ກຽນ​ຢາງ: ໄດ້​ຈັດ​ຕັ້ງ​​ພາ​ນັກ​ສຶກ​ສາ​ກຳ​ປູ​ເຈຍ​ກັບ​ປະເທດເນື່ອງ​ໃນ​ວັນ​ບຸນ​ເຕັດ

07:02 | 19/01/2022

ຍສໝ - ມະຫາວິທະຍາ​ໄລ​ກຽນ​ຢາງ ຫາ​ກໍ່​ຈັດ​ຕັ້ງພາ​ນັກ​ສຶກສາ​ກຳປູ​ເຈຍ​ເກືອບ 50 ຄົນ​ທີ່​ພວມ​ຮ່ຳຮຽນ​ຢູ່​ໂຮງຮຽນ​ກັບ​ເມືອ​ຢ້ຽມຢາມ​ຄອບຄົວ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດຫວຽດນາມ ​ປີ ​​2022.

ກົມ​ໃຫຍ່​ກິ​ລາກາຍ​ຍະ​ກຳ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະຫຼຸບວຽກ​ງານ​ປີ 2021 ແລະ ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2022 ຂອງ ກິ​ລາ ຫວຽດ​ນາມ ກົມ​ໃຫຍ່​ກິ​ລາກາຍ​ຍະ​ກຳ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະຫຼຸບວຽກ​ງານ​ປີ 2021 ແລະ ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2022 ຂອງ ກິ​ລາ ຫວຽດ​ນາມ
ຈັດ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄ​ວາມ​ໝາຍຫຼາຍ​ຢ່າງ​ເພື່ອ ໜູນ​ຊ່ວຍ​ກຳ​ມະ​ກອນ, ຊາວ​ຜູ້​ອອກ​ແຮງ​ງານ​ຕ້ອນ​ຮັບ​ບຸນ​ເຕັດ ຈັດ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄ​ວາມ​ໝາຍຫຼາຍ​ຢ່າງ​ເພື່ອ ໜູນ​ຊ່ວຍ​ກຳ​ມະ​ກອນ, ຊາວ​ຜູ້​ອອກ​ແຮງ​ງານ​ຕ້ອນ​ຮັບ​ບຸນ​ເຕັດ
ມະຫາວິທະຍາ​ໄລ​ກຽນ​ຢາງ ຫາ​ກໍ່​ຈັດ​ຕັ້ງພາ​ນັກ​ສຶກສາ​ກຳປູ​ເຈຍ​ເກືອບ 50 ຄົນ​ທີ່​ພວມ​ຮ່ຳຮຽນ​ຢູ່​ໂຮງຮຽນ​ກັບ​ເມືອ​ຢ້ຽມຢາມ​ຄອບຄົວ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດຫວຽດນາມ ​ປີ ​​2022. ພາບ: tienphong.vn
ມະຫາວິທະຍາ​ໄລ​ກຽນ​ຢາງ ຫາ​ກໍ່​ຈັດ​ຕັ້ງພາ​ນັກ​ສຶກສາ​ກຳປູ​ເຈຍ​ເກືອບ 50 ຄົນ​ທີ່​ພວມ​ຮ່ຳຮຽນ​ຢູ່​ໂຮງຮຽນ​ກັບ​ເມືອ​ຢ້ຽມຢາມ​ຄອບຄົວ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດຫວຽດນາມ ​ປີ ​​2022. ພາບ: tienphong.vn

ວັນທີ 17 ມັງກອນນີ້, ທ່ານ ປອ. ຫງວຽນ​ວັນ​ແທ່ງ, ຮອງ​ເລຂາ​ຄະນະ​ພັກ, ຮອງ​ອະທິການ​ບໍດີ​ມະຫາວິທະຍາ​ໄລ ກຽນ​ຢາງ ​ໃຫ້​ຮູ້​ວ່າ ໄດ້ສໍາເລັດການຈັດ​ຕັ້ງ​ພາບັນດາ​ນັກ​ສຶກສາ​ກຳປູ​ເຈຍ​ກັບ​ຄືນ​ເມືອ​ບ້ານ ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດຫວຽດນາມ ​ປີ ​​2022.

ເນື່ອງຈາກຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໃນໄລຍະ 2 ປີຜ່ານມາ ບັນດາ​ນັກ​ສຶກສາ​ກຳປູ​ເຈຍບໍ່ສາມາດກັບຄືນບ້ານເກີດເມືອງນອນໄດ້, ສະນັ້ນ ທາງໂຮງຮຽນຈຶ່ງຕອບສະໜອງຕາມຄຳສະເໜີ, ຄວາມມຸ່ງມາດປາດຖະໜາຂອງນັກສຶກສາ ແລະ ໃຫ້ການສະໜັບສະໜູນຢ່າງຄົບຖ້ວນ.

ທ່ານ ປອ. ຫງວຽນ​ວັນ​ແທ່ງ ​ໃຫ້​ຮູ້​ວ່າ ມະຫາວິທະຍາ​ໄລ​ກຽນ​ຢາງ ​ໄດ້​ເຮັດ​ວຽກ ​ແລະ ​ໄດ້​ຮັບ​ການ​ອຳນວຍ​ຄວາມ​ສະດວກ​ ແລະ ການໜູນ​ຊ່ວຍ ຈາກ​ຄະນະ​ກຳມະການ​ປະຊາຊົນ ແລະ ພະແນກ​ການ​ຕ່າງປະ​ເທດ​ແຂວງ​ກຽນ​ຢາງ ໃນການ​ໃຫ້​ນັກ​ສຶກສາ​ກັບ​ເມືອ​ບ້ານ​ຢ່າງ​ປອດ​ໄພ ແລະ ຮັບປະກັນ​ການ​ປ້ອງ​ກັນ​ພະຍາດ​ໂຄ​ວິດ-19.

ທີ່​ດ່ານ​ຊາຍ​ແດນ​ສາກົນ ຮ່າ​ຕຽນ, ນ້ອງ Kao LiLy ເປັນນັກ​ສຶກສາ ກຳປູ​ເຈຍ ຂະແໜງ​ເຕັກ​ໂນ​ໂລ​ຊີ​ຊີວະ​ພາບ ​ໃຫ້ຮູ້​ວ່າ: “ຂ້າພະ​ເຈົ້າຮູ້ສຶກ​ດີ​ໃຈ ​ແລະ ມີຄວາມສຸກ​ເມື່ອ​ໂຮງຮຽນ​ຈັດ​ຕັ້ງ​ພາ​ຂ້າພະ​ເຈົ້າ​ກັບ​ເມືອ​ບ້ານ ພາຍຫຼັງ 2 ປີ​ຈາກ​ຄອບຄົວ​ຍ້ອນ​ພະຍາດ​ລະບາດ. ຂ້າ​ພະ​ເຈົ້າ​ຂໍຂອບ​ໃຈ​ການ​ນຳ​ແຂວງ ກຽນ​ຢາງ ແລະ ມະ​ຫາ​ວິ​ທະ​ຍາ​ໄລ ກຽນ​ຢາງ ທີ່​ໄດ້​ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ເພື່ອ​ໃຫ້​ພວກ​ເຮົາ​ກັບ​ຄືນ​ເມືອ​ບ້ານ​ເກີດ​ເມືອງ​ນອນ​ໃນ​ໂອ​ກາດນີ້”.

ຄາດ​ວ່າ, ວັນ​ທີ 9 ກຸມພາ, ມະຫາວິທະຍາ​ໄລ ກຽນ​ຢາງ ຈະ​ຕ້ອນຮັບ​ນັກ​ສຶກສາ ກຳປູ​ເຈຍ ຈຳນວນ 50 ຄົນ ຂອງບັນດາລຸ້ນ 1, 2, 3 ຈາກ​ດ່ານ​ຊາຍ​ແດນ​ສາກົນ ຮ່າຕຽນ (ແຂວງ ກຽນ​ຢາງ) ​ແລະ ນັກ​ສຶກສາ ອິນ​ໂດ​ເນ​ເຊຍ 2 ຄົນ ຢູ່​ສະໜາມ​ບິນ​ສາກົນ ເຕິນເຊີຍເຍີດ ​ສົ່ງກັບ ​ຫໍ​ພັກ​ຂອງມະຫາວິທະຍາໄລ ກຽນຢາງ ເພື່ອກັບຄືນຮໍ່າຮຽນ.

ຫຼັງຈາກໄລຍະພັກນີ້, ນັກສຶກສາຕ່າງປະເທດທີ່ກັບຄືນມາຈະໄດ້ຮັບການກວດວິເຄາະສໍາລັບພູມຕ້ານທານ COVID-19 ໂດຍໄວ, ຈັດຕັ້ງປະຕິບັດການຈຳກັດບໍລິເວນເປັນເວລາ 3 ມື້ ແລະ ເອົາຕົວຢ່າງສໍາລັບການກວດວິເຄາະ PCR ກ່ອນທີ່ຈະເຂົ້າຮ່ວມການສຶກສາແບບລວມສຸມ.

ໄຊພອນ

ເຫດການ
302 Found

Found

The document has moved here.