ຫຼາຍ​ຂໍ້​ສະ​ເໜີ​ເພື່ອ​ເພີ່ມທະວີການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ຍີ່​ປຸ່ນ ບົນ​ຊ່ອງ​ທາງ​ປະຊາຊົນ

10:09 | 28/07/2024

ຍສໝ - ​ວັນ​ທີ 22 ກໍລະກົດ ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຟານ​ແອງ​ເຊີນ ​ໄດ້​​ຕ້ອນຮັບ​ທ່ານ Takebe Tsutomu, ທີ່​ປຶກສາ​ພິ​ເສດສະຫະພັນລັດຖະສະພາມິດຕະພາບ ຍີ່​ປຸ່ນ - ຫວຽດນາມ ເນື່ອງໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ເຂົ້າຮ່ວມມີທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ຍີ່ປຸ່ນ ປະຈໍາ ຫວຽດນາມ Ito Naoki.

ກ່າວ​ຄຳປາໄສ​ທີ່​ການ​ພົບ​ປະ, ທ່ານ Takebe Tsutomu ​ໄດ້​ສົ່ງຄຳແບ່ງເບົາ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຢ່າງສຸດຊຶ້ງ​ເຖິງ​ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ກ່ຽວກັບການມໍລະນະກໍາ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ. ທ່ານໃຫ້ຮູ້ວ່າ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ຫວຽດ​ນາມ ໄດ້ມີທີ່ຕັ້ງການ​ພົວ​ພັນ 2 ຝ່າຍ​ກັບ ຍີ່​ປຸ່ນ ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ.

ຫຼາຍ​ຂໍ້​ສະ​ເໜີ​ເພື່ອ​ເພີ່ມທະວີການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ຍີ່​ປຸ່ນ ບົນ​ຊ່ອງ​ທາງ​ປະຊາຊົນ

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້ຕ້ອນຮັບ​ທ່ານ Takebe Tsutomu, ທີ່​ປຶກສາ​ພິ​ເສດສະຫະພັນລັດຖະສະພາມິດຕະພາບ ຍີ່​ປຸ່ນ - ຫວຽດນາມ ແລະ ຄະນະປະຕິບັດງານ ຍີ່​ປຸ່ນ. (ພາບ: Dinh Hoa)

ຕາມ​ທ່ານ Takebe ​ແລ້ວ, ​ໃນ​ການ​ຢ້ຽມຢາມ ຫວຽດນາມ ​ຄັ້ງ​ນີ້, ທ່ານ​ໄດ້​ເຂົ້າ​ຮ່ວມ​ພິທີ​ມອບ​ໃບ​ປະກາດ​ຈົບ​ຊັ້ນ​ໃຫ້​ບັນດາ​ນັກ​ສຶກສາ​ມະຫາວິທະຍາ​ໄລ ຫວຽດນາມ - ຍີ່ປຸ່ນ, ເຊິ່ງ​ແມ່ນ​ໂຮງຮຽນ​ທີ່​ຕົນ​ເປັນ​ສະມາຊິກ​ຕັ້ງໜ້າ​ໃນລິເລີ່ມແນວຄິດສ້າງຕັ້ງ. ຕາມ​ວິ​ໄສ​ທັດ​ທີ່​ໂຮງຮຽນ​ໄດ້​ກຳນົດ​ໄວ້, ​ໃນ​ອະນາຄົດ, ມະຫາວິທະຍາ​ໄລ​ ຫວຽດນາມ - ຍີ່ປຸ່ນ ຈະ​ກາຍ​ເປັນ​ມະຫາວິທະຍາ​ໄລທີ່ກຳນົດ​ທິດການ​ຄົ້ນ​ຄ້ວາ, ນະວັດຕະກຳທີ່ມີຊື່ສຽງ​ແຖວ​ໜ້າ​ຢູ່​ອາຊີ, ບັນລຸ​ໄດ້​ທີ່ຕັ້ງອັນ​ດັບ​ໜຶ່ງ​ໃນ​ຂົງ​ເຂດ​ຄົ້ນຄວ້າ​ວິທະຍາສາດ​ແບບ​ຍືນ​ຍົງ. ໂຮງຮຽນ​ ຍັງ​ຈະ​ຝຶກ​ອົບຮົມ​ແຫຼ່ງຊັບພະຍາກອນ​ມະນຸດ​ທົ່ວ​ໂລກ​ດ້ວຍ​ຄວາມ​ສາມາດ​ປະຕິບັດ​ຕົວ​ຈິງ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສັງຄົມ, ມີການສົມທົບ​ກັບ​ທ່າແຮງ​ຂອງ​ທັງ​ຍີ່ປຸ່ນ ​ແລະ ຫວຽດນາມ, ຮັບ​ໃຊ້​ໃຫ້ການ​ພັດທະນາ​ຂອງ​ສອງ​ປະ​ເທດ.

ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ ຟານແອງເຊີນ ໄດ້ສະແດງຄວາມຂອບ​ອົກ​ຂອບ​ໃຈ​ທ່ານ Takebe Tsutomu ທີ່​ໄດ້​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ການຈາກໄປຂອງທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ. ກ່ຽວ​ກັບ​ຂໍ້​ສະ​ເໜີ​ຂອງ​ທ່ານ Takebe, ທ່ານ ຟານ​ແອງ​ເຊີນ ​ໃຫ້​ຮູ້​ວ່າ ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ສົມທົບ​ກັບ​ທ່ານ ​ແລະ ຜູ້ຮ່ວມງານ, ສະຖານທູດ​ ຍີ່ປຸ່ນ ປະຈຳ ຫວຽດນາມ ​ແລະ ມະຫາວິທະຍາ​ໄລ​ ຫວຽດນາມ-ຍີ່ປຸ່ນ ຈັດຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສະເຫຼີມສະຫຼອງຄົບຮອບ 10 ປີແຫ່ງວັນສ້າງຕັ້ງໂຮງຮຽນ ຢ່າງ​ສຳ​ເລັດ​ຜົນ.

ໂດຍຕີລາຄາສູງບັນດາການ​ປະກອບສ່ວນ​ສຳຄັນ​ຂອງ​ທ່ານ Takebe ​ໃນ​ການ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ຫວຽດນາມ - ຍີ່ປຸ່ນ, ພິ​ເສດ​ແມ່ນບົນ​ຊ່ອງ​ທາງ​ປະຊາຊົນ, ທ່ານ ຟານ​ແອງ​ເຊີນ ຫວັງ​ວ່າ ໃນໄລຍະ​ຈະ​ມາ​ເຖິງ, ​ຈະ​ສືບ​ຕໍ່​ປຶກສາ​ຫາລື​ກັບ​ທ່ານ Takebe ​ແລະ ສະຖານທູດ​ຍີ່ປຸ່ນ ປະຈຳ ຫວຽດນາມ ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ອົງການ​ຈັດ​ຕັ້ງ​ປະຊາຊົນ​ຫວຽດນາມ ​ແລະ ຍີ່ປຸ່ນ, ລະຫວ່າງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ, ສະມາຄົມ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ ກັບ​ບັນດາ​ອົງການ​ຂອງ​ປະເທດເພື່ອນ.

ທ່ານ ຟານ​ແອງ​ເຊີນ ກໍ່​ປາດ​ຖະໜາ​ວ່າ ທ່ານ Takebe ​ແລະ ບັນດາ​ຜູ້ຮ່ວມງານ ຈະແບ່ງປັນ​ກັບ​ຊາວ ຫວຽດນາມ ກ່ວາ​ອີກ​ກ່ຽວ​ກັບ​ເສັ້ນທາງ​ພັດທະນາ​ຂອງ ຍີ່​ປຸ່ນ, ປະສົບ​ການ​ຂອງ​ບັນດາມະຫາວິທະຍາ​ໄລ, ວິສາຫະກິດ, ສະ​ຖາ​ບັນ​ຄົ້ນຄວ້າ...ຜ່ານ​ນັ້ນ, ກໍ່ສ້າງ​ການຕິດພັນຢ່າງແໜ້ນແຟ້ນກວ່າໃນການ​ພົວພັນລະຫວ່າງປະຊາຊົນສອງ​ປະ​ເທດ.

ມີງດຶກ

ເຫດການ
302 Found

Found

The document has moved here.