ຖະ​ແຫຼງ​ການ​ຮ່ວມ​ຫວຽດ​ນາມ - ລາ​ຊະອາ​ນາ​ຈັກ​ກຳ​ປູ​ເຈຍ

14:11 | 25/12/2021

ຍ​ສ​ໝ - ຖະ​ແຫຼງ​ການ​ຮ່ວມ​ລະ​ຫວ່າງ ສາ​ທາ​ລະ​ນະ​ລັດ​ສັງ​ຄົມ​ນິ​ຍົມ​ຫວຽດ​ນາມ ແລະ ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ​ທາງ​ລັດ​​ຖະ​ກິດຂອງ ​ທ່ານ ຫງວຽນ​ຊວນ​ຟຸກ, ປະ​ທາ​ນ​ປະ​ທານ ແຫ່ງ ສາ​ທາ​ລະ​ນະ​ລັດ​ສັງ​ຄົມ​ນິ​ຍົມ​ຫວຽດ​ນາມ ໄປຍັງ ກຳ​ປູ​ເຈຍ (ແຕ່​ວັນ​ທີ 21 – 22 ທັນວາ 2021).

ປະ​ທານ​ປະ​ເທດ ​ປາດ​ຖະ​ໜາ​ໃຫ້​ຊາວ​ຫວຽດ​ນາມອາໄສ​ຢູ່​ກຳ​ປູ​ເຈຍ ຮັກ​ສາ​ພາ​ສາ​ຫວຽດ ແລະວັດ​ທະ​ນະ​ທຳ​ຫວຽດ​ ປະ​ທານ​ປະ​ເທດ ​ປາດ​ຖະ​ໜາ​ໃຫ້​ຊາວ​ຫວຽດ​ນາມອາໄສ​ຢູ່​ກຳ​ປູ​ເຈຍ ຮັກ​ສາ​ພາ​ສາ​ຫວຽດ ແລະວັດ​ທະ​ນະ​ທຳ​ຫວຽດ​
ຫ​ວຽດ​ນາ​ມ - ກຳ​ປູ​ເຈຍ ສືບ​ຕໍ່​ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ການ​ທູ​ດ​ປະ​ຊາ​ຊົ​ນ ຫ​ວຽດ​ນາ​ມ - ກຳ​ປູ​ເຈຍ ສືບ​ຕໍ່​ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ການ​ທູ​ດ​ປະ​ຊາ​ຊົ​ນ
ຖະ​ແຫຼງ​ການ​ຮ່ວມ​ຫວຽດ​ນາມ - ລາ​ຊະອາ​ນາ​ຈັກ​ກຳ​ປູ​ເຈຍ
ທ່ານປະທານ​ປະ​ເທດ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ຫງວຽນ​ຊວນ​ຟຸກ ແລະ ພະບາດສົມເດັດພະບໍລົມມະນຽດ​ Norodom Sihamoni (ພາບ: TTXVN )

1.ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ ​ ພະບາດສົມເດັດພະບໍລົມມະນຽດ​ Norodom Sihamoni ແຫ່ງກຳປູ​ເຈຍ,ທ່ານປະທານ​ປະ​ເທດ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ຫງວຽນ​ຊວນ​ຟຸກ ໄດ້ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄປ​ຢ້ຽມຢາມ​ລາຊະ​ອານາຈັກ ກຳປູ​ເຈຍ ​ແຕ່​ວັນ​ທີ 21-22 ທັນວາ 2021.

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ໄດ້​ມີ​ການ​ພົບ​ປະ​ກັບ​ພະ​ບາດ​ສົມ​ເດັດກຳ​ປູ​ເຈຍ Norodom Sihamoni, ເຂົ້າ​ຢ້ຽມ​ຂ່ຳ​ນັບ​ພະ​ລາ​ຊີ​ນີ Norodom Monineath Sihanouk; ​ໄດ້​ມີ​ການ​ພົບ​ປະ​ກັບ ທ່ານ Samdech Vibol Sena Pheakdei Say Chhum, ປະທານ​ສະພາ​ສູງ​ແຫ່ງ​ລາຊະ​ອານາຈັກ​ກຳປູ​ເຈຍ; ທ່ານ Samdech Akka Moha Ponhea Chakrei Heng Samrin ປະທານສະພາແຫ່ງຊາດກໍາປູເຈຍ ແລະ ທ່ານ Samdech Akka Moha Sena Padei Techo Hun Sen ນາຍົກລັດຖະມົນຕີ ແຫ່ງລາຊະອານາຈັກກຳປູເຈຍ.

ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ​ ທ່ານ​ Samdech Preah Agga Maha Sangha Rajadhipati Tep Vong ​ແລະ ທ່ານພະພິກຂຸໃຫຍ່​ Samdech Preah Abhisiri Maha Shangharajah Dhipati Bour Kry; ວາງພວງມາລາ ທີ່ອານຸສາວະລີ ພະບາດສົມເດັດພະເຈົ້າ Preah Bat Samdech Preah Norodom Sihanouk “Preah Borom Ratanak Kaudh” Norodom Sihanouk ແລະ ອານຸສາວະລີເອ​ກະ​ລາດ ແລະ ອານຸສາວະລີມິດຕະພາບ ຫວຽດນາມ-ກຳປູເຈຍ. ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ແລະ ທ່ານ Heng Samrin ​ໄດ້​ເຂົ້າ​ຮ່ວມ​ພິທີ​ວາງ​ສີ​ລາ​ລຶກ​ຕຶກ​ອາຄານ​ບໍລິຫານຫຼັງ​ໃໝ່​ຂອງ​ສະພາ​ແຫ່ງ​ຊາດ ກຳປູ​ເຈຍ, ໂດຍ​ເປັນ​ຂອງຂວັນ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ລັດ ​ແລະ ປະຊາຊົນ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ສະ​ຫງວນ​ໃຫ້​ລັດ ແລະ ປະຊາຊົນ ກຳປູເຈຍ.

2.ສອງ​ຝ່າຍ​ໄດ້​ຕີ​ລາຄາ​ສູງ​ຄວາມ​ໝາຍ​ຂອງ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຄັ້ງ​ທຳ​ອິດ​ຂອງ ​ທ່ານ ຫງວຽນ​ຊວນ​ຟຸກ ​ໃນ​ຖາ​ນະ​ເປັນ​ປະທານ​ປະ​ເທດ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ​ແລະ ​ເປັນ​ການ​ເປີດ​ກ້ວາງ​ການ​ເຄື່ອນ​ໄຫວ “ປີ​ມິດຕະພາບຫວຽດນາມ - ກຳປູ​ເຈຍ, ກຳປູ​ເຈຍ - ​ ​ຫວຽດນາມ 2022”. ​ໃນ​ບັນຍາກາດ​ແຫ່ງ​ຄວາມ​ສາມັກຄີ, ມິດຕະພາບ, ຄວາມ​ເຂົ້າ​ໃຈ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ, ການ​ນຳ​ຂອງ​ສອງ​ປະ​ເທດ​ໄດ້​ແຈ້ງໃຫ້​ກັນ​ຮັບ​ຊາບ​ກ່ຽວ​ກັບ​ສະພາບ​ການ​ຂອງ​ກັນ, ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງກ້​ວາງ​ຂວາງກ່ຽວ​ກັບ​ການ​ຮ່ວມ​ມື​​ລະ​ຫວ່າງ​ສອງ​ປະ​ເທດ​ກໍ່​ຄື​ບັນດາ​ບັນຫາ​ໃນ​ພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ພະບາດສົມເດັດພະບໍຣົມມະນຽດ Norodom Sihamoni ແລະ ການນຳ ກຳປູເຈຍ ໄດ້​ຕ້ອນ​ຮັບ​ ທ່ານປະທານປະເທດ ຫງວຽ​ນ​ຊວນ​ຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ທີ່ມາຢ້ຽມຢາມ ກຳປູເຈຍຢ່າງ​ສຸດ​ໃຈ, ແລະ ຖື​ວ່າ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ໄດ້ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບ ແລະ ຄວາມຜູກພັນອັນດີງາມລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງ; ຍ້ອງຍໍບັນດາຜົນງານອັນໃຫຍ່ຫຼວງທີ່ປະເທດ ແລະ ປະຊາຊົນຫວຽດນາມ ບັນລຸໄດ້ໃນຂະບວນການປ່ຽນແປງໃໝ່, ກໍ່ສ້າງ ແລະ ພັດທະນາປະເທດຊາດ; ອວຍ​ພອນ​ໃຫ້​ປະຊາຊົນ​ຫວຽດນາມ, ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ຢ່າງມີ​ໄຊ, ສ້າງສາ​ປະ​ເທດ​ຫວຽດນາມ​ນັບ​ມື້​ນັບ​ຮັ່ງມີ​ເຂັ້ມ​ແຂງ, ມີບົດບາດ, ທີ່​ຕັ້ງນັບມື້ນັບສູງ ​ຢູ່​ພາກ​ພື້ນ ​ແລະ ໃນໂລກ. ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ຍ້ອງຍໍ​ບັນດາ​ຜົນງານ​ປະຫວັດສາດ​ອັນ​ສຳຄັນ​ທີ່​ລາຊະ​ອານາຈັກ ​ແລະ ປະຊາຊົນ ກຳປູ​ເຈຍ ບັນລຸ​ໄດ້, ພາຍໃຕ້​ການນຳພາ​ອັນ​ສະຫຼາດ​ສ່ອງ​ໃສ​ຂອງ ​ພະ​ບາດ​ສົມ​ເດັດ ​ Norodom Sihamoni ​ແລະ ການ​​ນຳພາລັດຖະບານ ​ໂດຍ​ທ່ານ ນາຍົກລັດຖະມົນຕີ Hun Sen ​ໄດ້​ນຳ​ໜ້າ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ, ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ-ສັງຄົມ, ປັບປຸງ​ບົດບາດ, ທີ່​ຕັ້ງ​ຂອງ ກຳປູ​ເຈຍ ຢູ່​ພາກ​ພື້ນ ​ແລະ ສາກົນ​ຢ່າງ​ບໍ່​ຢຸດ​ຢັ້ງ; ທ່ານ​ໄດ້​ອວຍ​ພອນ​ໃຫ້ກຳປູ​ເຈຍ​ປະສົບ​ຜົນສຳ​ເລັດ​ໃນ​ການ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ສະພາ​ຕາ​ແສງ ໃນປີ 2022 ​ແລະ ການ​ເລືອກ​ຕັ້ງ​ທົ່ວປະ​ເທດ​ໃນ​ປີ 2023, ສ້າງປະ​ຖົ​ມ​ປັດ​ໄຈ​ໃຫ້​ກຳປູ​ເຈຍ​ກາຍ​ເປັນ​ປະ​ເທດ​ມີ​ລາຍ​ຮັບ​ປານ​ກາງ​ໃນ​ປີ 2030 ແລະ ມີລາຍຮັບສູງໃນປີ 2050.

ສອງ​ຝ່າຍ​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ການ​ພັດທະນາ​ຢ່າງຮອບດ້ານ, ​ໃກ້ຊິດຕິດແທດ, ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ​ຂອງ​ສາຍ​ພົວພັນ​ຮ່ວມ​ມື​ຫວຽດນາມ - ກຳປູ​ເຈຍ ໃນ​ໄລ​ຍະ 55 ປີຜ່ານມາ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດອັນ​ແທດ​ຈິງໃຫ້​ປະຊາຊົນ​ສອງ​ປະ​ເທດ. ​ໃນ​ສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ການ​ພົວພັນ​ດ້ານ​ການ​ເມືອງ​ລະຫວ່າງ​ສອງ​ປະ​ເທດ​​ຍັງໄດ້​ຮັບ​ການ​ຮັດ​ແໜ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ ​ໂດຍ​ຜ່ານ​ການ​ຮັກສາ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ການ​ພົບປະໂອ້ລົມທາງ​ໂທລະສັບ ​ແລະ ການ​ສົນທະນາ​ທາງ​ໄກ. ພ້ອມກັນນັ້ນ, ກໍເສີມຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ. ສືບທອດມູນ​ເຊື້ອ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນ​ຍາມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ສອງຝ່າຍ​ໄດ້​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ສະໜັບສະໜູນ ​ແລະ ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ​ຢ່າງ​ທັນ​ການ ​ແລະ ມີ​ປະສິດທິ​ຜົນ​ໃນ​ການ​ປ້ອງ​ກັນ ​ແລະ ຕ້ານ​ພະຍາດ​ໂຄ​ວິດ-19.

ຝ່າຍ ກຳປູເຈຍ ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ການໜູນຊ່ວຍ ແລະ ຊ່ວຍເຫຼືອອັນໃຫຍ່ຫຼວງຂອງບັນດາການນຳ ແລະ ປະຊາຊົນ ຫວຽດນາມ ລຸ້ນຕ່າງໆ ໂດຍໄດ້ສະ​ຫງວນໃຫ້ປະຊາຊົນ ກຳປູເຈຍ ໃນເມື່ອກ່ອນກໍ່ຄືປັດ​ຈຸ​ບັນ, ທ່ານຢືນຢັນວ່າ ກຳປູເຈຍ ຍາມໃດກໍ່ລະນຶກເຖິງບັນດານັກຮົບອາສາສະໝັກ ຫວຽດນາມ ຊ່ວຍເຫຼືອຊາວ ກຳປູເຈຍ ໃນ​ພາ​ລະ​ກິດ​ແຫ່ງ​ການປົດ​ປ່ອຍ​ກຳປູ​ເຈຍ​ ໃຫ້ຫຼຸດ​ພົ້ນອອກ​ຈາກ​ລະບອບ​ດັບ​ສູນ​ເຊື້ອ​ຊາດຂະ​ເໝນ​ແດງ​ໃນ​ປີ 1979.

ຝ່າຍ​ຫວຽດນາມ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ຍາມ​ໃດ​ກໍ່​ເຄົາ​ລົບ​ບັນດານ້ຳ​ໃຈ​ອັນ​ດີ​ງາມ ​ແລະ ການ​ສະ​ໜັບ​ສະ​ໜູນ​ອັນ​ລ້ຳ​ຄ່າ​ຂອງ ​ພະ​ບາດ​ສົມ​ເດັດພະບໍລົມມະນຽດ Norodom Sihamoni, ບັນ​ດາ​ການ​ນຳ ແລະ ປະ​ຊາ​ຊົນ​ກຳ​ປູ​ເຈຍ ​ທີ່​ສະ​ຫງວນ​ໃຫ້​ແກ່​ປະ​ຊາ​ຊົນ ຫວຽດ​ນາມ ໃນ​ພາ​ລະ​ກິດ​ແຫ່ງ​ການ​ຕໍ່​ສູ້​ຍາດເອົາ​ເອ​ກະ​ລາດ​ແຫ່ງ​ຊາດ​ໃນ​ເມື່ອ​ກ່ອນ ກໍ່​ຄື​ໃນ​ພາ​ລະ​ກິດ​ແຫ່ງ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ປັດ​ຈຸ​ບັນ.

4.ສອງຝ່າຍ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ ​ແລະ ຄວາມຈຳເປັນ​ໃນ​ການ​ສືບ​ຕໍ່​ເພີ່ມ​ທະວີ ​ແລະ ພັດທະນາ​ການ​ພົວພັນສອງຝ່າຍ​ພາຍ​ໃຕ້​ທິດ​ນຳ​ “ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ໝັ້ນຄົງ​ຍາວ​ນານ”. ພ້ອມ​ກັນ​ນັ້ນ, ສອງຝ່າຍກໍ​ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ຫຼັກການ​ທີ່​ໄດ້​ວາງ​ອອກ​ໃນ​ຖະ​ແຫຼ​ງການ​ຮ່ວມ ຫວຽດນາມ - ກຳປູ​ເຈຍ ປີ 1999, 2005, 2009, 2011, 2014, 2016, 2017 ແລະ 2019; ເຄົາລົບ​ເອກະລາດ, ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ແຕ່ລະ​ປະ​ເທດ, ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ, ​ແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ​ລະຫວ່າງ​ສອງ​ປະ​ເທດໂດຍ​ສັນຕິ​ວິທີ.

5.ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ກຳປູເຈຍ (24 ມິຖຸນາ 1967 – 24 ມິຖຸນາ 2022), ສອງຝ່າຍໄດ້ເຫັນດີເພີ່ມທະວີການພົວພັນ ແລະ ແລກປ່ຽນຄະນະຜູ້ແທນຂັ້ນສູງທຸກຂັ້ນ; ຊຸກຍູ້​ການ​ແລກປ່ຽນ​ປະຊາຊົນ, ພິ​ເສດ​ແມ່ນ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ທີ່​ມີ​ຊາຍ​ແດນຕິດຈອດກັນ. ສອງຝ່າຍ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ໂຄສະນາ​ເຜີຍ​ແຜ່, ສຶກສາ​ໃຫ້ແກ່​ປະຊາຊົນ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ​ຂອງ​ສອງ​ປະ​ເທດ​ກ່ຽວ​ກັບ​ມູນ​ເຊື້ອສາມັກຄີ, ມິດຕະພາບ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ປະຊາຊົນ​ສອງ​ຊາດ.

6.ສອງ​ຝ່າຍ​ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ. ພິ​ເສດ, ການ​ຄ້າ​ໄດ້​ກາຍ​ເປັນ​ຈຸດ​ທີ່ພົ້ນເດັ່ນ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້ ດ້ວຍວົງເງິນການ​ຄ້າ​ສອງ​ສົ້ນ​ໄດ້​ຮັກສາທ່າ​ເຕີບ​ໂຕ​ຢ່າງ​ຕັ້ງໜ້າ​ໃນ​ສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19. ສອງຝ່າຍ​ໄດ້​ເຫັນ​ດີ​ເລັ່ງການຜັນ​ຂະຫຍາຍ​ການ​ປະຕິບັດ​ສັນຍາ​ວ່າ​ດ້ວຍ​ການ​ສົ່ງ​ເສີມ ​ແລະ ປົກ​ປັກ​ຮັກສາ​ການ​ລົງທຶນ ​ແລະ ສັນຍາ​ຫຼີກ​ລ້ຽງ​ການ​ເກັບ​ພາສີ​ຊ້ອນ; ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ພັດທະນາ​ການ​ຄ້າ​ຊາຍ​ແດນ​ໂດຍ​ເລັ່ງ​ການ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ຊາຍ​ແດນ, ປະຕິບັດ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ພັດທະນາ ​ແລະ ການ​ເຊື່ອມ​ຕໍ່​ພື້ນຖານ​ໂຄງ​ລ່າງ​ການ​ຄ້າ​ຂ້າມ​ຊາຍ​ແດນ, ສືບ​ຕໍ່​ສຶກສາ ​ແລະ ກໍ່ສ້າງ​ຕະຫຼາດ​ຊາຍ​ແດນ ​ແລະ ​ເຂດ​ເສດຖະກິດ​ພິ​ເສດ​ຢູ່ບັນດາແຂວງທີ່ຕິດກັບ​​ຊາຍ​ແດນ​ສອງ​ປະ​ເທດ.ສອງຝ່າຍ​ໄດ້​ເຫັນ​ດີ​ຍູ້ແຮງ​ການສ້າງ​ແຜນ​ຜັງສັງລວມກ່ຽວກັບການ​ເຊື່ອມ​ຕໍ່ເສດຖະກິດສອງປະ​ເທດ ຫວຽດນາມ - ກຳປູ​ເຈຍ ຮອດ​ປີ 2030 ໃຫ້ສຳເລັດໃນ​ທ້າຍ​ປີ 2022.

7.ສອງ​ຝ່າຍ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ປະສານ​ງານ​ການຮັບມື​ຕໍ່​ຜົນ​ກະທົບ​ທາງ​ດ້ານ​ສຸຂະພາບ, ​ເສດຖະກິດ ​ແລະ ສັງຄົມ​ຂອງ​ພະຍາດ​ໂຄ​ວິດ-19. ບົນ​ຈິດ​ໃຈ​ນັ້ນ, ສອງຝ່າຍ​ຈະ​ຊຸກຍູ້​ການ​ແລກປ່ຽນ​ເພື່ອ​ແນ​ໃສ່​ຮັບ​ຮູ້​ບັນດາ​ໜັງສືຜ່ານ​ແດນ​ວັກ​ແຊງ/​ໃບ​ຢັ້ງ​ຢືນ​ການ​ສັກວັກແຊງປ້ອງ​ກັນ​ພະຍາດ Covid-19, ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ເດີນທາງ​ຂອງສອງປະ​ເທດ, ຊຸກຍູ້​ການ​ເປີດ​ຄືນ​ເສັ້ນທາງ​ການບິນ​ໂດຍ​ກົງ​ລະຫວ່າງ 2 ປະ​ເທດ​ຢ່າງ​ປອດ​ໄພໂດຍໄວ, ປະກອບສ່ວນ​ຢ່າງແທດ​ຈິງເຂົ້າໃນວິວັດ​ການ​ຟື້ນ​ຟູ​ເສດຖະກິດ-ສັງຄົມ​ແບບ​ຍືນ​ຍົງ​ຂອງ​ແຕ່ລະ​ປະ​ເທດ​ໃນ​ໄລຍະ "ປົກກະຕິ​ໃໝ່" ​ແລະ ​ໄລຍະ​ຫຼັງ​ໂລກລະບາດ.

8.ສອງ​ຝ່າຍ​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະຫງົບ ບົນ​ຫຼັກການ​ບໍ່​ອະນຸຍາດໃຫ້ບໍ່ວ່າ​ກຳລັງ​ສັດຕູ​ໃດສວຍ​ໃຊ້​ຜືນ​ແຜ່ນດິນ​ຂອງເຮົາເປັນພາຫະນະກໍ່ໃຫ້ເກີດຄວາມ​ອັນຕະລາຍ​ຕໍ່​ຄວາມ​ໝັ້ນຄົງ​ຂອງ​ປະ​ເທດອື່ນ; ຈັດຕັ້ງປະຕິບັດ​ຂໍ້​ຕົກລົງ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ທີ່​ມີ​ຢູ່​ແລ້ວ​ຢ່າງ​ມີ​ປະສິດທິ​ຜົນ; ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຄວາມ​ໝັ້ນຄົງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ ​ແລະ ຄວາມ​ປອດ​ໄພ​ຢູ່​ແຕ່ລະ​ປະ​ເທດ; ປັບປຸງ​ປະສິດທິ​ຜົນ​ການ​ຄຸ້ມ​ຄອງ ​ແລະ ປົກ​ປັກ​ຮັກສາເຂດ​ຊາຍ​ແດນ; ຍູ້​ແຮງ​ບັນດາ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ, ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ຊອກ​ຄົ້ນ ​ແລະ ສົ່ງ​ອັດຖິຂອງ​ທະຫານ​ອາສາ​ສະໝັກ ​ແລະ ນັກ​ຊ່ຽວຊານ​ຫວຽດນາມ ທີ່​ເສຍ​ຊີວິດ​ຢູ່ ກຳປູ​ເຈຍ.

9.ສອງ​ຝ່າຍ​ຢືນຢັນ​ຄຳ​ໝັ້ນ​ສັນຍາ​ເຄົາລົບ ​ແລະ ປະຕິບັດ​ບັນດາ​ສົນທິສັນຍາ​ກ່ຽວ​ກັບ​ການ​ວາງ​ແຜນ​ກຳນົດ​ຫຼັກ​ໝາຍ​ຊາຍ​ແດນ​ທາງ​ບົກ ​ແລະ ບັນດາສັນຍາ, ຂໍ້ຕົກລົງ​ກ່ຽວ​ກັບ​ຊາຍ​ແດນ​ລະຫວ່າງສອງປະ​ເທດ​ຢ່າງ​ຄົບ​ຖ້ວນ. ສອງຝ່າຍ​ໄດ້ຍ້ອງຍໍບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ຄະນະ​ກຳມະການ​ປະສົມ​ປັກ​ຫຼັກ​ໝາຍ​ເຂດ​ຊາຍ​ແດນ ຫວຽດນາມ - ກຳປູ​ເຈຍ, ກຳປູ​ເຈຍ - ຫວຽດນາມ ​ທີ່ໄດ້​ປະຕິບັດ​ສຳ​ເລັດ​ປະມານ 84% ຈຳນວນ​ວຽກ​ງານ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ລະຫວ່າງສອງປະ​ເທດ; ສະແດງຄວາມຊົມເຊີຍ (i) ສົນ​ທິ​ສັນ​ຍາ​ເພີ່ມ​ເຕີມ​ກ່ຽວ​ກັບ​ສົນທິສັນຍາການ​ວາງ​ແຜນກຳນົດ​ຊາຍ​ແດນ​ແຫ່ງ​ຊາດ ປີ 1985 ແລະ ສົນ​ທິ​ສັນ​ຍາ​ເພີ່ມ​ເຕີມ​ປີ 2005 ແລະ (ii) ອະນຸ​ສັນ​ຍາ​ວ່າ​ດ້ວຍ​ການ​ແບ່ງເຂດປັກຫຼັກໝາຍຊາຍແດນ​ດິນ​ແດນ​ລະ​ຫວ່າງ ສາ​ທາ​ລະ​ນະ​ລັດ​ສັງ​ຄົມ​ນິ​ຍົມ​ຫວຽດ​ນາມ ແລະ ລາຊະອານາຈັກ​ກຳ​ປູ​ເຈຍ, ມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 22 ທັນວາ 2020; ຊຸກຍູ້ໃຫ້​ຄະນະ​ກຳມະການ​ປະສົມ​ເຂດ​ຊາຍ​ແດນ ຫວຽດນາມ - ກຳປູ​ເຈຍ, ກຳປູ​ເຈຍ - ຫວຽດນາມ ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ທີ່​ສອງ​ຝ່າຍຍອມ​ຮັບ​​ໄດ້ ​ເພື່ອ​ແກ້​ໄຂ​ປະມານ 16% ​ເສັ້ນ​ຊາຍ​ແດນ​ທາງ​ບົກ​ທີ່​ຍັງ​ບໍ່​ທັນ​ສຳ​ເລັດ​​ການແບ່ງເຂດ​ປັກ​ຫຼັກ​ໝາຍຊາຍແດນ. ໂດຍເສີມຂະຫຍາຍ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ນັ້ນ, ສອງຝ່າຍ​ມານະ​ພະຍາຍາມ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ແນ​ໃສ່​ສຳ​ເລັດ​ການ​ກໍ່ສ້າງ​ຊາຍ​ແດນແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - ກຳປູ​ເຈຍ. ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ຕ້ອງ​ໄດ້​ລົງນາມໃນ​ຂໍ້​ຕົກລົງ​ກ່ຽວ​ກັບ​ດ່ານ​ຊາຍ​ແດນ​ທາງບົກ​ໃນ​ໄລຍະ​ຈະ​ມາ​ເຖິງ​ເພື່ອ​ປ່ຽນ​ແທນ​ຂໍ້​ກຳນົດມາດຕາໃນສົນທິ​​ສັນຍາ​ກ່ຽວ​ກັບ​ຂໍ້​ກຳນົດການ​ຄຸ້ມ​ຄອງ​​ຊາຍ​ແດນ​ປີ 1983. ສອງຝ່າຍ​ກໍ່​ເຫັນ​ດີ​ເປັນ​ເອກະ​ພາບ​ຊຸກຍູ້​ການ​ເຄື່ອນ​ໄຫວ​ຂອງ​ລະບົບ​ດ່ານ​ຊາຍ​ແດນ​ຢ່າງ​ມີ​ປະສິດທິ​ຜົນ ​ໂດຍ​ການ​ເປີດ ​ແລະ ຍົກລະດັບ​ບັນດາຄູ່​ດ່ານ​ຊາຍ​ແດນ​ທີ່​ສອງ​ຝ່າຍ​ໄດ້​ຕົກລົງເປັນເອກະພາບ, ​ນຳ​ດ່ານ​ສາກົນ​ Meun Chey - ​ເຕີນ​ນາມ ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ດ່ານ​ຊາຍ​ແດນທີ່ອະນຸຍາດໃຫ້ບຸກຄົນ, ພາຫະນະ, ສິນຄ້າ ຜ່ານເຂົ້າ-ອອກຊາຍແດນ ຕາມສົນທິ​ສັນ​ຍາ​ວ່າ​ດ້ວຍ​ການ​ຂົນ​ສົ່ງ​ສິນ​ຄ້າຜ່ານຊາຍແດນ ​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ ແລະ ລັດ​ຖະ​ບານ​ກຳ​ປູ​ເຈຍ ໄດ້​ລົງ​ນາມ​ເມື່ອ​ປີ 2013.

10.ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ສະແດງຄວາມຂອບ​ອົກ​ຂອບ​ໃຈ​ພະ​ມະຫາ​ກະສັດ, ນາ​ຍົກ​ລັດ​ຖະ​ມົນ​ຕີ ​ແລະ ການ​ນຳ ກຳປູ​ເຈຍ ທີ່​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່, ສະໜັບສະໜູນ ​ແລະ ບໍ່​ຈຳ​ແນ​ກຄົນ​ຫວຽດນາມ ອາ​ໄສ​ຢູ່ ກຳປູ​ເຈຍ ​ໃນ​ໄລຍະຜ່ານມາ​ນີ້.

11.ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດສາທາລະນະສຸກ. ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ ຫວຽດນາມ ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ການ​ເບິ່ງແຍງດູແລ ​ແລະ ປິ່ນປົວ​ພະຍາດ​ໃຫ້​ບັນດາ​ຄົນ​ເຈັບ ກຳປູ​ເຈຍ ຢູ່​ບັນດາ​ໂຮງໝໍ​ນະຄອນ ​ໂຮ່ຈີ​ມິນ ຄືກັນ​ກັບ​ໃຫ້​ຊາວ ຫວຽດນາມ ​ແລະ ອີງ​ຕາມ​ກົນ​ໄກ​ຊຳລະ​ຄ່າ​ປິ່ນປົວ​ຢູ່​ໂຮງໝໍ ຫວຽດນາມ ສຳລັບ​ຄົນ​ບໍ່​ມີ​ປະກັນ​ສຸຂະພາບ.

12.ສອງ​ຝ່າຍ​ຍັງ​ເຫັນ​ດີ​ເປັນ​ເອກະສັນ​ກັນ​ຊຸກຍູ້ ​ແລະ ຍົກສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຳຄັນ​ອື່ນໆ​ເຊັ່ນ: ກົດໝາຍ ​ແລະ ຍຸຕິ​ທຳ, ​ແຮງ​ງານ ​ແລະ ສັງຄົມ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ແລະ ສື່ສານ (ICT), ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ, ການບິນ, ການ​ທະນາຄານ, ການ​ເງິນ, ກະສິກຳ-ປ່າ​ໄມ້. - ການປະມົງ...

13.ສອງ​ຝ່າຍ​ໄດ້​ແລກປ່ຽນ​ທັດສະນະ ແລະ ​ເຫັນ​ດີ​ສືບ​ຕໍ່​ຮ່ວມ​ມື ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ໃນ​ຂອບເຂດ​ຫຼາຍ​ຝ່າຍ ​ເຊັ່ນ: ສະຫະ​ປະຊາ​ຊາດ ​ແລະ ອາ​ຊຽນ ​ເພື່ອຮັບມືກັບ​ບັນດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ ​ແລະ ພາກ​ພື້ນ ​ແລະ ​ໃນ​ຂອບ​ເຂດ​ອະນຸ​ພາກ​ພື້ນ ລວມທັງ​ບັນດາກົນໄກການ​ຮ່ວມ​ມື​ແມ່​ນ້ຳຂອງ ເພື່ອ​ຮັບປະກັນ​ການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ແຫຼ່ງນ້ຳ​ຂອງ​​ຢ່າງ​ຍືນ​ຍົງ. ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ຕີ​ລາຄາ​ສູງ​ການ​ສະໜັບສະໜູນ ​ແລະ ການ​ຮ່ວມ​ມື​ຂອງ ກຳປູ​ເຈຍ ​ທີ່ມີໃຫ້ ຫວຽດນາມ ​ໃນ​ວິວັດການ​ດຳລົງ​ຕຳ​ແໜ່​ງປະທານ ອາ​ຊຽນ ​ໃນ​ປີ 2020, ຢືນຢັນ ຫວຽດນາມ ຈະ​ໜູນ​ຊ່ວຍ ກຳປູ​ເຈຍ ​ໃນ​ລະດັບ​ສູງ​ສຸດ​ໃນວິວັດ​ການ​ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານ ອາ​ຊຽນ ​ໃນ​ປີ 2022 ດ້ວຍຫົວ​ຂໍ້ “ອາ​ຊຽນ: ພ້ອມກັນແກ້ໄຂສິ່ງ​ທ້າ​ທາຍ​”, ພ້ອມ​ກັນ​ປະ​ກອບ​ສ່ວນ​ຊຸກ​ຍູ້​ຄວາມເປັນເອກະພາບ, ຄວາມ​ສາ​ມັກ​ຄີ, ປັບປຸງ​ບົດ​ບາດ​ໃຈ​ກາງ​ ແລະ ກຳລັງສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງ​ອາ​ຊຽນ​ໃນ​​ການຮັບມືກັບບັນດາສິ່ງ​ທ້າ​ທາຍ​ໃໝ່, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ຄວາມ​ວັດຖະນາຖາວອນຢູ່​ພາກ​ພື້ນ.

14.ສອງຝ່າຍ​ໄດ້​ເນັ້ນ​ໜັກ​ເຖິງ​ຫຼັກ​ໝັ້ນລວມ​ຂອງ ອາ​ຊຽນ ກ່ຽວ​ກັບລະດັບ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິພາບ, ຄວາມ​ໝັ້ນຄົງ, ສະຖຽນ​ລະ​ພາບ, ຄວາມ​ປອດ​ໄພ, ຄວາມ​ເສລີ​ໃນ​ການ​ເດີນ​ເຮືອ ​ແລະ ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຊຸກຍູ້​ການ​ໂອ້ລົມເຈລະຈາ ​ແລະ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ປະຕິບັດການ​ອົດ​ກັ້ນ, ປະຕິບັດ​ຕາມ​ກົດໝາຍ​ສາກົນ, ​ແກ້​ໄຂບັນດາການ​ຂັດ​ແຍ້​ງກັນ​ໂດຍ​ສັນຕິ​ວິທີ, ສອດຄ່ອງ​ກັບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS) ​ປີ 1982, ​ບໍ່​ນາບ​ຂູ່ ຫຼື​ ນຳໃຊ້​ກຳລັງອາວຸດ, ຮັບປະກັນ​ການ​ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລຕາ​ເວັນ​ອອກ (DOC) ​ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ, ມານະພະຍາຍາມ​ມຸ່ງ​ໄປ​ເຖິງ​ການສ້າງສຳເລັດ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ຢ່າງ​ມີ​ປະສິດທິ​ຜົນ ແລະ ແທດຈິງ, ສອດຄ່ອງ​ກັບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ UNCLOS ​ປີ 1982. ສອງຝ່າຍ​ກໍ່​ສະໜັບສະໜູນ ອາ​ຊຽນ ​ແລະ ຈີນ ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ແທດ​ຈິງ​ເພື່ອ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ລົງ​ນາມ DOC.

15.ໃນ​ໂອກາດ​​ຢ້ຽມຢາມຄັ້ງນີ້, ທ່ານ​ນາຍົກລັດຖະມົນຕີ Samdech Techo ​ແລະ ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື ​ລວມມີ: (i) ​ໂຄງການ​ຮ່ວມ​ມື 2022 ລະຫວ່າງ​ກະຊວງ​ຕຳຫຼວດຫວຽດນາມ ​ແລະ ກະຊວງ​ພາຍ​ໃນ​ກຳປູ​ເຈຍ; (ii) ແຜນການຮ່ວມມືດ້ານປ້ອງກັນຊາດ ປີ 2022 ລະຫວ່າງສອງກະຊວງປ້ອງກັນປະເທດ; (iii) ບົດ​ບັນທຶກ​ຂໍ້ຕົກລົງ​ຂອງ​ກອງ​ປະຊຸມ​ຄັ້ງ​ທີ 19 ຄະນະ​ກຳມະການ​ປະສົມ ຫວຽດນາມ - ກຳປູ​ເຈຍ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ວັດທະນະທຳ, ວິທະຍາສາດ ​ແລະ ​ເຕັກນິກ; (iv) ບົດ​ບັນທຶກ​ກອງ​ປະຊຸມ​ຂອງ​ສອງ​​ປະທານ​ຄະນະ​ກຳມະການ​ຮ່ວມ​ກ່ຽວ​ກັບ​ຊາຍ​ແດນ ຫວຽດນາມ - ກຳປູ​ເຈຍ ​ແລະ ກຳປູ​ເຈຍ - ຫວຽດນາມ; (v) ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານການສຶກສາ ໄລຍະ 2021-2025; (vi) ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການສິ້ນສຸດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ຊາຍ​ແດນ ຫວຽດນາມ - ກຳປູ​ເຈຍ; (vii) ແຜນງານວຽກງານປີ 2022-2023 ລະຫວ່າງສອງກະຊວງຍຸຕິທຳ. ​ເນື່ອງ​ໃນ​ໂອກາດ​ນີ້, ບັນດາ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ຍັງ​ໄດ້​ລົງ​ນາມ​ໃນ​ສັນຍາ ​ແລະ ຂໍ້ຕົກລົງ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ທຸລະ​ກິດ​ຈຳນວນ​ໜຶ່ງ.

16. ສອງ​ຝ່າຍ​ໄດ້​ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ອັນ​ດີງາມ ​ແລະ ຄວາມ​ໝາຍ​ສຳຄັນ​ຂອງ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຂອງ ​ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄປຍັງລາຊະ​ອານາຈັກ ກຳປູ​ເຈຍ, ​ແມ່ນ​ເຫດການ​ເປີດ​ກ້ວາງ​ການ​ເຄື່ອນ​ໄຫວ​ເພື່ອ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງທາງ​ການ​ທູດ​ລະຫວ່າງ​ຫວຽດນາມ ​ແລະ ກຳປູ​ເຈຍ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ, ນຳການພົວພັນຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ມິດຕະພາບ​ທີ່ເປັນມູນເຊື້ອ, ການ​ຮ່ວມ​ມື​ຮອບດ້ານ ​ແລະ ຍາວ​ນານ​ລະຫວ່າງ​ສອງ​ປະ​ເທດ ນັບມື້ນັບເຂົ້າສູ່ລວງ​ເລິກ​, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ ​ແລະ ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື​ຫຼາຍ​ດ້ານ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.

ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ໄດ້​ສະແດງຄວາມຂອບ​ໃຈຕໍ່​ການ​ຕ້ອນ​ຮັບ​ອັນ​ອົບ​ອຸ່ນ ແລະ ສະ​ໜິດ​ສະ​ໜົມ ທີ່​ພະ​ບາດ​ສົມ​ເດັດພະບໍລົມມະນຽດ Norodom Sihamoni, ການ​ນຳ ແລະ ປະ​ຊາ​ຊົນ ກຳ​ປູ​ເຈຍ ໄດ້​ມອບ​ໃຫ້​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ.

​ ພະນົມເປັນ, ວັນທີ 22 ທັນວາ 2021.

ບຸນ​ຄົງ

302 Found

Found

The document has moved here.