ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ການຕ່າງປະເທດ ຟ້າມ​ກ໋​ວາງ​ຫ້ຽວ ແລກ​ປ່ຽນ​ກັບ​ສະ​ມາ​ຄົມ​ປັນ​ຍາ​ຊົນ​ນັກ​ຊ່ຽວ​ຊານ ຫວຽດ​ນາມ ອາ​ໄສ​ຢູ່​ສະ​ວິດ

11:06 | 29/05/2022

ຍ​ສ​ໝ - ໃນ​ໄລ​ຍະ​ເຂົ້າ​ຮ່ວມ​ຄະ​ນ​ະ​ປະ​ຕິ​ບັດ​ງານ​ຢູ່ ສະ​ວິດ, ທ່ານ​ຮອ​ງ​ລັດ​ຖະ​ມົນ​ຕີການຕ່າງປະເທດ ຟ້າມ​ກ໋​ວາງ​ຫ້ຽວ​ໄດ້​ມີ​ການ​ແລກ​ປ່ຽນ​ກັບ​ສະ​ມາ​ຄົມ​ປັນ​ຍາ​ຊົນ​ນັກ​ຊ່ຽວ​ຊານ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ສະ​ວິດ (AVIES).

ທ່ານ​​ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫວຽດ​ນາມ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ປະ​ຈຳ​ປີ ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ ທ່ານ​​ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫວຽດ​ນາມ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ປະ​ຈຳ​ປີ ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຟ້າມ​ມິນ​ຈິງ ຕ້ອນ​ຮັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ Singapore Tan Chuan-Jin ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຟ້າມ​ມິນ​ຈິງ ຕ້ອນ​ຮັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ Singapore Tan Chuan-Jin
ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ການຕ່າງປະເທດ ຟ້າມ​ກ໋​ວາງ​ຫ້ຽວ ແລກ​ປ່ຽນ​ກັບ​ສະ​ມາ​ຄົມ​ປັນ​ຍາ​ຊົນ​ນັກ​ຊ່ຽວ​ຊານ ຫວຽດ​ນາມ ອາ​ໄສ​ຢູ່​ສະ​ວິດ
ການ​ແລກ​ປ່ຽນ (ພາບ: baoquocte.vn)

ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຟ້າມ​ກ໋​ວາງ​ຫ້ຽວ ຕີ​ລາ​ຄາ​ສູງ​ຈິດ​ໃຈ​ຫ້າວ​ຫັນ, ນ້ຳ​ໃຈ​ມຸ່ງ​ໄປ​ເຖິງ​ບ້ານ​ເກີດ​ເມືອງນອນ​ຂອງ​ບັນ​ດາ​ນັກ​ຊ່ຽວ​ຊານ, ປັນ​ຍາ​ຊົນ​ຫວຽດ​ນາມ ອາ​ໄສ​ຢູ່ ສະ​ວິດ ເຊິ່ງ AVIES ແມ່ນຫຼັກ​ແຫຼ່ງ.

ການ​ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ ຂອງ​ສະ​ມາ​ຄົມ ແລະ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ສະ​ວິດ (ສະ​ໜັບ​ສະ​ໜູນ​ເງິນ 44.740 CHF, ປະ​ມານ 1,1 ຕື້​ດົ່ງ ໃນ​ໄລ​ຍະ​ເກີດ​ພະ​ຍາດ​ໂຄວິດ - 19 ແລະ 9.500 CHF ປະ​ມານ 230 ລ້ານ​ດົ່ງ ເພື່ອ​ຕໍ່​ກ່ຳ​ປັ່ນ​ອະ​ທິ​ປະ​ໄຕ​ໃຫ້​ແກ່​ເຈື່ອງ​ຊາ) ຫຼື​ໂຄງ​ການ VietSearch ແລະ V-space ໄດ້​ປະ​ກອບ​ສ່ວນ​ເຂົ້າ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ປະ​ເທ​ດ​ຊາດ.

ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຟ້າມກວາງ​ຫ້ຽວ​ຢັ້ງ​ຢືນ​ວ່າ ລຸ້ນລູກຫຼານ​ປັນ​ຍາ​ຊົນ​ໜຸ່ມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ເຖິງວ່າ ໄດ້​ກຳ​ເນີດ ແລະ ເຕີບ​ໃຫຍ່​ຢູ່​ໃສ​ກໍ່​ແມ່ນ​ພາກ​ສ່ວນ​ທີ່​ບໍ່​ສາ​ມາດ​ຕັດ​ແຍກ​ ແລະ ແມ່ນ​ແຫຼ່ງ​ກຳ​ລັງ​ຂອງ​ປະ​ຊາ​ຄົມ​ຊົນ​ຊາດ ຫວຽດ. ບົນ​ຈິດ​ໃຈ​ນັ້ນ, ພັກ, ລັດ, ລັດ​ຖະ​ບານ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່, ຖື​ເປັນ​ສຳ​ຄັນ ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ນັກ​ຊ່ຽວ​ຊານ, ປັນ​ຍາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ລົງ​ທຶນ​, ​ດຳ​ເນີນ​ທຸ​ລະ​ກິດ, ເຄື່ອນ​ໄຫວ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, Startup ແລະ ປະ​ກອບ​ສ່ວນ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ.

ສະ​ມາ​ຄົມ​ປັນ​ຍາ​ຊົນ, ນັກ​ຊ່ຽວ​ຊານ​ຫວຽດ​ນາມ ອາ​ໄສ​ຢູ່​ສະ​ວິດ​ໄດ້​ສະ​ແດງ​ນ້ຳ​ໃຈ​ສະ​ໜິດ​ຕິດ​ພັນ​ຢ່າງ​ເລິກ​ເຊິ່ງ​ກັບ​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ ແລະ ໃຫ້​ຮູ້​ວ່າ ພວມ​ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ 2 ໂຄງ​ການ​ສຳ​ຄັນ ນັ້ນແມ່ນ VietSearch ແລະ V-space ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ຄວາມ​ສະ​ໜິດ​ຕິດ​ພັນ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ໃນ​ທົ່ວ​ໂລກ.

ບັນ​ດາ​ນັກ​ຊ່ຽວ​ຊານ​ກໍ່​ສະ​ແດງ​ຄວາມ​ຫວັງ​ຢາກ​ສືບ​ຕໍ່​ປະ​ກອບ​ສ່ວນ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ປະ​ເທດ​ຊາດ ຜ່ານ​ການ​ໃຫ້​ຄຳ​ປຶກ​ສາ​ດ້ານ​ນະ​ໂຍ​ບາຍ, ເຊື່ອມ​ຕໍ່​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ພ້ອມ​ທັງ​ແບ່ງ​ປັນວ່າ ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ, ຊ່ວຍ​ເຫຼືອ​ນັກ​ສຶກ​ສາ​ຫວຽດ​ນາມ ໃນ​ການ​ສຳ​ຜັດ​ກັບ​ຂໍ້​ມູນ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ​ໃໝ່, ພັດ​ທະ​ນາ​ການ Startup.

ບັນ​ດາ​ນັກ​ຊ່ຽວ​ຊານ​ມີ​ຄວາມ​ປາດ​ຖະ​ໜາກ​ຢາກໃຫ້ ຄະ​ນະ​ກຳ​ມະ​ການແຫ່ງລັດກ່ຽວກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ສືບ​ຕໍ່​ເປັນ​ຂົ​ວ​ເຊື່ອມ​ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ​ກັບ​ບັນ​ດາ​ອົງ​ການ, ມະ​ຫາ​ວິ​ທະ​ຍາ​ໄລ ແລະ ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ໜຸ່ມ​ພາຍ​ໃນ​ປະ​ເທດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.