພື່ອໃຫ້ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮ່ວມມືກັນປະຕິບັດຄວາມຕັ້ງຫວັງພັດທະນາປະເທດຊາດໃຫ້ປະກົດຜົນເປັນຈິງ

ຍສໝ - “ກອງ​ປະຊຸມ​ ຊາວ​ຫວຽດນາມ​ ຢູ່​ຕ່າງປະ​ເທດທົ່ວໂລກ ​ຄັ້ງ​ທີ 4”, “ເວທີ​ປາ​ໄສ​ປັນຍາຊົນ ແລະ ນັກ​ຊ່ຽວ​ຊານ​ ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດ ປີ 2024” ດ້ວຍ​ຫົວ​ຂໍ້ “ຊາວ​ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດ​ຮ່ວມແຮງຮ່ວມໃຈປະຕິບັດ​ຄວາມຕັ້ງຫວັງ​ພັດ​ທະ​ນາ​​ປະ​ເທດຊາດໃຫ້ປະກົດຜົນເປັນຈິງ” ໄດ້​ດຳ​ເນີນ​ໄປ​ແຕ່​ວັນ​ທີ 21-24 ສິງຫາ, ຢູ່ ​ຮ່າ​ໂນ້ຍ.

ຊາວຫວຽດນາມ ອາໄສຢູ່ຕ່າງປະເທດປະກອບສ່ວນສຳຄັນສຳລັບບັນດາຜົນສຳເລັດຂອງການເຄື່ອນໄຫວການທູດປະຊາຊົນ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດປະກອບສ່ວນສຳຄັນສຳລັບບັນດາຜົນສຳເລັດຂອງການເຄື່ອນໄຫວການທູດປະຊາຊົນ

ຍສໝ - ຕອນ​ບ່າຍ​ວັນ​ທີ 23 ສິງຫາ, ຢູ່​ທີ່​ທຳນຽບ​ປະທານປະເທດ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ດີເດັ່ນເຂົ້າ​ຮ່ວມ​ກອງ​ປະຊຸມ​ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ທົ່ວໂລກ ຄັ້ງ​ທີ 4. ຢູ່​ທີ່​ນີ້, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໄດ້ຢືນຢັນວ່າ ປະຊາ​ຄົມ​ ຊາວ​ຫວຽດນາມ ​ຢູ່​ຕ່າງປະ​ເທດ​ໄດ້​ປະກອບສ່ວນອັນ​ສຳຄັນ​ສຳລັບບັນດາ​ຜົນສຳ​ເລັດ​ຂອງ​ການ​ເຄື່ອນ​ໄຫວ​ການ​ທູດ​​ປະຊາຊົນ​ໃນພາລະກິດແຫ່ງການປ່ຽນແປງໃໝ່.

ແສງເດືອນ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.