ຫວຽດນາມ-ຍີ່ປຸ່ນ ເພີ່ມທະວີການພົບປະແລກປ່ຽນລັດຖະສະພາ, ແລກປ່ຽນປະສົບການນິຕິບັນຍັດ

00:00 | 03/08/2024

ຍສໝ - ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ຕີລາຄາວ່າ ການພົວພັນ ຫວຽດນາມ-ຍີ່ປຸ່ນ ພວມຢູ່ໃນໄລຍະອັນດີງາມທີ່ສຸດ.

ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ
ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ

ຫວ່້າງແລ້ວນີ້, ທີ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ຕ້ອນຮັບທ່ານ Tokai Kisaburo, ສະມາຊິກສະພາຕໍ່າ, ຫົວໜ້າຄະນະຄົ້ນຄວ້ານະໂຍບາຍ ພັກ ປະຊາທິປະໄຕ ເສລີ (LDP) ຍີ່ປຸ່ນ.

ຫວຽດນາມ-ຍີ່ປຸ່ນ ເພີ່ມທະວີການພົບປະແລກປ່ຽນລັດຖະສະພາ, ແລກປ່ຽນປະສົບການນິຕິບັນຍັດ
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານ Tokai Kisaburo, ສະມາຊິກສະພາຕໍ່າ, ຫົວໜ້າຄະນະຄົ້ນຄວ້ານະໂຍບາຍ ພັກ ປະຊາທິປະໄຕ ເສລີ (LDP) ຍີ່ປຸ່ນ. ພາບ: quochoi.vn

ທ່ານປະທານສະພາແຫ່ງຊາດຫວຽດນາມ ຕີລາຄາວ່າ ການພົວພັນ ຫວຽດນາມ-ຍີ່ປຸ່ນ ພວມຢູ່ໃນໄລຍະອັນດີງາມທີ່ສຸດ. ເພື່ອຊຸກຍູ້ການພົວພັນສອງປະເທດ ໃຫ້ພັດທະນາຢ່າງແທດຈິງ ແລະມີປະສິດທິຜົນກວ່າອີກ, ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ; ພົບປະແລກປ່ຽນສະມາຊິກລັດຖະສະພາ, ໂດຍສະເພາະແມ່ນສະມາຊິກລັດຖະສະພາໜຸ່ມ ແລະສະມາຊິກລັດຖະສະພາຍິງ; ແລກປ່ຽນບົດຮຽນດ້ານນິຕິບັນຍັດລະຫວ່າງສອງປະເທດ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫວັງວ່າ ທ່ານ Tokai ຈະສະໜັບສະໜູນ, ຊຸກຍູ້ລັດຖະບານຍີ່ປຸ່ນ ສະໜອງທຶນ ODA ລຸ້ນໃໝ່ໃຫ້ແກ່ຫວຽດນາມ ດ້ວຍສິດທິພິເສດສູງ, ລະບຽບການງ່າຍດາຍ, ມີຄວາມໄຫວພິບ, ສຸມໃສ່ເຂົ້າໃນບັນດາໂຄງການພັດທະນາພື້ນຖານໂຄງລ່າງຍຸດທະສາດຂະໜາດໃຫຍ່ ຄື ເສັ້ນທາງລົດໄຟໃນຕົວເມືອງ, ເສັ້ນທາງລົດໄຟຄວາມໄວສູງ; ຊຸກຍູ້ການລົງທຶນ, ຖ່າຍທອດເຕັກໂນໂລຊີຂອງບັນດາວິສາຫະກິດຍີ່ປຸ່ນ, ໜູນຊ່ວຍວິສາຫະກິດຫວຽດນາມ ເຂົ້າຮ່ວມຢ່າງເລິກເຊິ່ງກວ້າງຂວາງກວ່າໃນລະບົບຕ່ອງໂສ້ການສະໜອງມູນຄ່າທົ່ວໂລກຂອງບັນດາຄູ່ຮ່ວມມືຍີ່ປຸ່ນ; ພິຈາລະນາເປີດປະຕູຕະຫຼາດ ສໍາລັບໝາກໄມ້ຂອງຫວຽດນາມ...

ທ່ານປະທານສະພາແຫ່ງຊາດຫວຽດນາມ ຖືວ່າ ສອງປະເທດຕ້ອງເອົາໃຈໃສ່, ຊຸກຍູ້ການຮ່ວມມືໃນຂົງເຂດຫັນເປັນສີຂຽວ, ຫັນເປັນດີຈີຕອນ, ຫຼຸດຜ່ອນການປ່ອຍອາຍພິດກາກບອນ, ຫັນປ່ຽນພະລັງງານ, ສືບຕໍ່ຊຸກຍູ້ໃຫ້ມີໂຄງການຮ່ວມມື, ໂຄງການໃໝ່ໃນຂອບເຂດຂໍ້ລິເລີ່ມປະຊາຄົມຫຼຸດຜ່ອນການປ່ອຍອາຍພິດກາກບອນໃຫ້ເປັນສູນ ຢູ່ອາຊີ (AZEC) ຕື່ມອີກ; ໜູນຊ່ວຍຫວຽດນາມ ປະຕິບັດເປົ້າໝາຍບໍາລຸງກໍ່ສ້າງນັກວິສະວະກອນຂະແໜງ Semiconductor ຮອດປີ 2030 ໃຫ້ໄດ້ 50.000 ຄົນ.

ພ້ອມກັນນັ້ນ, ສອງຝ່າຍ ກໍເພີ່ມທະວີການສົມທົບກັນ, ແບ່ງປັນຫຼັກໝັ້ນ, ຮ່ວມມືກັນໃນບັນດາບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ.

ສ່ວນທ່ານ Tokai Kisaburo ເນັ້ນໜັກວ່າ ຈຸດປະສົງຂອງການຢ້ຽມຢາມແມ່ນ ເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດການສຶກສາ-ກໍ່ສ້າງ, ວິທະຍາສາດ-ເຕັກໂນໂລຊີ; ປ່ຽນແປງໃໝ່ປະດິດສ້າງ...; ເຫັນດີເປັນເອກະພາບກັບຂໍ້ສະເໜີຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ໃນການເພີ່ມທະວີການພົວພັນລະຫວ່າງສອງປະເທດ, ພິເສດແມ່ນການຮ່ວມມືພົບປະແລກປ່ຽນຊັບພະຍາກອນມະນຸດ, ໂດຍສະເພາະແມ່ນສະມາຊິກລັດຖະສະພາໜຸ່ມ ແລະສະມາຊິກລັດຖະສະພາຍິງ; ຫວັງວ່າ ສະພາແຫ່ງຊາດ ຫວຽດນາມ ຈະສືບຕໍ່ສ້າງກອບນິຕິກໍາ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດ, ຫັນລະບຽບການບໍໍລິຫານເປັນງ່າຍດາຍ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາບໍລິສັດຍີ່ປຸ່ນ ທີ່ມາລົງທຶນ, ດໍາເນີນທຸລະກິດ ຢູ່ຫວຽດນາມ.

ວັນທີ 2 ສິງຫາ, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງ, ທ່ານ ເລຮວ່າຍຈູງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Tokai Kisaburo, ຫົວໜ້າຄະນະຄົ້ນຄວ້າ ນະໂຍບາຍພັກປະຊາທິປະໄຕເສລີຍີ່ປຸ່ນ.

ທີ່ການຕ້ອນຮັບ, ທ່ານ ເລຮວ່າຍຈູງ ຢັ້້ງຢືນວ່າ ພັກ, ລັດຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຍ່ີປຸ່ນ, ປາດຖະໜາຢາກພ້ອມກັບຝ່າຍຍີ່ປຸ່ນ ເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງຂຶ້ນຕື່ມ. ທ່ານ ເລຮວ່າຍຈູງ ສະເໜີສອງຝ່າຍສືບຕໍ່ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຜ່ານການແລກ ປ່ຽນການຢ້ຽມຢາມຂັ້ນສູງລະຫວ່າງລັດຖະບານ, ສະພາແຫ່ງຊາດ, ລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະຊາທິປະໄຕເສລີຍີ່ປຸ່ນ; ສົມທົບກັນປະຕິບັດຂອບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງມີປະສິດທິຜົນ; ຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດ...

ຫວຽດນາມ-ຍີ່ປຸ່ນ ເພີ່ມທະວີການພົບປະແລກປ່ຽນລັດຖະສະພາ, ແລກປ່ຽນປະສົບການນິຕິບັນຍັດ
ທ່ານ ເລຮວ່າຍຈູງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ແລະທ່ານ Tokai Kisaburo, ຫົວໜ້າຄະນະຄົ້ນຄວ້ານະໂຍບາຍພັກປະຊາທິປະໄຕເສລີຍີ່ປຸ່ນ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ Tokai Kisaburo ເນັ້ນໜັກວ່າ ຍີ່ປຸ່ນຖືຫວຽດນາມ ແມ່ນຄູ່ຮ່ວມມືສໍາຄັນໃນພາກພື້ນ, ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ປະຕິບັດເປົ້າໝາຍກາຍເປັນປະເທດພັດທະນາທີ່ມີລາຍຮັບສູງໃນປີ 2045. ທ່ານ Tokai Kisaburo ກໍ່ຢືນຢັນວ່າ ຍີ່ປຸ່ນພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມືກັບຫວຽດນາມ ໃນບັນດາຂົງເຂດ, ຄື: ພື້ນຖານໂຄງລ່າງ, ວິທະຍາສາດ-ເຕັກໂນໂລຢີ, ການປ່ຽນແປງໃໝ່ປະດິດສ້າງ, ບໍາລຸງກໍ່ສ້າງຊັບພະຍາກອນມະນຸດ, ການຫັນປ່ຽນດີຈີຕອນ, ການຫັນປ່ຽນສີຂຽວ, ທາດເຄິ່ງຊັກນໍາໄຟຟ້າ ແລະສະໜອງ ODA ລຸ້ນໃໝ່ໃຫ້ຫວຽດນາມ ເພື່ອຕອບສະໜອງຄວາມຕ້ອງການກ່ຽວກັບການພັດທະນາແບບຍືນຍົງ.

ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານ Tokai Kisaburo, ທ່ານ ບຸ່ຍແທັງເຊີນ ໃຫ້ຮູ້ວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືໜູນຊ່ວຍຍີ່ປຸ່ນ ຮັບມືກັບບັນຫາພົນລະເມືອງມີອາຍຸສູງ, ຟື້ນຟູຂະແໜງເຄ່ິງຊັກນໍາໄຟຟ້າຂອງຍີ່ປຸ່ນ ຜ່ານການຈັດສົ່ງແຮງງານ, ໃນນັ້ນ ມີແຮງງານທີ່ມີຄຸນນະພາບສູງ; ສະເໜີ ຍີ່ປຸ່ນ ໜູນຊ່ວຍຫວຽດນາມປະຕິບັດເປົ້າໝາຍບຳລຸງສ້າງນັກວິສະວະກອນຂະແໜງເຄິ່ງຊັກນໍາໄຟຟ້າ 50.000 ຄົນຮອດປີ 2030, ເພີ່ມທຶນການສຶກສາໃຫ້ນັກສຶກສາຫວຽດນາມ ໄປຮຽນຢູ່ຍີ່ປຸ່ນ. ທ່ານລັດຖະມົນຕີກໍ່ສະເໜີໃຫ້ລັດຖະບານຍີ່ປຸ່ນ ຫັນເປັນງ່າຍດາຍ ແລະມຸ່ງເຖິງການຍົກເວັ້ນວີຊາໃຫ້ພົນລະເມືອງຫວຽດນາມ ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວລະຫວ່າງ 2 ປະເທດ.

ເຫັນດີເປັນເອກະພາບກັບຂໍ້ສະເໜີຂອງທ່ານລັດຖະມົນຕີ ບຸ່ຍແທັງເຊີນ, ທ່ານ Tokai Kisaburo ຢືນຢັນຈະສືບຕໍ່ສະໜັບສະໜູນ, ເປັນເສນາທິການໃຫ້ລັດຖະບານ ຍີ່ປຸ່ນ ມີບັນດານະໂຍບາຍເພີ່ມທະວີການພົວພັນ 2 ຝ່າຍໂດຍສຸມໃສ່ການຮ່ວມມື ແລະໜູນຊ່ວຍຫວຽດນາມ ບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃນຂົງເຂດໃໝ່, ເຊັ່ນ: ການຫັນເປັນສີຂຽວ, ການຫັນເປັນດີຈີຕອນ, ເຄິ່ງຊັກນໍາໄຟຟ້າ...; ຖືວ່າ, ລັດຖະບານຍີ່ປຸ່ນ ຈະສືບຕໍ່ມີນະໂຍບາຍສ້າງເງື່ອນໄຂ ແລະດຶງດູດແຮງງານຕ່າງປະເທດ, ໃນນັ້ນມີແຮງງານຫວຽດນາມ.

ສົມເພັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.