ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ໄດ້ຮຽກຮ້ອງໃຫ້ ພະນັກງານ, ພາລະກອນສະຖານທູດໝົດທຸກຄົນ, ບັນດາອົງການ, ວິສາຫະກິດ, ອົງການຈັດຕັ້ງ, ພໍ່ແມ່ປະຊາຊົນ ຊາວຫວຽດນາມ ພວມເຮັດວຽກ ແລະ ດຳລົງຊີວິດຢູ່ ສິງກະໂປ ສະໜັບສະໜູນໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ຍສໝ - ທ່ານ ດັ້ງມິງຄອຍ ຮອງລັດຖະມົນຕີ ການຕ່າງປະເທດຫວຽດນາມ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດ ໃນຊຸມປີຜ່ານມາ ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າການພັດທະນາເສດຖະກິດ - ສັງຄົມຂອງປະເທດເວົ້າລວມ ແລະ ນະຄອນ ໂຮ່ຈີມິນເວົ້າສະເພາະ.
ຍສໝ - ທຸກປີ, ໃນໂອກາດບຸນເຕັດປະຈຳຊາດ, ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນທົ່ວໂລກ ພັດອ່າວຍໜ້າເມືອຫາກັບຄືນບ້ານເກີດເມືອງນອນ, ປະເທດຊາດ, ເຕົ້າໂຮມກັບຄອບຄົວ. ແຕ່ລະດູບານໃໝ່ປີສະຫຼຸ 2021 ປີນີ້ ຕ່າງກັບບັນດາລະດູບານໃໝ່ກ່ອນ, ຍ້ອນໂລກລະບາດໂຄວິດ - 19. ແຕ່ວ່າ ຢູ່ໃສກໍ່ຕາມ, ໃນສະພາບການໃດ, ພໍ່ແມ່ປະຊາຊົນຍາມໃດກໍ່ສະຫງວຽນນ້ຳໃຈຄວາມຮັກແພງ, ຝາກຟັງຄວາມພາວະນາອັນດີງາມທີ່ສຸດ ໄປຍັງບ້ານເກີດເມືອງນອນ, ໂດຍແມ່ນສະຖານທີ່ຂອງຜູ້ຄົນທີ່ຮັກແພງ…
ຍສໝ - ຄາດວ່າຊຸດຮຽນຈະດຳເນີນໃນ 3 ເດືອນ ໂດຍມີການເຂົ້າຮ່ວມສິດສອນຂອງບັນດາຄູສອນ ລາວທີ່ເຄີຍຮຽນຢູ່ຫວຽດນາມ, ຄູສອນ ຫວຽດນາມທີ່ເຄີຍຮຽນຢູ່ລາວ ແລະ ຄູສອນຕ່າງປະເທດ
ຍສໝ - ທ່ານ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງໄດ້ຢັ້ງຢືນຈິດໃຈສະເໜີຕົ້ນສະເໜີປາຍວ່າ ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດແມ່ນພາກສ່ວນທີ່ບໍ່ສາມາດຕັດແຍກອອກຈາກປະເທດຊາດໄດ້, ນີ້ແມ່ນແຫຼ່ງກຳລັງອັນຍິ່ງໃຫຍ່ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ ດ້ວຍຫຼາຍຮູບການທີ່ແທ້ຈິງ, ຢູ່ຫຼາຍລະດັບທີ່ແຕກຕ່າງກັນ.
ຍສໝ - ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດໄດ້ຮັບຜ້າອັດປາກ - ດັງ 50.000 ອັນ ໂດຍຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ສົ່ງໄປຍັງປະຊາຄົມຊາວຫວຽດນາມອາໄສຢູ່ອາເມລິກາ ທີ່ພວມປະສົບກັບຄວາມຫຍຸ້ງຍາກຈາກ ໂລກລະບາດ Covid – 19.
ຍສໝ - ໃນຕອນບ່າຍວັນທີ 23 ສິງຫາ 2019, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງພິທີອັດຊຸດຝຶກອົບຮົມ ແລະ ມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນຂອງ ຊຸດຝຶກອົບຮົມການສອນພາສາຫວຽດ ໃຫ້ແກ່ຄູອາຈານຊາວຫວຽດນາມອາໄສຢູ່ຕ່າງປະເທດ.