ຍີ່ປຸ່ນ ຍັງ​ແມ່ນ​ທ້ອງຕະຫຼາດ​ສົ່ງ​ອອກ​ແຮງ​ງານ​ອັນ​ດັບ​ໜຶ່ງ​ຂອງ​ ຫວຽດນາມ

10:16 | 22/05/2024

ຍສໝ - ຕາມ​ບົດ​ລາຍ​ງານ​ຂອງ​ກົມ​ຄຸ້ມ​ຄອງ​ແຮງ​ງານ​ຢູ່​ຕ່າງປະ​ເທດ (ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ), ​ໃນ 4 ​ເດືອນ​ຕົ້ນ​ປີ 2024 ຍີ່ປຸ່ນ ຍັງ​ແມ່ນ​ທ້ອງຕະຫຼາດ​ສົ່ງ​ອອກ​ແຮງ​ງານ​ອັນ​ດັບ​ໜຶ່ງ​ຂອງ​ ຫວຽດນາມ.

ຈີນ ​ແລະ ລາວ ​ແມ່ນ 2 ທ້ອງຕະຫຼາດ​ສົ່ງ​ອອກ​ໝາກ​ເຜັດ​ຕົ້ນຕໍ​ຂອງ​ ຫວຽດນາມ ຈີນ ​ແລະ ລາວ ​ແມ່ນ 2 ທ້ອງຕະຫຼາດ​ສົ່ງ​ອອກ​ໝາກ​ເຜັດ​ຕົ້ນຕໍ​ຂອງ​ ຫວຽດນາມ
ສະໜັບສະໜູນ​ແຂວງ ບິ່ງ​ດິ້ງ ​ເປີດ​ກວ້າງການການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ຍີ່ປຸ່ນ ສະໜັບສະໜູນ​ແຂວງ ບິ່ງ​ດິ້ງ ​ເປີດ​ກວ້າງການການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ຍີ່ປຸ່ນ

ລະອຽດ, ຍອດຈຳນວນຄົນງານ ຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດໃນ 4 ​ເດືອນ​ຕົ້ນ​ປີ 2024 ທັງໝົດ 48.363 ຄົນ, ບັນລຸ 38,69% ຂອງແຜນການປີ 2024. ໃນນັ້ນ ທ້ອງຕະຫຼາດ ຍີ່ປຸ່ນ ມີຄົນງານ 29.665 ຄົນ; ໄຕ້ຫວັນ (ຈີນ) 14.908 ຄົນ; ສ.ເກົາຫຼີ 815 ຄົນ; ຈີນ 535 ຄົນ. ຖັດມາແມ່ນທ້ອງຕະຫຼາດ ສິງກະໂປ, ຣູມານີ, ໄທ, ມາກາວ (ຈີນ, ອາຣັບບີ ຊາອຸດິດ, ຮົງກາລີ ແລະ ຕະຫຼາດອື່ນໆ).

ຍີ່ປຸ່ນ ຍັງ​ແມ່ນ​ທ້ອງຕະຫຼາດ​ສົ່ງ​ອອກ​ແຮງ​ງານ​ອັນ​ດັບ​ໜຶ່ງ​ຂອງ​ ຫວຽດນາມ

ຄົນງານລົງທະບຽນສອບເສັງພາສາຕ່າງປະເທດ ເພື່ອໄປເຮັດວຽກຢູ່ຕ່າງປະເທດ. (ພາບ: ITN)

ຍີ່ປຸ່ນ​ ​ແມ່ນ​ໜຶ່ງ​ໃນ​ບັນດາ​ທ້ອງຕະຫຼາດ​ທີ່​ມີ​ເງື່ອນ​ໄຂ​ການ​ເຮັດ​ວຽກ ​ແລະ ລາຍ​ຮັບ​ດີ​ທີ່​ສຸດ, ​ໄດ້​ຮັບ​ຄວາມນິຍົມ​ຈາກ​ຄົນ​ງານ​ ຫວຽດນາມ.

ຕາມ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ ແລ້ວ, ມາ​ຮອດ​ປະຈຸ​ບັນ, ມີ​ຄົນ​ງານ ຫວຽດນາມ ກ່ວາ 500.000 ຄົນ​ໄປ​ເຮັດ​ວຽກ​ຢູ່ ຍີ່ປຸ່ນ ຕາມບັນດາ​ໂຄງການ​ຄື: ຝຶກ​ງານ​ທັກ​ສະ; ພາຜູ້​ສະໝັກ​ພະຍາບານ, ຜະດຸງຄັນ ຫວຽດນາມ ​ໄປ ຍີ່ປຸ່ນ ​ເພື່ອ​ເຮັດ​ວຽກ​ໃນ​ຂອບ​ເຂດ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ ຫວຽດນາມ - ຍີ່ປຸ່ນ (EPA); ຄົນງານທີ່ເປັນນັກເຕັກນິກ, ນັກແປພາສາ...

ຫວຽດ​ນາມ ກໍ່​ແມ່ນ​ປະ​ເທດອັນດັບໜຶ່ງໃນ​ບັນ​ດາ 15 ປະ​ເທດໃນການສົ່ງນັກເຝິກງານ, ຄົນ​ງານ​ໄປ ຍີ່​ປຸ່ນ. ປີ 2023 ​ແມ່ນ​ຂີດ​ໝາຍ​ໃໝ່​ເມື່ອ​ຈຳນວນ​ຄົນ​ງານ ​ຫວຽດນາມ ​ໄປ ​ຍີ່ປຸ່ນ​ ມີຫຼາຍທີ່​ສຸດ​ນັບແຕ່ກ່ອນມາຮອດປະຈຸບັນ ພ້ອມທັງຈຳນວນ​ຄົນ​ໄປ​ ຍີ່ປຸ່ນ ​ໃນ​ແຕ່ລະ​ປີ (ປະມານ 85,000 ຄົນ) ​ແລະ ທັງຈໍານວນ​ຄົນ​ທີ່​ພວມ​ເຮັດ​ວຽກ​ຢູ່ ​ຍີ່ປຸ່ນ (300,000 ກວ່າ​ຄົນ).

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.