ຍູ້​ແຮງ​ການ​ພົ​ວ​ພັນ​ຮ່ວມ​ມື​ດ້ານ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ - ກຳປູ​ເຈຍ

06:23 | 02/12/2021

ຍ​ສ​ໝ - ປີ 2021, ​ເຖິງ​ວ່າຖືກ​ຜົນ​ສະທ້ອນ​ຈາກ​ພະຍາດ​ໂຄ​ວິດ-19 ກໍ່​ຕາມ, ​ແຕ່ ຫວຽດນາມ ​ແລະ ກຳປູ​ເຈຍ ຍັງ​ມາ​ນະພະຍາຍາມ​ຮັກສາ​ການ​ພົວພັນ ​ແລະ ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ​ດ້ວຍຫຼາຍ​ຮູບ​ແບບ, ເສີມຂະຫຍາຍ​ບັນດາ​ກົນ​ໄກ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ, ​ໃນ​ນັ້ນ​ມີ: ຂົງ​ເຂດ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ…

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ ກັບ ນະ​ຄອນ St.Petersburg (ລັດ​ເຊຍ) ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ ກັບ ນະ​ຄອນ St.Petersburg (ລັດ​ເຊຍ)
VUFO, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ -ກຳ​ປູ​ເຈຍ ອວຍ​ພອນ​ບຸນ​ເຕັດປະ​ຈຳ​ຊາດ Chol Chnam Thmay ກຳ​ປູ​ເຈຍ VUFO, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ -ກຳ​ປູ​ເຈຍ ອວຍ​ພອນ​ບຸນ​ເຕັດປະ​ຈຳ​ຊາດ Chol Chnam Thmay ກຳ​ປູ​ເຈຍ
ຍູ້​ແຮງ​ການ​ພົ​ວ​ພັນ​ຮ່ວມ​ມື​ດ້ານ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ - ກຳປູ​ເຈຍ
ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ​ຂອງ ຫວຽດ​ນາມ ຢູ່ ງານ​ວາງ​ສະ​ແດງ​ຂອງ ກຳ​ປູ​ເຈຍ (ພາ​ບ: toquoc.vn)

ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດ​ນາມ ​ໄດ້​ສົມທົບ​ກັບ​ກະຊວງ​ວັດທະນະທຳ ​ແລະ ສິລະ​ປະ, ກະຊວງ​ສຶກສາ, ​ຊາວ​ໜຸ່ມ ​ແລະ ກິລາ, ກະຊວງ​ທ່ອງ​ທ່ຽວ ກຳປູ​ເຈຍ, ສະຖານທູດ ຫວຽດນາມ ປະຈຳ ກຳປູ​ເຈຍ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ ໄດ້ຈັດຕັ້ງປະຕິບັດ​ຫຼາຍ​ກິດຈະກຳ​ຮ່ວມ​ມື​ດ້ານ​ວັດທະນະທຳ​, ກິລາ ​ແລະ ການທ່ອງ​ທ່ຽວ ລະຫວ່າງຫວຽດນາມ ​ແລະ ກຳປູ​ເຈຍ ບັນລຸ​ໄດ້​ບັນດາ​ໝາກຜົນ​ສຳຄັນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ການ​ພົວພັນ​ມິດຕະພາບຖານບ້ານ​ໃກ້​ເຮືອນ​ຄຽງ.

ຕາມທ່ານນາງ ຫງວຽນເຟືອງຮວ່າ, ຫົວໜ້າກົມຮ່ວມມືສາກົນ (ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ) ແລ້ວ, ການແລກປ່ຽນວັດທະນະທໍາ, ການຮ່ວມມືກິລາ ແລະການທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ກໍາປູເຈຍ ໄດ້ດໍາເນີນບົນພື້ນຖານບັນດາເອກະສານຮ່ວມມືທີ່ສອງຝ່າຍໄດ້ລົງນາມແລ້ວ. ການ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ແລະ ສິ​ລະ​ປະ ​ລະ​ຫວ່າງ ຫວຽດ​ນາມ ແລະ ກຳ​ປູ​ເຈຍ ໄດ້​ພັດ​ທະ​ນາ​ເປັນ​ຢ່າງ​ດີບົນ​ພື້ນ​ຖານ​ການ​ພົວ​ພັນ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ​ໃນ​ຂອບ​ເຂດອາ​ຊຽນ. ພິ​ເສດ, 2 ຝ່າຍໄດ້ປ່ຽນ​ກັນ​ຈັດ​ຕັ້ງ​ສັບປະດາວັດທະນະທຳ​ບໍ່​ພຽງ​ແຕ່​ຢູ່​ນະຄອນຫຼວງ​ເທົ່າ​ນັ້ນ, ຫາກ​ຍັງ​ຢູ່​ທ້ອງ​ຖິ່ນ​ອື່ນໆ​ຂອງ 2 ປະ​ເທດອີກ​ດ້ວຍ, ຈັດສົ່ງ​ກຸ່ມ​ນັກ​ສິລະ​ປິນ​ເຂົ້າ​ຮ່ວມ​ບັນດາ​ງານ​ມະ​ຫາ​ກຳ, ເຫດ​ການ​ວັດທະນະທຳ​ລະດັບ​ຊາດ ​ແລະ ສາກົນ​ທີ່​ໄດ​້ຈັດ​ຕັ້ງ​ຢູ່​ແຕ່ລະ​ປະ​ເທດ, ສະ​ໜັບ​ສະ​ໜູນໜູນ​ກັນ​ໃນ​ບັນ​ດາ​ກົນ​ໄກ​ຮ່ວ​ມືຫຼາຍ​ຝ່າຍ ຍົກ​ຕົວ​ຢ່າງ​ຄື: ການ​ເຄື່ອນ​ໄຫວ​ວັດທະນະທຳ, ສະ​ແດງສິລະ​ປະ​ເພື່ອ​ສະ​ເຫຼີ​ມສະຫຼອງ​ປີ ປະ​ທານ ອາ​ຊຽນ ເມື່ອທັງ​ຫວຽດນາມ ​ແລະ ກຳປູ​ເຈຍ​ ເປັນ​ປະທານ, ​ກໍ່​ຄື​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ (ASEM) ກຳປູ​ເຈຍ ເປັນ​ເຈົ້າພາບ​ຈັດ​ຕັ້ງ​ໃນ​ປີ 2021.

​ເມື່ອ​ຈັດ​ຕັ້ງ​ສັບປະດາ​ວັດທະນະທຳ ຫວຽດນາມ ຢູ່ ກຳປູ​ເຈຍ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ໄດ້​ສົມທົບ​ກັບ​ຝ່າຍ ກຳປູ​ເຈຍ ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ສິລະ​ປະ​ເພື່ອ​ຮັບ​ໃຊ້​ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ ກຳປູ​ເຈຍ ​ແລະ ຊາວກຳ​ປູ​ເຈຍ​ເຊື້ອ​ຊາດ ຫວຽດນາມ.

​ໃນ​ຂົງ​ເຂດ​ກິລາ-ກາຍຍະກຳ, ​ໃນ​ຫຼາຍ​ປີ​ມາ​ນີ້, ຫວຽດນາມ ​ໄດ້​ໜູນ​ຊ່ວຍ ກຳປູ​ເຈຍ ​ຢ່າງເປັນ​ປະຈຳ ​ໃນ​ການຈັດ​ຕັ້ງ​ຝຶກ​ຊ້ອມ​ຢູ່ ຫວຽດນາມ ກ່ອນ​ SEA Games ແຕ່​ລະ​ຄັ້ງ ​ແລະ ສົ່ງ​ຜູ້​ຊ່ຽວຊານ​ຝຶ​ກ​ແອບ​​ນັກ​ກິລາທິມ​ຊາດຂອງ ກຳປູ​ເຈຍ ດ້ວຍ​ບັນດາ​ປະເພດກິລາ ​ຄື: ມວຍ​ປ້ຳ, Vovinam, ກະຕໍ້, ບານ​ເຕະ...

​ໃນ​ຂົງ​ເຂດ​ການທ່ອງທ່ຽວ, ສອງ​ປະ​ເທດ​ໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ສອງ​ຝ່າຍຂັ້ນ​ລັດຖະບານ​ແຕ່​ປີ 1995; ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ​ແລະ ກະຊວງ​ທ່ອງ​ທ່ຽວ ກຳປູ​ເຈຍ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ ​ເນື່ອງ​ໃນ​ໂອກາດ​ງານ​ຕະຫຼາດນັດ​ທ່ອງ​ທ່ຽວ​ສາກົນ​ຢູ່​ນະຄອນ ​ໂຮ່ຈີ​ມິນ 2015 (ITE-HCMC), ​ຈັດ​ຕັ້ງ​ຄະນະ​ເຮັດ​ວຽກ​ກ່ຽວ​ກັບ​ການຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ລະຫວ່າງ ຫວຽດນາມ ​ແລະ ກຳປູ​ເຈຍ…

ສອງ​ປະ​ເທດ​ໄດ້​ຍົກ​ເວັ້ນວີ​ຊາ​ໃຫ້​ພົນລະ​ເມືອງ​ຂອງກັນ ພຽງ​ແຕ່​​ຖື​ໜັງສືຜ່ານ​ແດນ​ທຳ​ມະ​ດາ​ເພື່ອໄປ​ທ່ອງ​ທ່ຽວ. ການ​ຂົນ​ສົ່ງຄົມ​ມະ​ນາ​ຄົມ​ທາງ​ອາກາດ, ທາງ​ນ້ຳ ​ແລະ ທາງ​ບົກທີ່​ເຊື່ອມ​ຕໍ່​ບັນດາ​ຕົວ​ເມືອງ​ໃຫຍ່​ຂອງ​ສອງ​ປະ​ເທດ​ມີ​ຄວາມສະດວກ​ຫຼາຍ​ໃນ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ.

ບັນດາ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ​ຂອງ​ສອງ​ປະ​ເທດ​ມີ​ການ​ຮ່ວມ​ມືກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການຈັດ​ຕັ້ງ​ການ​ທ່ອງ​ທ່ຽວ​ດ້ວຍ​ລົດ​ຂັບ​ຂີ່​ເອງ, ການທ່ອງ​ທ່ຽວ​ທາງນ້ຳ, ກາ​ນທ່ອງ​ທ່ຽວ​ທາງ​ທະ​ເລ, ການບິນ. ຈຳນວນ​ນັກ​ທ່ອງ​ທ່ຽວ​ຫວຽດນາມ​ໄປ​ກຳປູ​ເຈຍ​ ຍາມໃດກໍຢືນຢູ່​ອັນ​ດັບ​ທີ 2 ​ໃນ​ບັນດາ​ປະ​ເທດທີ່ໃຫ້​ນັກ​ທ່ອງ​ທ່ຽວ​ໄປ​ກຳປູ​ເຈຍ (ບັນລຸ 900.000 ກວ່າ​ເທື່ອ​ຄົນ​ໃນ​ປີ 2019). ປີ 2019 ​ນັກ​ທ່ອງ​ທ່ຽວ​ກຳປູ​ເຈຍ​ໄປທ່ອງ​ທ່ຽວ​ຫວຽດນາມ ​ມີ​ການ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ (ບັນລຸ 228.000 ຄົນ​ໃນ​ປີ 2019).

ຕາມ​ທ່ານ​ຫົວ​ໜ້າກົມ​ໃຫຍ່ການ​ທ່ອງ​ທ່ຽວ​ ຫວຽດນາມ ຫງວຽນ​ຈຸງ​ແຄ໊ງ ​ແລ້ວ, 2 ຝ່າຍ​ໄດ້​ເຂົ້າ​ຮ່ວມ​ບັນດາ​ງານ​ຕະຫຼາດນັດການ​ທ່ອງ​ທ່ຽວ​ສາກົນໂດຍ​ແຕ່ລະ​ປະ​ເທດ​ຈັດ​ຕັ້ງ​ຄື: ງານ​ຕະຫຼາດນັດ​ທ່ອງ​ທ່ຽວ​ສາກົນ ຫວຽດນາມ (VITM), ງານ​ຕະຫຼາດນັດ​ການທ່ອງ​ທ່ຽວ​ສາກົນ​ນະຄອນ ​ໂຮ່ຈີ​ມິນ (ITE-HCMC), ງານຕະຫຼາດນັດການທ່ອງທ່ຽວກຳປູເຈຍ (CTM); ໜູນຊ່ວຍເຊິ່ງກັນ ແລະ ກັນ ໃນການຈັດຕັ້ງໂຄງການແນະນຳສະ​ຖານ​ທີ່​ນັດ​ພົບ; ສົມ​ທົບ​ກັນຈັດຕັ້ງການ​ໂອ້​ລົມ​ສົນ​ທະ​ນາ ແລະ ບັນ​ດາ​ກອງ​ປະ​ຊຸມ​ສຳ​ມະ​ນາ. ພ້ອມ​ກັນ​ນັ້ນ, ກໍສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​​ເວທີ​ປາ​ໄສ​ການທ່ອງທ່ຽວຕ່າງໆ​ໃນ​ພາກ​ພື້ນ​ຄື: ອາ​ຊຽນ, ການ​ຮ່ວມ​ມື​ເຂດອະນຸພາກພື້ນ​ແມ່​ນ້ຳຂອງ (GMS), ຍຸດ​ທະ​ສາດ​ການ​ຮ່ວມ​ມື​ເສດຖະກິດAyeyarwady - Chao Phraya -​ ແມ່​ນ້ຳຂອງ (ACMECS), ການ​ຮ່ວມ​ມື​ເຂດ​ສາມຫຼ່ຽມ​ພັດ​ທະ​ນາກຳປູ​ເຈຍ-ລາວ-ຫວຽດນາມ (CLV), ການຮ່ວມມືແມ່ນໍ້າຂອງ-ລ້ານຊ້າງ (MLC)...

ການ​ພົບ​ປະ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂອງ​ສອງ​ປະ​ເທດ​ຍັງ​ໄດ້​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ ​ແລະ ມີ​ຄວາມ​ໝາຍ​ໃນ​ໄລຍະ​ທີ່​ໂລກລະບາດ​ໂຄ​ວິດ-19 ບໍ່​ທັນ​ເກີດ​ຂຶ້ນ. ຕັ້ງແຕ່ປີ 2020 ມາຮອດປັດຈຸບັນ, ສ່ວນຫຼາຍກິດຈະກຳຕ່າງໆແມ່ນຈັດຜ່ານ​ຮູບ​ການທາງໄກ. ໃນນັ້ນ, ຫວຽດນາມ ​ແລະ ກຳປູ​ເຈຍ ​ໄດ້​ພ້ອມ​ກັນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ທ່ອງ​ທ່ຽວ​ອາ​ຊຽນ ພິ​ເສດ​ກ່ຽວ​ກັບ​ພະຍາດ​ໂຄ​ວິດ-19 ດ້ວຍ​ຮູບ​ແບບທາງ​ໄກ ​ເພື່ອ​ຜັນ​ຂະຫຍາຍ​ໝາກຜົນ​ຂອງ​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ກ່ຽວ​ກັບ​ພະຍາດ​ໂຄ​ວິດ-19 ​ໂດຍ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ​ເປັນ​ປະທານ.

​ໃນ​ປີ 2020, ທີ່​ກອງ​ປະຊຸມ​ສຸດ​ຍອດ​ກຳປູ​ເຈຍ - ລາວ - ຫວຽດນາມ ​ຄັ້ງ​ທີ 11, ນາຍົກລັດຖະມົນຕີ 3 ປະ​ເທດ​ໄດ້​ຮັບຮອງ​ເອົາ​ແຜນການ​ພັດທະນາ​ການທ່ອງທ່ຽວ​ເຂດ​ສາມຫຼ່ຽມພັດທະນາ ກຳປູ​ເຈຍ - ລາວ - ຫວຽດນາມ ​ໄລຍະ 2020-2025, ວິ​ໄສ​ທັດ​ຮອດ​ປີ 2030 ​ແລະ ປະຈຸ​ບັນ​ບັນດາ​ປະ​ເທດ​ພວມ​ສົມທົບ​ກັນ​ຈັດ​ຕັ້ງປະຕິບັດແຜນການນີ້.

ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຝຶກ​ອົບຮົມ, ວັດທະນະທຳ, ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ... ກໍ່​ໄດ້​ຮັບ​ການ​ຊຸກຍູ້. ຫວຽດນາມ​ໄດ້ໃຫ້​ທຶນ​ການ​ສຶກສາ​ນັບ​ພັນ​ທຶນ​ແກ່​ກຳປູ​ເຈຍ​ໄລຍະ​ຍາວ ​ແລະ ​ໄລຍະ​ສັ້ນ. ກຳ​ປູ​ເຈຍ ກໍ່​ຊ່ວຍ​ຫວຽດ​ນາມ ບຳລຸງສ້າງ​ປະ​ລິນ​ຍາ​ຕີ​ດ້ານ​ພາ​ສາ ແລະ ວັດ​ທະ​ນະ​ທຳ​ຂະ​ແມ ຕາມ​ຄຳ​ຮຽກ​ຮ້ອງ​ຂອງ​ບັນ​ດາ​ກະ​ຊວງ, ຂະແໜງການ ແລະ ທ້ອງ​ຖິ່ນ​ຂອງ​ຫວຽດ​ນາມ.

ຄຽງ​ຂ້າງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ປ້ອງ​ກັນຊາດ ແລະ ປ້ອງ​ກັນ​ຄວາມ​ສະຫງົບ ລະ​ຫວ່າງຫວຽດນາມ ​ແລະ ກຳປູ​ເຈຍ ຢືນຢັນ​ຈະ​ສືບ​ຕໍ່​ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ສຳຄັນ​ຄື: ການ​ສຶກສາ ​ແລະ ບຳລຸງ​ສ້າງ, ການຖະ​ແຫຼ​ງຂ່າວ ​ແລະ ສື່ສານ, ວັດທະນະທຳ ​ແລະ ກິລາ, ການພົບປະແລກປ່ຽນປະຊາຊົນ... 2 ຝ່າຍ​ກໍ່​ຊຸກຍູ້​ບັນດາ​ແຂວງ​ເຂດ​ຊາຍ​ແດນສືບ​ຕໍ່​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ຄື: ການສຶກສາ, ວັດທະນະທໍາ, ກິລາ, ການທ່ອງທ່ຽວ, ຍຸຕິທໍາ, ອຸດສາຫະກໍາ, ເຕັກໂນໂລຊີ, ການ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ, ການບຳລຸງສ້າງຊັບພະຍາກອນມະນຸດ, ການບຳລຸງສ້າງວິຊາຊີບ, ຂໍ້ມູນຂ່າວສານ, ໄປສະນີ ແລະ ໂທລະຄົມມະນາຄົມ; ຮັກ​ສາ​ການ​ຕິດ​ຕໍ່, ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ຢ່າງ​ທັນ​ການ; ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ແລະ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ ແລະ ​ນັບ​ມື້​ນັບ​ມີ​ຄວາມສະ​ໜິດ​ສະ​ໜົມກັນ.

ຕາມ​ທ່ານ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫງວຽນ​ວັນ​ຮຸ່ງ ​ແລ້ວ, ​ໃນ​ໄລຍະ​ຜ່ານ​ມາ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ໄດ້​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ກັບ ກຳປູ​ເຈຍ ຢ່າງ​ເປັນ​ປະຈຳ,​ ພ້ອມ​ທັງກຳນົດ​​ຕ້ອງ​ຍົກ​ສູງ​ລະດັບ​ການ​ຮ່ວມ​ມືວັດ​ທະ​ນະ​ທຳ, ກິລາ ​ແລະ ​ທ່ອງທ່ຽວ​ລະຫວ່າງ​ຫວຽດນາມ ​ແລະ ກຳປູ​ເຈຍ, ມຸ່ງ​ໄປ​ເຖິງ​ການ​ຮັບ​ໃຊ້​ປະ​ຊ​າ​ຄົມ ແລະ ຕິດ​ພັນບັນດາ​ທ້ອງ​ຖິ່ນ.

​ໃນ​ປີ 2022, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ ຫວຽດນາມ - ກຳປູ​ເຈຍ ​ແລະ ປີ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ໄດ້​ສົມທົບ​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ກຳປູ​ເຈຍ ຈັດ​ຕັ້ງ​ສັບປະດາ​ວັດທະນະທຳ ຫວຽດນາມ ຢູ່ ກຳປູ​ເຈຍ, ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ກຳ​ປູ​ເຈຍ​ຢູ່​ຫວຽດ​ນາມ, ບັນ​ດາ​ໂຄງ​ການ​ແນະ​ນຳ ແລະ ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ຫວຽດ​ນາມ - ກຳ​ປູ​ເຈຍ. ນັບ​ແຕ່​ນີ້​ຮອດ​ປີ 2023, ຫວຽດນາມ ​ໄດ້​ເປັນ​ເຈົ້າພາບຈັດ​ຕັ້ງ​ງານ​ມະຫາ​ກຳ​ກິລາ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ຄັ້ງທີ 31 ແລະ ກຳປູເຈຍ ເປັນ​ເຈົ້າພາບຈັດ​ຕັ້ງ​ງານ​ມະຫາ​ກຳ​ກິລາ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ຄັ້ງທີ 32.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.