ຖັດຈາກຍີ່ປຸ່ນ, ເຝີ ຫວຽດນາມ ກໍາລັງຈະ 'ສົ່ງອອກ' ໄປທີ່ດິນແດນແຫ່ງກິມຈີ

10:46 | 28/05/2024

ຍສໝ - ລະດູ​ໃບ​ໄມ້​ຫຼົ່ນ​ທີ່​ຈະ​ມາ​ເຖິງ​ນີ້, ເຝີ - ອາຫານ​ປະຈຳ​ຊາດ​ຫວຽດນາມ ຈະໄດ້ “ສົ່ງ​ອອກ” ​ໄປຍັງ ສ.​ເກົາຫຼີ, ຕາມ​ລາຍການ ວັນຂອງເຝີ ຈັດ​ຕັ້ງ​ໂດຍ​ໜັງສືພິມ Tuoi Tre (ໄວໜຸ່ມ).

Taste Atlas: ເຂົ້ົ້າຈີ່ ແລະ ເຝີ ໄດ້ນ່ອນຢູ່ໃນ 100 ອາຫານຕາມຖະຫນົນທີ່ແຊບທີ່ສຸດໃນອາຊີ
ເຝີ 50,000 ຖ້ວຍຮັບໃຊ້ແຂກມາຊິມອາຫານໃນງານ Festival ເຝີ 2024
ຖັດຈາກຍີ່ປຸ່ນ, ເຝີ ຫວຽດນາມ ກໍາລັງຈະ 'ສົ່ງອອກ' ໄປທີ່ດິນແດນແຫ່ງກິມຈີ

ທ່ານ ຮ່າກິມຫງອກ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ເລ່ເຖຈື໊ ຫົວໜ້າ​ບັນນາທິການ​ໃຫຍ່​ໜັງສືພິມ Tuoi Tre ​ . (ພາບ: ຫງວຽນຮົ່ງ)

​ວັນ​ທີ 27 ພຶດສະພາ, ຢູ່​ສຳນັກງານ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ, ​ ທ່ານ ຮ່າ​ກິມ​ຫງອກ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ ເລ່ເຖຈື໊ ຫົວໜ້າ​ບັນນາທິການ​ໃຫຍ່​ໜັງສືພິມ Tuoi Tre. ​ເຂົ້າ​ຮ່ວມກອງປະຊຸມ​ມີ​ຜູ້ຕາງໜ້າ​ກົມ​ການ​ທູດ​ວັດທະນະທຳ ​ແລະ UNESCO, ກົມ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ, ກົມ​ຖະ​ແຫຼ​ງຂ່າວ ​ແລະ ສື່ມວນຊົນ​, ໜັງສືພິມ ໂລກ ແລະ ​ຫວຽດນາມ.

ໂດຍຕີ​ລາຄາ​ຢ່າງສູງ​ການ​ສົມທົບ​ກັນ​ລະຫວ່າງ​ໜັງສືພິມ Tuoi Tre ​ແລະ ກະຊວງ​ການ​ຕ່າງປະ​ເທດ​ໃນ​ວຽກ​ງານ​ຖະ​ແຫຼ​ງຂ່າວ​ການ​ຕ່າງປະ​ເທດ, ທ່ານ ຮ່າ​ກິມ​ຫງອກ ​ເນັ້ນ​ໜັກ​ວ່າ: “ນັ້ນ​ແມ່ນ​ການຮ່ວມເດີນທາງ ​ແລະ ​ແບ່ງປັນສຳລັບ​ວຽກ​ງານການ​ຕ່າງປະ​ເທດ”.

ທ່ານ ເລເຖຈື໋ ສະແດງຄວາມຂອບອົກຂອບໃຈກະຊວງການຕ່າງປະເທດ ທີ່ໄດ້ໜູນຊ່ວຍວຽກງານຂ່າວສານການຕ່າງປະເທດ ກໍ່ຄືການຈັດຕັ້ງບັນດາເຫດການຢູ່ຕ່າງປະເທດ, ພິເສດແມ່ນລາຍການ ວັນຂອງເຝີ ປະຈຳປີ. ປີ 2023, ​ເປັນ​ຄັ້ງ​ທຳ​ອິດທີ່ ໜັງສືພິມ Tuoi Tre ໄດ້ສົມທົບ​ກັບ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຈັດ​ຕັ້ງ Festival Pho ຫວຽດນາມ ຢູ່​ສວນສາທາລະນະ Yoyogi ຢູ່ ​ Tokyo ປະ​ເທດ ຍີ່ປຸ່ນ.

ການທີ່ນຳ ເຝີ “ອອກໄປຕ່າງປະເທດ” ບໍ່ພຽງແຕ່ຊ່ວຍໂຄສະນາພາບພົດຂອງປະເທດຊາດ, ວັດທະນະທຳ ແລະ ປະຊາຊົນ ຫວຽດນາມ ເທົ່ານັ້ນ ຫາກຍັງປະກອບສ່ວນຊຸກຍູ້ຄວາມສະໜິດຕິດພັນວັດທະນະທຳ, ການພົບປະແລກປ່ຽນປະຊາຊົນລະຫວ່າງ 2 ປະເທດອີກດ້ວຍ.

ໂດຍສືບຕໍ່ຜົນສໍາເລັດຂອງ ວັນຂອງເຝີ ໃນດິນແດນ ຍີ່ປຸ່ນ, ປີນີ້, ລາຍການ ວັນຂອງເຝີ ຈະຈັດຂຶ້ນ ຢູ່ ສ.ເກົາຫລີ ໃນລະດູ​ໃບ​ໄມ້​ຫຼົ່ນທີ່ຈະມາເຖິງນີ້.

ທ່ານ ເລ່ເຖຈື໋ ປາດ​ຖະໜາ​ວ່າ ກະຊວງ​ການ​ຕ່າງປະ​ເທດ ຈະສືບ​ຕໍ່​ໜູນ​ຊ່ວຍ​ການ​ເຊື່ອມ​ໂຍງ​​ບັນດາ​ອົງການຂອງ ສ.​ເກົາຫຼີ, ສະມາຄົມ​ມິດຕະພາບ ສ.​ເກົາຫຼີ - ຫວຽດນາມ, ຫວຽດນາມ - ສ.​ເກົາຫຼີ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຢູ່ ສ.​ເກົາຫຼີ ​ໃນ​ຂະ​ບວນການ​ເລືອກເອົາ​ສະຖານທີ່, ​ຂຶ້ນແຜນການຈັດຕັ້ງລາຍການ.

ບັນດາ​ການ​ນຳ​ໜັງສືພິມ Tuoi Tre ​ເຊື່ອ​ໝັ້ນ​ວ່າ ວັນຂອງເຝີ 2024 ຈະ​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ໃຫ້​ແກ່ປະຊາຊົນ ສ. ​ເກົາຫຼີ, ​ເພື່ອນ​ມິດສາ​ກົນ ​ແລະ ຊາວ ຫວຽດນາມ ຢູ່ປະເທດປະຈຳຖິ່ນ, ປະກອບສ່ວນເຂົ້ນໃນການ​ສ້າງ​ສຳເນົາເອກະສານຍື່ນ​ສະ​ເໜີ​ຕໍ່ UNESCO ​ເພື່ອ​ຮັບ​ຮອງເອົາ ເຝີ ​ເປັນ​ມໍ​ລະ​ດົກຕົວ​ແທນ​ດ້ານ​ວັດທະນະທຳ​ບໍ່​ເປັນວັດຖຸຂອງ​ມະ​ນຸດ​.

ຖັດຈາກຍີ່ປຸ່ນ, ເຝີ ຫວຽດນາມ ກໍາລັງຈະ 'ສົ່ງອອກ' ໄປທີ່ດິນແດນແຫ່ງກິມຈີ

ແຂກທີ່ມາຮັບປະທານ ເຝີ ຢູ່ທີ່ເຫດການ ວັນຂອງເຝີ ຢູ່ ຍີ່ປຸ່ນ

ທ່ານ ຮ່າກິມຫງອກ ​ໄດ້​ຕີ​ລາຄາ​ຢ່າງສູງ​ແນວຄວາມ​ຄິດ​ຂອງ​ໜັງສືພິມ Tuoi Tre ​ໃນ​ການ​ຈັດ​ຕັ້ງ ວັນຂອງເຝີ ຢູ່ ສ.​ເກົາຫຼີ ​ແລະ ຖື​ວ່າ: ການ​ທີ່ນຳ ເຝີ ​ໄປ​ສູ່​ເພື່ອນ​ມິດສາ​ກົນ​ບໍ່​ພຽງ​ແຕ່​ເພື່ອ​ແນ​ໃສ່​ໂຄສະນາ​ບັນດາ​ເຍື່ອງ​ອາ​ຫານທີ່​ເປັນສັນຍະລັກຂອງ ​ຫວຽດນາມ ​ເທົ່າ​ນັ້ນ, ຫາກ​ຍັງ​ສົ່ງ​ສານ​ກ່ຽວກັບ​ສິ່່ງຍອດຢ້ຽມ​ທາງດ້ານວັດທະນະທຳ​ ແລະ ປະຊາຊົນ ຫວຽດນາມ.

ປະຈຸ​ບັນ, ເຍື່ອງ​ອາ​ຫານ​ ຫວຽດນາມ ​ນັບ​ມື້​ນັບ​ມີ​ຊື່​ສຽງ​ຫຼາຍ​ຂຶ້ນ ​ແລະ ເຜີຍແຜ່ໃນ​ທົ່ວ​ໂລກສ່ວນໃດໜຶ່ງ​. ຢູ່​ຫຼາຍ​ປະ​ເທດ, ບໍ່​ແມ່ນ​ເລື່ອງ​ຍາກ​ທີ່​ຈະ​ຊອກ​ຫາ​ຮ້ານ​ອາ​ຫານ​ ຫວຽດ​ນາມ ແລະ ເຝີ ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເຍື່ອງ​ອາ​ຫານ​ທີ່​ໄດ້ຮັບຄວາມນິ​ຍົມ​ຫຼາຍ​ທີ່​ສຸດ.

ພິ​ເສດ, ອາ​ຫານ​ ຫວຽດ​ນາມ ບໍ່​ພຽງ​ແຕ່​ມີ​ຢູ່​ໃນ​ຊີ​ວິດ​ປະ​ຈຳ​ວັນ​ເທົ່າ​ນັ້ນ ຫາກ​ຍັງ​ເຂົ້າ​ຮ່ວມໃນບັນ​ດາ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ, ເປັນ “ກຳ​ລັງແຮງ​ທາງດ້ານຈິດໃຈ” ທີ່​ປະ​ກອບ​ສ່ວນກຳນົດຄຸນ​ຄ່າ ແລະ ອິດ​ທິ​ພົນ​ຂອງ​ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ.

ທ່ານ​ຮອງ​ລັດຖະມົນຕີ​ຢືນຢັນ​ວ່າ: ກະຊວງ​ການ​ຕ່າງປະ​ເທດ, ຫົວໜ່ວຍ​ທີ່​ກ່ຽວຂ້ອງ ​ແລະ ບັນດາ​ອົງການ​ຜູ້ຕາງໜ້າ​ ຫວຽດນາມ ຢູ່​ຕ່າງປະ​ເທດ ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ໜັງສືພິມ Tuoi Tre ​ໃນ​ຂະບວນວິວັດ​ການ​ຈັດ​ຕັ້ງ​ລາຍການ.

ພາຍຫຼັງ 7 ປີ​ທີ່ໄດ້ຈັດ​ຂຶ້ນ​ຢູ່​ພາຍ​ໃນ​ປະ​ເທດ, ວັນຂອງ ເຝີ ​ໄດ້​ “ອອກໄປສູ່​ຕ່າງ​ປະ​ເທດ” ດ້ວຍ​ຈຸດ​ປາຍທາງທຳ​ອິດ​ແມ່ນ​ປະ​ເທດ ​ຍີ່​ປຸ່ນ​ ໃນ​ປີ 2023.

ປີ 2024 ຈະ​ແມ່ນ​ຄັ້ງ​ທີ 2 ​ທີ່ເຝີ ຫວຽດນາມ ຈະ “ອອກ​ໄປຍັງຕ່າງປະເທດ” ​ແລະ ຈຸດປາຍທາງ​ແມ່ນ ສ.​ເກົາຫຼີ - ປະ​ເທດ​ທີ່​ມີ​ຫຼາຍ​ຈຸດ​ໃກ້​ຄຽງ​ກັບ ຫວຽດນາມ ​ໃນ​ດ້ານ​ວັດທະນະທຳ​ອາຫານ​ການ​ກິນ. ​ໃນ 4 ​ເດືອນ​ຕົ້ນ​ປີ​ນີ້, ມີ​ນັກ​ທ່ອງ​ທ່ຽວ ​ສ.​ເກົາຫຼີ ​ເຂົ້າ​ມາ​ ຫວຽດນາມ 4 ລ້ານ​ກວ່າ​ເທື່ອ​ຄົນ.

ລາຍການ ວັນຂອງເຝີ ​ໂດຍ​ໜັງສືພິມ Tuoi Tre ສົມທົບ​ກັບ​ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ແລະ ບັນດາວິ​ສາ​ຫະກິດ ຫວຽດນາມ ​ຈັດ​ຕັ້ງ.

ເຜີຍແພ່ຢ່າງທົ່ວເຖິງ ເຝີ ຫວຽດນາມ ຢູ່ ດິນແດນ ສ. ເກົາຫລີ ເຜີຍແພ່ຢ່າງທົ່ວເຖິງ ເຝີ ຫວຽດນາມ ຢູ່ ດິນແດນ ສ. ເກົາຫລີ

ຮ້ານຂາຍເຝີ ມີຊື່ວ່າ “ເບັບຈູເຊີນ - ໝາຍຄວາມວ່າເຮືອນຄົວຂອງອາວເຊີນ” ໂດຍຕັ້ງຢູ່ ເມືອງ Gwangsan ແຂວງ Qwangju ສ. ເກົາຫລີ ແມ່ນຮ້ານເຝິທີ່ມີຊື່ສຽງຂອງ ຊາວຫວຽດນາມ. ເຖິງວ່າ ຮ້ານຂາຍເຝີນີ້ ເປີດຍັງບໍ່ທັນດົນປານໃດ ແຕ່ ເບັບຈູເຊີນ ໄດ້ກາຍເປັນສະຖານທີ່ລື້ງເຄີຍຂອງຫລາຍໆຄົນທີ່ນິຍົມເຝີ ຫວຽດນາມ.

ເຝີ ຫວຽດ​ນາມ ສ້າງ​ຄວາມ​ປະ​ທັບ​ໃຈ​ຕໍ່​ເພື່ອນ​ມິດ ອາ​ຊຽນ ເຝີ ຫວຽດ​ນາມ ສ້າງ​ຄວາມ​ປະ​ທັບ​ໃຈ​ຕໍ່​ເພື່ອນ​ມິດ ອາ​ຊຽນ

ວັນທີ 27 ພຶດສະພາ, ດ້ວຍການໜູນຊ່ວຍຂອງສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ, ຈຸດວັດທະນະທຳທີ່ເປັນເອກະລັກ, ທັດສະນີຍະພາບທີ່ໂດດເດັ່ນຈຳນວນໜຶ່ງກໍຄືອາຫານການກິນຂອງ ຫວຽດນາມ ໄດ້ແນະນຳໃຫ້ເພື່ອນມິດບັນດາປະເທດສະມາຊິກ ອາຊຽນ ຢູ່ປະເທດ ມາເລເຊຍ.

ມິງດຶກ

ເຫດການ
302 Found

Found

The document has moved here.