ກຳ​ປູ​ເຈຍ​ ແລະ ຫວຽດ​ນາມ ຍາກ​ທີ່​ຈະ​ຮັກ​ສາ​ໄດ້​ການ​ສົ່ງ​ອອກ​ຜັກ​ໝາກ​ໄມ້​ໄປ​ຍັງ​ຈີນ

12:03 | 08/04/2022

ຍ​ສ​ໝ - ນະ​ໂຍ​ບາຍ “Zero ໂຄວິດ” ເຊິ່ງ​ຈີນ​ປະ​ຕິ​ບັດ ພວມ​ກໍ່​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ທັງ​ຫວຽດ​ນາມ ແລະ ກຳ​ປູ​ເຈ​ຍ ໃນ​ການ​ຍູ້​ແຮງ​ການ​ສົ່ງ​ອອກ​ຜັກ​ໝາກ​ໄມ້ ເຂົ້າ​ຕະຫຼາດ​ນີ້...

ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລາວ ແມ່ນ​ຂົວ​ຕໍ່​ສຳ​ຄັນ​ໃນ​ການ​ຮັກ​ສາ​ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ລາວ ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລາວ ແມ່ນ​ຂົວ​ຕໍ່​ສຳ​ຄັນ​ໃນ​ການ​ຮັກ​ສາ​ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ລາວ
ການ​ສົ່ງ​ອອກ​ໂທ​ລະ​ສັບ, ເຄື່ອງຄອມ​ພິວ​ເຕີ​ຂອງ ຫວຽດ​ນາມ ບັນ​ລຸ​ລະ​ດັບ 10 ຕື້ USD ການ​ສົ່ງ​ອອກ​ໂທ​ລະ​ສັບ, ເຄື່ອງຄອມ​ພິວ​ເຕີ​ຂອງ ຫວຽດ​ນາມ ບັນ​ລຸ​ລະ​ດັບ 10 ຕື້ USD
ກຳ​ປູ​ເຈຍ​ ແລະ ຫວຽດ​ນາມ ຍາກ​ທີ່​ຈະ​ຮັກ​ສາ​ໄດ້​ການ​ສົ່ງ​ອອກ​ຜັກ​ໝາກ​ໄມ້​ໄປ​ຍັງ​ຈີນ
ພາບ​ປະ​ກອບ: etime.danviet.vn

ໂດຍ​ຄັດ​ສະ​ເໜີ​ແຫຼ່ງ​ຂ່າ​ວ​ຈາກ Producereport, ໝາກ​ມ່ວງສົດ​ຊະ​ນິດ​ຕ່າງ​ຂອງ ກຳ​ປູ​ເຈຍ​ ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ຮັກ​ສາ​ການ​ສົ່ງ​ອອກ​ໄປ​ຍັງ​ຕະຫຼາດ​ຈີນ ພາຍ​ຫຼັງ​ເກືອບ 1 ປີ​ນັບ​ແຕ່​ເວ​ລາ ຈີນ​ ອະ​ນຸດ​ຍາດ​ໃຫ້​ການ​ນຳ​ເຂົ້າ​ໝາກ​ມ່ວງ​ສົດ​ຈາກ​ກຳ​ປູ​ເຈຍ​ຄືນ​ໃໝ່, ຍ້ອນ​ບັນ​ດາ​ການ​ຈຳ​ກັດ​ຢູ່​ເຂດ​ຊາຍ​ແດນ​ທີ່​ກ່ຽວ​ຂ້ອງ​ເຖິງ​ສະ​ພາບ​ການ​ໂລກ​ລະ​ບ​າດ​ໂຄວິດ - 19 ແລະ ການ​ສົ່ງ​ອອກ​ສິນ​ຄ້າ​ຊ້າ​ລົງ.

ໝາກ​ມ່ວງ​ກາຍ​ເປັນ​ໝາກ​ໄມ້​ສົດ​ຊະ​ນິດ​ທີ 2 ຂອງ ກຳ​ປູ​ເຈຍ ທີ່​ໄດ້​ຮັບອະ​ນຸ​ຍາດ​ສົ່ງ​ອອກ​ໄປ​ຍັງ​ຕະຫຼາດ​ຈີນ ນັບ​ແຕ່ ເດືອນ​ເມ​ສາ ປີ 2021. ໝາກ​ມ່ວງ​ສົດ​ຂອງ​ກຳ​ປູ​ເຈຍ​ໄດ້​ສົ່ງ​ອອກ​ໄປ​ຍັງ​ຕະຫຼາດ​ຈີນງວດ​​ທຳ​ອິດ​ໃນ​ເດືອນ​ພຶດ​ສະ​ພາ ປີ 2021. ການ​ສົ່ງ​ອອກ​ໝາກ​ມ່ວງ​ສົດ​ໄປ​ຍັງ​ຈີນ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ທີ່​ສຸດ. ຕາມ​ຕົວ​ເລກ​ສະ​ຖິ​ຕິ​ນັບ​ແຕ່ເວ​ລາກະ​ຊວງ​ກະ​ສິ​ກຳ, ປ່າ​ໄມ້ ແລະ ສິນ​ໃນ​ນ້ຳ ກຳ​ປູ​ເຈຍ, ໃນ​ປີ 2021 ການ​ສົ່ງ​ອອກ​ໝາກ​ມ່ວງ​ສົດ​ຂອງ​ປະ​ເທດ​ນີ້​ໄປ​ຍັງ​ຕະຫຼາດ​ຈີນ ບັນ​ລຸ​ໄດ້ 4,77 ພັນ​ (477.000) ໂຕນ.

ໃນ​ຂະ​ນະ​ນັ້ນ, ສະ​ພາບ​ການ​ສົ່ງ​ອອກ​ຜັກ​ໝາ​ກ​ໄມ້​ຂອງ ຫວຽດ​ນາມ ໄປ​ຍັງ​ຈີນ ກໍ່​ບໍ່​ມີ​ສັນ​ຍາ​ດີ​ປານ​ໃດ. ຕາມ​ການ​ຄາດ​ຄະ​ນເນ, ການ​ສົ່ງ​ອອກ​ຜັກ​ໝາກ​ໄມ້​ຂອງ ຫວຽດ​ນາມ ໃນ​ເດືອນ​ເມ​ສາ ​ປີ 2022 ພຽງ​ແຕ່​ບັນ​ລຸ​ໄດ້ 340 ລ້າ​ນ USD, ຫຼຸດ​ລົງ 15,4% ເມື່ອ​ທຽບ​ໃສ່​ກັບ​ເດືອນ​ມີ​ນາ ປີ 2021. ຄາດ​ວ່າ, ໃນ 3 ເດືອນ​ຕົ້ນ​ປີ 2022, ການ​ສົ່ງ​ອອກ​ຜະ​ລິ​ດ​ຕະ​ພັນ​ຜັກ​ໝາກ​ໄມ້​ຂອງ ຫວຽດ​ນາມ ຄາດ​ຄະ​ເນ​ວ່າ ຈະ​ບັນ​ລຸ 849 ລ້ານ USD, ຫຼຸດ​ລົງ 12% ເມື່ອ​ທຽບ​ໃສ່​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2021.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.