ຍສໝ - ຕອນເຊົ້າວັນທີ 22 ທັນວາ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ກຳປູເຈຍ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມ ແລະໂອ້ລົມສົນ ທະນາກັບພະນັກງານສະຖານທູດຫວຽດນາມ ປະຈຳ ກຳປູເຈຍ ແລະ ພົບປະກັບຜູ້ຕາງໜ້າວິສາຫະກິດ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ ກຳປູເຈຍ.
ຕອນບ່າຍວັນທີ 21 ທັນວາ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະກັບ ທ່ານນາງ Mem Sam On, ຮອງນາຍົກລັດຖະມົນຕີ ກຳປູເຈຍ, ລັດຖະມົນຕີກະຊວງການພົວພັນສະພາແຫ່ງຊາດ, ສະພາສູງ ແລະ ກວດກາ ກຳປູເຈຍ, ປະທານສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ.
ຍສໝ - ໂດຍໄດ້ຮັບຄຳເຊື້ອເຊີນຂອງ ພະບາດສົມເດັດພະບໍລົມມະນຽດ Norodom Sihamoni ແຫ່ງລາຊະອານາຈັກກຳປູເຈຍ, ທ່ານປະທານປະເທດ ຫງວຽນຊວນຟຸກ ຈະມາຢ້ຽມຢາມສັດຖະວະໄມຕີ ກຳປູເຈຍ ໃນລະຫວ່າງວັນທີ 21 – 22 ທັນວາ ປີ 2021.
ຍສໝ - ປີ 2021, ເຖິງວ່າຖືກຜົນສະທ້ອນຈາກພະຍາດໂຄວິດ-19 ກໍ່ຕາມ, ແຕ່ ຫວຽດນາມ ແລະ ກຳປູເຈຍ ຍັງມານະພະຍາຍາມຮັກສາການພົວພັນ ແລະ ແລກປ່ຽນຄະນະຜູ້ແທນທຸກຂັ້ນດ້ວຍຫຼາຍຮູບແບບ, ເສີມຂະຫຍາຍບັນດາກົນໄກຮ່ວມມືລະຫວ່າງສອງປະເທດຢ່າງມີປະສິດທິຜົນ, ໃນນັ້ນມີ: ຂົງເຂດວັດທະນະທຳ, ກິລາ ແລະ ທ່ອງທ່ຽວ…
ຫວ່າງແລ້ວນີ້, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງລາຍການຍ້ອງຍໍຊົມເຊີຍ “ນັກສຶກສາ ລາວ - ກຳປູເຈຍ ຜູ້ດີເດັ່ນ” ປີ 2021. ເນື່ອງໃນໂອກາດນີ້, ມີນັກສຶກສາ ລາວ ແລະ ກຳປູເຈຍ ຈຳນວນ 107 ຄົນ ທີ່ພວມຮ່ຳຮຽນຢູ່ ນະຄອນ ໂຮ່ຈີມິນ ໄດ້ຮັບການຍ້ອງຍໍຊົມເຊີຍ ຍ້ອນມີຜົນງານທີ່ດີເດັ່ນໃນການຮ່ຳຮຽນ ແລະ ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຂະບວນການ.
ຍສໝ - ຫວ່າງແລ້ວນີ້, ທ່ານ ເຈິ່ນເຟືອກແອັງ ຫົວໜ້າພະແນກການພົວພັນຕ່າງປະເທດນະຄອນໂຮ່ຈີມິນ ຕາງໜ້າການນຳນະຄອນ ໂຮ່ຈີມິນ ໄດ້ມາອວຍພອນສະຖານກົງສູນໃຫຍ່ ລາຊະອານາຈັກ ກຳປູເຈຍ ປະຈຳ ນະຄອນໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນເອກະລາດ ຂອງລາຊະອານາຈັກ ກຳປູເຈຍ ຄັ້ງທີ 68 (ວັນທີ 9 ພະຈິກ 1953 – 9 ພະຈິກ 2021).
ງານພົບປະແລກປ່ຽນຊາວໜຸ່ມມິດຕະພາບ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ປີ 2021 ໂດຍ ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ຈັດຕັ້ງຕາມຮູບການທາງໄກໃນລະຫວ່າງວັນທີ 22 – 24 ຕຸລາ ຜ່ານມາ ແມ່ນຮູບການເຄື່ອນໄຫວທີ່ມີໄຫວພິບ, ປະດິດຄິດສ້າງ, ມີປະສິດທິຜົນ ແລະ ເໝາະສົມກັບສະພາບການຕົວຈິງ. ເຫດການດັ່ງກ່າວໄດ້ປະກອບສ່ວນສ້າງກາລະໂອກາດໃຫ້ຊາວໜຸ່ມສາມປະເທດແລກປ່ຽນບົດຮຽນ, ປະສົບການໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ຍົກອອກມາດຕະການຫຼາຍຢ່າງເພື່ອຮັບມື ແລະ ເຊື່ອມໂຍງເຂົ້າກັບສາກົນ.
ໃນໄລຍະເວລາສອງວັນ ແຕ່ວັນທີ 22 – 23 ຕຸລາ, ຜູ້ແທນ 65 ທ່ານ ເຊິ່ງເປັນຊາວໜຸ່ມ, ນັກສຶກສາຜູ້ດີເດັ່ນຂອງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ພ້ອມກັນແບ່ງປັນປະສົບການຕົວຈິງ, ແລກປ່ຽນ, ປຶກສາຫາລືກ່ຽວກັບ 3 ຫົວຂໍ້: ໄວໜຸ່ມ ຫວຽດນາມ - ລາວ - ກຳປູເຈຍ ຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບ, ຄວາມສາມັກຄີ; ຊາວໜຸ່ມ ຫວຽດນາມ - ລາວ - ກຳປູເຈຍ ປະຈັນບານ, ອາສາສະໝັກເຂົ້າຮ່ວມວຽກງານປ້ອງກັນ, ຕ້ານໂລກລະບາດ ໂຄວິດ - 19, ເພື່ອການຊ່ວຍໜູນສັງຄົມ; ຍົກສູງກຳລັງຄວາມສາມາດນຳໃຊ້ເຕັກໂນໂລຢີດີຈີຕອນໃຫ້ແກ່ຊາວໜຸ່ມ ຫວຽດນາມ - ລາວ - ກຳປູເຈຍ.
ຍສໝ - ເຂົ້າຮ່ວມລາຍການວັນບຸນໄຫວ້ພະຈັນປີນີ້ ນອກຈາກພະນັກງານ, ພາລະກອນສະຖານກົງສູນໃຫຍ່ແລ້ວ ກໍ່ຍັງມີຜູ້ຕາງໜ້າສະມາຄົມຂະແມ - ຫວຽດນາມຂັ້ນແຂວງ, ບໍລິສັດ Metfone (Viettel Cambodia) ແລະ ຜູ້ໃຈບຸນໃຈກຸສົນຢູ່ແຂວງ Preah Sihanouk.
ຍສໝ - ສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ນະຄອນຮ່າໂນ້ຍ ໄດ້ຈັດຕັ້ງການມອບທຶນການສຶກສາ 10 ທຶນໃຫ້ແກ່ນັກສຶກສາກຳປູເຈຍທີ່ພວມຮ່ຳຮຽນຢູ່ໂຮງຮຽນ ມິດຕະພາບ 80 (ເທດສະບານ ເຊີນໄຕ, ຮ່າໂນ້ຍ), ແຕ່ລະທຶນມີມູນຄ່າ 1 ລ້ານດົ່ງ.
ຍສໝ - ຕອນເຊົ້າວັນທີ 9 ກັນຍາ, ສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ ໄດ້ສົມທົບກັບສະມາຄົມຂະແມ ຫວຽດນາມ ນະຄອນຫຼວງ Phnom Penh ຜັນຂະຫຍາຍການແຈກຢາຍຂອງຂວັນໜູນຊ່ວຍຄັ້ງທີ 2 ໃຫ້ແກ່ຊາວຫວຽດນາມ ກ່ວາ 1000 ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ.
ຕາມຂໍ້ຕົກລົງລະຫວ່າງສອງປະເທດ, ຝ່າຍ ຫວຽດນາມກໍ່ຈະລົງມືກໍ່ສ້າງເສັ້ນທາງຄວາມໄວສູງຈາກນະຄອນ ໂຮ່ຈີມິນ ໄປເຖິງດ່ານຊາຍແດນສາກົນ ມົກບ່າຍ ແຂວງໄຕນິງ ໂດຍໄວ ເພື່ອເຊື່ອມຕໍ່ເສັ້ນທາງຄວາມໄວສູງສາຍໃຫມ່ຂອງ ກຳປູເຈຍ.
ຍສໝ - ຕອນບ່າຍວັນທີ 11 ສິງຫາ, ທ່ານຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຝຸ່ງແຄງຕ່າຍ ໄດ້ມີການເຮັດວຽກກັບ ທ່ານຮອງຫົວໜ້າຄະນະຜູ້ປະຈຳການຄະນະພົວພັນຕ່າງປະເທດສູນກາງ ຫງວຽນຮຸຍຕັງ ເພື່ອແລກປ່ຽນກ່ຽວກັບສະພາບການຮ່ວມມືລະຫ່ວາງ ແນວໂຮມປະເທດຊາດ ຫວຽດນາມ ແລະ ແນວໂຮມສາມັກຄີພັດທະນາປະເທດຊາດ ກຳປູເຈຍ.
ວັນທີ 17 ກໍລະກົດ, ທ່ານນາຍົກລັດຖະມົນຕີລາຊະອານາຈັກກຳປູເຈຍ Samdech Techo Hun Sen ແລະ ສະພາກາແດງ ກຳປູເຈຍ, ສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ ໄດ້ແຈ້ງການມອບອຸປະກອນການແພດ ແລະ ເງິນສົດໃຫ້ລັດຖະບານ ແລະ ປະຊາຊົນ ຫວຽດນາມ ເພື່ອແນໃສ່ໜູນຊ່ວຍບັນດາການເຄື່ອນໄຫວປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ຍສໝ - ລາຍການ ຮ້ານສັບພະສິນຄ້າ 0 ດົ່ງ ຈະໜູນຊ່ວຍນັກສຶກສາ 5.500 ຄົນ ທີ່ປະສົບກັບຄວາມຫຍຸ້ງຍາກ ເຊິ່ງພວມອາໄສຢູ່ ຫໍພັກນັກສຶກສາ 37 ແຫ່ງໃນບໍລິເວນນະຄອນໂຮ່ຈີມິນ. ໃນນັ້ນ ມີນັກສຶກສາ ລາວ ແລະ ກຳປູເຈຍ ທີ່ບໍ່ສາມາດກັບເມື່ອປະເທດ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19.
ຍສໝ - ຫ້ອງຮຽນຫັນປ່ຽນອາຊີບໃຫ້ແກ່ລູກຫຼານຊາວເຊື້ອຊາດ ຫວຽດນາມ ຢູ່ຫຼາຍທ້ອງຖິ່ນ, ເປັນຕົ້ນແມ່ນບັນດາແຂວງເຂດໜອງທະເລ ກຳປູເຈຍ ໄດ້ເປີດຢູ່ເຂດກະສິກຳປະສົມ Snoul ຂອງ ບໍລິສັດ Thagrico, ແຂວງ Kratie.
ຍສໝ - ຕອນເຊົ້າວັນທີ 29 ມິຖຸນາ, ຢູ່ສຳນັກງານສະພາສູງ ທ່ານ Samdech Vibol Sena Phekdei Say Chhum ປະທານສະພາສູງລາຊະອານາຈັກກຳປູເຈຍ ໄດ້ໃຫ້ການຕ້ອນຮັບທ່ານ ຫວູກວາງມິງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳ ລາຊາອານະຈັກກຳປູເຈຍ ເຂົ້າຢ້ຽມຂ່ຳນັບອຳລາ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ລາຊະອານາຈັກ ກຳປູເຈຍ Prak Sokhonn ໄດ້ສະແດງຄວາມຊົມເຊີຍຜົນສຳເລັດດ້ານເສດຖະກິດ - ສັງຄົມ, ການເຊື່ອມໂຍງເຂົ້າກັບສາກົນ ແລະ ການປ້ອງກັນຕ້ານໂລກລະບາດໂຄວິດ - 19 ຂອງ ຫວຽດນາມ ໃນໄລຍະທີ່ຜ່ານມາ.
ຍສໝ - ໂດຍຕາງໜ້າປະຊາຊົນ, ທ່ານດັ້ງມິງຄອຍ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນວ່າຈຳນວນເງິນນີ້ ແມ່ນການລະດົມກຳລັງໃຈສຳລັບພໍ່ແມ່ປະຊາຊົນ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນໄລຍະປະສົບກັບຄວາມຫຍຸ້ງຍາກທີ່ສຸດ ແລະ ສະແດງໃຫ້ເຫັນນະໂຍບາຍສາມັກຄີ, ຄວາມເອົາໃຈໃສ່ຂອງພັກ, ລັດ ແລະ ປະຊາຊົນພາຍໃນປະເທດ ຕໍ່ພໍ່ແມ່ປະຊາຊົນ ເຮົາຢູ່ຕ່າງປະເທດ ດ້ວຍຈິດໃຈ “ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ”.
ຍສໝ - ທ່ານ ເອກອັກຄະລັດຖະທູດ Chay Navuth ໄດ້ສະແດງຄວາມຂອບອົບຂອບໃຈຕໍ່ຄວາມເອົາໃຈໃສ່, ແບ່ງປັນຢ່າງທັນການ ແລະເຕັມໄປດ້ວຍນ້ຳໃຈຂອງກະຊວງການປ້ອງກັນປະເທດຫວຽດນາມ ໃຫ້ແກ່ກຳປູເຈຍຈຳນວນອຸປະກອນການແພດນີ້. ພ້ອມທັງເນັ້ນໜັກວ່າ ນີ້ບໍ່ພຽງແຕ່ແມ່ນການສະໜັບສະໜູນກ່ຽວກັບວັດຖຸເທົ່ານັ້ນ, ຫາກຍັງແມ່ນແຫຼ່ງກຳລັງໃຈອັນຍິ່ງໃຫຍ່ໃຫ້ແກ່ກຳປູເຈຍເພື່ອຜ່ານຜ່າໄລຍະປະສົບກັບຄວາມຫຍຸ້ງຍາກນີ້.