DUFO ຂົນ​ຂວາຍ​ເງິນ​ກ່​ວາ 78 ຕື້​ດົ່ງ​ຈາກ​ການ​ໜູນ​ຊ່ວຍ​ຂອງ​ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ໃນ 9 ເດືອນ​ຕົ້ນ​ປີ 2022

15:00 | 10/10/2022

ຍ​ສ​ໝ - ໃນ 9 ເດືອນ​ຕົ້ນ​ປີ 2022, ທົ່ວ​ແຂ​ວງ​ດົ່ງ​ນາຍ ໄດ້​ຮ່ວມ​ມື​ກັບ 17 ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ແລະ ບັນ​ດາ​ນັກ​ອຸ​ປະ​ຖຳ​ຕ່າງໆ​ເພື່ອ​ຜັນ​ຂະ​ຫຍາຍ​ 20 ບ້ວງ​ເງິນ​ໜູນ​ຊ່ວຍ​ດ້ວຍ​ມູນ​ຄ່າ​ຄຳ​ໝັ້ນ​ສັນ​ຍາ​ອຸ​ປະ​ຖຳຫຼາຍກວ່າ 78 ຕຶ້​ດົ່ງ.

ວົງ​ເງິນ​ການ​ຄ້າ​ຫວຽດ​ນາມ-ລາວ ສືບ​ຕໍ່​ເພີ່ມ​ຂຶ້ນ ວົງ​ເງິນ​ການ​ຄ້າ​ຫວຽດ​ນາມ-ລາວ ສືບ​ຕໍ່​ເພີ່ມ​ຂຶ້ນ
ງານ​ບຸນ​ວັດ​ທະ​ນະ​ທຳ-ອາ​ຫານ​ການ​ກິນ​ຫວຽດ​ນາມ 2022 ຈະ​ຈັດ​ຂຶ້ນ​ຢູ່​ແຂວ​ງກວາງ​ຈິ ງານ​ບຸນ​ວັດ​ທະ​ນະ​ທຳ-ອາ​ຫານ​ການ​ກິນ​ຫວຽດ​ນາມ 2022 ຈະ​ຈັດ​ຂຶ້ນ​ຢູ່​ແຂວ​ງກວາງ​ຈິ
DUFO ຂົນ​ຂວາຍ​ເງິນ​ກ່​ວາ 78 ຕື້​ດົ່ງ​ຈາກ​ການ​ໜູນ​ຊ່ວຍ​ຂອງ​ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ໃນ 9 ເດືອນ​ຕົ້ນ​ປີ 2022
ກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ຄັ້ງ​ທີ 13, ຊຸດ​ທີ II ຕີ​ລາ​ຄາ​ໝາກ​ຜົນ​ຂອງ​ການ​ເຄື່ອນ​ໄຫວໃນ ​9 ເດືອນ​ ແລະ ວາງ​ອອກ​ໜ້າ​ທີ່​ໃນ 3 ເດືອນ​ທ້າຍ​ປີ 2022

ຫວ່າງ​ແລ້ວ​ນີ້, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ດົ່ງ​ນາຍ (DUFO) ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ຄັ້ງ​ທີ 13, ຊຸດ​ທີ II ຕີ​ລາ​ຄາ​ໝາກ​ຜົນ​ຂອງ​ການ​ເຄື່ອນ​ໄຫວໃນ ​9 ເດືອນ​ ແລະ ວາງ​ອອກ​ໜ້າ​ທີ່​ໃນ 3 ເດືອນ​ທ້າຍ​ປີ 2022.

ຕາມ​ທ່ານ​ປະທານ DUFO ຫງວຽນ​ແທ່ງ​ຈີ້ ​ແລ້ວ, ​ໃນ 9 ​ເດືອນ​ຕົ້ນ​ປີ 2022, DUFO ​ໄດ້ຈັດຕັ້ງ​ປະຕິບັດໃນ​ຂົງ​ເຂດ​ສັນຕິພາບ, ມິດຕະພາບ, ວຽກ​ງານ​ບໍ່​ຂຶ້ນ​ກັ​ບ​ລັດ​ຖະ​ບານຕ່າງປະເທດ ​ແລະ ວຽກ​ງານ​ຖະ​ແຫຼ​ງຂ່າວພົວພັນຕ່າງປະ​ເທດ​ຢ່າງ​ຄົບ​ຊຸດ ​ແລະ ຮອບດ້ານ, ​ໄດ້​ສຳ​ເລັດ 80% ​ໜ້າ​ທີ່ ໂດຍ​ຄະ​ນະ​ບໍ​ລິ​ຫານ​ງານ DUFO ວາງ​ອອກ​ໃນ​ປີ​ນີ້.

ການເຄື່ອນໄຫວຂອງບັນ​ດາສະມາຄົມມິດຕະພາບນັບມື້ນັບມີຄຸນນະພາບ, ມີປະສິດທິຜົນ, ​ເຂົ້າ​ສູ່​ລວງ​ເລິກ. ບັນດາ​ສະມາຄົມ​ມິດຕະພາບ ​ແລະ DUFO ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ເຫດການ​ທີ່​ພົ້ນ​ເດັ່ນ​ຄື: ລາຍ​ການພົບ​ປະ​ລະດູບານ​ໃໝ່​ມິດຕະພາບວັດທະນະທຳ ​ຫວຽດນາມ - ອິນ​ໂດ​ເນ​ເຊຍ, ​ໂຄງການ​ພົບປະແລກປ່ຽນ​ມິດຕະພາບ​ຫວຽດນາມ - ຝະລັ່ງ, ງານ​ມະ​ໂຫລານ​ສຽງເພງ​ມິດຕະພາບ ຫວຽດນາມ - ລາວ ປີ 2022, ການ​ພົບ​ປະສະ​ເຫຼີມ​ສະຫຼອງ ແລະ ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ອາ​ຊຽນ…

ໃນ​ວຽ​ກ​ງານສື່​ສານ​ທາງ​ການ​ຕ່າງປະເທດ, DUFO ໄດ້​ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ ກ່ຽວ​ກັບ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ, ໃນ​ນັ້ນ​ໄດ້​ສົມ​ທົບ​ກັບ​ຄະ​ນະ​ໂຄ​ສະ​ນາ​ສຶກສາ ​ຄະ​ນະ​ພັກ​ແຂວງ ຈັດ​ຕັ້ງ​ກອງ​ປະ​ຊຸມ​ເຊື່ອມ​ຊືມ​ຄຳ​ສັ່ງ​ເລກ​ທີ 12 ຂອງຄະ​ນະ​ເລ​ຂາ (ຕາມ​ຮູບ​ແບບ​ທາງ​ໄກ ແລະ ເຊິ່ງ​ໜ້າ) ໃຫ້​ແກ່​ພະ​ນັກ​ງານ​ການ​ນຳຫຼັກ​ແຫຼ່ງ ເກືອບ 1000 ຄົນ​ຂອງ​ບັນ​ດາ​ພະ​ແນກ, ຄະ​ນະ, ຂະ​ແໜງ​ການ, ຖັນ​ແຖວ​ນັກ​ລາຍ​ງານ​ຂັ້ນ​ແຂວງ, ສະ​ມາ​ຊິກ​ບັນ​ດາ​ສະ​ມາ​ຄົມ​ມິດ​ຕະ​ພາບ​ໃນ​ບໍ​ລິ​ເວນ​ແຂວງ, ຈັດ​ຕັ້ງ​ການ​ບຳ​ລຸງ​ສ້າງ, ອັບເ​ດດ​ຄວາມ​ຮູ້​ກ່ຽວ​ກັບ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ, ວຽກ​ງານ​ຂົນ​ຂວາຍ​ການ​ໜູນ​ຊ່ວຍ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານຕ່າງປະເທດ ແລະ ພິມ​ຈຳ​ໜ່າຍ​ວາ​ລະ​ສານ​ມິດ​ຕະ​ພາບ​ ດົ່ງ​ນາຍ…

​ໃນ 9 ເດືອນ​ຕົ້ນ​ປີ 2022, ທົ່ວ​ແຂວງ ດົ່ງ​ນາຍ ​ໄດ້​ສົມທົບ​ກັບ 17 ອົງການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານຂອງ​ຕ່າງປະ​ເທດ ​ແລະ ບັນດາ​ຜູ້ອຸ​ປະ​ຖຳຕ່າງໆ​ເພື່ອ​ຜັນ​ຂະ​ຫຍາຍ​ 20 ບ້ວງ​ໜູນ​ຊ່ວຍ ດ້ວຍ​ຍອດ​ຈຳນວນ​ເງິນ​ຊ່ວຍ​ເຫຼືອ​ກ່ວາ 78 ຕື້​ດົ່ງ. ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2021, ຈຳນວນ​ໂຄງການ​ໃໝ່​ໂດຍ​ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໜູນ​ຊ່ວຍ ​ເພີ່ມ​ຂຶ້ນ 4 ໂຄງ​ການ, ມູນ​ຄ່າຄຳ​ໝັ້​ນ​ສັນ​ຍາ ເພີ່ມຂຶ້ນ​ເຖິງປະ​ມານ 50 ຕື້​ດົ່ງ.

​ໃນ​ຊຸມ​ເດືອນ​ທີ່​ຍັງ​ເຫຼືອ​ຂອງ​ປີ 2022, DUFO ຈະສູ້​ຊົນ​ໃຫ້​ສຳ​ເລັດ 17 ວຽກ​ງານ, ​ໃນ​ນັ້ນ​ສຸມ​ໃສ່​ບັນດາ​ໂຄງການ​ແລກປ່ຽນ​ວັດທະນະທຳ​ຄື: “​ຈັງ​ຫວະ​ທຳນອງມິດຕະພາບພາກ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ເປີດກວ້າງ (ກຸ່ມ 4)” ກັບ​ກົງ​ສູນ​ໃຫຍ່​ບັນ​ດາ​ປະ​ເທດ; ໂຄງການແລກປ່ຽນມິດຕະພາບຫວຽດນາມ - ຍີ່ປຸ່ນ; ການ​ປະ​ກວດ​ອອກ​ແບບ​ຜະ​ລິດ​ຕະ​ພັນ​ສື່​ສານ​ສອງ​ພາ​ສາ​ກ່ຽວ​ກັບກາ​ນ​ຊອກ​ຮູ້​ປະ​ຫວັດ​ສາດ ​ແລະ ​ວັດ​ທະ​ນະ​ທໍາ​ເຂດ​ດິນແດນຊາວ​ດົ່ງ​ນາຍ; ກອງ​ປະ​ຊຸມ​ຫົວ​ເລື່ອງ​ສະ​ເພາະກ່ຽວ​ກັບ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ ແລະ ການ​ສື່​ສານ​ການ​ທູດ​ໃນ​ສະ​ພາບ​ການ​ໃໝ່, ພ້ອມ​ກັນ​ນັ້ນ ກໍກະ​ກຽມ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຊາວ​ຫວຽດ​ນາມ​ອາ​ໄສຢູ່​ຕ່າງ​ປະ​ເທດ ​ແຂວງດົ່ງ​ນາຍ ປີ 2023...

ບາງ​ຮູບ​ການ​ເຄື່ອນ​ໄຫວ​ຂອງ DUFO ຢູ່ ດົ່ງ​ນາຍ:

DUFO ຂົນ​ຂວາຍ​ເງິນ​ກ່​ວາ 78 ຕື້​ດົ່ງ​ຈາກ​ການ​ໜູນ​ຊ່ວຍ​ຂອງ​ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ໃນ 9 ເດືອນ​ຕົ້ນ​ປີ 2022
DUFO ຂົນ​ຂວາຍ​ເງິນ​ກ່​ວາ 78 ຕື້​ດົ່ງ​ຈາກ​ການ​ໜູນ​ຊ່ວຍ​ຂອງ​ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ໃນ 9 ເດືອນ​ຕົ້ນ​ປີ 2022
DUFO ຂົນ​ຂວາຍ​ເງິນ​ກ່​ວາ 78 ຕື້​ດົ່ງ​ຈາກ​ການ​ໜູນ​ຊ່ວຍ​ຂອງ​ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ໃນ 9 ເດືອນ​ຕົ້ນ​ປີ 2022
DUFO ຂົນ​ຂວາຍ​ເງິນ​ກ່​ວາ 78 ຕື້​ດົ່ງ​ຈາກ​ການ​ໜູນ​ຊ່ວຍ​ຂອງ​ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ໃນ 9 ເດືອນ​ຕົ້ນ​ປີ 2022

ບຸນ​ຄົງ

ເຫດການ
302 Found

Found

The document has moved here.