ຫວຽດ​ນາມ ແລະ ກຳ​ປູ​ເຈຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ

08:09 | 23/03/2022

ໃນຂອບເຂດການຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການ, ວັນທີ 18 ມີນາ, ທ່ານພົນໂທ ຫງວຽນເຕິນເກືອງ, ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ພົບປະສອງຝ່າຍກັບທ່ານພົນເອກ Vong Pisen, ຜູ້ບັນຊາການສູງສຸດກອງທັບລາດຊະວົງກຳປູເຈຍ.

ດົງ​ທາບ ​ຊອກ​ຮູ້​ກາລະ​ໂອກາດ​ຮ່ວມ​ມື​ດ້ານ​ການ​ລົງທຶນ, ສະພາບ​ການ​ຂອງ​ຊາວ ຫວຽດນາມ ຢູ່ ກຳປູ​ເຈຍ ດົງ​ທາບ ​ຊອກ​ຮູ້​ກາລະ​ໂອກາດ​ຮ່ວມ​ມື​ດ້ານ​ການ​ລົງທຶນ, ສະພາບ​ການ​ຂອງ​ຊາວ ຫວຽດນາມ ຢູ່ ກຳປູ​ເຈຍ
ເຢຍ​ລະ​ມັນ​ເພີ່ມ​ທະ​ວີ​ການ​ນຳ​ເຂົ້າ​ຢາງ​ພາ​ລາ​ທຳ​ມະ​ຊາດ​ຈາກ​ຫວຽດ​ນາມ ເຢຍ​ລະ​ມັນ​ເພີ່ມ​ທະ​ວີ​ການ​ນຳ​ເຂົ້າ​ຢາງ​ພາ​ລາ​ທຳ​ມະ​ຊາດ​ຈາກ​ຫວຽດ​ນາມ
ຫວຽດ​ນາມ ແລະ ກຳ​ປູ​ເຈຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ
ທ່ານພົນໂທ ຫງວຽນເຕິນເກືອງ, ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ ພົບປະສອງຝ່າຍກັບທ່ານພົນເອກ Vong Pisen, ຜູ້ບັນຊາການສູງສຸດກອງທັບລາດຊະວົງກຳປູເຈຍ (ພາບ: VOV)

ທ່ານພົນເອກ Vong Pisen ຢາກໃຫ້ຫວຽດນາມ ສືບຕໍ່ໜູນຊ່ວຍກຳປູເຈຍໃນຫຼາຍຂົງເຂດ, ພິເສດແມ່ນບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ; ພ້ອມທັງເພີ່ມທະວີການເຄື່ອນໄຫວສົມທົບກັນລະຫວ່າງສອງຝ່າຍຕື່ມອີກ ເປັນຕົ້ນແມ່ນການລາດຕະເວນຮ່ວມກັນຢູ່ຊາຍແດນ, ຝຶກຊ້ອມການກູ້ໄພ ເພື່ອຮັບປະກັນຄວາມໝັ້ນຄົງ, ສັນຕິພາບ ແລະ ວັດທະນາຖາວອນ.

ສ່ວນຄະນະຜູ້ແທນຫວຽດນາມ, ທ່ານພົນໂທ ຫງວຽນເຕິນເກືອງ ໄດ້ອວຍພອນທ່ານພົນເອກ Vong Pisen ທີ່ເປັນປະທານກອງປະຊຸມຜູ້ບັນຊາການກຳລັງປ້ອງກັນຊາດບັນດາປະເທດ ອາຊຽນຄັ້ງທີ 19 (ACDFM - 19) ສຳເລັດຜົນ, ພ້ອມທັງຢັ້ງຢືນວ່າ ຍາມໃດ ຫວຽດນາມ ກໍ່ສົມທົບຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນກຳປູເຈຍໃນປີ ເປັນປະທານອາຊຽນ 2022.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.