ງານ​ແຂ່ງ​ຂັນ​ບານ​ເຕະ​ທີ່ຟົດຟື້ນ​ຂອງ​ ​ຊາວ​ຫວຽດ​ນາມອາ​ໄສ ຢູ່ ສ.ເກົາ​ຫຼີ

06:30 | 21/06/2022

ຍ​ສ​ໝ - ງານ​ແຂ່ງ​ຂັນ​ບານ​ເຕະ​ຊາວ​ຫວຽດ​ນາມ ອາ​ໄສ ຢູ່ ສ.ເກົາ​ຫຼີ (VFAK-Vietnam Airlines Compatriot Cup 2022) ໂດຍ​ສະ​ມາ​ຄົມ​ບານ​ເຕະ​ຫວຽດ​ນາມ ສ.ເກົາ​ຫຼີ ຈັດ​ຕັ້ງ ​ໄດ້​ດຳ​ເນີນ​ຢູ່​ສະ​ໜາມ​ກິ​ລາ​ນະ​ຄອນ Cheonan ແຂວງ Chungcheong ໃຕ້ (ສ.​ເກົາຫຼີ).

ການ​ແຂ່ງ​ຂັນ​ເທັນ​ນິດ​ມິດ​ຕະ​ພາບ ຢ່າງຄຶກ​ຄຶ້ນ​ຂອງ​ຊາວ ຫວຽດ​ນາມ  ອາ​ໄສ​ ຢູ່ ລັດ​ເຊຍ ການ​ແຂ່ງ​ຂັນ​ເທັນ​ນິດ​ມິດ​ຕະ​ພາບ ຢ່າງຄຶກ​ຄຶ້ນ​ຂອງ​ຊາວ ຫວຽດ​ນາມ ອາ​ໄສ​ ຢູ່ ລັດ​ເຊຍ
ປະຊາຄົມ​ຊາວ​ຫວຽດ​ນາມ ຢູ່ ລັດ​ເຊຍ ລະຫຼິ້ນມ່ວນຊື່ນ​ວັນ​ເດັກນ້ອຍ 1 ມິຖຸນາ ປະຊາຄົມ​ຊາວ​ຫວຽດ​ນາມ ຢູ່ ລັດ​ເຊຍ ລະຫຼິ້ນມ່ວນຊື່ນ​ວັນ​ເດັກນ້ອຍ 1 ມິຖຸນາ
ງານ​ແຂ່ງ​ຂັນ​ບານ​ເຕະ​ທີ່ຟົດຟື້ນ​ຂອງ​ ​ຊາວ​ຫວຽດ​ນາມອາ​ໄສ ຢູ່ ສ.ເກົາ​ຫຼີ
ງານ​ແຂ່ງ​ຂັນ​ບານ​ເຕະ​ຊາວ​ຫວຽດ​ນາມ ອາ​ໄສ ຢູ່ ສ.ເກົາ​ຫຼີ (ພາບ: TTXVN)

ງານແຂ່ງຂັນດັ່ງກ່າວ​ມີ​ການ​ເຂົ້າ​ຮ່ວມ​ຂອງທິມບານເຕະ 20 ທິມ ໂດຍ​ບັນດາ​ຫົວໜ່ວຍ​ບໍລິຫານ​ຂອງ​ແຂວງ, ນະຄອນ, ​ເຂດ​ພາກ​​ຂອງ ຫວຽດນາມ, ພ້ອມດ້ວຍ​ບັນດາ​ແຟນບານ​ທີ່​ເປັນ​ນັກຮຽນ, ນັກ​ສຶກສາ​ສາກົນ ​ແລະ ຄົນ​ງານ ຫວຽດນາມ ທີ່ພວມ​ດຳລົງ​ຊີວິດ, ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່ ສ.​ເກົາຫຼີ.

​ສະ​ມາ​ຄົມ​ບານ​ເຕະ​ຫວຽດນາມ ຢູ່ ສ.​ເກົາຫຼີ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຫົວໜ່ວຍ​ນຳ​ໜ້າ​ໃນ​ການ​ສ້າງ​ສະໜາມ​ກິລາ​ເພື່ອ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ສ.​ເກົາຫຼີ ມີ​ໂອກາດ​ແລກປ່ຽນ, ​ເຄື່ອນ​ໄຫວ, ສ້າງ​ຄວາມ​ສາມັກຄີ, ​ເຊື່ອມ​ໂຍງ ​ແລະ ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ​ໃນ​ການດຳລົງຊີວິດ​ຢູ່​ຕ່າງປະ​ເທດ.

ຕາງໜ້າ​ສະຖານທູດ​ຫວຽດນາມ ປະຈຳ ສ.​ເກົາຫຼີ, ທ່ານ ​ເລ​ວັນ​​ຮູ່ງ, ​ເລຂາເອກ ຮັບຜິດຊອບວຽກງານປະຊາຄົມ ຕີ​ລາຄາ​ສູງ​ບົດບາດ​ຂອງ VFAK ​ໃນ​ການ​ສ້າງ​ສະໜາມ​ລະຫຼິ້ນ​ທີ່ປອດໃສ ແລະ ເປັນປະໂຫຍດ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ ທີ່ດຳລົງ​ຊີວິດ, ​ເຮັດ​ວຽກ, ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່ ສ.​ເກົາຫຼີ.

ທ່ານ ​ຮຸ່ງ ກໍ່​ປາດ​ຖະໜາ​ວ່າ ພ້ອມ​ກັບ​ຄວາມ​ກະຕືລືລົ້ນ​ຂອງ​ບັນດາ​ອົງການ​ຊຸມ​ຊົນ​ຫວຽດນາມ ຢູ່ ສ.​ເກົາຫຼີ, ຄວາມ​ກະຕືລືລົ້ນ ​ແລະ ຄວາມ​ສາມັກຄີ​ຂອງ​ບັນດາ​ທິມບານ​ເຕະ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ສ.ເກົາຫຼີ, ການ​ສະໜັບສະໜູນ​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ​ບັນ​ດາ​ນັກ​ອຸ​ປະ​ຖຳ, ​ໃນ​ໄລຍະ​ຈະ​ມາ​ເຖິງ ຈະ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ປະ​ໂຫຍ​ດ ​ແລະ ​ແທດ​ຈິງ​​ໃຫ້​ປະຊາ​ຄົມຕື່ມອີກ ​ແລະ ສະຖານທູດ​ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະພ້ອມ​ກັນ​ສ້າງ​ສະໜາມລະຫຼິ້ນທີ່ປອດໃສ ​ເພື່ອ​ສຸຂະພາບ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ​ອາ​ໄສຢູ່ ສ.​ເກົາຫຼີ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.