ສົ່ງ​ເສີມ​ການ​ສອນ ແລະ ຮຽນ​ພາ​ສາ ຫວຽດ​ ຢູ່​ອົດ​ສະ​ຕາ​ລີ

11:01 | 27/05/2022

ຍ​ສ​ໝ - ການ​ສົ່ງ​ເສີມ​ການ​ນຳ​ໃຊ້​ພາ​ສາ​ຫວຽດ ໃນ​ບັນ​ດາ​ຄອບ​ຄົວ​ລຸ້ນ​ຄົນ​ທີ​ສອງ ແລະ ທີ​ສາມ ​ຊ່ວຍ​ກໍ່​ສ້າງວົງ​ຄະ​ນະ​ຍາດ ແລະ ແຫຼ່ງ​ຜູ້​ທີ່​ເກັ່ງ​ກ້າ​ສາ​ມາດ​ໃຫ້​ແກ່​ການ​ພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍ ຫວຽດ​ນາມ - ອົດ​ສະ​ຕາ​ລີ.

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ ການ​ຮ່ວມ​ມື​ລະ​ຫວ່າງ ກຳ​ມາ​ທິ​ການ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ ຂອງ​ສະ​ພາ​ແ​ຫ່ງ​ຊາດ ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ ການ​ຮ່ວມ​ມື​ລະ​ຫວ່າງ ກຳ​ມາ​ທິ​ການ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ ຂອງ​ສະ​ພາ​ແ​ຫ່ງ​ຊາດ
ທ່ານເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ, ຫົວ​ໜ້າຫ້ອງ​ວ່າການ​ສະ​ພາແຫ່ງ​ຊາດຫວຽດ​ນາມ ທ່ານ​ບຸ່ຍ​ວັນ​ເກືອງ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ​ລາວ ທ່ານເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ, ຫົວ​ໜ້າຫ້ອງ​ວ່າການ​ສະ​ພາແຫ່ງ​ຊາດຫວຽດ​ນາມ ທ່ານ​ບຸ່ຍ​ວັນ​ເກືອງ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ​ລາວ
ສົ່ງ​ເສີມ​ການ​ສອນ ແລະ ຮຽນ​ພາ​ສາ ຫວຽດ​ ຢູ່​ອົດ​ສະ​ຕາ​ລີ
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ອົດ​ສະ​ຕາ​ລີ ຫງວຽນ​ເຕິດ​ແທັງ ລົມ​ກັນ​ກັບ​ນັກ​ຮຽນ​ຫ້ອງ​ຮຽນ​ພາ​ສາ ຫວຽດ (ພາບ: Baoquocte.vn)

ການ​ສົ່ງ​ເສີມ​ການ​ຮຽນ​ພາ​ສາ ຫວຽດ​ ຄື​ພ​າ​ສາ​ຕ່າງ​ປະ​ເທດ​ຈະ​ຊ່ວຍ​ຍົກ​ສູງ​ຄວາມ​ເອົາ​ໃຈ​ໃສ່​ຂອງ​​ປະ​ຊາ​ຊົນ​ຢູ່ ອົດ​ສະ​ຕາ​ລີ ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ ຫວຽດ​ນາມ ຄື​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ການ​ພົວ​ພັນ​ດຳ​ເນີນ​ທ​ຸ​ລ​ະ​ກິດ ແລະ ການ​ລົງ​ທຶນ, ກະ​ສິ​ກຳ ແລະ ຜະ​ລິດ​ທັນ​ຍາ​ຫານ, ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ.

ທ່ານນາງ ​ປ.ອ Melissa Jardine, ປະ​ທານ​ຄະ​ນະ​ຜູ້​ອຳ​ນວຍ​ການ​ໂອ້​ລົມ​ສົນ​ທະ​ນາ​ການ​ນຳ​ອົດ​ສະ​ຕາ​ລີ - ຫວຽດ​ນາມ (AVLD) ແລະ ທ່ານ ປ.ອ ເຈິ່ນ​ຮົ່ງ​ເວິນ, ນັກ​ຄົ້ນ​ຄ້​ວາ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ Charles Sturt, ອົດ​ສະ​ຕາ​ລີ ໄດ້​ຍົກ​ອອກ​ການ​ສັງ​ເກດ​ດັ່ງ​ກ່າວ​ໃນ​ສະ​ພາບ​ການ​ອົດ​ສະ​ຕາ​ລີ ແລະ ຫວຽດ​ນາມ ມຸ່ງ​ໄປ​ເຖິງ​ການ​ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ (1973 - 2023) ແລະ ຍົກ​ສູງ​ການ​ພົວ​ພັນ​ສອງ​ຝ່າຍ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່.

ບ​ົດ​ຂຽນ​ຂອງ​ນັກ​ຮຽນ​ຮູ້ 2 ທ່ານທີ່ໄດ້​ເອົາ​ລົງ​ໃນ​ເວັບ​ໄຊ​ຂອງ​ສະ​ຖາ​ບັນ​ນະ​ໂຍ​ບາຍ​ອົດ​ສະ​ຕາ​ລີ - ຫວຽດ​ນາມ ໃຫ້​ຮູ້​ວ່າ ​ປັດ​ຈຸ​ບັນ, ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ກວມ​ເອົາ 1,2% ປະ​ຊາ​ກອນ ອົດ​ສະ​ຕາ​ລີ ​ໃນ​ຂະ​ນະທີ່ພາ​ສາ​ຫວຽດ ແມ່ນ​ໜຶ່ງ​ໃນ 4 ພາ​ສາ​ທີ່ໄດ້​ເວົ້າຫຼາຍ​ທີ່​ສຸດນອກ​ຈາກ​ພາ​ສາ​ອັງ​ກິດ (LOTE) ຢູ່​ອົດ​ສະ​ຕາ​ລີ.

ເຖິງ​ຢ່າງ​ໃດ​ກໍ່​ຕາມ, ກໍ່​ຄື​ກັນ​ກັບ​ບັນ​ດາ​ພາ​ສາ​ຂອງ​ວົງ​ຄະ​ນະ​ຍາດຊາວ​ອົບ​ພະ​ຍົບ​ຕ່າງໆ, ການ​ນຳ​ໃຊ້​ພາ​ສາ​ຫວຽດ​ ມີ​ທ່າ​ອ່ຽງຫຼຸດ​ລົງ​ນັບ​ແຕ່​ລຸ້ນ​ຄົນ​ທີ 2 ແລະ ທີ 3.

ເຖິງວ່າ​ສ່ວນ​ບຸກ​ຄົນ ແລະ ຄອບ​ຄົວ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ອົດ​ສະ​ຕາ​ລີ ຍາມ​ໃດ​ກໍ່​ພະ​ຍາ​ຍາມ​ຮັກ​ສາ​ຄວາມ​ສາ​ມາດ​ດ້ານ​ພາ​ສາ​ຫວຽດ​ໃຫ້​ແກ່​ຄົນ​ລຸ້ນຫຼັງ ແຕ່​ປະ​ສິດ​ທິ​ຜົນ​ຍັງ​ຈຳ​ກັດ​ຢູ່. ລູກຫຼາຍຄົນ​ຂອງ​ຊາວ​ຫວຽດ​ນາມ ບໍ່​ສາ​ມາດ​ເວົ້າ, ອ່ານ ແລະ ຂຽນ​ຢ່າງ​ຄ່ອງ​ແຄ້ວ​ໄດ້ ເຊິ່ງ​ແມ່ນ​ທັກ​ສະ​ທີ່​ຈຳ​ເປັນ​ໃນ​ການ​ພົວ​ພົນ​ແລກ​ປ່ຽນ​ລະ​ຫວ່າງ​ລຸ້ນ​ຄົນ, ການ​ຮັກ​ສາ​ວັດ​ທະ​ນະ​ທຳ ແລະ ສີ​ສັນ​ຊາດ.

ໃນ​ຂະ​ນະ​ນັ້ນ, ສຳ​ລັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອົດ​ສະ​ຕາ​ລີ, ການ​ຮຽນ​ພາ​ສາ​ຫວຽດ​ນາມ ນຳ​ມາ​ເຊິ່ງ​ຜົນ​ປະໂຫຍດ​ຢ່າງ​ຈະ​ແຈ້ງ, ລວມ​ມີ​ການ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ຮ່ຳ​ຮຽນ ແລະ ຄວາມ​ຮັບ​ຮູ້​ກໍ່​ຄື​ຄວາມ​ເຂົ້າ​ໃຈ​ທາງ​ສັງ​ຄົມ ແລະ ວັດ​ທະ​ນະ​ທຳ, ຄວາມ​ພາກ​ພູມ​ໃຈ ແລະ ສີ​ສັນ​, ກໍ່​ຄື​ການ​ກໍ່​ສ້າງ​ບັນ​ດາ​ການ​ພົວ​ພັນ​ທາງ​ຄອບ​ຄົວ​ໃຫ້​ມີ​ຄວາມ​ໃກ້​ຊິດ​ກ່​ວາ.

ການ​ສົ່ງ​ເສີມ​ການ​ນຳ​ໃຊ້​ພາ​ສາ​ຫວຽດ ໃນ​ບັນ​ດາ​ຄອບ​ຄົວ​ລຸ້ນ​ຄົນ​ທີ​ສອງ ແລະ ທີ​ສາມ​ຊ່ວຍ​ກໍ່​ສ້າງວົງ​ຄະ​ນະ​ຍາດ ແລະ ແຫຼ່ງ​ຜູ້​ທີ່​ເກັ່ງ​ກ້າ​ສາ​ມາດ​ໃຫ້​ແກ່​ການ​ພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍ ຫວຽດ​ນາມ - ອົດ​ສະ​ຕາ​ລີ.

ທ່າ​ນ​ນາງ​ ປ.ອ Melissa Jardine ແລະ ທ່ານ​ ປ.ອ ເຈິ່ນ​ຮົ່ງ​ເວິນ ​ເນັ້ນ​ໜັກ​ເຖິງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ພາ​ສາ ຫວຽດ ແລະ ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ ຫວຽດ​ນາມ ຈະ​ນຳ​ມາ​ເຊິ່ງ​ຄວາມ​ເລິກ​ເຊິ່ງ ແລະ ​ຍືນ​ຍົງ​ໃຫ້​ແກ່​ການ​ພົວ​ພັນ​ສອງ​ຝ່າຍ, ເພີ່ມ​ເຕີມ ແລະ ຊຸກ​ຍູ້​ການ​ສະ​ໜິດ​ສະ​ໜົມ​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ ສອງ​ປະ​ເທດ.

ຕາມ​ນັກ​ຮຽນ​ຮູ້​ສອງ​ທ່ານ​ແລ້ວ, ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ອົດ​ສະ​ຕາ​ລີ - ຫວຽດ​ນາມ ໃນ​ປີ​ໜ້າ​ພ້ອມ​ກັບ​ການ​ຄາດ​ຫວັງ​ຍົກ​ສູງ​ການ​ພົວ​ພັນ​ສອງ​ຝ່າຍ​ຂຶ້ນ​ສູ່​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຮອບ​ດ້ານ (CSP) ໄດ້ເປີດກ​້​ວາງ​ກາ​ລະ​ໂອ​ກາດ​ໃຫຍ່​ທີ່​ສຸດ​ໃຫ້​ແກ່​ການ​ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ສິດ​ສອນ​ພາ​ສາ ຫວຽດ ຢູ່​ອົດ​ສະ​ຕາ​ລີ ເພື່ອ​ແນ​ໃສ່​ຍົກ​ສູງລະດັບ​ການ​ພົວ​ພັນ​ສອງ​ຝ່າຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.