ຊາວຫວຽດນາມ ອາໄສຢູ່ລັດເຊຍ ສົ່ງຢາປິ່ນປົວໂຄວິດ - 19 ໃຫ້ບ້ານເກີດເມືອງນອນ

13:20 | 29/05/2022

ຍ​ສ​ໝ - ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລັດ​ເຊຍ ໄດ້​ອຸ​ປະ​ຖຳ​ເງິນ​ເປັນ​ຈຳ​ນວນ 11,6 ລ້ານ RUB (190.000 USD) ເພື່ອ​ຊື້​ຢາ Areplivir 1.997 ກ່ອງ​ສົ່ງ​ກັບ​ເມືອ ຫວຽດ​ນາມ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຄວ​ບ​ຄຸມ​ພະ​ຍາດ​ໂຄວິດ - 19 ພາຍ​ໃນ​ປະ​ເທດ.

ສະຫະສະມາຄົມ ຊາວຫວຽດນາມ ອາໄສຢູ່ ມາເກົາ ໜູນຊ່ວຍປະຊາຄົມຕໍ່ໜ້າຜົນສະທ້ອນຂອງໂລກລະບາດໂຄວິດ - 19 ສະຫະສະມາຄົມ ຊາວຫວຽດນາມ ອາໄສຢູ່ ມາເກົາ ໜູນຊ່ວຍປະຊາຄົມຕໍ່ໜ້າຜົນສະທ້ອນຂອງໂລກລະບາດໂຄວິດ - 19
ມອບເງິນເປັນຈຳນວນ 500 ລ້ານດົ່ງໃຫ້ແກ່ພະສົງພຸດທະສາສະໜາ ກຳປູເຈຍ ແລະ ຊາວຫວຽດນາມ ອາໄສຢູ່ກຳປູເຈຍທີ່ພວມປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19 ວັນທີ 29 ເມສາ ມອບເງິນເປັນຈຳນວນ 500 ລ້ານດົ່ງໃຫ້ແກ່ພະສົງພຸດທະສາສະໜາ ກຳປູເຈຍ ແລະ ຊາວຫວຽດນາມ ອາໄສຢູ່ກຳປູເຈຍທີ່ພວມປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19 ວັນທີ 29 ເມສາ
ຊາວຫວຽດນາມ ອາໄສຢູ່ລັດເຊຍ ສົ່ງຢາປິ່ນປົວໂຄວິດ - 19 ໃຫ້ບ້ານເກີດເມືອງນອນ
ພິ​ທີ​ມອບ​ຮັບ​ງວດ​ຢາ Areplivir (ພາບ: TTXVN)

ວັນ​ທີ 25 ພຶດ​ສະ​ພາ, ຢູ່​ນະ​ຄອນຫຼວງ ມົດ​ສະ​ກູ​ (ປະ​ເທດ​ລັດ​ເຊຍ) ໄດ້​ດຳ​ເນີນ​ພິ​ທີ​ມອບ​ຮັບ​ງວດ​ຢາ Areplivir ທີ່ຊື້​ດ້ວຍ​ເງິນ​ທີ່​ມາ​ຈາກ​ໂຄງ​ການ “ຮ່ວມ​ແຮງ​ຮ່ວມ​ໃຈ​ ຫວຽດ​ນາມ” ໂດຍ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​, ເຮັດ​ວຽກ ແລະ ຮ່ຳ​ຮຽນ​ຢູ່ ລັດ​ເຊຍ ອຸ​ປະ​ຖຳ ​ສົ່ງ​ກັບ​ເມືອ​ຫວຽດ​ນາມ.

ຕາ​ງ​ໜ້​າ​ໃຫ້​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລັດ​ເຊຍ, ທ່ານ​ອຸ​ປະ​ທູດ​ ເລ​ກ໋ວາງ​ແອັງ ໄດ້​ຮັບ​ການມອບ​​ງວດ​ຢາ​ດັ່ງ​ກ່າວ​ຈາກ ທ່ານ​ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລັດ​ເຊຍ ເຈິ່ນ​ຝູ​ທ້ວນ.

ກ່າວ​ຄຳ​ຫັນ​ທີ່​ພິ​ທີ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ລັດ​ເຊຍ ດັ້ງ​ມິງ​ຄອຍ ຢັ້ງ​ຢືນ​ວ່າ ງວດ​ຢາ​ບັນ​ຈຸ​ນ້ຳ​ໃຈ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລັດ​ເຊຍ ສະ​ຫງວນ​ໃຫ້​ແກ່​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ.

ຕາມ​ທ່ານ​ປະ​ທານ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລັດ​ເຊຍ ໂດ​ຊວັນ​ຮ່​ວາງ​ ແລ້ວ, “ຮ່ວມ​ແຮງ​ຮ່ວມ​ໃຈ ຫວຽດ​ນາມ” ແມ່ນ​ໂຄງ​ການ​ປະ​ສົບ​ຜົນ​ສຳ​ເລັດ​ທີ່​ສຸດ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລັດ​ເຊຍ. ທ່ານ​ກໍ່ຂອບ​ໃຈ​ບັນ​ດາ​ສະ​ມາ​ຊິກ​ທີ່​ໄດ້​ເຂົ້າ​ຮ່ວມ, ຊຸກ​ຍູ້​ໂຄງ​ການ​ກໍ່​ຄື​ເພື່ອນ​ມິດ​ລັດ​ເຊຍ ທີ່ໄດ້​ສະ​ໜອງ​ຢາ​ປິ່​ນ​ປົວ ຍ້ອນ​ວ່າ ຢາ​ແຕ່​ລະ​ເມັດ ລ້ວນ​ແຕ່​ສາ​ມາດ​ກູ້​ເອົາ​ຊີ​ວິດ​ຂອງ​ຜູ້​ໃດ​ໜຶ່ງ​ຢູ່ ຫວຽດ​ນາມ.

ບຸນຄົງ

ເຫດການ
302 Found

Found

The document has moved here.