ທີມ​ບານ​ເຕະ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຍາດ​ໄດ້​ລາງວັນ​ຊະ​ນະ​ເລີດ ໃນການແຂ່ງຂັນບານເຕະ ສະ​ພາ​ສູງ ເຊັກ​ໂກ

11:28 | 22/06/2022

ຍ​ສ​ໝ - ງານ​ແຂ່ງ​ຂັນ​ບານ​ເຕະ​ສະ​ມາ​ຊິກ​ສະ​ພາ​ສູງ ສ.​ເຊັກ​ໂກ ປີ 2022 ໄດ້​ສິ້ນ​ສຸດ​ລົງ​ດ້ວຍລາງວັນແຊ້ມການແຂ່ງຂັນເປັນຂອງ​ບັນ​ດາ​ນັກ​ກິ​ລາ​ຊາວ​ຫວຽດ​ນາມ ຢູ່ ສ. ເຊັກ​ໂກ.

ປະ​ທານ​ປະ​ເທດ ຍ້ອງ​ຍໍ​ຊົມ​ເຊີຍ ທິມ​ບານ​ເຕະ​ຍິງ ຫວຽດ​ນາມ ປະ​ທານ​ປະ​ເທດ ຍ້ອງ​ຍໍ​ຊົມ​ເຊີຍ ທິມ​ບານ​ເຕະ​ຍິງ ຫວຽດ​ນາມ
ຊະ​ນະ ມາ​ເລ​ເຊຍ 1 – 0, U23 ຫວຽດ​ນາມ ເຂົ້າ​ ແຂ່ງ​ຂັນ​ຮອບ​ຊີງ​ຊະ​ນະ​ເລີດ ບານ​ເຕະ ຊາຍ SEA Games 31 ຊະ​ນະ ມາ​ເລ​ເຊຍ 1 – 0, U23 ຫວຽດ​ນາມ ເຂົ້າ​ ແຂ່ງ​ຂັນ​ຮອບ​ຊີງ​ຊະ​ນະ​ເລີດ ບານ​ເຕະ ຊາຍ SEA Games 31
ທີມ​ບານ​ເຕະ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຍາດ​ໄດ້​ລາງວັນ​ຊະ​ນະ​ເລີດ ໃນການແຂ່ງຂັນບານເຕະ ສະ​ພາ​ສູງ ເຊັກ​ໂກ
ທິມ​ບານ​ເຕະ​ຫວຽດ​ນາມ ຍາດ​ໄດ້​ລາງວັນ​ຊະ​ນະ​ເລີດ (ພາບ: Vietnam+)

ນີ້​ແມ່ນ​ງານ​ແຂ່ງ​ຂັນ​ບານ​ເຕະ​ມິດ​ຕະ​ພາບ​ປະ​ຈຳ​ປີ​ທີ່​ສະພາສູງ ເຊັກໂກ​ ໄດ້​ສະ​ໜັບ​ສະ​ໜູນ​ໃຫ້​ບັນ​ດາ​ຊົນ​ເຜົ່າ​ໄດ້​ແລກ​ປ່ຽນ​ ແລະ ​ເຊື່ອມ​ຕໍ່​ຊຸມ​ຊົນ​ຊາວ​ຕ່າງ​ປະ​ເທດ​ອາ​ໄສ​ຢູ່, ເຮັດ​ວຽກ​ແລະ​ຮ່ຳ​ຮຽນ​ຢູ່​ ສ.ເຊັກໂກ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ສາ​ທາ​ລະ​ນະ​ລັດ ເຊັກ​ໂກ ທ໊າຍ​ຊວັນ​ຢຸງ ກ່າວ​ວ່າ, ງານ​ແຂ່ງ​ຂັນ​ບານ​ເຕະ​ສະ​ມາ​ຊິກ ​ສະ​ພາ​ສູງ ສ.ເຊັກໂກ ແມ່ນບ່ອນເຕົ້າໂຮມບັນດາຊາວຕ່າງປະເທດ ເຂົ້າຮ່ວມ. ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ດັ່ງກ່າວ, ຈະ​ເພີ່ມ​ທະວີ​ການ​ພົວພັນ ​ແລະ ຄວາມ​ເຂົ້າ​ໃຈ​ລະຫວ່າງ​ປະຊາ​ຄົມ ຫວຽດນາມ ​ແລະ ເຊັກ​ໂກ ເວົ້າ​ລວມ ​ແລະ ກັບ​ປະຊາ​ຄົມ​ຊາວ​ຕ່າງປະ​ເທດ​ຢູ່ ສາທາລະນະ​ລັດ ເຊັກ​ໂກ ເວົ້າ​ສະ​ເພາະ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວັງ​ວ່າ ​ພາບ​ພົດ​ຂອງ​ປະ​ເທດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ຈະ​ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ​ໃນ​ສາຍ​ຕາປະຊາຄົມ​ສາ​ກົນ​ໂດຍ​ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວ​ກິ​ລາ.

ກ່ອນໜ້ານີ້, ໃນພິທີເຄື່ອນພົນໃນວັນທີ 31 ພຶດສະພາ, ທ່ານ ເອກອັກຄະລັດຖະທູດ ໄດ້ມອບໃບຍ້ອງຍໍໃຫ້ທິມບານເຕະ FC Sapa Praha ເພື່ອເປັນກຽດມອບລາງວັນທີມສາມັກຄີ ແລະ ບັນລຸໄດ້ຜົນງານຫຼາຍຢ່າງໃນກິລາຊຸມຊົນ.

ງານ​ແຂ່ງ​ຂັນ​ບານ​ເຕະ​ພື້ນ​ເມືອງ​ປະ​ຈຳ​ປີ ເຊັກ​ໂກ ມີ​ຄວາມ​ໝາຍ​ສຳ​ຄັນ, ແມ່ນ​ການ​ເຄື່ອນ​ໄຫວ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊົນ​ເຜົ່າ, ຮັດ​ແໜ້ນ​ນ້ຳ​ໃຈ​ສາ​ມັກ​ຄີ, ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ ​ລະ​ຫວ່າງ​ປະ​ຊາ​ຊົນ​ໃນ​ສັງ​ຄົມ ເຊັກ​ໂກ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.