ມອບ​ຂອງ​ຂວັນ​ບຸນ​ເຕັດ 60 ພູດ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ ແລະ ກຳ​ປູ​ເຈຍ ທີ່ພວມ​ປະ​ຕິບດ​ການ​ແຍກ​ຕົວ

14:07 | 27/01/2022

ຍ​ສ​ໝ - ຂອງ​ຂວັນ 60 ພູດ​ລວມ​ມີ​ເຂົ້າ​ສານ, ເຂົ້າ​ຕົ້ມ, ເຂົ້າ​ໜົມ, ນົມ, ເຄື່ອງ​ຂອງ​ທີ່​ຈຳ​ເປັນ... ໂດຍ​ຄະ​ນະ​ຊາວ​ໜຸ່ມ ມະ​ຫາ​ວິ​ທະ​ຍາ​ໄລ​ຄົມ​ມະ​ນາ​ຄົມ ແລະ ຂົນ​ສົ່ງ ໄດ້ສົ່ງ​ໄປ​ໃຫ້​ບັນ​ດາ​ນຶກ​ສຶກ​ສາ​ລາວ - ກຳ​ປູ​ເຈຍ ທີ່​ພວມ​ປະ​ຕິ​ບັດ​ການ​ແຍກ​ຕົວ.

ຄອບ​ຄົວ ຫວຽດ​ນາມ ມີ 4 ລຸ້ນ​ຢູ່​ນຳ​ກັນ ເຮັດ​ເຂົ້າ​ໜົມແປ້ງຂາວ ຕ້ອນ​ຮັບ​ບຸນ​ເຕັດ​ປະ​ຈຳ​ຊາດ ຄອບ​ຄົວ ຫວຽດ​ນາມ ມີ 4 ລຸ້ນ​ຢູ່​ນຳ​ກັນ ເຮັດ​ເຂົ້າ​ໜົມແປ້ງຂາວ ຕ້ອນ​ຮັບ​ບຸນ​ເຕັດ​ປະ​ຈຳ​ຊາດ
ລາຍ​ການ “ບຸນ​ເຕັດ​ຢູ່ເຂດ​ຊາຍ​ແດນ - ອຸ່ນ​ໃຈ​ປະ​ຊາ​ຊົນ​” ຢູ່​ແຂວງກວ໋າງ​ນາມ ລາຍ​ການ “ບຸນ​ເຕັດ​ຢູ່ເຂດ​ຊາຍ​ແດນ - ອຸ່ນ​ໃຈ​ປະ​ຊາ​ຊົນ​” ຢູ່​ແຂວງກວ໋າງ​ນາມ
ມອບ​ຂອງ​ຂວັນ​ບຸນ​ເຕັດ 60 ພູດ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ ແລະ ກຳ​ປູ​ເຈຍ ທີ່ພວມ​ປະ​ຕິບດ​ການ​ແຍກ​ຕົວ
ພາບ​ປະ​ກອບ

ຄ​ະ​ນະ​ຊາວ​ໜຸ່ມ ມະ​ຫາ​ວິ​ທະ​ຍາ​ໄລ​ຄົມ​ມະ​ນາ​ຄົມ ແລະ ຂົນ​ສົ່ງ ຫາ​ກໍ່​ຈັດ​ຕັ້ງ​ການ​ຢ້ຽມ​ຢາມ ແລະ ມອບ​ຂອງ​ຂວັນ 60 ພູດ ​ລວມ​ມີ​ເຂົ້າ​ສານ, ເຂົ້າ​ຕົ້ມ, ເຂົ້າ​ໜົມ, ນົມ, ເຄື່ອງ​ຂອງ​ທີ່​ຈຳ​ເປັນ... ໂດຍ​ຄະ​ນະ​ຊາວ​ໜຸ່ມ ມະ​ຫາ​ວິ​ທະ​ຍາ​ໄລ​ຄົມ​ມະ​ນາ​ຄົມ ແລະ ຂົນ​ສົ່ງ ໄດ້ສົ່ງ​ໄປ​ໃຫ້​ບັນ​ດາ​ນຶກ​ສຶກ​ສາ​ລາວ - ກຳ​ປູ​ເຈຍ​ ທີ່ພວມ​ປະ​ຕິ​ບັດ​ການ​ແຍກ​ຕົວຢູ່​ຫໍ​ພັກ​ນັກ​ສຶກ​ສາ ຂອງ​ໂຮງ​ຮຽນ ພາຍຫຼັງ​ກວດ​ພົບ​ຜູ້​ຕິດ​ເຊື້ອ ໂຄວິດ - 19. ນີ້​ກໍ່​ແມ່ນ​ການ​ເຄື່ອນ​ໄຫວ​ຢ່າງ​ແທດ​ຈິງ ເພື່ອ​ແນ​ໃສ່​ຜັນ​ຂະ​ຫຍາຍ​ລາຍ​ການ “ລະ​ດູ​ບານ​ໃໝ່​ແຫ່ງ​ຄວາມ​ເບີກ​ບານ​ມ່ວນ​ຊືນ - ບຸນ​ເຕັດ​ເຕົ້າ​ໂຮມ” ໂດຍ​ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມ ແລະ ຄະ​ນະ​ຊາວ​ໜຸ່ມ​ນະ​ຄອນ - ສະ​ມາ​ຄົມ​ນັກ​ສຶກ​ສາ ນະ​ຄອນ​ຮ່າ​ໂນ້ຍ ​ປຸກ​ລະ​ດົມ.

ກ່ອນ​ໜ້າ​ນັ້ນ, ໃນ​ວັນ​ທີ 18 ມັງ​ກອນ 2022, ໂຮງ​ຮຽນ​ກໍ່​ໄດ້​ຈັດ​ຕັ້ງ​ການ​ຢື້​ຢາມ​ຖາມ​ຂ່າວ ແລະ ມອບ​ຂອງ​ຂວັນ​ 60 ພູດລວມ​ມີ​ເຄື່ອງ​ຂອງ​ທີ່​ຈຳ​ເປັນ ໃຫ້​ແກ່ນັກ​ສຶກ​ສາ​, ແຕ່​ລະ​ພູດ​ມີ​ມຸນ​ຄ່າ ປະ​ມານ 500.000 ດົ່ງ.

ເມື່ອແບ່ງ​ປັນ​ກັບ​ວາ​ລະ​ສານ​ຍຸກ​ສະ​ໄໝ, ນ້ອງ Seng Visak ນັກ​ສຶກ​ສາ ກຳ​ປູ​ເຈຍ ຢູ່​ຂະແໜງ​ເອ​ເລັກ​ໂຕ​ນິກ​ໂທ​ລະ​ຄົມ​ມະ​ນາ​ຄົມ K59, ມະ​ຫາ​ວິ​ທະ​ຍາ​ໄລ​ຄົມ​ມະ​ນາ​ຄົມ ແລະ ຂົນ​ສົ່ງ ຮ່າ​ໂນ້ຍ ໄດ້​ແບ່ງ​ປັນ​ວ່າ: ປີນີ້, ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ລາວ​ຈະ​ຕ້ອນ​ຮັບ​ບຸນ​ເຕັດ​ຢູ່ ຫວຽດ​ນາມ. ນ້ອງ Seng Visak ໃຫ້​ຮູ້​ວ່າ:

“ຂ້າ​ພະ​ເຈົ້າ​ຮູ້​ສຶກ​ດີ​ໃຈ ​ຍ້ອນ​ໂຮງ​ຮຽນຍາມ​ໃດ​ກໍ່​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ນັກ​ສຶກ​ສາ ໃນ​ທຸກ​ເວ​ລາ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ແລະ ໃນ​ໂອ​ກາດ​ບຸນ​ເຕັດ. ຄວາມ​ເອົາ​ໃຈ​ໃສ່, ການ​ແບ່ງ​ປັນ​ຂອງ​ທຸກ​ຄົນ​ໄດ້​ຊ່ວຍ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ບັນ​ເທົາ​ຄວາມ​ຄິດ​ຮອດ​ຄອບ​ຄົວ, ຍາດ​ຕິ​ພີ່​ນ້ອງ. ຈິດ​ໃຈ​ນີ້​ຍິ່ງ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຮັກ​ຫອມ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ ແລະ ຖືນີ້​ຄື​ບ້ານ​ເກີດ​ເມືອງນອນ​ແຫ່ງ​ທີ 2 ຂອງ​ຕົນ”.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.