ສວນດອກບົວຂອງແມ່ຍິງ ຫວຽດນາມ ທ່າມກາງເອີລົບ

07:54 | 05/10/2022

ຍ​ສ​ໝ - ນັບ​ແຕ່​ຄາວ​ຍັງ​ນ້ອຍ, ຢູ່​ໜ້າ​ບ້ານ​ມີ​ໜອງດອກ​ບົວ ດັ່ງ​ນັ້ນ​ເມື່ອ​ມາ​ແບນ​ຊິກ, ເອື້ອຍ ​ເຟືອກ​ເວິນ ​ຕັດ​ສິນ​ໃຈ​ສ້າງ​ສວນດອກ​ບົວ​ເພື່ອບັນເທົາ​ຄວາມ​ຄິດ​ຮອດ​ບ້ານ​ເກີດ​ເມືອງນອນ.

ດານັ້ງ ສົ່ງເສີມການລົງທຶນຈາກ ເອີລົບ ດານັ້ງ ສົ່ງເສີມການລົງທຶນຈາກ ເອີລົບ
ເຊື່ອມຕໍ່ ປັນຍາຊົນໜຸ່ມ ຫວຽດນາມ ຢູ່ ເອີລົບ: ແຜ່ກະຈາຍຄວາມຮູ້, ສົ່ງເສີມຄວາມເມົ່າມົວ ສ້າງໂລກ ເຊື່ອມຕໍ່ ປັນຍາຊົນໜຸ່ມ ຫວຽດນາມ ຢູ່ ເອີລົບ: ແຜ່ກະຈາຍຄວາມຮູ້, ສົ່ງເສີມຄວາມເມົ່າມົວ ສ້າງໂລກ

ເອື້ອຍ ​ເວິນ ມີ​ອາ​ຍຸ 47 ປີ, ດຳ​ລົງ​ຊີ​ວິດ​ຢູ່​ເຂດ Yvoir, ປະ​ເທດ​ແບນ​ຊິກ, ເຊິ່ງ​ແມ່ນ​ສະ​ຖານ​ທີ່​ມີ​ແມ່​ນ້ຳ​ລ້ຳ​ເຊ​ທີ່​ອຸ​ດົມ​ສົມ​ບູນ, ເໝາະ​ກັບ​ການ​ປູກດອກ​ບົວ, ເຖິງວ່າ​ອາ​ກາດ​ໜາວ.

ສວນດອກບົວຂອງແມ່ຍິງ ຫວຽດນາມ ທ່າມກາງເອີລົບ

ການ​ປູກດອກ​ບົວ​ຢູ່​ເອີ​ລົບ​ຍາກ​ກ່​ວາຫຼາຍ​ເມື່ອ​ທຽບ​ໃສ່​ກັບ​ບັນ​ດາ​ປະ​ເທດຢູ່​ເຂດ​ຮ້ອນ ຍ້ອນ​ວ່າ​ມີ​ລະ​ດູ​ຮ້ອນ​ສັ້ນ. ຢູ່​ແບນ​ຊິກ,ອຸນ​ຫະ​ພູມ​ລະ​ຫວ່າງ​ຕອນ​ກາງ​ຄືນ ແລະ ກາງ​ເວັນ​ວັນ​ຜິດ​ດ່ຽງ​ສູງ​ເຮັດ​ໃຫ້​ດອກ​ບົວ​ມີ​ການ​ພັດ​ທະ​ນາ​ຢ່າງ​ຊັກ​ຊ້າ. ລະ​ດູ​ໜາວ​ມີ​ອາ​ກາດ​ໜາວ​ຈັດ ແຕ່​ເດືອນ​ທັນ​ວາ ຫາ​ເດືອນ ກຸມ​ພາ ອຸນ​ຫະ​ພູມ​ມັ​ກ​ຫຼຸດ​ລົງໃນລະດັບຕິດລົບ, ເຊິ່ງຈະ​ເຮັດ​ໃຫ້​ຕົ້ນ​ໄມ້​ຕາຍ​​ງ່າຍ​.

ສວນດອກບົວຂອງແມ່ຍິງ ຫວຽດນາມ ທ່າມກາງເອີລົບ
ສວນດອກບົວຂອງແມ່ຍິງ ຫວຽດນາມ ທ່າມກາງເອີລົບ

ເພື່ອ​ແກ້​ໄຂ​ປັດ​ໄຈ​ດ້ານ​ດິນ​ຟ້າ​ອາ​ກາດ, ເອື້ອຍ ​ເວິນ ​ຕ້ອງ​ນຳ​ໃຊ້​ລະ​ບົບຝີງ, ບາງ​ເທື່ອ​ກໍ່​ນຳ​ໃຊ້​ແສງ​ສ່ອງ​ສະ​ຫວ່າງ​ແທນ​ຕາ​ເວັນ.

ໃນ​ຕະ​ຫຼອດ​ໄລ​ຍະ​ດອກ​ບົວ​ບານ, ແມ່​ຍິງ​ເຊື້ອ​ຊາດ ຫວຽດ​ນາມ ຮູ້​ສຶກ​ວ່າ ຕອນ​ເຊົ້າ​ມື​ໃດ​ຕົນ​ເອງ​ກໍ່​ໄດ້​ເພີ່ມກ​ຳ​ລັງ​ແຮງ. ລາວ​ມາ​ສວນ, ດົມ​ອາ​ກາດ​ປອດ​ໂປ່ງ​ເຢັນ​ສະ​ບາຍ​ຂອງດອກ​ບົວ. ບາງ​ຄັ້ງ, ລາວ​ໄດ້​ເອົາ​ຊາ​ໃສ່​ຢູ່​ທາງ​ໃນ​ຂອງດອກ​ບົວທີ່ໃກ້ຂະບານ ແລະ ອັດ​ເຂົ້າ ເພື່ອ​ຈະ​ມີ​ຊາ​ດອກ​ບົວ​ກິນ​ໃນ​ມື້​ຕໍ່​ໄປ. ລາວ​ໄດ້​ນຳ​ໃຊ້​ໃບ​ດອກ​ບົວ​ເພື່ອ​ປະ​ດັບ​ປະ​ດາ​ໃຫ້​ແກ່​ບັນ​ດາ​ເຍື່ອງ​ອາ​ຫານ ແລະ ຕາກ​ແດດໄວ້​ເຮັດ​ຊາ​ດື່ມ.

ສວນດອກບົວຂອງແມ່ຍິງ ຫວຽດນາມ ທ່າມກາງເອີລົບ
ສວນດອກບົວຂອງແມ່ຍິງ ຫວຽດນາມ ທ່າມກາງເອີລົບ
ສວນດອກບົວຂອງແມ່ຍິງ ຫວຽດນາມ ທ່າມກາງເອີລົບ

ນີ້​ແມ່ນດອກ​ບົວ​ຂ​າວ​ເຊິ່ງ​ມີ​ຄວາມ​ງາມ​ແບບ​ເບົາ​ບາງ

ນອກ​ຈາກປັກ​ດອກ​ບົວ​ໃນ​ບ້ານ, ບາງ​ຄັ້ງ​ເອື້ອຍ​ ເວິນ​ ກໍ່​ເດັດດອກ​ບົວ​ໄປ​ຖະ​ຫວາຍ​ຢູ່​ວັດ​ຮວາ​ງຽມ ຢູ່​ ນະ​ຄອນຫຼວງ Bruxelles. ເອື້ອຍ​ ເຟືອກ​ເວິນ ​ແບ່ງ​ປັນ​ວ່າ ພວມ​ຢູ່​ແບນ​ຊິກ​ ແຕ່​ລະ​ດູ​ແລ້ງ​ຄິດ​ວ່າ​ພວມ​ດຳ​ລົງ​ຊີ​ວິດ​ຢູ່ ຫວຽດ​ນາມ ຍ້ອນ​ມີດອກ​ບົວ.

ສວນດອກບົວຂອງແມ່ຍິງ ຫວຽດນາມ ທ່າມກາງເອີລົບ
ສວນດອກບົວຂອງແມ່ຍິງ ຫວຽດນາມ ທ່າມກາງເອີລົບ
ສວນດອກບົວຂອງແມ່ຍິງ ຫວຽດນາມ ທ່າມກາງເອີລົບ
ສວນດອກບົວຂອງແມ່ຍິງ ຫວຽດນາມ ທ່າມກາງເອີລົບ
ສວນດອກບົວຂອງແມ່ຍິງ ຫວຽດນາມ ທ່າມກາງເອີລົບ
ສວນດອກບົວຂອງແມ່ຍິງ ຫວຽດນາມ ທ່າມກາງເອີລົບ
ສວນດອກບົວຂອງແມ່ຍິງ ຫວຽດນາມ ທ່າມກາງເອີລົບ

ບຸນ​ຄົງ

ເຫດການ
302 Found

Found

The document has moved here.